ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ວັນຄູທີ7ຕຸລາກໍ່ກາຍມາຫຼາຍມື້ແລ້ວເນາະ ແຕ່ນີ້ເປັນບົດສູດສາລະພັນອວຍພອນຄູທີ່ ຂພຈ ໄດ້ໄປສູດມື້ວັນທີ7ຕຸລານີ້ເອງ

 

   * ວັນທີເຈັດຕຸລາ                    ວັນປະກາດກຽດຕິສັກ

 ຄູລາວທົ່ວປັດຕະພີ                  ກຽດຕິຄຸດັງກ້ອງໄກ

 ເໝືອນດັງມາລາໄມ້                 ຈັນຫອມເທົ່າທົ່ວໂລກາ

 ກິ່ນຫອມທົ່ວທາຣາ                  ຊາວປະຊາລາວທຸກເຜົ່າ

   * ສີບນີ້ວຍົກໃສເກົ້າ               ທັງດອກໄມ້ທູບທຽນທອງ

 ອະພິວັນແທນເງີນທອງ           ນົບນ້ອມຄຸນຄູອາຈານ

 ເປັນດັ່ງມະນີແກ້ວ                   ພິລາງາມອັນລ້ຳຄ່າ

 ບໍ່ມີວັນໂສກາ                          ງາມໂສພາຮຸ່ງເຮືອງໃສ

   * ສິດຂໍນົບນ້ອມໄຫວ            ຄູອາຈານທ່ານທັງຫຼາຍ

 ອອກມາຈາກດວງໃຈ              ຜູ້ເກີດມາໃນພາຍຊ້ອຍ

 ນ້ອມນືກວັນພາໄຫວ               ກະຕັນຍູຄູຍອດຍີ່ງ

 ຄູລາວທັງຊາຍ-ຍິງ                  ໃຫ້ຢືນຍີ່ງຊົ່ວນິລັນ  (ຊ້ຳ)

   * ອັນວ່າຄຸນທ່ານນັ້ນ             ຫາຫຍັງເທົ່າບໍ່ປຽບປານ

 ຜື່ນຜນໃຕ້ບາດານ                  ບໍ່ເລີກປານຄຸນອາຈານ

 ສົມບັດທ່ານມອບໃຫ້             ລ້ຳເລີດຄ່າມະຫາສານ

 ນັ້ນຄືພູມປັນຍາ                     ອັນມີຄ່າ ຄູໃຫ້ຮຽນ

   * ໃຊ້ເທົ່າໃດ ຍີ່ງໃສເຫຼື້ອມ     ທະວີຄຸນຍີ່ງຢືນນານ

 ບໍ່ຄືເງີນກອງລ້ານ                  ຍັງມີມື້ໝົດເປົາແປນ  (ຊ້ຳ)

 ບາດນີ້ຂໍກາບກົ້ມ                  ນ້ອມນືກຄຸນຄູອາຈານ

 ອຸທິດດວງວີນຍານ               ທ່ານຜູ້ມໍລະນັ່ງແລ້ວ

   * ຂໍໃຫ້ວີນຍານແກ້ວ           ສຸຂະຕິເປັນທີ່ຢູ່

 ດ້ວຍຜົນບຸນທ່ານຄູ              ໃຫ້ຄວາມຮູ້ວິຊາການ

 ຄວາມທຸກຢ່າມາພານ          ດວງວີນຍານຂອງທ່ານຄູ

 ພວກເຮົາກະຕັນຍູ                ຫາຄວາມຮູ້ບູຊາຄຸນ  (ຊ້ຳ)

   * ທຳຕົນເປັນຄົນດີ              ຕາມທີ່ຄູສັ່ງສອນມາ

 ຕໍ່ໄປພາຍພາກໜ້າ               ພັດທະນາລາວກ້າວໄປ

 ຍ້ອນໄດ້ປັນຍາໄສ               ແມ່ພີມໄດ້ມອບໄວ້ໃຫ້

 ວັນນີ້ຂໍລາໄປ                      ໃຫ້ມີໄຊທຸກທ່ານເທີນ  (ຊ້ຳ)