ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

 ມີ​ໃຜ​ແດ່​ທີ່​ເຄີຍຮັກຄົນ​ຄົນ​ຫນຶ່ງ​ຢ່າງ​ຈິງ​ຈັງ, ຄົນ​ຄົນ​ຫນຶ່ງ​ທີ່​ເຮົາບໍ່​ເຄີຍ​ຮູ້ຈັກ​ມາ​ກ່ອນ ຄົນ​ຄົນ​ຫນຶ່ງ​ທີ່​ເຮົາບໍ່​ເຄີຍ​ຄິດ​ວ່າ​ຈະ​ໄດ້​ພົບ​ກັນ…..​​ເມື່ອ​ມື້​ຫນຶ່ງ​ໂຊກ​ຊະ​ຕາ​ຫລິ້ນຕະຫລົກ​ກັບ​ເຮົາ​ເຮັດ​ໃຫ້​ເຮົາ​ໄດ້​ມາ​ພົບ​ກັບ​ຄົນໆ​ນັ້ນ ​ແລະ ​ໂຊກ​ຊະ​ຕາ​ກໍ​ນຳພາ​ໃຫ້​ເຮົາ​ແລະ​​ເຂົາຄົນ​ນັ້ນ​ໄດ້ຮ່ວມ​ເສ້ນ​ທາງ​ເດີນ​ອັນ​ດຽວ​ກັນ….​ເຮົາບໍ່​ອາດ​ຮູ້​ໄດ້​ເລີຍ​ວ່າການ​ເດີນທາງ​ຂອງ​ເຮົາ​ກັບ​ຄົນ​ຄົນ​ນັ້ນ​ຈະ​ຍາວ​ໄກ​ພຽງ​ໃດ…..ຊ່ວງ​ເວລາ​ທີ່​ມີຮ່ວມກັນ​ນັ້ນ​ກໍ​ຕ້ອງ​ຢຸດ​ຊະ​ງັກ​ເມື່ອ​ການ​ເດີນທາງ​ມາ​ເຖິງ​ຈຸດ​ທີ່​ຕ້ອງ​ປ່ຽນ​ແປ​ງ ນັ້ນ​ກໍ​ຄື​ທາງ​ແຍກ….​ເມື່ອ​ທາງ​ແຍກ​ໄດ້​ປາກົດ​ຂຶ້ນ​ຢູ່​ຕໍ່ຫນ້າ​ຂອງ​ຄົນ​ທັງ​ສອງ​ຢ່າງ​ບໍ່​ອາດສາມາດ​ປະຕິ​ເສດ​ໄດ້​ເຮົາຈຶ່ງ​ຮູ້ສຶກ​ວ່າ​​ໄລຍະ​ທາງ​ທີ່​ເຮົາ​ໄດ້​ເດີນ​ຮ່ວມ​ກັນ​ນັ້ນ​ມັນ​ແສນ​ສັ້ນ​ເຫລືອ​ເກີນ……​ຄວາມ​ຮູ້ສຶກ​ບາງ​ຢ່າງ​ໄດ້​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເຮົາ​ ແລະ​ ເຮົາ​ບໍ່​ອາດ​ຮູ້​ໄດ້ວ່າຄວາມ​ຮູ້ສຶກ​ບາງ​ຢ່າງ​ທີ່​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ຄົນ​ທີ່ຮ່ວມທາງ​ມາ​ກັບ​ເຮົານັ້ນ​ເປັນ​ແບບ​ໃດ…..​ເຖິງ​ວ່າ​ເຮົາຈະ​ຢາກ​ໃຫ້​ໄລຍະ​ທາງ​ ແລະ​ ເວລາ​ທີ່​ເຮົາ​ເດີນ​ຄຽງ​ກັບ​ຄົນ​ຄົນ​ນັ້ນ​ຍາວ​ໄກ​ອອກ​ໄປ​ອີກ​ພຽງ​ໃດ​ກໍ່ຕາມ ​ແຕ່​ເຮົາກໍ​ຮູ້​ດີ​ວ່າ….​ມັນ​ບໍ່​ສາມາດ​ເປັນ​ໄປ​ໄດ້……​ເຮົາ​ ແລະ ​ເຂົາ​ຕ່າງ​ກໍ່​ມີ​ທາງ​ທີ່​ຈະ​ຕ້ອງ​ເດີນ​ໄປ……​ເຮົາ​ຈຶ່ງ​ເຮັດ​ໄດ້​ພຽງ​ແຕ່​ເກັບ​​ເອົາ​ຄວາມ​ຮູ່ສຶກທີ່​ດີໆ ທີ່​ເກີດ​ຂຶ້ນ​ໃນ​ຊ່ວງ​ທີ່​ເຮົາ​ ແລະ ​ເຂົາ​ຄົນ​ນັ້ນ​ໄດ້​ມີ​ຮ່ວມ​ກັນ…..​ເຮົາ​ອາດ​ຈະ​ຮູ້ສຶກ​ເຈັບ​ປວດ​ກັບ​ການ​ທີ່​ຕ້ອງ​ຢືນ​ເບິ່ງ​ການ​ຈາກ​ໄປ​ຂອງ​ເຂົາ​ຄົນ​ນັ້ນ​ໂດຍ​ທີ່​ບໍ່​ສາມາດ​ເຮັດ​ຫຍັງ​ໄດ້…..​ແຕ່​ນັ້ນ​ຄື​ຄວາມ​ຈິງ​ຂອງ​ຈຸດ​ຈົບ​ຂອງ​ການ​ເດີນທາງຮ່ວມກັນ.

ຄັ້ງ​ຫນຶ່ງ​ຂ້ອຍ​ເຄີຍ​ຢືນ​ເບິ່ງ​ການ​ຈາກ​ໄປ​ປຂອງ​ເຂົາ​ຄົນ​ນັ້ນຢູ່​ງຽງໆ ຄົນດຽວ…..ຂ້ອຍ​ຢືນ​ເບິ່ງ​ເບື້ອງ​ຫລັງ​ຂອງ​ເຂົາ​ທີ່​ເຄື່ອນ​ໄກ​ອອກ​ໄ…ອ​ອກ​ໄປ…​ຈົນ​ລັບ​ຕາ….​ໂດຍ​ທີ່​ບໍ່​ມີ​ພາບ​ຂອງ​ການ​ຫລຽວ​ກັບ​ມາ​ຂອງ​ເຂົາ​ຄົນ​ນັ້ນ​ເລີຍ…………………………………………………………………………

ຂ້ອຍ​ຈື່​ບໍ່​ໄດ້​ວ່າ​ຂ້ອຍ​ຢືນ​ຢູ່​ແບບ​ນັ້ນ, ນະ​ບ່ອນ​ນັ້ນ​ດົນ​ນານ​ພຽງ​ໃດ…ຂ້ອຍ​ຮູ້​ແຕ່​ວ່າ​ເວລາ​ນີ້​ເຖິງ​ເວລາ​ແລ້ວ​ທີ່​ຂ້ອຍ​ຕ້ອງ​ເດິ​ນທາງ​ຕໍ່​ໄປ….​ຂ້ອຍ​ບໍ່​ສາມາດ​ຮູ້​ໄດ້​ເລີຍ​ວ່າ​ທາງ​ທີ່​ຂ້ອຍ​ຈະ​ເດີນ​ໄປ​ນັ້ນ​ຈະ​ເປັນ​ແນວ​ໃດ ​ແລະ ຂ້ອຍ​ຈະ​ໄດ້​ພົບ​ເຈີ​ກັບ​ຫຍັງ​ແດ່….​ແຕ່​ຄວາມ​ຈິງ​ຂອງ​ຊີວິດ….​ຂອງ​ຂ້ອຍ….​ຂ້ອຍ​ຕ້ອງ​ອອກ​ເດີນທາງ​ອີກ​ຄັ້ງ….

      ໂຊກ​ດີ​ເດີ​ທີ່ຮັກຂອງ​ຂ້ອຍ….​ເຖິງ​ວ່າ​ມື້​ນີ້​ຂ້ອຍ​ຈະ​ບໍ່​ມີ​ເຈົ້າ​ຍ່າງຄຽງ​ຂ້າງດັ່ງ​ວັນ​ວານ ​ແຕ່​ຂ້ອຍ​ຍັງ​ຄົງ​ຕ້ອງ​ເດີນ​ຕໍ່, ​ເຖິງ​ວ່າ​ມື້​ນີ້​ຂ້ອຍ​ຈະ​ຍັງ​ເຈັບ​ປວດ​ແຕ່​ຂ້ອຍ​ຍັງ​ຄົງ​ຕ້ອງ​ຫາຍ​ໃຈ ​ແລະ ມື້ຫນຶ່ງ​ຂ້ອຍ​ຈະ​ກັບ​ມາ​ມີ​ຄວາມສຸກ​ເຫມືອນ​ທີ່​ເຄີຍ​ເປັນ…….

Delicious Digg Fark Twitter
Fem
ອ່ານຄືນຫຼັງ
ໝວດໝູ່