ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

(ເອົາມາຈາກ Vientianehour.com)

ສະບາຍດີ ລູກ tuktik DIMAK
 

ລູກເວົ້າເຫມືອນຜູ້ໃຫຍ່ເລີຍໃດຫັ້ນ ສະແດງວ່າລູກຮັກຊາດລາວໂດຍແທ້ ເພາະຄວາມຮັກຊາດລາວໃນຄວາມຫມາຍຂອງພໍນັ້ນຕ້ອງ ຮັກເອກະລັກຂອງຄວາມເປັນລາວ ຖ້າບໍ່ດັ່ງນັ້ນກໍມີແຕ່ຄວາມໃຄ່ ບໍ່ແມ່ນຮັກ ຮັກແທ້ຢູ່ທີ່ຮັກເອກະລັກແຫ່ງຄວາມເປັນລາວ ເອກະລັກທີ່ບອກ ເຖີງຄວາມເປັນລາວທີ່ມາແຮງເປັນອັນດັບຫນຶ່ງນັ້ນ ໄດ້ແກ່ພາສາລາວ ດັ່ງສຸພາສິດວ່າ ພາສາບອກຊາດມາຣະຍາດບອກຕະກຸນ ຄວາມຮັກຊາດທີ່ແທ້ຈີງຈຶ່ງຢູ່ທີ່ຮັກພາສາແລະວັດທະນະທັມຂອງຊາດ ຖ້າຮັກແຕ່ປາກກໍເປັນພຽວຮັກໃຄ່ ຄືຮັກເພື່ອເສບສົມແລ້ວກໍໄປ ຫລືເອົາປະໂຫຍດ ອ້າງຄວາມຮັກຊາດແລ້ວມີແຕ່ກອບໂກຍອັນນັ້ນຮັກໃຄ່ ຫລືຮັກບໍ່ບໍຣິສຸດ ເຫມືອນບ່າວສາວຮັກກັນເພື່ອຄວາມໃຄ່ແລ້ວກໍຈາກຫນີ ແຕ່ຮັກແທ້ຕ້ອງຫວັງແຕ່ງຫວັງສ້າງສາເປັນເຮືອນເປັນຊານ ຮັກພາສາລາວກໍເຊັ່ນກັນ ຢ່າພຽງແຕ່ໃຊ້ພາສາລາວ ແຕ່ບໍ່ຮູ້ວ່າຈະປັບປຸງ ພາສາລາວໃຫ້ຍືນຍົງໄດ້ແນວໃດ
ເມື່ອລູກ tuktik ເວົ້າເຖີງຄົນລາວຫຼາຍຄົນທີ່ຍັງຂຽນອ່ານແລະໃຊ້ພາສາລາວບໍ່ຖືກຕ້ອງໃນເລື່ອງຂອງພະຍັນຊະນະ ການວາງສະຫຼະ ແລະຕົວສະກົດທີ່ລູກພົບເຫັນນັ້ນແມ່ນມີຄວາມຜິດພາດໃນທັງ3ຢ່າງເທົ່າໆກັນສະແດງວ່າລູກຮັກພາສາລາວ ກໍຄືຮັກຄວາມເປັນລາວທີ່ແທ້ຈີງ ແລະຫວັງທີ່ຈະແກ້ໄຂຄວາມຜິດພາດເຫລົ່ານີ້ ພໍ່ຈິ່ງເຊື່ອວ່າລູກຮັກພາສາລາວທີ່ແທ້ຈີງ


ໃນມຸມມອງຂອງພໍ່ນັ້ນ ການແກ້ໄຂບັນຫາພາສາລາວນັ້ນບໍ່ຍາກເລີຍ ງ່າຍຫລາຍທີ່ສຸດ ເບື້ອງຕົ້ນແມ່ນ ເອົາຕົວ ຣ ໃຫ້ເຂົ້າທີ່ເສຍກ່ອນ ພໍ່ຖືວ່າຕົວ ຣ ບໍ່ເຂົ້າທີ່ນີ້ເປັນຄວາມຜິດມະຫັນໃນພາສາລາວ ເຫມືອນເຮືອນຮົ່ວມາແຕ່ລົບ ຈະໄປສ້ອມແປງບ່ອນໃດກໍບໍ່ແລ້ວ ຈະຮົ່ວຢູ່ເຫມືອນເດີມ ຢ່າເລີຍ ໄປແກ້ລົບບົນຫລັງຄານັ້ນກ່ອນແລ້ວຄ່ອຍແກ້ບ່ອນອື່ນ


ຄຳວ່າເອົາຕົວ ຣ ເຂົ້າທີ່ນັ້ນຫມາຍເຖີງການໃຊ້ຕົວ ຣ ໃຫ້ຖືກຕ້ອງຕາມຮາກສັບຈາກບາລີສັນສະກິດ ຢ່າໄປຕົວະໂຕເອງວ່າໃຊ້ຕົວ ຮ ຫລື ລ ແທນກໍໄດ້ ເຊັ່ນ ຣັດຖະບານ ເປັນລັດຖະບານ, ສາທາຣະນະຣັດ ເປັນສາທາລະນະລັດ, ພັກຣັດ ເປັນ ພັກລັດ ເປັນຕົ້ນ ແຕ່ກ່ອນອາດໃຊ້ໄດ້ເພາະ ເປັນສະໄຫມຕໍ່ສູ້ ລຸງພູມີບອກວ່າເພື່ອງ່າຍແກ່ການໃຊ້ ແຕ່ຖ້າບ້ານເມືອງຈະເຣີນແລ້ວກໍຕ້ອງຂຽນໃຫ້ຖືກຕາມເຄົ້າບາລີ ແຕ່ເວລານີບ້ານເມືອງຈະ ເຣີນກ້າວຫນ້າແລ້ວ ຜູ້ຣັບຜິດຊອບວຽກງານນີ້ກໍຍັງບໍ່ຮັກພາສາລາວທີ່ແທ້ຈີງເລີຍ ໄດ້ແຕ່ພຽງຮັກໃຄ່ເທົ່ານັ້ນ ໄດ້ຍິນວ່າມີປະກາດໃຫ້ໃຊ້ຕົວ ຣ ໄດ້ ແຕ່ສະເພາະຄຳທີ່ມາຈາກພາສາຝຣັ່ງອັງກິດເທົ່ານັ້ນ ແຕ່ຫ້າມໃຊ້ກັບຄຳລາວທີ່ມາຈາກພາສາບາລີສັນສະກິດ ກໍຢາກຖາມວ່າເມື່ອພາສາຝຣັ່ງ ອັງກິດແລະພາສາບາລີສັນສະກິດເປັນພາສາເຫງົ້າດຽວກັນຄື ອິນໂດຍຸໂຣບເຫມືອນກັນແລ້ວທ່ານໄປຈຳກັດໄດ້ແນວໃດ ທ່ານໃຊ້ຫລັກການໃດ ທ່ານໃຊ້ອົງຄວາມຮູ້ໃດ ແລະສອດຄ້ອງກັບທິດສະດີໃດທາງດ້ານພາສາສາດ ຜູ້ຮັບຜິດຊອບຕ້ອງຊີ້ແຈງໃຫ້ໄດ້
 

ພໍ່ຈຶ່ງຄິດວ່າ ຄຳຖາມລູກໃນການໃຊ້ພະຍັນຊະນະ ສະຫລະແລະຕົວສະກົດທີ່ໃຊ້ກັນຜິດນັ້ນ ແກ້ບໍ່ຍາກດອກ ຖ້າຕົວ ຣ ອັນເປັນກົກ ເຫງົ້າຂອງບັນຫາໄດ້ຮັບການແກ້ໄຂ້ກ່ອນ ຖ້າຫນ່ວຍງານທີ່ກ່ຽວຂ້ອງເຕື້ອງກ່ອນ ການແກ້ໄຂຈຶ່ງຈະແກ້ໄດ້ ເຫມືອນສຸພາສິດວ່າ ກົກບໍ່ເຕື້ອງ ຕີງຕາຍຕັ້ງແຕ່ຫງ່າ ອັນຫມາຍເຖີງຄົນປາຍແຖວຈະຄິດແກ້ແນວໃດກໍບໍ່ໄດ້ ເພາະກົກບໍເຕື້ອງ
 

ທີ່ສຳຄັນອີກຢ່າງໃນການແກ້ໄຂບັນຫາພາສາລາວນັ້ນຕ້ອງໄດ້ຄົນທີ່ເກ່ງພາສາບາລີສັນສະກິດ ເພາະພາສາລາວ ນັ້ນມາຈາກໄວ ຍາກອນລາວເດີມຄືບາລີສັນສະກິດ ທີ່ເອີ້ນວ່າມູນເດີມຫລືບາລີໃຫຍ່ ຖ້າໄດ້ຄົນຜູ້ຮູ້ມາເຮັດວຽກນີ້ກໍຈະແກ້ໄດ້

ເຊັ່ນປະຈຸບັນ ທີ່ລູກໃຊ້ນັ້ນກໍຜິດ ທີ່ຖືກແມ່ນ ປັດຈຸບັນ ການຂຽນໂຕ ສ ຫຼືໂຕ ຊ ກໍຜິດມາຕະຫລອດ ເມືອງໄຊເສດຖາ ຄວນເປັນເມືອງໄຊເຊດຖາ ການໃຊ້ພະຍັນຊະນະ ສະຫລະ ຕົວສະກົດ ວັນນະຍຸກ ຈະແກ້ໄດ້ດ້ວຍການນັ່ງຊ້ອງຫນ້າກັນແລ້ວຟັງເຫດຜົນກັນແລະໂດຍການທຳການວິໄຈຢ່າງຄັກແນ່ ຢ່າໃຊ້ອຳນາດມາຕັດສິນ ເມື່ອນັກວິຊາການມີອິດສະລະເມື່ອໃດຈຶ່ງຈະແກ້ໄດ້
 

ບໍ່ຊາບວ່າ ພໍ່ໄດ້ຕອບຄຳຖາມລູກແລ້ວຫລືຍັງ ຂອບໃຈທີ່ລູກຖາມຍາວແລະຖາມໄດ້ແບບຜູ້ໃຫຍ່ຂໍຊົມເຊີຍອີຫລີ ແລະຢາກໃຫ້ລູກ ຕ້ອງພາກັນຫ່ວງ ໃຫ້ຊັກຊວນຫມູ່ຄູ່ຄູອາຈານມາຫ່ວງນຳພາສາລາວໃຫ້ຫລາຍຂື້ນ ໃຫ້ພາກັນມາກັງວົນນຳກັນ ມາຕັ້ງຄຳຖາມນຳກັນ ເພາະພາສາ ລາວເປັນສື່ ຫລືພາຫະນະໃນການເດີນທາງ ຖ້າຫມູ່ຂີ່ຣົດ ເຮົາຍັງຂີ່ກວຽນຢູ່ ຊາດຈະກ້າວຫນ້າໄດ້ແນວໃດ ລູກໆທຸກຄົນຄວນກັງວົນນຳພາສາ ລາວແລະພະຍາຍາມໃຊ້ໃຫ້ຖືກ
 

ຈາກ: ດຣ.ສຸເນດ ໂພທິສານ (22/11/2010

Source: http://vientianehour.com/forums/%E0%BA%96%E0%BA%B2%E0%BA%A1-%E0%BA%95%E0%BA%AD%E0%BA%9A-%E0%BA%81%E0%BB%88%E0%BA%BD%E0%BA%A7%E0%BA%81%E0%BA%B1%E0%BA%9A%E0%BA%9E%E0%BA%B2%E0%BA%AA%E0%BA%B2%E0%BA%A5%E0%BA%B2%E0%BA%A7/31-%E0%BA%81%E0%BA%B2%E0%BA%99%E0%BB%83%E0%BA%8A%E0%BB%89%E0%BA%9E%E0%BA%B2%E0%BA%AA%E0%BA%B2%E0%BA%A5%E0%BA%B2%E0%BA%A7.vh#ixzz1g9MuUu4C
Under Creative Commons License: Attribution

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ອີງຕາມປະສົບການຂອງຂ້ອຍ ແລະ ຜູ່ເຖົ້າຜູ່ແກ່ ເວົ້າໃຫ້ຟັງ.

ແຕ່ຫລາຍປີກ່ອນ ແຕ່ຄາວຍັງບໍ່ທັນມີໂທລະສັບມືຖື ພຸ້ນ. ຄົນລາວຫລາຍທ້ອງຖິ່ນ ຮວມທັງວຽງຈັນ ຈະໃຊ້ຄຳວ່າ ເຮືອນ ເມື່ອເວົ້າເຖິງ ບ່ອນຢູ່ອາໄສ ຂອງແຕ່ລະຄອບຄົວ.
ເມື່ອເລີກໂຮງຮຽນ ຫລື ເລີກວຽກ ເລີກການ ເລີກໄຮ່ ເລີກນາ ແລ້ວ ຄົນລາວສ່ວນຫລາຍ ມັກເວັ້າວ່າ ເມືອເຮືອນ. ແຕ່ຂ້ອຍເຄີຍໄດ້ຍິນຄົນລາວທາງຫລວງພະບາງ ມັກເວົ້າວ່າ ໄປບ້ານ. ຂ້ອຍກະບໍ່ຮູ້ວ່າ ຈະແມ່ນບາງຄົນ ທໍ່ນັ້ນບໍ ຫລືວ່າ ຫລາຍຄົນ ທີ່ມັກໃຊ້ຄຳນີ້.
ເພງແລະບົດຟ້ອນບາສີ ສູ່ຂວັນ ຢູ່ທາງປະເທດໄທ ແຕ່ງໂດຍ ອາຈານ ທາງພາກອີສານ ກະໃຊ້ຄຳວ່າເຮືອນ.
ເມື່ອເວົ້າເຖິງຂວັນ ຫລື ວິນຍານ ເຮືອນກໍ່ແມ່ນບໍ່ຢູ່ ບ່ອນສະຖິດ ຂອງຂວັນ. 
ແຕ່ດຽວນີ້ ພາສາລາວເຮົາກໍ່ມີວິວັດທະນາການຫລາຍ ມີຫລາຍສັບ ຫລາຍຄຳໃໝ່ໆ ເກີດຂຶ້ນ.