ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 22, 2010 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ບໍ່ຮູ້ວ່າຊິແມ່ນແທ້ຫລືບໍ່ວ່າການນອນນິຊິມີສ່ວນບອກນິດໄສໄດ້,ພໍດີວ່າໄປເຫັນຢູ່ Forward mail

ກະເລີຍເອົາມາໃຫ້ອ່ານນຳກັນເບິ່ງ.

ມາເລີ່ມທ່າຈາກທ່າທີ່໑ກັນເລີຍ ນອນຫງາຍ

 ທ່ານອນທີ່ບົ່ງບອກເຖິງຄວາມເປັນໂຕຂອງໂຕເອງຢ່າງແຮງ,ມັກແຕ່ງໂຕ,ຈັບຈ່າຍໃຊ້ສອຍຈຸກຈິກ

ແຕ່ກໍ່ຫາເງີນເກັ່ງພໍສົມຄວນຂໍ້ເສຍຂອງຄົນທີ່ມັກນອນທ່ານີ້ກໍ່ຄືມັກຫຍຸ້ງເລື່ອງຂອງຄົນອື່ນ.....

ທ່າທີ່໒  ນອນຂາໄຂ່ວຫ້າງ

ສະແດງວ່າຄົນທີ່ນອນທ່ານີ້ບໍ່ຄອ່ຍຈະກ້າຍອມຮັບຈາກການປ່ຽນແປງໃດໆໄດ້ງ່າຍໆ,ແຕ່ຫາກຍັງ

ມັກມົກໝຸ້ນຢູ່ກັບເລື່ອງຂອງຕົນເອງ,ມັກຈະຢູ່ຄົນດຽວ,ຂໍ້ດີຂອງຄົນທີ່ມັກນອນທ່ານີ້ກໍ່ຄືມີນ້ຳໃຈອົດ

ທົນກັບເລື່ອງທີ່ເກີດຂື້ນຮອບຕົວໄດ້ດີທີ່ສຸດ.

ທ່າທີ່໓ ນອນເອົາຫົວຢອງມື

ຄົນທີ່ນອນທ່ານີ້ເປັນຄົນສະຫລາດ,ປັນຍາແຫລມຄົມ,ມັກຮຽນຮູ້ສິ່ງໃຫມ່ໆບໍ່ຮູ້ຈັກພໍ,ບາງຄັ້ງກໍ່ມີຄວາມ

ຄິດທີ່ແປກປະຫລາດຈົນເຮັດໃຫ້ຄົນອື່ນຄິດນຳບໍ່ທັນ,ເປັນຄົນໜ້າຮັກ,ເອົາໃຈໃສ່ຄອບຄົວ.ຂໍເສຍກໍ່ຄື

ເປັນຄົນໃຈແຂງແທ້ໆ,ບໍ່ມັກໃຜງ່າຍໆ,ມັກເລືອກ...

ທ່າທີ່໔ ນອນຂວ້ຳ

ຖ້າໃຜທີ່ນອນທ່ານີ້ເກືອບຕະຫລອດຄືນໃຫ້ສຳຫລວດໂຕເອງເບິ່ງວ່າເປັນຄົນໃຈຄັບແຄບຫລືບໍ່,ມັກ

ຈະເອົາໃຈໂຕເອງເປັນໃຫຍ່ແລະຕ້ອງການໃຫ້ຄົນອື່ນເຮັດຕາມຄວາມຕ້ອງການຂອງຕົນເອງຢູ່ສະ

ເຫມີ....

ທ່າທີ່5  ນອນສະແຄງ

ທ່ານີ້ເປັນທ່າຂອງຄົນທີ່ມີຄວາມເຊື່ອຫມັ້ນໃນໂຕເອງແລະບໍ່ວ່າຈະເຮັດວຽກຫຍັງກໍ່ມັກຈະກ້າວໄປສູ່

ຄວາມສຳເລັດດ້ວຍຄວາມມານະອົດທົນຢ່າງສະຫມ່ຳສະເຫມີ,ຍີ່ງໄປກ່ວານັ້ນເພິ່ນວ່າຄົນທີ່ມັກນອນ

ສະແຄງຂວາ,ຢືດແຂນຂວາໄປເທິງຫົວຫນ້ອຍຫນື່ງອຳນາດວາດສະນາຈະດີວ່າຊັ້ນ....

ທ່າທີ່6 ນອນສະແຄງຢົກຂາຂື້ນເບື້ອງຫນື່ງ

ທ່ານີ້ກະເປັນອີກທ່າຫນື່ງທີ່ບໍ່ຄ່ອຍຈະດີປານໃດ,ເພິ່ນວ່າຈະເປັນຄົນຂີ້ລະແວງສົງໄສໂດຍບໍ່ມີເຫດຜົນ,

ມັກຈົ່ມນັ້ນຈົ່ມນີ້,ຂາດຄວາມຫມັ້ນໃຈໃນໂຕເອງແລະອາດຈະກາຍເປັນໂຣກປະສາດໄດ້ງ່າຍໆ....

ທ່າທີ່7  ນອນໂຄ້ງໂຕ

ແລະນີ້ກໍ່ເປັນອີກທ່າຫນື່ງທີ່ຫນ້າຈະເປັນຄົນມັກອິດສາຕາຮອ້ນ,ຢ້ານຄົນອື່ນຊິໄດ້ດີໄປກ່ວາຕົນເອງ,

ເວົ້າງ່າຍໆກໍ່ຄືຂ້ອນຂ້າງຈະເປັນຄົນເຫັນແກ່ໂຕຢ່າງແຮງ,ຫາກຍັງເຈົ້າຄິດເຈົ້າແຄ້ນນຳອີກ....

ທ່າທີ່8   ນອນພັບຂາ ( ທ່າປະຈຳຂອງຂ້າພະເຈົ້າ^_^ )

ຄົນທີ່ນອນທ່ານີ້ກົງກັນຂ້າມກັບຄົນທີ່ນອນໂຄ້ງໂຕ,ເປັນຄົນສຸພາບອ່ອນໂຍນ,ຈິງໃຈ,ຈິດໃຈເຕັມໄປ

ດ້ວຍຄວາມຮັກ...ແຕ່ເບິ່ງຄືກັບວ່າຈະມີກຳມາບັງເພາະຈະເປັນຄົນທີ່ຂາດຄວາມຫມັ້ນໃຈໃນໂຕເອງ

ແລະຂາດຄວາມອົບອຸ່ນໃນຊີວິດ......

ທ່າທີ່9  ນອນຄົດຄືແມວ

ເພິ່ນວ່າເປັນຄົນເຫງົາເສົ້າງ່າຍ,ເພາະວ່າໄປຝັງຈິດຝັງໃຈຢູ່ກັບເລື່ອງເສົ້າໆ,ເລື່ອງຜິດຫວັງຫລືສູນ

ເສຍໃນອະດີດ,ເປັນຄົນຂີ້ລະແວງສົງໄສ,ລັງເລ,ບໍ່ຫມັ້ນໃຈຢູ່ຕະຫລອດເວລາຈື່ງເຮັດໃຫ້ຮູ້ສຶກຂາດ

ຄວາມອົບອຸ່ນຈາກໃຜຄົນຫນື່ງທີ່ເຕີມເທົ່າໃດກະບໍ່ເຕັມວ່າຊັ້ນ....

ທ່າທີ່10  ມັກເອົາຜ້າຫົ່ມປົກຫົວ

ຄົນທີ່ມັກນອນແບບນີ້ເບີ່ງທາງນອກຄືເປັນຄົນເຂັ່ງຂຶມ,ຫນ້າເຊື່ອຖື ແຕ່ທີ່ຈິງແລ້ວເປັນຄົນຂີ້ອາຍ,

ຈິດໃຈອ່ອນແອ,ມັກຈະມີຄວາມລັບແລະຮັກສາຄວາມລັບໄດ້ເກັ່ງອີກນຳ ມີເລື່ອງຫຍັງກໍ່ຈະມັກເກັບ

ໄວ້ໃນໃຈແລະນຳເອົາໄປກັງວົນວຸ້ນວ່າຍໃຈແຖມຍັງຈົມຢູ່ກັບບັນຫານັ້ນຢ່າງບໍ່ຈົບບໍ່ສິ້ນ....

ທ່າທີ່11   (ທ່ານນີ້ມາແປກ)  ນອນຈັບອັນນັ້ນຂອງໂຕເອງ  q*020 q*020

ນອນຈັບ ອວຍວພ ຂອງຕົນເອງ.ຄົນນີ້ເພິ່ນວ່າເປັນຄົນມົກຫມຸ້ນຢູ່ກັບເລື່ອງກາມ ມີຄວາມຕ້ອງການ

ທາງ ພ ສູງ,ໃຈຮ້ອນ,ຄຽດງ່າຍຫາຍໄວ,ຄັນໄດ້ມັກໃຜລະມັກຈົນຫົວປັກຫົວປຳ....q*013 q*013 q*013

ທ່າທີ່12  ນອນລະເມີ

ເປັນຄົນຄິດຫລາຍ,ຝັງຈິດຝັງໃຈຢູ່ກັບເລື່ອງຕ່າງໆບໍ່ຍອມລືມ,ຂາດຄວາມເຊື່ອຫມັ້ນໃນໂຕເອງແລະ

ມັກນຳ(ກົ້ນ)ຂອງຄົນອື່ນຢູ່ສະເຫມີ....

ທ່າທີ່13  ນອນກັດແຂ້ວ

ເປັນຄົນມັກສະສົມຄັນຮົ່ມ(ເກັບກົດ)ບູຮານເພິ່ນເວົ້າວ່າມັກເປັນຄົນອາພັບ,ມັກຄິດໄປເອງແລະມັກເກັບ

ຄວາມທຸກໄວ້ໃນໃຈ,ເບິ່ງທາງນອກຄືມີຄວາມສຸກແຕ່ລັກໄປນອນກັດແຂ້ວທຸກຄືນ....q*020 q*020

 ທ່າທີ່14  ນອນອ້າປາກແລະໂກນ

ຄົນບູຮານເວົ້າວ່າຄົນທີ່ນອນອ້າປາກມັກມີໄພມາບຽດບຽນ,ສຸຂະພາບບໍ່ຄ່ອຍຈະແຂງແຮງ,ແຖມຍັງເປັນ

ຄົນທີ່ມີຄຳວ່າ ອາຍ ເລີຍ.ທີ່ຈິງແລ້ວການນອນແບບນີ້ບໍພຽງແຕ່ບໍ່ດີຕໍ່ສຸຂະພາບແຕ່ຫາກຍັງເຮັດໃຫ້ຄົນ

ຂ້າງໆເຈົ້າລຳຄານ(ທັງກິ່ນທັງສຽງ),ບໍ່ຫນຳຊ້ຳບາງທີມີຄົນແກ້ງເອົາຫຍັງໄປຍັດໃສ່ປາກຕອນນອນກະ

ບໍ່ຮູ້.....555q*013 q*013 q*013

 

 ຖືກຫລືບໍ່ຖືກກະງລອງອ່ານເບິ່ງເດີ,ບໍ່ແມ່ນ ຂພຈ ຂຽນເອງດອກພໍແຕ່ແປຈາກໄທເປັນລາວ

ຊື່ໆແຖມພິມຊ້າອີກ(ເຈັບເສັ້ນຫມົດເລີຍ),ແຕ່ລິກວ່າຊິນອນແບບໃດກະແລ້ວແຕ່ຂໍໃຫ້ສະບາຍ

ໂຕແລ້ວເປັນພໍ.

              q*021 q*021 q*021 q*021 q*021 q*021 q*021 q*021                                                                                                       

                                                                                                         by : alick

                                                                                     from : Forward mail

 

ຖ້າຫາກວ່າຊ້ຳກັບຂອງໃຜ,ບອ່ນໃດພິມຜິດຫລືບໍ່ຖືກຫລັກພາສາລາວກະຂໍອະໄພລ່ວງຫນ້າ