ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

  ຕື່ມຕີນໃຫ້ງູ ຫລັງຈາກເຈົ້າແຕ້ມມັນແລ້ວ 

ມົດຕົວດຽວສາມາດພັງເຂື່ອນກັ້ນນ້ໍາໄດ້ 

ປື້ມອ່ານຫົວນຶ່ງຊ່ໍາກັບຄໍາເຕັມເຮືອນ 

ຂ້າມ້າລໍຫລັງຈາກມັນປິ່ນໂຮງສີເຂົ້າແລ້ວ 

ກາຢູ່ໃສ່ມັນກໍສີດໍາ 

ທໍາລາຍຂົວໃນທັນທີ ຫລັງຈາກຂວ້າມຫວິດ 

ນ້ໍາຢູ່ໃກບໍ່ສາມາດມອດໄຟທີ່ໃໝ້ໃກ້ໆມື 

ນ້ໍາຢູ່ໃກບໍ່ສາມາດຈະແກ້ຄວາມຫີວກະຫາຍໃນປັດຈຸບັນທັນດ່ວນ 

ຝັນຕ່າງຝັນ ທັງໆທີ່ນອນຕຽງດຽວກັນ 

ພາດໂອກາດລັກໃກ່ໃນຕອນທີ່ມັນມາກິນເຫຍື່ອລໍ້ 

ເມື່ອຕົກລົງຂຸມແລ້ວ ຈຶ່ງຮູ້ສຶກວ່າຕົນໂຕໃຫຍ່ 

ແມງວັນຈະບໍ່ຕອມໄຂ່ທີ່ບໍ່ມີຮອຍແຕກ 

ບ່ອງຫູເບື້ອງດຽວ ກ່ອນຈະເລີ່ມເຂົ້າສູ່ງານວິວາ 

ຈະພໍ້ງາຊ້າງຢູ່ນໍາປາກໝາໄດ້ແນວໃດ? 

ບໍ່ອາດມອດໄຟໃໝ້ກວຽນຟືນດ້ວຍນ້ໍາຈອກດຽວ 

ຖ້າລູກບໍ່ໄດ້ຮັບການສຶກສາ ຄວນຕໍານິພໍ່ມັນ 

ຖ້າບໍ່ເຄີຍເຮັດບາບ ກໍບໍ່ຕ້ອງຢ້ານບາບຊິມາເຄາະປະຕູເຮືອນ 

ກ້ອນຢົກໄຮ້ລາຄາຈົນກວ່າຈະຖືກເຈັຽຣະໄນ, ຄົນໄຮ້ລາຄາຈົນກວ່າໄດ້ຮັບການສຶກສາ. 

ຍົກກ້ອນຫີນເພື່ອຖິ້ມໃສ່ຕີນໂຕເອງ 

ບໍ່ມີລົມ ກໍບໍ່ມີຄື້ນ 

ຕາງຄົນຕາງບໍລິຈາກດົ້ນຟືນ ຈຶ່ງຈະສຸມໄຟກອງໃຫຍ່ໄດ້ 

......ເຊີນອ່ານຄໍາຄົມຊຸດໜ້າ.....