ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 

 

ໂຄງ­ການ​ກໍ່­ສ້າງ​ຕຶກ​ປິ່ນ­ປົວ​ພະ­ສົງ ຢູ່​ໂຮງ­ໝໍ​ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ວາງ​ສີ​ລາ​ເລີກ ຂຶ້ນ​ວັນ​ທີ 3 ມີ­ນາ 2012 ຜ່ານ​ມາ ໂດຍ​ມີ​ທ່ານ ບຸນ​ທອງ ພົມ­ມະ­ຈັນ ເຈົ້າ­ເມືອງ​ນາ​ຊາຍ​ທອງ ຮອງ​ເຈົ້າ­ເມືອງ ບັນ­ດາ​ພະ­ສົງ​ສຳ​ມະ​ເນນ ອົງ​ການ­ຈັດ­ຕັ້ງ​ເມືອງ​ພ້ອມ​ດ້ວຍ​ອອກ​ຕົນ​ຍາດ​ໂຍມ​ທົ່ວ​ເມືອງ​ເຂົ້າ​ຮ່ວມ.

ໂຄງ­ການ​ກໍ່­ສ້າງ​ຕຶກ​ປິ່ນ­ປົວ​ພະ­ສົງ​ນີ້ ເປັນ​ອາ­ຄານ 2 ຊັ້ນ ຂະ­ໜາດ 14,5x28,5 ແມັດ ທັງ​ໝົດ 15 ຫ້ອງ ໄລ­ຍະ​ການ​ກໍ່­ສ້າງ 18 ເດືອນ ໃຫ້​ສຳ­ເລັດ ໃນ​ມູນ​ຄ່າ​ທັງ​ໝົດ 2.249 ລ້ານ​ກີບ ໂດຍ​ແມ່ນ​ບໍ­ລິ­ສັດ​ບົວ​ຈັນ​ກໍ່­ສ້າງ​ເປັນ​ຜູ້​ຮັບ​ເໝົາ ການ​ສ້າງ​ຕຶກ​ປິ່ນ­ປົວ​ພະ­ສົງ ກໍ​ເພື່ອ​ເປັນ​ການ​ອຳ­ນວຍ​ຄວາມ​ສະ­ດວກ ໃຫ້​ແກ່​ພະ­ສົງ​ທີ່​ໄດ້​ເຂົ້າ​ມາ​ປິ່ນ­ປົວ ໃຫ້​ມີ​ຄວາມ​ສະ­ດວກ​ສະ­ບາຍ​ຂຶ້ນ ທຶນ​ໃນ​ການ​ກໍ່­ສ້າງ​ແມ່ນ​ໄດ້​ມາ​ຈາກ​ການ​ລະ­ດົມ​ຈາກ​ພາກ­ສ່ວນ​ຕ່າງໆ ແຕ່​ກໍ​ຍັງ​ບໍ່​ທັນ​ພຽງ­ພໍ​ເທື່ອ ດັ່ງ­ນັ້ນ ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ມີ​ຈິດ­ໃຈ​ໃສ​ສັດ­ທາ​ທັງ­ຫຼາຍ ບໍ່​ວ່າ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຈົ່ງ​ມາ​ປະ­ກອບ­ສ່ວນ​ປັດ​ໄຈ​ໄດ້​ທີ່​ຫ້ອງ​ວ່າ ການ​ປົກ­ຄອງ​ເມືອງ​ນາ​ຊາຍ​ທອງ ແລະ ວັດ​ປ່າ​ນາ​ຄູນ​ນ້ອຍ ກໍ​ໄດ້​ເພື່ອ​ເຮັດ​ໃຫ້­ການ​ສ້າງ​ຕຶກ​ປິ່ນ­ປົວ​ພະ­ສົງ​ຫຼັງ​ດັ່ງ­ກ່າວ​ນີ້ ໃຫ້​ສຳ­ເລັດ​ໄປ​ດ້ວຍ​ດີ.

Delicious Digg Fark Twitter