ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຈົ້າຄີດແບບດຽວກັນບໍ່ວ່າ ຢາມເປັນໂສດ ຄົນເຮົານັ້ນມັກຖືໝູ່ຄູ່ເປັນສິ່ງສຳຄັນ, ແຕ່ເມື່ອມີແຟນ ຫຼືແຕ່ງງານໄປແລ້ວ

ມັນຈະເຫີນຫ່າງຈາງໝູ່ຄູ່. ລອງພິຈາລະນາເບິ່ງປະໂຫຍກຕ່າງໆຂ້າງລຸ່ມນີ້ເບິ່ງດູ .

ພິຈາລະນາບັນຫາ : ເວລາມີແຟນ ຄົນເຮົາກໍ່ຢາກຢູ່ກັບແຟນເພາະຢາກເຮັດໃຫ້ຫົວໃຈຫວານຊື່ນ ຊຶ່ງເວລາຢູ່ກັບເພື່ອນ

ແນ່ນອນວ່າບໍ່ຮູ້ສືກຫວານຊື່ນ. ແຕ່ການຢູ່ກັບໝູ່ ຈະໃຫ້ຄວາມຮູ້ສືກທີແຕກຕ່າງ ຄື ຄວາມມ່ວນ ຄວາມອົບອຸ່ນ. ສອງຢ່າງນີ້ຂໍໃຫ້ພິຈະລະນາໃຫ້ດີໆ

ຄິດເຖິງໝູ່ແດ່ຈັກໜ່ອຍ : ຈົ່ງບໍ່ລິຫານໃຫ້ໄດ້ທັງໝູ່ ແລະ ຄົນຮັກ ບາງຄົນມີແຟນແລ້ວຫັນຫຼັງໃຫ້ໝູ່ທັນທີເລີຍ.ການປະພືກແບບນີ້ນອກຈາກ ເປັນສິ່ງ

ບໍ່ສຸພາບແລ້ວ ຍັງເປັນການທຳລາຍມີດຕະພາບທີມີມາດົນອີກດ້ວຍ.

ແບ່ງເວລາໃຫ້ໄດ້ : ຫລົບຫລີກຄວາມຮູ້ສືກທີຢາກຢູ່ໃກ້ແຟນຕະຫຼອດເວລາ, ແຕ່ບໍ່ໝາຍເຖິງຫ້າມພົບກັນໃດລະ. ຈົ່ງຫາເວລາທີແຟນບໍ່ຢູ່ ຫຼືບໍ່ໄດ້ຢູ່ໃກ້

ແຟນ ແລ້ວໄປພົບໝູ່ເພື່ອນ ແລ້ວກໍ່ໂອລົມກັນເລື້ອງຕ່າງໆ ແຕ່ບໍ່ແມ່ນການນອກໃຈແຟນໃດລະ

ມີດຕະພາບທີ່ຢືນຍົງ : ເຫດຜົນທີ່ບໍ່ຄວນປະຕິເສດເພື່ອນຄື ເມືອໃດກໍ່ຕາມທີເຈົ້າແຍກທາງຈາກແຟນແລ້ວ ລຳດັບທຳອີດທີ່ເຈົ້າຕ້ອງຄີດເຖີງ ກໍ່ຄືເພືອນ

ຊະນີດ. ເພື່ອນຈະໃຫ້ຄວາມອົບອຸ່ນແກ່ເຈົ້າ ເມື່ອເຈົ້າຮູ້ສືກໂດດດ່ຽວ ແລະເສົ້າໃຈ ແລະຈະໃຫ້ທີດທາງເດີນກ້າວໄປ

ເພື່ອນຊ່ວຍເສີມສະເໜ່ : ການມີໝູ່ໂອລົມເປັນປະຈຳ ຈະມີເລື້ອງເດັດໆໄປເລົ່າສູ່ຄົນຮັກເຈົ້າຟັງໃນເວລາອອກໄປທ່ຽວນຳກັນ. ເມື່ອເຈົ້າຮັບຮູ້ຫຼາຍໆເລື້ອງ

ເຈົ້າກໍ່ສາມາດເວົ້າເລື້ອງນັ້ນເລື້ອງນີ້ໄດ້ທຸກຄັ້ງທີຢູ່ກັບຄົນຮັກ ໂດຍບໍ່ຕ້ອງນັ່ງອ້າປາກຟັງເຂົາເວົ້າຝ່າຍດຽວ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2009 | ມີ 37 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ໃນຊີວິດນີ້ຂ້ອຍຈະບໍ່ຂໍຮັກໃຜອີກ ນອກຈາກເຈົ້າ

2. ເຈົ້າເປັນຜູ້ຍິງຄົນດຽວທີ່ຂ້ອຍຮັກຫຼາຍທີສຸດ

3. ເຮົາຈະອົດທົນຝ່າຟັນ ແລະ ເປັນແຟນກັນ ໄປຈົນເຖີງວັນແຕ່ງງານ

4. ຂ້ອຍບໍ່ເຄີຍຍອມໃຜຫຼາຍປານນີ້

5. ສິ່ງທີຂ້ອຍເຮັດມານັ້ນແມ່ນຄວາມພະຍາຍາມເຮັດໃຫ້ດີທີສຸດແລ້ວ

6. ຂ້ອຍກາເປັນແບບນີ້ມາແຕ່ໃດໃດ

7. ໃຫ້ອະໄພຂ້ອຍເທາະຂ້ອຍຈະບໍ່ເຮັດແບບນີ້ຕໍ່ໄປ

8. ເຈົ້າບໍ່ຮັກຂ້ອຍກໍ່ບໍ່ເປັນຫຍັງ ຂໍພຽນແຕ່ຂ້ອຍໄດ້ຮັກກັບເຈົ້າກໍ່ພໍ

9. ຄິດເຖິງເຈົ້າຈົນຫ້າມໃຈບໍ່ໄດ້, ອອກມາພົບຂ້ອຍແດ່ເທາະ

10. ຂ້ອຍມັນຊົ່ວຈົນເຈົ້າບໍ່ກ້າໄວໃຈພຸ້ນຫວະ

11. ຂໍນອນກອດເສີຍໆກໍ່ພໍ

12. ຂ້ອຍຮັກໄດ໋ຂ້ອຍຈຶ່ງຢາກໄດ້ຕົວເຈົ້າ

13. ເຂົາຄົນນັ້ນເປັນພຽງເພື່ອນຂອງຂ້ອຍ

14. ຍິງຄົນນັ້ນມາມັກຂ້ອຍແຕ່ຂ້ອຍບໍ່ໄດ້ມີໃຈໃຫ້ເຂົາ

 

ແລ້ວຄິດວ່າແມ່ນຕາມນີ້ແທ້ບໍ່ ?