ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

     ທຸກໆຄົນທີ່ເກີດມາຢູ່ເທິງໂລກໜ່ວຍນີ້ ລ້ວນແຕ່ຕ້ອງປະສົບພົບພໍ້ ກັບຄວາມຜິດຫວັງ ສົມຫວັງ ເປັນເລື່ອງທຳມະດາ ເຊິ່ງທຸກໆຄົນບໍ່ສາມາດຫຼີກລ້ຽງໄດ້ ໂດຍສະເພາະແມ່ນນັກທຸລະກິດຊາວຄ້າຂາຍຕ່າງໆ ຈະເຮັດວິທີໃດໄດ້ຮັບຜົນສຳເລັດ ແລະ ປາສະຈາກຄວາມລົ້ມລະລາຍ ສິ່ງນີ້ແມ່ນຂຶ້ນກັບຕົວຂອງທ່ານເອງ ເປັນຜູ້ກຳນົດ ບໍ່ວ່າຈະເຮັດທຸລະກິດນ້ອຍ ຫຼື ໃຫຍ່ກໍຕາມ ລ້ວນແຕ່ຕ້ອງໄດ້ພົບກັບອຸປະສັກກັນທັງນັ້ນ.

     ດັ່ງຄຳເວົ້າທີ່ວ່າ: "ອຸປະສັກ ແລະ ບັນຫາຄືທີ່ມາແຫ່ງຄວາມສຳເລັດ" ບຸກຄົນທີ່ດຳເນີນທຸລະກິດໄດ້ຮັບຜົນສຳເລັດ ກໍຍ້ອນວ່າພວກເຂົາເຫຼົ່ານັ້ນ ສາມາດຜ່ານຜ່າອຸປະສັກ ແລະ ແກ້ໄຂບັນຫາຕ່າງໆເຫຼົ່ານັ້ນໄດ້ແລ້ວ ເພາະສະນັ້ນ ທ່ານກໍແມ່ນບຸກຄົນໜຶ່ງ ເມື່ອໄດ້ເລີ່ມຕົ້ນເດີນທາງມາແລ້ວ ກໍຢ່າທໍ້ຖອຍ ຍິ່ງໄດ້ເດີນທາງແລ້ວ ກໍຍິ່ງຈຳຕ້ອງຕໍ່ສູ້ ເພາະວ່າຄວາມສຳເລັດໃກ້ຈະຢູ່ໃນກຳມືຂອງທ່ານແລ້ວ ເມື່ອທ່ານເດີນທາງພົບເປົ້າໝາຍ ທ່ານກໍຈະສຳເລັດຜົນ ຄືກັບການດຳເນີນທຸລະກິດ ທ່ານຕ້ອງຍອມເສຍສະຫຼະສິ່ງໃດໜຶ່ງ ເພື່ອຍາດແຍ່ງເອົາຄວາມສຳເລັດອັນຍິ່ງໃຫຍ່ ມາສູ່ຊີວິດຂອງທ່ານ ເຖິງຢ່າງໃດກໍຕາມ ການເຮັດທຸລະກິດ ຫຼື ການສຶກສາຮ່ຳຮຽນ ການເຮັດວຽກງານໃດໆກໍຕາມ ຈະປະເຊີນກັບຄວາມສຳເລັດຜົນ ແລະ ຫຼີກລ້ຽງອອກຈາກຄວາມຜິດຫວັງໄດ້ນັ້ນ ຕ້ອງໄດ້ປະຕິບັດ 4 ຂັ້ນຕອນດັ່ງນີ້ ຄື:

1.                             ສັນທະ: ໝາຍເຖິງທ່ານຕ້ອງມີຄວາມຮັກ ຄວາມພໍໃຈໃນທຸລະກິດ ວຽກງານ ການສຶກສາ ອາຊີບຕ່າງໆ ທີ່ເປັນຂອງທ່ານ ເຊິ່ງທ່ານຕ້ອງຈິງໃຈ ຊື່ສັດຕໍ່ໜ້າທີ່ວຽກງານ ທີ່ທ່ານກຳລັງກະທຳຢູ່ ໂດຍປາສະຈາກຄວາມກຽດຊັງ ຫຼື ແໜງໜ່າຍ ກຽດຄ້ານ ເຊິ່ງເປັນສິ່ງກົງກັນຂ້າມ ທີ່ຈະເຮັດໃຫ້ທ່ານບໍ່ປະສົບຜົນສຳເລັດ.

2.                              ວິຣະຍະ: ທ່ານຕ້ອງມີຄວາມພຽນ ພະຍາຍາມ ຕໍ່ສູ້ກັບອຸປະສັກ ບັນຫາສິ່ງທ້າທາຍຕ່າງໆ ທ່ານຕ້ອງອົດທົນ ດຸໝັ່ນ ຂະຫຍັນ ຫ້າວຫັນ ຕໍ່ໜ້າທີ່ວຽກງານ ທຸລະກິດຂອງທ່ານ ແລະ ກຽມພ້ອມທີ່ຈະປະເຊີນກັບສິ່ງຕ່າງໆເຫຼົ່ານັ້ນ ເຊັ່ນ: ອຸປະສັກ ບັນຫາ ສິ່ງທ້າທາຍ ທ່ານຈະຕ້ອງຄິດຄົ້ນຄ້ວາ ເພື່ອຊອກຫາວິທີທາງແກ້ໄຂ ປະກົດການນັ້ນໆ ເພາະວ່າສິ່ງເຫຼົ່ານັ້ນ ຍ່ອມເຊື່ອງຊ້ອນຜົນສຳເລັດໄວ້ຂ້າງໃນ.

3.                              ຈິດຕະ: ທ່ານຕ້ອງມີຈິດໃຈເຂັ້ມແຂງ ເດັດດ່ຽວໜຽວແໜ້ນຄື ເອົາໃຈໃສ່ຕໍ່ໜ້າທີ່ວຽກງານທຸລະກິດຂອງທ່ານ ທີ່ກຳລັງດຳເນີນຢູ່ ບໍ່ໃຫ້ຫວັ່ນໄຫວ ບໍ່ໃຫ້ຢ້ານກົວ ເພື່ອກຽມພ້ອມຮັບເອົາສິ່ງໃໝ່ໆ ສິ່ງຕ່າງໆທີ່ກຳລັງຈະເຂົ້າມາ ໃນຊີວິດຂອງທ່ານ.

4.                               ວິມັາ: ຕ້ອງໄດ້ໄຕ່ຕອງພິຈາລະນາຢ່າງຄັກແນ່ ຖີ່ຖ້ວນ ໃນໜ້າທີ່ວຽກງານທຸລະກິດຂອງທ່ານ ເຊິ່ງມັນຈະຕອບສະໜອງ ສົ່ງຜົນສະທ້ອນ ໃຫ້ຜົນປະໂຫຍດຕໍ່ທ່ານ ໜ້ອຍ ຫຼື ຫຼາຍພຽງໃດ ເພື່ອບໍ່ໃຫ້ຫຼົງລືມ ເຊິ່ງສິ່ງທີ່ໄດ້ມາກໍຄືຜົນປະໂຫຍດນັ້ນເອງ ຕ້ອງມີສະຕິຄື ລະນຶກໄດ້ຢູ່ສະເໝີ ໃນສິ່ງທີ່ທ່ານໄດ້ລົງທຶນ ເສຍສະຫຼະຊັບ ກັບຜົນທີ່ທ່ານໄດ້ຮັບມັນ ພຽງພໍແລ້ວຫຼືບໍ ?.

       ສະຫຼຸບແລ້ວ ຖ້າຫາກບຸກຄົນໃດ ໄດ້ປະຕິບັດ 4 ຂັ້ນຕອນທີ່ໄດ້ກ່າວມາແລ້ວໃນຂັ້ນເທິງນັ້ນ ຍ່ອມນຳຄວາມສຳເລັດມາສູ່ທຸລະກິດ ວຽກງານຂອງຕົນເອງ ໂດຍປາສະຈາກຄວາມຜິດຫວັງຢ່າງແນ່ນອນ ເນື່ອງຈາກວ່າ ສິ່ງສຳຄັນທ່ານຕ້ອງມີຄວາມຮັກ ຄວາມພໍໃຈ ໃນທຸລະກິດຂອງທ່ານ ຄວາມພະຍາຍາມພຽນ ຕໍ່ສູ້ກັບອຸປະສັກຕ່າງໆ ໃນການດຳເນີນທຸລະກິດຂອງທ່ານ ຄວນເອົາໃຈໃສ່ຈົດຈໍ່ ຄິດຄົ້ນຄ້ວາຊອກຫາວິທີທາງ ແກ້ໄຂບັນຫາຕ່າງໆ ທີ່ຈະເກີດຂຶ້ນໃນທຸລະກິດຂອງທ່ານ ຄວນໄຕ່ຕອງພິຈາລະນາຢູ່ສະເໝີ ໃນການດຳເນີນທຸລະກິດຂອງທ່ານ ບໍ່ຄວນປະໝາດໃນອາຊີບວຽກງານທຸລະກິດ ເຊິ່ງຈະເຮັດໃຫ້ເສຍຜົນປະໂຫຍດ ຕ້ອງຄຳນຶງຢູ່ສະເໝີວ່າ ຜົນປະໂຫຍດທີ່ໄດ້ມາ ແລະ ສິ່ງທີ່ເສຍໄປ ມັນພຽງພໍແລ້ວບໍ່ສຳລັບທ່ານ.
ດັ່ງສຸພາສິດກ່າວວ່າ: "ເຮັດຢ່າງຕັ້ງໃຈ ຄົງບໍ່ມີສິ່ງໃດທີ່ເຮັດບໍ່ໄດ້".

ຈາກພະອາຈານວັດນາຄຳ