ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 18, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

 

ທີ່ໂຮງໝໍ ມະໂຫສົດ,ດອກເຕີ ຄຳຍອດ ກັບ ດອກເຕີ ຄຳຮູ້ ຈຳເປັນຕ້ອງເຮັດວຽກຮ່ວມກັນ,
ທັ້ງທີ່ ສອງຄົນ ບໍ່ຄ່ອຍຈະກີນເສັ້ນ ແລະ ລົງຮອຍກັນເທົ່າໃດເພາະຮຽນກັນມາ ຄົນລະ ສະຖາບັນ..
ໃນຂະນະທີ່ ຢືນລົມກັນຢູ່ ໜ້າ ຫ້ອງກວດພະຍາດ,ດອກເຕີຄຳຍອດ ທີ່ຮຽນມາ ຈາກ ຄູບາ,ເຫລືອບຕາໄປເຫັນ ຄົນໄຂ້ຄົນນື່ງ ທີ່ກຳລັງຍ່າງ ເຮັດຂາທ່າງ ແລະໂກ່ງໂກະ ໂກ່ງໂກ້ຍ,ພ້ອມກັບ ໃບໜ້າ ທີ່ຊີດເຜືອກ ...
ດອກເຕິ ຄຳຍອດເລີຍ ຄີດຢາກ ຈະລອງຂອງ ກັບ ດອກເຕີ ຄຳຮູ້ ທີ່ ຮຽນຈົບ ມາຈາກ ຝຣັ່ງເສດ..
ຄຳຍອດ "ເອົາ ! ທ່ານ ດອກເຕີຄຳຮູ້ ຄີດວ່າ ລຸງ ທີ່ ກຳລັງຍ່າງ ມານັ້ນ ລາວເຈັບຫຍັງ ??"
ຄຳຮູ້ "ໂອຍ !ງ່າຍໂພດ..ທ່າທາງ ແບບນີ້ ?ໜ້າຕາ ແບບນີ້,ເຮົາວ່າ ຕ້ອງເຈັບໄສ້ຕີ່ງ ແນ່ນອນ..."
ຄຳຍອດ"ໂຕໄປຮຽນມາ ແບບໃດຫວາ !!! ອາການແບບນີ້ ເຮົາເບີ່ງຕາດຽວ ເຮົາກະຮຸ້ວ່າ ລາວໄສ້ລົງຫຳ,ລາວຈື່ງຍ່າງ ຈັ່ງຊັ້ນ..!!!"
ເມື່ອ ຖົກຖຽນກັນ ບໍ່ເລີກ ບໍ່ແລ້ວ ແລະ ບໍ່ສາມາດຕົກລົງ ກັນໄດ້..ຄຳຍອດ ກໍເລີຍ ກວັກມື ຮ້ອງ ລຸງນັ້ນມາຖາມ..
ຄຳຍອດ "ແມ່ນ ລຸງເຈົບຢັງນໍ,ດອກເຕີ ຄຳຮູ້ ວ່າລຸງ ຕ້ອງເຈັບໄສ້ຕີ່ງ ! ແຕ່ ເຮົາວ່າ ລຸງຕ້ອງໄສ້ລົງຫຳ,"
ລຸງຄົນໄຂ້  "ໂອຍ ! ເດາຜິດທິ້ງຄູ່ຫັ້ນຫລະ..!!!
...
ລຸງ ກໍແຫ່ງເດົາຜີດກວ່າອີກ!!!...ທຳອີດ ລຸງວ່າ ຊິ ...ຕົດ...ຊື່ ໆ...
...
ແຕ່ ເວນກັມ ! ຂີ້ ມັນອອກ ມາພ້ອມ...ເຕັມໂສ້ງເລິຍ ...ເວົ້າແທ້ ເວົ້າດີ ຫ້ອງນ້ຳ ຢູ່ໃສ ທ່ານໝໍ!!!"
ຄຳຍອດ +ຄຳຮູ້ = !!!
 
Delicious Digg Fark Twitter