ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

alt,,,alt

alt

ໂອກາດ

ຄວາມເຂົ້າໃຈຜິດເລັກໆ ນ້ອຍໆ

ເປັນບໍ່ເກີດແຫ່ງຄວາມຮັກທີ່ເຈັບປວດທໍລະມານ

ຫາກຄວາມເຂົ້າໃຈຜິດເລັກໆ ນ້ອຍໆ ສະສົມ

ຈົນກາຍເປັນຂີ້ໝ້ຽງຈັບຢູ່ໃນໃຈ

ເມື່ອເຖິງຂັ້ນນັ້ນ ຄວາມຫ່າງເຫີນ ຄວາມເຈັບປວດ

ແລະ ຄວາມບໍ່ໄວ້ເນື້ອເຊື່ອໃຈ

ຈະເພີ່ມທະວີແຂ່ງແກ່ນຂື້ນ ຢ່າງວ່ອງໄວ

ຄວາມຮັກ ແລະ ມິດຕະພາບ ທີ່ຮ່ວມກັນສ້າງມາ

ຢ່າງຍາກລຳບາກ...ກໍຈະຈົບລົງງ່າຍໆ.

..............................

ການເວົ້າຈາກັນ ເປັນຢາລະລາຍຂີ້ໝ້ຽງນັ້ນ

ອອກຈາກໃຈໄດ້

ອະທິບາຍ....ຮັບຮູ້.....ຮັບຟັງ...ທຳຄວາມເຂົ້າໃຈ

ຂີ້ໝ້ຽງທີ່ເກາະຢູ່ໃນໃຈນັ້ນ

ອາດຈະກາຍເປັນຢາດີຊາບຊືມເຂົ້າດວງໃຈ

ແລະທຳລາຍຄວາມເຂົ້າໃຈຜິດເຫຼົ່ານັ້ນໃຫ້ໝົດໄປ...

.....................................

ເມື່ອມີບັນຫາໃດ ໆ ....ຈົ່ງໃຫ້ໂອກາດ

ກ່ອນອື່ນຢ່າປິດກັ້ນຕົວເອງ

ດ້ວຍການເວົ້າຈາ...ເພື່ອແລກປ່ຽນຄວາມເຂົ້າໃຈ

ໃຫ້ໂອກາດອີກຝ່າຍ ແລະ ໃຫ້ໂອກາດຕົວເອງ

ໃຫ້ພາສາໃຈໄດ້ສື່ສານກັນດີກວ່າ...

alt