ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

Many people think that high educated people will always do things perfectly, they will think before do such things....once i used to believe like that, but when i experienced by my self i can say that it's not true. human is human can't be something else. human is selfish enough to do such things for serve them self. 

once, I love a high educated man. I thought he might be difference from other man who I ever met, those low education men. the fact that i have learned, education doesn't help at all. sensitive or not depends on their natural and some of treated environment. high education doesn't teach a man to tell a woman before he would leave her. his education doesn't help him to think that he should at least tell her that what kind of relationship he will give her.

i don't blame his education, but he is him self. that's the way he is. if a girl loved him, she must be stand for that, his habit. may be i don't really love him, i don't want to stand for that. but i still think that, he should know about him self, so he won't give the girl who loves him upset. 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນີ້ແມ່ນເລື່ອງທີ່ຫນ້າເສົ້າປົນຕະຫລົກອີກເລື່ອງຫນຶ່ງກ່ຽວກັບຄວາມຮັກຂອງສາວລາວນາງຫນຶ່ງ ນາງມີຊື່ວ່າ ກໍ. ສາວ ກໍ ເປັນຜູ້ຍິງທີ່ງາມພໍ​ປານ​ກັບ​ນາງ​ໃນ​ວັນນະຄະດີ​ທີ່​ມີ​ຄີງ​ກົມ​ສ້ວຍ, ​ໃບ​ຫນ້າ​ຮູບ​ໄຂ່, ຮູ​ປຮ່າງ​ອອນ​ລະ​ຊອນ, ນາງ​ມີ​ທຸກ​ຢ່າງ​ທີ່​ຜູ້ຍິງ​ປາດ​ຖະຫນາ ຈົນ​ບັດ​ນີ້​ອາຍຸ​ຂອງ​ນາງ​ຍ່າງ​ເຂົ້າ​ເຖິງ​ເລກ​ 3 ​ແລ້ວ ​ແຕ່​ຄວາມ​ງາມ​ຂອງ​ນາງ​ກໍ່​ຍັງ​ຄົງ​ບໍ່​ປ່ຽນ​ແປງ. ນອກຈາກ​ຄວາມ​ງາມ​ແລ້ວ​ນາງ​ຍັງມີ​ຄວາມ​ຮູ້ແລະກາຮສຶກສາສູງເຖິງຂັ້ນປະລິນຍາໂທ, ຄວາມສະຫລາດ ແລະ ມີຊາດຕະກູນທີ່ດີ ຫລື ເວົ້າໄດ້ວ່າເປັນຜູ້ຍິງທີ່ເກືອບສົມບູນແບບ, ເປັນຜູ້ຍິງທີ່ພຽບພ້ອມໄປດ້ວຍຮູບສົມບັດແລະຄຸນສົມບັດ. ​ແຕ່​ເປັນ​ທີ່​ຫນ້າ​ແປກ​ໃຈ​ວ່າ​ເປັນ​ຫຍັງ​ນາງຈຶ່ງ​ຄອງ​ຕົວ​ເປັນ​ໂສດ ​ແລະ ​ບໍ່​ມີ​ແຟນນຳ​ບ້ານ​ນຳ​ເມືອງ​ເພິ່ນ.

      ຄວາມ​ເປັນ​ມາ​ກໍ່​ມີ​ຢູ່​ວ່າ​ ນາງ​ສາວ ກໍ ນີ້​ເຄີຍ​ມີ​​ແຟນມາ​ແລ້ວ​ຫລາຍ​ຄົນ​ແຕ່​ກໍ່​ບໍ່​ສົມ​ຫວັງ​ນຳ​ເຂົາ​ຈັກ​ເທື່ອ ຄົບ​ຜູ້​ຊາຍ​ຄົນ​ໃດ໋ກະຕ້ອງ​ເສຍ​ໃຈ​ຢູ່​ເລື້ອຍ, ຖ້າ​ເຂົາ​ບໍ່​ຫນີ​ປະ​ກໍ່​ແມ່ນ​ມີ​ການ​ປະພຶດ​ທີ່​ບໍ່​ດີ​ຕໍ່​ນາງ ​ເຮັດ​ໃຫ້​ນາງ​ບໍ່​ສາມາດ​ອົດທົນ​ກັບ​ພວກ​ຜູ້​ຊາຍ​ເຫລົ່າ​ນັ້ນ​ໄດ້ ສຸດ​ທ້າຍ​ກໍ່​ຕ້ອງ​ເປັນ​ຝ່າຍ​ຫນີ​ໄປ​ເອງ. ນາງ​ຜ່ານ​ຄວາມ​ເສົ້າ​ໂສກ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ມາ​ຫລາຍ​ຕໍ່​ຫລາຍ​ຄັ້ງ ​ແລະ ​ແຕ່​ລະ​ຄັ້ງ​ມັນ​ໄດ້​ເຮັດ​ໃຫ້​ນາງ​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ແຕ່​ໃນ​ອີກ​ເບື້ອງ​ຫນຶ່ງ​ຂອງ​ຄວາມ​ເຈັບ​ປວດ​ແລະ​ຜິດ​ຫວັງ​ນັ້ນ​ມັນ​ໄດ້​ເຮັດ​ໃຫ້​ນາງ​ກາຍ​ເປັນ​ຄົນ​ເຢັນ​ຊາ​ຕໍ່​ຄວາມ​ຮັກ​ແລະ​ຄວາມ​ອົດທົນ​ທີ່​ມີ​ຕໍ່​ຄົນ​ຮັກ​ໃຫມ່​ຂອງ​ນາງ​ນັ້ນ​ຫລຸດ​ຫນ້ອຍ​ຖອຍ​ລົງ​ນັບ​ມື້.

      ຄວາມ​ຮັກ​ຄັ້ງລ່າ​ສຸດ​ຂອງ​ນາງ​ໄດ້​ເກີດ​ຂຶ້ນ​​ເມື່ອ​ປະມານ​ກາງ​ປີ 2008 ນີ້​ເອງ. ນາງ ກໍ ​ໄດ້​ບັງ​ເອີນ​ພົບ​ກັບ​ບ່າວ​ຕ່າງປະ​ເທດ​ຄົນ​ຫນຶ່ງ ທີ່​ມີ​ອາຍຸ​ຫ່າງ​ກັນ​ພຽງ​ປີ​ດຽວ ​ແຕ່​ວ່າ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ມີ​ການ​ສຶກສາ​ສູງ​ລະດັບ​ດ໊ອກ​ເຕີ​ດ້ານ​ມະນຸດ​ວິທະຍາ ທີ່​ເດີນທາງ​ມາ​ເຮັດ​ວຽກ​ຢູ່​ປະ​ເທດ​ລາວ​ໃນ​ບໍລິສັດ​ຂອງ​ຕ່າງປະ​ເທດທີ່​ມີ​ຊື່​ສຽງ​ແຫ່ງ​ຫນຶ່ງ​ໃນ​ລາວ. ທັງ​ສອງ​ໄດ້​ເລີ່​ມຄົບ​ຫາ ຫລື ທີ່​ຟລັ່ງ​ເອີ້ນ​ວ່າ​ອອກ​ເດດ ​ກັນ​ມາ​ໄດ້​ໄລຍະ​ຫນຶ່ງ ​ແຕ່​ວ່າ​ທັງ​ສອງ​ຄົນ​ນີ້​ບໍ່​ໄດ້​ລົມ​ກັນ​ຢ່າງ​ເປັນ​ທາງ​ການ​ວ່າ​ພວກ​ເຂົາ​ຈະ​ຄົບ​ກັນ​ໃນ​ຖານະ​ໃດ໋, ບໍ່​ເຄີຍ​ບອກ​ຮັກ​ກັນ, ອອກ​ງານ​ສັງຄົມ​ນຳ​ກັນ​ຢ່າງ​ເປີດ​ເຜີຍ​ແຕ່​ບໍ່​ໄດ້​ແນະນຳ​ກັນ​ໃນ​ຖານະ​ແຟນ. ທັງ​ສອງ​ຄົນ​ນີ້​ເຮັດ​ວຽກ​ຢູ້ຄົນ​ລະ​ແຂວງ, ຜູ້​ຊາຍ​ເຮັດ​ວຽກ​ຢູ່​​ເຊ​ໂປ​ນ; ​ແຂວງສະຫວັນ​ນະ​ເຂດ ສ່ວນ​ຜູ້ຍິງ​ເຮັດ​ວຽກ​ຢູ່​ທ່າ​ແຂກ ​ເຊິ່ງທັງ​ສອງ​ຄົນ​ນີ້​ບໍ່​ຄ່ອຍ​ໄດ້​ພົບ​ກັນ​ຄື​ຄູ່​ຮັກ​ຄູ່ອື່ນໆ ​ແຕ່​ພວກ​ເຂົາ​ກໍ່​ໂທ​ຫາ​ກັນ ​ແລະ ສົ່ງ​ຂໍ້ຄວາມ​ຫາ​ກັນ​ຕາມ​ພາສາ​ຂອງ​ຄົນ​ທີ່​ຄິດ​ຮອດກັນ. ​ຊາຍ​ຫນຸ່ມ​ກໍມີ​ທ່າ​ທີ​ວ່າ​ຈະ​ມີ​ໃຈ​ໃຫ້​ກັບ​ສາວ ກໍ ພໍ​ສົມຄວນ. ສາວ​ ກໍ ​ໄດ້​ເກີດ​ຄວາມ​ຮູ້ສຶກ​ດີ​ກັບ​ຊາຍ​ຫນຸ່ມ​ຜູ້​ນີ້​ເຊັ່ນ​ກັນ.

​ເມື່ອ​ບໍ່​ດົນ​ມາ​ນີ້​ສາວ ກໍ ​ໄດ້​ຊັກ​ຊວນ​ໃຫ້​ຊາຍ​ຫມຸ່ມມາ​ຢ້ຽມຢາມ​ເຮືອນ​ຂອງ​ຕົນ​ ​ເຊິ່ງຊາຍ​ຫນຸ່ມ​ຕ່າງ​ຊາດ​ຜູ້​ນີ້​ກໍ່​ໄປ​ຢາມ​ບ້ານ​ຂອງ ກໍ ດ້ວຍ​ຄວາມ​ເຕັມ​ໃຈ. ຖ້າ​ຈະ​ເວົ້າ​ໄປ​ວ່າ​ຊາຍ​ຫນຸ່ມ​ບໍ່​ເຂົ້າ​ວ່າການ​ທີ່​ນາງ​ສາວ ກໍ່ ພາ​ຕົນ​ເຂົ້າ​ເຮືອນ​ນັ້ນ​ມີ​ຄວາມ​ຫມາຍ​ແນວ​ໃດ໋ກໍ່​ຕອບ​ໄດ້​ຍາກ ​ເພາະວ່າ​ຊາຍ​ຫນຸ່ມ​ຜູ້​ນີ້​ເຄີຍ​ມາ​ສຶກສາ​ແລະ​ອາ​ໃສ​ຢູ່​ໃນ​ລາວ​ກ່ອນ​ຫນ້າ​ນີ້​ຫລາຍ​ປີ​ແລ້ວ​ແລະ​ກໍ່​ເຄີຍ​ມີ​ແຟນ​ເປັນ​ສາວ​ລາວ​ມາ​ກ່ອນ. ການ​ໄປ​ຢາມ​ບ້ານ​ເຮືອນ​ກໍ່​ອາດ​ເວົ້າ​ໄດ້​ວ່າ​ເປັນ​ເລື່ອງ​ປົກກະຕິ​ຂອງ​ຫມູ່​ເພື່ອນ ​ແຕ່​​ໃນ​ກໍລະນີ​ນີ້ ນາງ​ສາວ ກໍ ​ໄດ້​ຖືກ​ເພັ່ງ​ເລັງ​ຈາກ​ຍາດ​ພີ່ນ້ອງ​ເພາະ​ທີ່​ຜ່ານມາ​ເຖິງ​ວ່າ​ນາງ​ຈະ​ມີ​ແຟນມາ​ຫລາຍ​ຄົນ​ແລ້ວ​ແຕ່​ນາງ​ກໍ່​ບໍ່​ໄດ້ພາ​ໃຜ​ເຂົ້າ​ເຮືອນ ​ເຂົ້າຊານ​ຈັກ​ເທື່ອ. ​ແຕ່​ພໍ່​ແມ່​ຂອງ​ນາງ​ກໍ່​ບໍ່​ໄດ້​ວ່າ​ຫຍັງ​ຫລາຍ​ແລະ​ປ່ອຍ​ໃຫ້​ເປັນ​ເລື່ອງ​ຂອງ​ນາງ​ເອງ.

ຫລັງ​ຈາກ​ການ​ຢ້ຽມຢາມ​ຂອງ​ຊາຍ​ຫນຸ່ມ​ໄດ້​ຊິ້ນ​ສຸດ​ລົງ​ແລ້ວ ຊາຍ​ຫນຸ່ມ​ກໍ່​ໄດ້​ກັບ​ເມືອ​ວຽງ​ຈັນ​ເຮັດ​ວຽກ​ຢູ່​ວຽງ​ຈັນ​ກ່ອນ​ແລະ​ມີ​ແຜນ​ຈະ​ກັບ​ເມືອ​ປະ​ເທດ​ຂອງ​ຕົນ​ໃນ​ວັນ​ຄຮິ​ສມາດ​ເພື່ອ​ສະຫລອງ​ກັບ​ຄອບຄົວ, ຊາຍຫນຸ່ມໄດ້ບອກກັບສາວ ກໍ ວ່າ ເຂົາວາງແຜນໄວ້ວ່າຈະກັບມາລາວກ່ອນປີໃຫມ່ສາກົນ ແລະ ອາດຈະມີແຜນໄປທ່ຽວຕ່າງປະເທດກັບສາວ ກໍ. ຫລັງຈາກຊາຍຫນຸ່ມກັບໄປເຖິງວຽງຈັນໄດ້ພຽງສອງມື້ ຊາຍຫນຸ່ມກໍ່ເກີດການລົ້ມປ່ວຍກະທັນຫັນເນື່ອງຈາກອາຫານເປັນພິດ ເພາະເມື່ອກັບໄປເຖິງວຽງຈັນແລ້ວຊາຍຫນຸ່ມໄດ້ອອກໄປທ່ຽວກິນເບຍກັບຫມູ່ເພື່ອນເດິກດື່ນແລະກິນພິຊຊາ ເຮັດໃຫ້ລາວບໍ່ສະບາຍຢ່າງຫນັກ. ຊາຍຫນຸ່ມໄດ້ສົ່ງຂໍ້ຄວາມມາຫາຍິງສາວບອກວ່າຕົນເອງບໍ່ສະບາຍມີອາການຖ່າຍແລະຮາກບໍ່ຢຸດເຮັດໃຫ້ເມື່ອແຮງ. ຍິງສາວຮູ້ແນວນັ້ນຈຶ່ງໂທໄປຖາມອາການດ້ວຍຄວາມເປັຍຫ່ວງເປັນໃຍເປັນໄລຍະໆ ແລະ ບອກໃຫ້ຊາຍຫນຸ່ມໄປໂຮງຫມໍແຕ່ຊາຍຫນຸ່ມກັບປະຕິເສດແລະບອກວ່າຈະລໍຖ້າຟັງອາການກ່ອນ ຖ້າສ້ບໍ່ດີຂຶ້ນຈຶ່ງຈະໄປໂຮງຫມໍ. ເວລາຜ່ານໄປເຄິ່ງມື້ຍິງສາວພະຍາຍາມຕິດຕໍ່ຊາຍຫນຸ່ມເພື່ອສອບຖາມອາການແລະພົບວ່າຊາຍຫນຸ່ມມີອາການຫນັກກວ່າເກົ່າຍິງສາວຈິ່ງໂທບອກໃຫ້ຫມູ່ທີ່ຢູ່ວຽງຈັນຊ່ວຍໄປເບິ່ງແຍງຊາຍຫນຸ່ມໃຫ້ແທນ. ຫລັງຈາກນັ້ນເພື່ອຂອງສາວ ກໍ ກໍ່ໄປຕາມທີ່ສາວ ກໍ ຂໍຮ້ອງແລະພົບວ່າຊາຍຫນຸ່ມນັ້ນບໍ່ສະບາຍແຮງແຕ່ລາວກໍ່ບໍ່ຍອມໄປໂຮງຫມໍ ຈົນເຖິງຕອນແລງຂອງມື້ດຽວກັນນັ້ນເອງນາງສາວ ກໍ ກໍ່ໂທໄປຫາອີກແລະຮູ້ວ່າຊາຍຫນຸ່ມອາການຫນັກຈຶ່ງໄດ້ຂໍຮ້ອງໃຫ້ໄປໂຮງຫມແລະຊາຍຫນຸ່ມກໍ່ຕົກລົງໃຈໄປໂຮງຫມໍ ໂດຍທີ່ສາວ ກໍ ໄດ້ຂໍຮ້ອງໃຫ້ຫມູ່ຂອງຕົນຊ່ວຍເປັນຜູ້ດູແລທຸກຢ່າງຈົນຊາຍຫນຸ່ມດີຂຶ້ນແລະອອກຈາກໂຮງຫມໍໄປພັກຢູ່ເຮືອນ. ຫລັງຈາກອອກຈາກໂຮງຫມໍແລ້ວຊາຍຫນຸ່ມແລະຍິງສາວກໍໄດ້ໂທຕິດຕໍ່ກັນປະມານສອງມື້ແລະຫລັງຈາກນັ້ນຈົນຮອດມື້ນີ້ທັງສອງກໍ່ບໍ່ໄດ້ຕິດຕໍ່ກັນອີກເລີຍ. ສາວ ກໍ ເອງກໍ່ບໍ່ໄດ້ໂທ ແລະ ຊາຍຫນຸ່ມເອງກໍ່ບໍ່ໄດ້ໂທຫາ ກໍ ອີກເລີຍ. ສາວ ກໍ ຍັງຄິດຮອກຊາຍຫນຸ່ມແລະຫລຽວແນມເບິ່ງໂທລະສັບທຸກມື້ ເພື່ອວ່າບາງທີ່ອາດຈະມີຂໍ້ຄວາມຫລືສາຍທີ່ບໍ່ໄດ້ຮັບຈາກຊາຍຫນຸ່ມຄົນນັ້ນ.

ເຫດຜົນທີ່ ກໍ ບໍ່ຍອມໂທຫາຊາຍຫນຸ່ມນັ້ນກໍ່ຍ້ອນວ່າ ຊາຍຫນຸ່ມບໍ່ຄ່ອຍໂທຫາ ກໍ ແລະ ສ່ວນໃຫຍ່ແລ້ວແມ່ນ ກໍ ເປັນຜູ້ໂທ ຫລື ສົ່ງຂໍ້ຄວາມຫາ ຊ້ຳບໍ່ພໍຊາຍຫນຸ່ມບໍ່ເຄີຍກ່າວຄຳຂອບໃຈຕໍ່ ກໍ ເລີຍທີ່ນາງທັງເປັນຫ່ວງເປັນໃຍ ແລະ ຂໍຮ້ອງໃຫ້ຫມູ່ໄປຊ່ວຍເຫລືອ ແລະ ເບິ່ງແຍງຕົນ. ທຸກຄັ້ງທີ່ຊາຍຫນຸ່ມເຫງົາ ຫລື ບໍ່ມີທາງໄປ ຊາຍຫນຸ່ມຈະໂທມາຫາ ກໍ ແຕ່ເມື່ອ ກໍ ເຫງົາ ຊາຍຫນຸ່ມບໍ່ແມ້ແຕ່ຈະຖາມໄຖ່ຄວາມຮູ້ສຶກຂອງນາງ ນີ້ອາດເປັນເຫດຜົນທີ່ເຮັດໃຫ້ ກໍ ຕັດສິນໃຈບໍ່ຍອມໂທຫາຊາຍຫນຸ່ມຕ່າງປະເທດຄົນນັ້ນອີກ. ນາງອາດຈະບໍ່ມີຄວາມຫວັງແລະ ຄວາມອົດທົນຫລົງເຫລືອຢູ່ອີກແລ້ວກໍ່ເປັນໄດ້. ເຖິງວ່າ ກໍ ຈະຮັກຄົນຮັກຂອງຕົນພຽງໃດ ແຕ່ ກໍ ກໍ່ບໍ່ອາດທຳຮ້າຍຕົນເອງເພື່ອຄນຮັກທີ່ບໍ່ເຄີຍເຫັນຄຸນຄ່າແລະບໍ່ເຄີຍຮັກ ກໍ ເລີຍ.

  

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

​    ກາລະຄັ້ງຫນຶ່ງດົນນານມາແລ້ວ ຍັງມີຍິງສາວຄົນຫນຶ່ງ, ນາງເປັນຍິງສາວທີ່ສະຫງ່າງາມ, ສະຫລາດ ແລະ ເຂັ້ມແຂງ. ນາງສາວຄົນນີ້ມີຈຸດພິເສດກໍ່ຄື ມັກໃສ່ແຫວນ ເຊິ່ງນາງຖືວ່າເປັນເຄື່ອງປະດັບປະຈຳຕົວທີ່ນາງໃສ່ບໍ່ເຄີຍຂາດ. ສະນັ້ນແຫວນແຕ່ລະວົງທີ່ນາງໃສ່ຈຶ່ງງົດງາມເພາະລ້ວນແລ້ວແຕ່ຜ່ານການຄັດເລືອກມາແລ້ວທັງນັ້ນ. ເຖິງວ່ານາງຈະມັກໃສ່ແຫວນຫລາຍປານໃດ໋ກໍ່ຕາມ ແຕ່ນາງຈະບໍ່ໃສ່ແຫວນພ້ອມກັນຫລາຍວົງ, ນາງຈະບໍ່ຊອກຫາແຫວນທີ່ງາມມາເກັບໄວ້ປ່ຽນໃສ່ຄືຄົນອື່ນໆ ເມື່ອນາງໄດ້ແຫວນວົງໃດ໋ມານາງກໍ່ຈະໃສ່ຢູ່ວົງດຽວ ແລະ ສວມຢູ່ແບບນັ້ນຈົນກວ່າແຫວນວົງນັ້ນໆຈະຫາຍໄປຈາກມືຂອງນາງເອງ. ແຫວນທຸກວົງທີ່ນາງສວມໃສ່ນັ້ນນາງຈະດູແລ ແລະ ຮັກສາມັນເປັນຢ່າງດີ. ນາງເຄີຍໃສ່ແຫວນທີ່ສວຍງາມມາຕັ້ງຫລາຍວົງ ແຕ່ແຫວນແຕ່ລະວົງທີ່ນາງໄດ້ໃສ່ນັ້ນບໍ່ເຄີຍມີວົງໃດ໋ທີ່ຢູ່ກັບມືຂອງນາງໄດ້ຍາວນານເລີຍນັ້ນກໍ່ເພາະວ່າເວລາທີ່ນາງເລືອກແຫວນນັ້ນນາງເລືອກພຽງແຕ່ຮູບຮ່າງຂອງແຫວນແຕ່ນາງບໍ່ໄດ້ເລືອກຂະນາດທີ່ພໍດີກັບນິ້ວມືທີ່ຮຽວງາມຂອງນາງເລີຍ. ນາງຈະເຮັດທຸກວິທີທາງເພື່ອເກັບຮັກສາແຫວນນັ້ນໄວ້ໃນມືຕົນໃຫ້ໄດ້ດົນທີ່ສຸດ ແຕ່ຈົນແລ້ວຈົນລອດແຫວນແຕ່ລະວົງກໍ່ຫລຸດຫາຍອອກໄປຈາກມືຂອງນາງດ້ວຍເຫດຜົນຕ່າງໆນາໆ. ເມື່ອແຫວນວົງຫນຶ່ງເສຍໄປນາງກໍ່ຈະເລີ່ມຕົ້ນຊອກຫາແຫວນວົງໃຫມ່ມາແທນຢູ່ແບບນີ້ເລື້ອຍໄປ ແຕ່ຍິງສາວກໍ່ບໍ່ເຄີຍຍອມແພ້ ແລະ ຍັງຫວັງວ່າ ມື້ຫນຶ່ງນາງຈະໄດ້ພົບກັບແຫວນທີ່ນາງສາມາດໃສ່ໄດ້ພໍດີ ແລະ ແຫວນວົງນັ້ນຈະຢູ່ກັບນາງຕະຫລອດໄປ.

ວັນເວລາຜ່ານໄປ, ຍິງສາວຄົນນັ້ນໄປບັງເອີນໄປພົບກັບແຫວນວົງຫນຶ່ງທີ່ແສນຈະທຳມະດາ, ບໍ່ໄດ້ມີລວດລາຍຫລວງຫລາຍ ແຕ່ແຫວນວົງມັນເບິ່ງແລ້ວສະບາຍຕາ ແລະ ແຕກຕ່າງຈາກແຫວນວົງອື່ນໆ ທີ່ນາງເຄີຍໃສ່ມາ. ໃນຕອນທຳອິດທີ່ນາງໄດ້ເຫັນແຫວນວົງນັ້ນນາງບໍ່ໄດ້ຮູ້ສຶກມັກຫລືຄິດຢາກຈະໃສ່ມັນເລີຍແມ້ແຕ່ນ້ອຍ ຊ້ຳບໍ່ພໍນາງຍັງຄົງເສົ້າ ແລະ ເສຍໃຈກັບແຫວນວົງລ້າສຸດທີ່ຫລຸດຈາກມືນາງໄປ. ແຕ່ຍ້ອນວ່ານາງໄດ້ເຫັນແຫວນທຳມະດາວົງນັ້ນທຸກມື້ ເຮັດໃຫ້ນາງໄດ້ພິຈາລະນາ ແລະ ໄດ້ຮັບຮູ້ເຖິງພະລັງບາງຢ່າງທີ່ມີຢູ່ໃນແຫວນວົງນັ້ນ ເຮັດໃຫ້ນາງເກີດຄວາມຕ້ອງການທີ່ຈະໃສ່ມັນ. ນາງໄດ້ເກີດຄວາມຮູ້ສຶກຕ້ອງການຈະໃສ່ແຫວນວົງນັ້ນຢ່າງຍາກທີ່ຈະຫ້າມໃຈ ແລະ ແອບເສຍໃຈນ້ອຍໆທີ່ຮູ້ວ່າແຫວນວົງນັ້ນນ້ອຍກວ່າມືຂອງນາງ ແລະ ຮູ້ຕາມຫລັງວ່າແຫວນນັ້ນມີເຈົ້າຂອງແລ້ວ ແລະ ແມ້ແຕ່ແຫວນທຳມະດາວົງນີ້ນາງຍັງບໍ່ສາມາດໃສ່ມັນໄດ້.

ວັນເວລາຜ່ານໄປເລື້ອຍໆ, ນາງ ແລະ ແຫວນວົງນັ້ນກໍ່ຍັງຄົງຢູ່ໃກ້ໆກັນ. ຍິ່ງໃກ້ກັນດົນເທົ່າໃດນາງກໍ່ຍິ່ງສຳພັດໄດ້ເຖິງພະລັງຄວາມດຶງດູດຂອງແຫວນວົງນັ້ນ ແລະ ສຸດທ້າຍນາງກໍ່ຫລົງມນສະເນ່ຂອງແຫວນທຳມະດາວົງນັ້ນຢ່າງບໍ່ສາມາດຕ້ານທານໄດ້ອີກຕໍ່ໄປ. ນາງບໍ່ສາມາດຮູ້ໄດ້ເລີຍວ່າຄວາມຮູ້ສຶກແບບນັ້ນມັນເກີດຂື້ນຕັ້ງແຕ່ຕອນໃດ໋, ມາຮູ້ໂຕ ກະຕອນທີ່ນາງໄດ້ຫລົງຮັກແຫວນວົງນັ້ນໄປແລ້ວ.

 

ຍິງສາວໄດ້ຫລົງຮັກແຫວນວົງນັ້ນຢ່າງຍາກທີ່ຈະຫັກຫ້າມໃຈ ເຖິງນາງຈະຮູ້ຢູ່ເຕັມອົກວ່າແຫວນວົງນັ້ນນ້ອຍກວ່ານິ້ວມືຂອງນາງ, ນາງຈະເຈັບປວດຫາກຍັງຝືນຍັດແຫວນນັ້ນເຂົ້າໃສ່ນິ້ວນາງທີ່ແສນງາມນັ້ນ, ເທົ່ນັ້ນຍັງບໍ່ພໍ, ນາງຈະກາຍເປັນຄົນຂີ້ລັກ ແລະ ຖືກຕາຫນ້າວ່າເປັນຄົນເຫັນແກ່ຕົວ, ຢາກໄດ້ຂອງຄົນອື່ນມາເປັນຂອງໂຕຢ່າງຫນ້າບໍ່ອາຍ. ເມື່ອຄວາມຕ້ານທານຕໍ່ຄວາມຕ້ອງການຫມົດໄປນາງກໍ່ລັກລອບໃສ່ແຫວນວົງນັ້ນຢ່າງຕັ້ງໃຈ ແລະ ຮູ້ດີວ່າເມື່ອໃດກໍ່ຕາມທີ່ແຫວນວົງນີ້ເຂົ້າໄປຢູ່ໃນນິ້ວມືອັນສວຍງາມຂອງນາງແລ້ວນາງຈະກາຍເປັນຄົນຂີ້ຕົວະ ແລະ ຈະຕ້ອງເຊື່ອງຊ້ອນມືທີ່ໃສ່ແຫວນຂອງຄົນອື່ນເອົາໄວ້ເບື້ອງຫລັງຕະຫລອດເວລາ ເພື່ອບໍ່ໃຫ້ຄົນອື່ນເຫັນວ່ານາງໄດ້ກຳລັງໃສ່ແຫວນນັ້ນ.

ຕະຫລອດເວລາທີ່ນາງສວມໃສ່ນັ້ນນາງຮູ້ສຶກເຈັບປວດ ຈາກຂະຫນາດຂອງແຫວນທີ່ນ້ອຍກວ່າມືນັ້ນເຮັດໃຫ້ນິ້ວຂອງນາງຖືກຫນີບຮັດ, ນິ້ວມືຂອງນາງໄຄ່ບວມຈົນບໍ່ສາມາດທີ່ຈະຖອດມັນອອກໄດ້ ເຖິງວ່ານາງໄດ້ພະຍາຍາມທີ່ຈະຖອດແຫວນນັ້ນອອກຫລາຍຄັ້ງຫລາຍຫົນ ແຕ່ນາງກັບຮູ້ສຶກວ່າແຫວນນັ້ນຍິ່ງຮັດແຫນ້ນເຂົ້າກວ່າເກົ່າ, ນາງເຈັບປວດທີ່ນິ້ວມືຢ່າງຫນັກເພາະແຫວນທີ່ຮັດແຫນ້ນ ທັງຄວາມເຈັບປວດທາງໃຈທີ່ນາງບໍ່ສາມາດໃສ່ແຫວນວົງນີ້ຢ່າງເປີດເຜີຍ ແລະ ພາກພູມໃຈໄດ້. ນາງບໍ່ຮູ້ວ່າຈະເຮັດແນວໃດດີ ເພາະນາງໄດ້ພະຍາຍາມຢູ່ຫລາຍຄັ້ງທີ່ຈະຖອກແຫວນວົງນີ້ອອກແຕ່ຍັງບໍ່ສາມາດເຮັດໄດ້ແມ້ແຕ່ເທື່ອດຽວ ອີກທັງນາງເອງກໍ່ທັງຮັກ ແລະ ຫວງແຫນແຫວນວົງນີ້ເປັນທີ່ສຸດດັ່ງກັບເປັນແກ້ວຕາ ແລະ ດວງໃຈຂອງນາງເອງ. ນາງຮູ້ດີວ່ານາງຈະພົບກັບຄວາມເຈັບປວດຢ່າງແສນສາຫັດເມື່ອນາງບໍ່ມີແຫວນວົງນີ້ ແລະ ເຈັບປວດຈົນບໍ່ມີຄຳບັນຍາຍເມື່ອຕ້ອງຖອດແຫວນອອກ.

 

ຄວາມເຈັບປວດທັງທາງກາຍ ແລະ ທາງໃຈທີ່ນາງໄດ້ຮັບຈາກແຫວນວົງນັ້ນເຮັດໃຫ້ນາງເລືອກບໍ່ຖືກລະຫວ່າງ: ຄວາມເຈັບປວດທັງທາງກາຍ ແລະ ໃຈກັບຄວາມຖືກຕ້ອງ ຄືການຕັດນິ້ວມືຂອງຕົວເອງຖິ້ມເພື່ອເອົາແຫວນນັ້ນຄືນເຈົ້າຂອງເຂົາໄປ ຫລື ເລືອກທີ່ຈະໃສ່ແຫວນນັ້ນຕໍ່ໄປແລ້ວທົນກັບຄວາມເຈັບປວກທີ່ນິ້ວມື ແລະ ການປະນາມຈາກຄົນຮອບຂ້າງ ແລະ ເຈົ້າຂອງແຫວນັ້ນດີ. ສຸດທ້າຍນາງກໍ່ເລືອກທີ່ຈະຕັດນິ້ວມືຂອງຕົວເອງເພື່ອຄວາມຖືກຕ້ອງ. ການຕັດສິນໃຈຂອງນາງນັ້ນເກີດຂຶ້ນຊ້າເກິນໄປ, ນາງບໍ່ມີໂອກາດໄດ້ແກ້ຕົວໃນສິ່ງທີ່ຕົນເອງໄດ້ກະທຳເສຍແລ້ວ. ເຈົ້າຂອງແຫວນບໍ່ໄດ້ໃຫ້ໂອກາດຍິງສາວໄດ້ແກ້ຕົວ ຫລື ອະທິບາຍສິ່ງທີ່ເກີດຂຶ້ນເລີຍແມ້ແຕ່ຫນ້ອຍດຽວ, ເຈົ້າຂອງແຫວນລົງໂທດຍິງສາວດ້ວຍການໃຊ້ມີດປາດໄປທີ່ນິ້ວມືງາມນິ້ວນັ້ນຢ່າງເລືອດເຢັນເພື່ອເອົາແຫວນອອກຈາກມື ແລະ ສະແດງຄວາມສະໃຈທີ່ເຫັນນາງເຈັບປວດແທບສິ້ນສະຕິ….ຍິງສາວບໍ່ຮູ້ວ່າຈະບັນຍາຍຄວາມເຈັບປວກນັ້ນອອກມາໃຫ້ຊາວໂລກຮັບຮູ້ໄດ້ດ້ວຍພາສາໃດ ແຕ່ໃນສ່ວນຫນຶ່ງຂອງຄວາມຮູ້ສຶກນັ້ນຍິງສາວເອງກໍສຳນຶກເຖິງຄວາມເຈັບປວດ ແລະ ເສຍໃຈຂອງເຈົ້າຂອງແຫວນ ແລະ ນາງກໍ່ຍິນດີທີ່ຈະຂໍໂທດເຈົ້າຂອງແຫວນວົງນັ້ນ ທີ່ນາງໄດ້ສວມໃສ່ແຫວນໂດຍບໍ່ໄດ້ຮັບອະນຸຍາດ.

ເຖິງວ່າເຈັ້າຂອງແຫວນຈະໃຫ້ອະໄພໃນການກະທຳຂອງນາງຕາມພາຍຫລັງກໍ່ຕາມ ແຕ່ເວລານີ້ ນິ້ວມື ແລະ ຫົວໃຈຂອງນາງໄດ້ເກີດບາດແຜເລິກທີ່ຍາກແກ່ການຮັກສາເສຍແລ້ວ ນາງບໍ່ອາດຕອບໄດ້ວ່າແບດແຜທີ່ເກີດຂຶ້ນນັ້ນຈະເຊົາເປັນປົກກະຕິໄດ້ເມື່ອໃດ ແລະ ບໍ່ຮູ້ວ່າເມື່ອໃດທີ່ນາງຈະລືມແຫວນວົງນັ້ນໄປຈາກໃຈ

 

ນາງບໍ່ອາດມີຄຽດແຄ້ນຕໍ່ແຫວນວົງນັ້ນໄດ້ ເພາະແຫວນກໍ່ຄືແຫວນ, ເປັນພຽງວັດຖຸທີ່ບໍ່ມີຄວາມຮູ້ສຶກ, ບໍ່ມີຄວາມຄິດ, ບໍ່ມີຈິດໃຈ; ຍິງສາວໄດ້ແຕ່ຄິດຢູ່ຄົນດຽວວ່າ ຖ້າຫາກແຫວນວົງນັ້ນເປັນຄົນທີ່ມີຊີວິດ ແລະ ຈິດໃຈ ແຫວນວົງນັ້ນຈະຄິດແນວໃດ? ແຫວນຈະເຂົ້າໃຈຄວາມຮູ້ສຶກຂອງນາງຫລື ບໍ່? ແລະ ແຫວນຈະເຮັດຫຍັງເພື່ອເປັນການປົກປ້ອງຍິງສາວ ຫລື ປອບປະໂລມນາງຈາກຄວາມເສົ້າເສຍໃຈນັ້ນ? ແຫວນຈະເສົ້າຫລືເສຍໃຈເຫມືອນກັບນາງ ຫລື ບໍ່ທີ່ມື້ນີ້ແຫວນບໍ່ໄດ້ຢູ່ກັບນາງອີກແລ້ວ? ແຫວນຈະຮັບຮູ້ຫລືບໍ່ວ່າມື້ນີ້ ນິ້ວທີ່ສວຍງາມຂອງນາງ ແລະ ຫົວໃຈທີ່ເຕັມປ່ຽມໄປດ້ວຍຄວາມຮັກທີ່ມີຕໍ່ແຫວນນັ້ນ ໄດ້ເກີດບາດແຜເລິກທີ່ຍາກແກ່ການຮັກສາ? ແຫວນຈະຮັບຮູ້ຫລືບໍ່ວ່າ ນາງໄດ້ຈາກແຫວນວົງນັ້ນມາດ້ວຍຄວາມເຈັບປວດທາງໃຈຢ່າງແສນສາຫັດ  ແລະ ຄວາມສູນເສຍທີ່ນາງບໍ່ອາດຈະຮຽກຮ້ອງຫຍັງໄດ້ເລີຍ.

 

ຍິງສາວໄດ້ແຕ່ຄິດ ແລະ ໂທດຕົວເອງວ່າສິ່ງທີ່ເກີດຂຶ້ນທັງຫມົດນັ້ນ ເປັນຄວາມຜິດຂອງນາງແຕ່ຜູ້ດຽວ. ນາງຍັງຄົງຄິດເຖິງແຫວນວົງນັ້ນທຸກລົມຫາຍໃຈ, ນາງເຈັບປວກທຸກຄັ້ງທີ່ຄິດເຖິງແຕ່ນາງກໍ່ບໍ່ອາດຫັກຫ້າມໃຈຂອງຕົວເອງໄດ້. ນາງຍັງເຈັບບາດແຜທີ່ຖືກເຈົ້າຂອງແຫວນໃຊ້ມີດປາດໂດຍທີ່ແຫວນບໍ່ສາມາດຊ່ວຍຫຍັງໄດ້ເລຍ, ນາງຍັງຄົງເຈັບປວດກັບການທີ່ຕໍ່ໄປນີ້ນາງຈະບໍ່ສາມາດໃສ່ແຫວນນັ້ນໄດ້ອີກ  ແຕ່ນາງກໍ່ເຊື່ອວ່າແຫວນວົງນັ້ນຈະໄດ້ຮັບການດູແລຈາກເຈົ້າຂອງມັນເປັນຢ່າງດີ ແລະ ບໍ່ປະຖິ້ມມັນຄືແຕ່ກ່ອນ

 

ນະມື້ນີ້ຍິງສາວຍັງຄົງເຈັບປວດຢ່າງທີ່ບໍ່ມີໃຜສາມາດເຂົ້າໃຈໄດ້ແລະບໍ່ມີໃຜສາມາດຕອບໄດ້ວ່າເມື່ອໃດຄວາມເຈັບປວດຂອງນາງຈະຫມັດໄປ, ຍິງສາວຈະຕໍ່ສູ່ກັບຄວາມເຈັບປວດນີ້ດ້ວຍວິທີໃດ ຫລືນາງຈະຮັບມືກັບມັນໄດ້ຮອດມື້ໃດ. ນາງຍັງຄົງເສຍນ້ຳຕາໃຫ້ກັບແຫວນວົງນັ້ນ ແຫວນທີ່ນາງຮັກດັ່ງແກ້ວຕາແລະດວງໃຈຂອງນາງ….

 

ແດ່ແຫວນອັນເປັນທີ່ຮັກ…..

       

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 1 ຄຳເຫັນ ແລະ 0 trackback(s)

 Dear friends!

I was in trouble for weeks since I am back from Chiangmai. I just try to develop my thesis as my planed. But the reality went bad.

They were few weeks of terrible since then, house owner where I stayed wanted to increase rental cost, so I and my sisters got to find other place. And the bad news came at the same time, my 86 years old grandma were serious sick with her liver cancer. I and one of my sisters had to go to see her in Savannakhet, we stayed there for 1 week, took care of her, she was with oxygen, couldn’t breath her self, eat and sleep either. She held someone’s hands all the time, other hand touching her stomach for painless, two people stay awake all day and night, I was one.

After one week, I came back to Vientiane to continue packing things for moving, we took big part of our things to new place and I also apply for a job at the same time, on Thursday I got a call from some one I know, asking for joining the research team which they will do in Champasack on 6th of August, it was a great news for me but I did worry if there is something happen with my grandma at that time. And the next day, Friday night I continued packing my things again until 11: 00 pm, attended to take them tomorrow morning, felt tired and sleepy. Strong wind blew hardly in the midnight, light and sounded of thunder out side the windows made me sleepless and I felt worry of something with no idea what was that. A about 12:30 I got a called from my dad that my grandma was in coma. I felt confuse with what to do and realize that I could do nothing at that time just prayed for her to stay longer with us. At 01:05 I got another called from my dad telling that my grandma had passed away_ I do regret that she had gone forever, but I was glad at the same time that she has no pain any more. I had to go back to Savannakhet again to her funeral, since I heard she had gone I didn’t cry at all, until I saw her coffin and her pic, my tears came out, I couldn’t believe that she had gone and will never come back again, I still talked with her last week and held her hands, give her food and took care of her and from now on I will not see her in the bed she always laid down. If the “next life” is the truth, I thought that she will got better life with great health and wealthy. This life of her, she had done that great things for people and I think that what she had done will give back to her in her next life.

I stay until every thing was done for funeral and then I got a call form GDG to confirm about research as mentioned. I do happy with that cz I might have chance to work with Concern Worldwide Organization, that mean I will got a job that relate directly to what I have been studying.

Anyways, I am now at the new place and waiting for the day to Champasack as a volunteer of research group, I will gain the first experience from here and my destination is “GENDER SPECIALIST”.

I know that my thesis is the huge task to face for this year and I’ll fight with it, I’ll try my best.

 

Dear friends bless for me!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

 ມີ​ໃຜ​ແດ່​ທີ່​ເຄີຍຮັກຄົນ​ຄົນ​ຫນຶ່ງ​ຢ່າງ​ຈິງ​ຈັງ, ຄົນ​ຄົນ​ຫນຶ່ງ​ທີ່​ເຮົາບໍ່​ເຄີຍ​ຮູ້ຈັກ​ມາ​ກ່ອນ ຄົນ​ຄົນ​ຫນຶ່ງ​ທີ່​ເຮົາບໍ່​ເຄີຍ​ຄິດ​ວ່າ​ຈະ​ໄດ້​ພົບ​ກັນ…..​​ເມື່ອ​ມື້​ຫນຶ່ງ​ໂຊກ​ຊະ​ຕາ​ຫລິ້ນຕະຫລົກ​ກັບ​ເຮົາ​ເຮັດ​ໃຫ້​ເຮົາ​ໄດ້​ມາ​ພົບ​ກັບ​ຄົນໆ​ນັ້ນ ​ແລະ ​ໂຊກ​ຊະ​ຕາ​ກໍ​ນຳພາ​ໃຫ້​ເຮົາ​ແລະ​​ເຂົາຄົນ​ນັ້ນ​ໄດ້ຮ່ວມ​ເສ້ນ​ທາງ​ເດີນ​ອັນ​ດຽວ​ກັນ….​ເຮົາບໍ່​ອາດ​ຮູ້​ໄດ້​ເລີຍ​ວ່າການ​ເດີນທາງ​ຂອງ​ເຮົາ​ກັບ​ຄົນ​ຄົນ​ນັ້ນ​ຈະ​ຍາວ​ໄກ​ພຽງ​ໃດ…..ຊ່ວງ​ເວລາ​ທີ່​ມີຮ່ວມກັນ​ນັ້ນ​ກໍ​ຕ້ອງ​ຢຸດ​ຊະ​ງັກ​ເມື່ອ​ການ​ເດີນທາງ​ມາ​ເຖິງ​ຈຸດ​ທີ່​ຕ້ອງ​ປ່ຽນ​ແປ​ງ ນັ້ນ​ກໍ​ຄື​ທາງ​ແຍກ….​ເມື່ອ​ທາງ​ແຍກ​ໄດ້​ປາກົດ​ຂຶ້ນ​ຢູ່​ຕໍ່ຫນ້າ​ຂອງ​ຄົນ​ທັງ​ສອງ​ຢ່າງ​ບໍ່​ອາດສາມາດ​ປະຕິ​ເສດ​ໄດ້​ເຮົາຈຶ່ງ​ຮູ້ສຶກ​ວ່າ​​ໄລຍະ​ທາງ​ທີ່​ເຮົາ​ໄດ້​ເດີນ​ຮ່ວມ​ກັນ​ນັ້ນ​ມັນ​ແສນ​ສັ້ນ​ເຫລືອ​ເກີນ……​ຄວາມ​ຮູ້ສຶກ​ບາງ​ຢ່າງ​ໄດ້​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເຮົາ​ ແລະ​ ເຮົາ​ບໍ່​ອາດ​ຮູ້​ໄດ້ວ່າຄວາມ​ຮູ້ສຶກ​ບາງ​ຢ່າງ​ທີ່​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ຄົນ​ທີ່ຮ່ວມທາງ​ມາ​ກັບ​ເຮົານັ້ນ​ເປັນ​ແບບ​ໃດ…..​ເຖິງ​ວ່າ​ເຮົາຈະ​ຢາກ​ໃຫ້​ໄລຍະ​ທາງ​ ແລະ​ ເວລາ​ທີ່​ເຮົາ​ເດີນ​ຄຽງ​ກັບ​ຄົນ​ຄົນ​ນັ້ນ​ຍາວ​ໄກ​ອອກ​ໄປ​ອີກ​ພຽງ​ໃດ​ກໍ່ຕາມ ​ແຕ່​ເຮົາກໍ​ຮູ້​ດີ​ວ່າ….​ມັນ​ບໍ່​ສາມາດ​ເປັນ​ໄປ​ໄດ້……​ເຮົາ​ ແລະ ​ເຂົາ​ຕ່າງ​ກໍ່​ມີ​ທາງ​ທີ່​ຈະ​ຕ້ອງ​ເດີນ​ໄປ……​ເຮົາ​ຈຶ່ງ​ເຮັດ​ໄດ້​ພຽງ​ແຕ່​ເກັບ​​ເອົາ​ຄວາມ​ຮູ່ສຶກທີ່​ດີໆ ທີ່​ເກີດ​ຂຶ້ນ​ໃນ​ຊ່ວງ​ທີ່​ເຮົາ​ ແລະ ​ເຂົາ​ຄົນ​ນັ້ນ​ໄດ້​ມີ​ຮ່ວມ​ກັນ…..​ເຮົາ​ອາດ​ຈະ​ຮູ້ສຶກ​ເຈັບ​ປວດ​ກັບ​ການ​ທີ່​ຕ້ອງ​ຢືນ​ເບິ່ງ​ການ​ຈາກ​ໄປ​ຂອງ​ເຂົາ​ຄົນ​ນັ້ນ​ໂດຍ​ທີ່​ບໍ່​ສາມາດ​ເຮັດ​ຫຍັງ​ໄດ້…..​ແຕ່​ນັ້ນ​ຄື​ຄວາມ​ຈິງ​ຂອງ​ຈຸດ​ຈົບ​ຂອງ​ການ​ເດີນທາງຮ່ວມກັນ.

ຄັ້ງ​ຫນຶ່ງ​ຂ້ອຍ​ເຄີຍ​ຢືນ​ເບິ່ງ​ການ​ຈາກ​ໄປ​ປຂອງ​ເຂົາ​ຄົນ​ນັ້ນຢູ່​ງຽງໆ ຄົນດຽວ…..ຂ້ອຍ​ຢືນ​ເບິ່ງ​ເບື້ອງ​ຫລັງ​ຂອງ​ເຂົາ​ທີ່​ເຄື່ອນ​ໄກ​ອອກ​ໄ…ອ​ອກ​ໄປ…​ຈົນ​ລັບ​ຕາ….​ໂດຍ​ທີ່​ບໍ່​ມີ​ພາບ​ຂອງ​ການ​ຫລຽວ​ກັບ​ມາ​ຂອງ​ເຂົາ​ຄົນ​ນັ້ນ​ເລີຍ…………………………………………………………………………

ຂ້ອຍ​ຈື່​ບໍ່​ໄດ້​ວ່າ​ຂ້ອຍ​ຢືນ​ຢູ່​ແບບ​ນັ້ນ, ນະ​ບ່ອນ​ນັ້ນ​ດົນ​ນານ​ພຽງ​ໃດ…ຂ້ອຍ​ຮູ້​ແຕ່​ວ່າ​ເວລາ​ນີ້​ເຖິງ​ເວລາ​ແລ້ວ​ທີ່​ຂ້ອຍ​ຕ້ອງ​ເດິ​ນທາງ​ຕໍ່​ໄປ….​ຂ້ອຍ​ບໍ່​ສາມາດ​ຮູ້​ໄດ້​ເລີຍ​ວ່າ​ທາງ​ທີ່​ຂ້ອຍ​ຈະ​ເດີນ​ໄປ​ນັ້ນ​ຈະ​ເປັນ​ແນວ​ໃດ ​ແລະ ຂ້ອຍ​ຈະ​ໄດ້​ພົບ​ເຈີ​ກັບ​ຫຍັງ​ແດ່….​ແຕ່​ຄວາມ​ຈິງ​ຂອງ​ຊີວິດ….​ຂອງ​ຂ້ອຍ….​ຂ້ອຍ​ຕ້ອງ​ອອກ​ເດີນທາງ​ອີກ​ຄັ້ງ….

      ໂຊກ​ດີ​ເດີ​ທີ່ຮັກຂອງ​ຂ້ອຍ….​ເຖິງ​ວ່າ​ມື້​ນີ້​ຂ້ອຍ​ຈະ​ບໍ່​ມີ​ເຈົ້າ​ຍ່າງຄຽງ​ຂ້າງດັ່ງ​ວັນ​ວານ ​ແຕ່​ຂ້ອຍ​ຍັງ​ຄົງ​ຕ້ອງ​ເດີນ​ຕໍ່, ​ເຖິງ​ວ່າ​ມື້​ນີ້​ຂ້ອຍ​ຈະ​ຍັງ​ເຈັບ​ປວດ​ແຕ່​ຂ້ອຍ​ຍັງ​ຄົງ​ຕ້ອງ​ຫາຍ​ໃຈ ​ແລະ ມື້ຫນຶ່ງ​ຂ້ອຍ​ຈະ​ກັບ​ມາ​ມີ​ຄວາມສຸກ​ເຫມືອນ​ທີ່​ເຄີຍ​ເປັນ…….

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2008 | ມີ 11 ຄຳເຫັນ ແລະ 0 trackback(s)

ນະ​ມື້​ນີ້​ມື້​ທີ່​ຂ້ອຍ​ໄດ້​ຫລຽວ​ເບິ່ງ​ກັບ​ຫລັງ ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮູ້​ວ່າ​ທາງ​ທີ່​ຂ້ອຍ​ໄດ້​ຍ່າງ​ຜ່ານ​ມາ​ນັ້ນ​ມັນ​ໄກ​ແສນ​ໄກ, ຂ້ອຍ​ຜ່ານ​ສິ່ງຕາງໆ​ມາ​ຢ່າງ​ຫລວງຫລາຍພາຍ​ມາກ  ​ໂດຍ​ທີ່​ບາງ​ຄັ້ງ​ຂ້ອຍ​ເອງ​ກໍ​ບໍ່​ໄດ້​ມີ​ໂອກາດ​ໄດ້​ທົບ​ທວນ​ຫລື​ແກ້​ໄຂ​ໃນ​ສິ່ງ​ທີ່​ຜິດພາດ…..

ນະ​ມື້​ນີ້​, ທີ່​ຈຸດ​ນີ້ ທີ່​ທີ່​ຂ້ອຍ​ກຳລັງ​ຢືນ​ຢູ່​ນີ້ ຂ້ອຍ​ຮູ້​ໄດ້​ວ່າ​ຂ້ອຍ​ບໍ່​ອາດ​ກ້າວ​ຕີນ​ກັບ​ຫລັງ​ໄດ້ ຂ້ອຍ​ຍ່າງ​ມາ​ໄກ​ເກີນ​ກວ່າ​ທີ່​ຈະ​ກັບ​ໄປ​ຍັງ​ຈຸດ​ເລີ່​ມຕົ້ນ ນັ້ນ​ກໍ່​ຫມາຍ​ຄວາມ​ວ່າ ຂ້ອຍ​ມີ​ທາງ​ເລືອກ​ພຽງ​ສອງ​ທາງຄື ຢຸດ​ຢູ່​ກັບ​ທີ່ ຫລື​ກ້າວ​ເດີນ​ຕໍ່​ໄປ…

​ແນ່ນອນ​ວ່າ​ຂ້ອຍ​ຈະ​ຕ້ອງ………

Fem
ອ່ານຄືນຫຼັງ
ໝວດໝູ່