ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ກະຕູນ 4 ຊ່ອງແຕ້ມເອງ ເລື່ອງລາວສຸດແສນໜ້າຮັກຂອງຄູ່ຮັກສຸດຫວານແຫວວ(?)

ໂປເຕ້ ກັບ ຄອນເນ້

ຈະໜ້າຮັກກັນຂະໜາດໃດ ໄປຕິດຕາມອ່ານກັນໄດ້ເລີຍ XD

 

 

ຍັງມີຕໍ່ ແຕ່ຍັງບໍ່ໄດ້ຕັດເສັ້ນ

ເອົາໄວ້ມື້ໜ້າຈະເອົາມາລົງຕໍ່

--------

** ສຳລັບໃຜທີ່ບໍ່ຮູ້ວ່າ ຢັນເດເຣະ ແມ່ນຫຍັງ

ຢັນເດເຣະ (Yandere) - ແມ່ນພວກທີ່ ປົກກະຕິກະເປັນຄົນທຳມະດາໆ ແຕ່ ຖ້າມີຫຍັງມາກະຕຸ້ນຈິດໃຈ ຈະສະແດງອາລົມຮຸນແຮງອອກມາ ຫຼື ອາດຈະເອີ້ນງ່າຍໆວ່າ ອາການຫຶງໂຫດ! (ໃຜຢາກຮູ້ເພີ່ມເຕີມ ລອງຄົ້ນຄຳນີ້ໃນ Google)

--------

ໂຄສະນານິດໜຶ່ງ

 ໃຜມັກງານຂອງມິມີ່ ເຂົ້າໄປກົດ Like ໄດ້ທີ່ Page ຂອງມີ່ ໃນ FaceBook ເດີ້ XD

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຄຳເຕືອນ: ໂຫຼດໂຫດໂຄດດ

ໃຜທີ່ເນັດບໍ່ແຮງພໍ ເຂົ້າມາແລ້ວກົດ Stop Loading ແລ້ວກົດເປັນ Link ເອົາເດີ້

 

ມື້ນີ້ມີເອົາຄອມມິກທີ່ເຄີຍຂຽນມາໃຫ້ອ່ານຫຼິ້ນ ສ່ວນໃຫຍ່ກະຂຽນໄວ້ດົນແລ້ວ ແຕ່ເນື່ອງຈາກມັນເປັນແນວແອັກຊັ້ນ-ແຟນຕາຊີ ກະເລີຍບໍ່ເຄີຍເອົາມາລົງແຖວນີ້ (ແບບວ່າ ຢ້ານບໍ່ມີຄົນອ່ານ =w=')

ແຕ່ມື້ນີ້ລອງເອົາມາໃຫ້ອ່ານເບິ່ງ ຖ້າມີຄົນສົນໃຈກະອາດຈະຂຽນຕໍ່ ຫຼືບໍ່ຊັ້ນກະຂຽນເລື່ອງໃຫມ່ໄປເລີຍ ເຫິໆ (ແລ້ວນິຍາຍເດະ!)

 

ທີ່ຂຽນໆໄວ້ກະມີຢູ່ຫຼາຍເລື່ອງ ແຕ່ສ່ວນໃຫຍ່ຈະຂຽນປະກອບໂປຣເຈັກອື່ນ ຢ້ານອ່ານບໍ່ເຂົ້າໃຈ

ອັນທີ່ເກົ່າກວ່ານີ້ກະຫ່ວຍເກີນ ຈົນບໍ່ກ້າເອົາມາລົງ (ຮະໆ)

ທີ່ເອົາມານີ້ ມີຢູ່ 3 ເລື່ອງ ເປັນເລື່ອງທີ່ເກີດຂຶ້ນໃນໂລກດຽວກັນ ແຕ່ຄົນລະບ່ອນ + ຕົວລະຄອນບາງຕົວກະບໍ່ຮູ້ຈັກກັນ

ອັນທີ່ຈິງແມ່ນຂຽນຂຶ້ນເພື່ອການຝຶກຝົນການຂຽນສາກແອັດຊັ້ນນ່ະ ມັນກະເລີຍຍັງຄົງພ້ຽນຢູ່ຫຼາຍຈຸດ

ເອົາເປັນວ່າລອງມາອ່ານກັນເລີຍ ' x '

 

ເລື່ອງທີ 1: ຮ້ານຂາຍອາວຸດຂອງດິວເຊ

Link: Page 01 / Page 02

 

ເລື່ອງນີ້ ທຳອິດຂຽນຂຶ້ນຫຼິ້ນໆເພາະຄິດມຸກອອກມາໄດ້ ແຕ່ຕອນນີ້ມັນຕໍ່ຍອດຍາວ ມີປະຫວັດຕົວລະຄອນ ເບື້ອງຫລັງ ແລະອະດີດອີກຫຼາຍຢ່າງ

ມື້ໃດມື້ໜຶ່ງກະຢາກຂຽນເຖິງອະດີດຂອງອາຣິເອວຄືກັນ X D

 

ເລື່ອງທີ 2: Double S ຊິວຣິສ ແລະ ເຊໂຣນີ້

Link: Page 00 / Front Page / Page 01 / Page 02 / Page 03 / Page 04 / Page 05 / Page 06 / Page 07 / Page 08 / Page 09 / Page 10 / Page 11 / Page 12

 

ເລື່ອງນີ້ທຳອິດ ແຕ້ມຂຶ້ນເພື່ອລອງໂປຣແກຣມ Manga Studio 4 ແລະຮູ້ສຶກວ່າຄິດຜິດທີ່ແຕ້ມແບບສານເສັ້ນ ເພາະມັນກິນເວລາດົນນນນນນ (ປະມານໜ້າລະ 1 ມື້ເຕັ້ມໆ)

 

ຊິວຣິສມັນເປັນຄົນຂີ້ອາຍຍຍຍຍ ໂດຍສະເພາະຕໍ່ໜ້າສາວນ້ອຍໜ້າຮັກ (ມັນມັກຈະຖືກລຸ້ນອ້າຍລຸ້ນເອື້ອຍຢູ່ຖານບັນຊາການເວົ້າຢອກຕະຫຼອດ ຮຸໆ)

ພໍ່ແມ່ຂອງຊິວຣຶສບໍ່ຄ່ອຍຖືກກັນ ແຖມຍັງເປັນຄົນດັງໝົດສອງ ທ່ານແມ່ເປັນຍອດນັກດາບຍິງຜູ້ມີຊື່ສຽງ ສ່ວນທ່ານພໍ່... ຍັງບອກບໍ່ໄດ້

ເຊໂຣນີ້ ເປັນເດັກທີ່ຂ້ອນຂ້າງໃສຊື່ ມີອະດີດຂ້ອນຂ້າງເສົ້າ ແຕ່ຍັງບໍ່ຂໍກ່າວເຖິງ

ທີ່ຈິງຊິວຣິສມັນຮຽນຢູ່ສະຖາບັນດຽວກັນກັບອາຣິເອວ (ເລື່ອງທີ1ນ່ະ) ຢູ່ຫ້ອງດຽວກັນນຳ ແຖມອາຣິເອວຍັງມັກມາຕື້ຂໍຢືມດາບໄປໃຊ້ອີກ (ຖ້າໃຫ້ໄປສົງໃສດາບຈະເຫຼືອແຕ່ຊາກ...)

 

 

ເລື່ອງທີ 3: ເລື່ອງວຸ້ນວາຍໃນເມືອງເຟເຣສ ຕອນ ເລື່ອງອຸກໃຈຂອງພູຣິນ

Link: Page 01 / Page 02 / Page 03 / Page 04 / Page 05 / Page 06 / Page 07

 

ເປັນອີກເລື່ອງທີ່ແຕ້ມດ້ວຍ Manga Studio 4 ໄດ້ບົດຮຽນຈາກເລື່ອງທີ່ແລ້ວ ເທື່ອນີ້ເລີຍໃຊ້ວິທີຖົມດຳເອົາ ຖືວ່າອອກມາເປັນທີ່ໜ້າພໍໃຈ *0*

ທີ່ຈິງຕົວເອກຂອງເລື່ອງນີ້ແມ່ນເຊວເຟີ (ທີ່ຊື່ເຕັມໆວ່າ ຄຣິສ ເຊວເຟີ)

ແມວບ້າເຊວເຟີ ກັບໝາບ້າຄາກັສ ພວກນີ້ເຈິໜ້າກັນເທື່ອໃດເປັນຕ້ອງກັດກັນຕະຫຼອດ ຈົນຄົນຂຽນເອງກະເໝື່ອຍກັບມັນ ຮະໆ

ແຕ່ທີ່ຈິງພວກນີ້ເປັນຄູ່ທີ່ມີ່ມັກນະ ເຖິງຈະເຈິໜ້າກັນກະມີແຕ່ເລື່ອງຕະຫຼອດຈົນເດືອດຮ້ອນຄົນອ້ອມຂ້າງໃຫ້ໄດ້ຈັບແຍກ ແຕ່ບາດໄດ້ຮ່ວມມືກັນຂຶ້ນມາພັດເກ່ງເທບອະ ເປັນຄູ່ກັດທີ່ເຂົ້າກັນໄດ້ດີຢ່າງໜ້າປະຫຼາດ(?)

ຖ້າໃຫ້ຂຽນແທ້ໆ ເລື່ອງຂອງພວກນີ້ໜ້າຈະຍາວວວວ ເພາະມັນມີສາເຫດທີ່ຄາກັສຢາກຍຶດເມືອງ ເຫດຜົນທີ່ເສຍຕາຂວາໄປ ແລ້ວຍັງເລື່ອງອະດີດຂອງເຊວເຟີ ສາເຫດທີ່ກາຍມາເປັນພະລາຊາ ລວມເຖິງເລື່ອງຄຳສາບອີກ

ແຕ່ສະຫຼຸບແລ້ວ ສອງຄົນນີ້ກະຍັງຄົງເປັນພວກບ້າ + ຕິ່ງຕ໊ອງ ຢູ່ດີ ຮະໆ

 

 

ອ່ະ ໝົດແລ້ວ

 

ຂຽນຄອມມິກເປັນອີ່ຫຍັງທີ່ເປືອງແຮງສຸດໆ ຈົນຮູ້ສຶກນັບຖືນັກຂຽນມືອາຊີບເລີຍແຫຼະ

ມືອາຊີບເຂົາຂຽນໄດ້ອາທິດລະ 15-19 ໜ້າ ( =[]=! ) ເຮົາ ເດືອນລະ 10 ໜ້າຍັງວ່າຍາກລະ

 

ມີໂປຣເຈັກຄອມມິກອີກ 2-3 ໂປຣເຈັກທີ່ຢາກຂຽນ ແຕ່ຍັງຄົງດອງໃນໄຫຕໍ່ໄປ (ຂໍເວລາໄປຊອກຫາຄວາມດຸໝັ່ນກ່ອນ =A=')

ເອົາເປັນວ່າ ຂອບໃຈທຸກຄົນທີ່ເຂົ້າມາອ່ານ ແລະດີໃຈທີ່ອ່ານຈົນຈົບ

ຂອບໃຈທີ່ໂຫຼດກະທູ້ ແລະຂອບໃຈສຳລັບທຸກຄຳຄິດເຫັນ ^ ^

ຂຽນເມື່ອ ຂຽນເມື່ອ: ມ.ສ.. 13, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນຈະຂໍອະທິບາຍກ່ອນວ່າ Vocaloid ແມ່ນຫຍັງ (ແບບຂ້າວໆ)

Vocaloid ແມ່ນໂປຣແກຣມແຕ່ງສຽງຮ້ອງເພງພາສາຍີ່ປຸ່ນ ເຊິ່ງມີມາສຄອຕເປັນຕົວກະຕູນ

ປັດຈຸບັນມີຄົນເອົາໄປແຕ່ງສຽງຮ້ອງ ແຕ້ມ MV ໃນແບບຂອງຕົວເອງລົງ Niconico ແລະ Youtube ເປັນຈຳນວນຫລວງຫລາຍ ເຮັດໃຫ້ມີຊື່ສຽງໂດ່ງດັງ ໂດຍສະເພາະ ຮັທສຸເນະ ມິກຸ ມາສຄັອຕຕົວທຳອິດຂອງໂວຄາລອຍ2 ເຊິ່ງປັດຈຸບັນກາຍເປັນເນັດໄອດ້ອລທີ່ມີແຟນໆທົ່ວໂລກໄປແລ້ວ (ໃຜຢາກຮູ້ເລື່ອງ Vocaloid ເພີ່ມເຕີມ ກະບອກມາໄດ້ ຈະເອົາມາໂພສໃຫ້ອ່ານ ຫລືລອງຊອກອ່ານໃນ google ກະໄດ້)

ເພງນີ້ມີ່ບໍ່ຮູ້ວ່າໃຜເປັນຄົນແຕ່ງ ເລີຍໃຫ້ເຄຣດິດບໍ່ໄດ້ (ທີ່ຈິງຄື ຄ້ານຫາຂໍ້ມູນ ຮະໆ)

ຂໍຂຽນເລົ່າເລື່ອງລາວຕາມພາບ ແລະເນື້ອເພງ ບໍ່ໄດ້ແປເນື້ອເພງຕົງໆ ໃຜຢາກຮູ້ເນື້ອເພງລອງອ່ານເອົາເອງກະແລ້ວກັນ ^^

 

ແນະນຳຕົວລະຄອນ

ເບິ່ງຮູບນີ້ ຈາກຊ້າຍໄປຂວາ

ຄົນທຳອິດ ໄຄໂຕະ ເຈົ້າຊາຍແຫ່ງເມືອງສີຟ້າ

ຕໍ່ມາ ຮັທສຸເນະ ມິກຸ ເຈົ້າຍິງຜູ້ງົດງາມແຫ່ງເມືອງສີຂຽວ

ຄາກາມິເນະ ຣິນ ເຈົ້າຍິງປີສາດຜູ້ປົກຄອງເມືອງສີສົ້ມ

ຄາກາມິເນະ ເລນ ຂ້າຮັບໃຊ້ຂອງເຈົ້າຍິງຣິນ

ເມໂກະ ອັດສະວິນສີແດງຜູ້ເຕົ້າໂຮມກຳລັງທະຫານ

 

ຕອນທີ 1 Daughter of Evil ທິດາປີສາດ

ຄັ້ງຫນຶ່ງນານມາແລ້ວ

ມີດິນແດນທີ່ຖືກປົກຄອງຢ່າງໂຫດຮ້າຍທາລຸນ ຊື່ວ່າເມືອງສີສົ້ມ ເຊິ່ງມີເຈົ້າຍິງນາມວ່າ ຄາກາມິເນະ ຣິນ ຜູ້ມີອາຍຸພຽງ 14 ປີ ເປັນຜູ້ປົກຄອງ

ລາວເປັນຄົນທີ່ມີຈິດໃຈຊົ່ວຮ້າຍ ຫລົງຮັກການໃຊ້ຊີວິດຢ່າງຫລູຫລາ ຫາກມີຫຍັງບໍ່ຖືກໃຈຈະອາລະວາດທຳລາຍ ຫາກເງິນທອງບໍ່ພໍໃຊ້ກໍ່ຂູດຮີດພາສີຈາກປະຊາຊົນ ຫາກໃຜອາດຕໍ່ຕ້ານຈະຖືກນຳຕົວໄປປະຫານ

ເຈົ້າຍິງມີຂ້າຮັບໃຊ້ຜູ້ຊື່ສັດເປັນເດັກຫນຸ່ມຜູ້ມີຫນ້າຕາຄ້າຍຄືກັນ

ເຈົ້າຍິງຕົກຫລຸມຮັກເຈົ້າຊາຍແຫ່ງເມືອງສີຟ້າ

ຫາກແຕ່ເຈົ້າຊາຍນັ້ນກັບມອບໃຈໃຫ້ແກ່ເຈົ້າຍິງເມືອງສີຂຽວ

ສ້າງຄວາມອິດສາລິດສະຫຍາໃຫ້ແກ່ເຈົ້າຍິງ ແລະຍິ່ງຮູ້ສຶກເຈັບປວດເມື່ອຂ້າຮັບໃຊ້ຜູ້ຊື່ສັດກໍ່ຕົກຫລຸມຮັກເຈົ້າຍິງແຫ່ງເມືອງສີຂຽວ

ແຕ່ເຖິງຈະຮູ້ດັ່ງນັ້ນ ເຈົ້າຍິງກໍ່ຍັງສັ່ງຂ້າຮັບໃຊ້ດ້ວຍສຽງອັນເຢືອກເຢັນວ່າ

“ຈົງໄປທຳລາຍເມືອງສີຂຽວຊະ”

ຂ້າຮັບໃຊ້ຫນຸ່ມ ນ້ອມຮັບບັນຊາເຈົ້າຍິງຢ່າງຊື່ສັດ ເຖິງແມ່ນວ່າຈະເຈັບປວດທີ່ຕ້ອງປິດຊີວິດຂອງຄົນທີ່ຕົນເອງຮັກ

ເມືອງສີຂຽວ ຖືກເຜົາໄຫມ້ທຳລາຍວາຍວອດ ພ້ອມກັບການຕາຍຂອງເຈົ້າຍິງເມືອງສີຂຽວ

ສ້າງຄວາມໂສກເສົ້າເສຍໃຈໃຫ້ແກ່ເຈົ້າຊາຍເມືອງສີຟ້າ

ດ້ວຍຄວາມໂກດແຄ້ນ ເຈົ້າຊາຍແຫ່ງເມືອງສີຟ້າ ໄດ້ຮ່ວມມືກັບອັດສະວິນສີແດງຜູ້ເຊິ່ງຄອບຄົວຖືກທຳລາຍໂດຍເຈົ້າຍິງຣິນຜູ້ຊົ່ວຮ້າຍ ເພື່ອໂຄ່ນລົ້ມທຳລາຍລ້າງການປົກຄອງທີ່ບໍ່ເປັນທຳ

ພວກທະຫານໄດ້ບຸກເຂົ້າເພື່ອຈັບຕົວເຈົ້າຍິງຣິນ

ໃນເວລານັ້ນຂ້າຮັບໃຊ້ໄດ້ຫລົບຫນີຫາຍສາບສູນ

ເຈົ້າຍິງຜູ້ໄຮ້ຊຶ່ງກຳລັງໄດ້ຖືກຈັບກຸມເພື່ອນຳໄປປະຫານຊີວິດ ຫາກແຕ່ໃນວິນາທີສຸດທ້າຍຂອງຊີວິດ ໃບຫນ້າຂອງເຈົ້າຍິງ ຍັງຄົງເຕັມໄປດ້ວຍຮອຍຍິ້ມປິດສະຫນາ…

ຈົນໃຜໆຕ່າງກໍ່ເລົ່າຂານວ່າ ເຈົ້າຍິງນັ້ນເປັນທິດາປີສາດ

ແຕ່ ເລື່ອງລາວຍັງບໍ່ຈົບລົງພຽງເທົ່ານັ້ນ…

 

ຕອນທີ 2 Servant of Evil ຂ້າຮັບໃຊ້ປີສາດ

ຄັ້ງຫນຶ່ງນານມາແລ້ວ ຝາແຝດຄູ່ຫນຶ່ງໄດ້ຖືກກຳເນີດຂຶ້ນມາພ້ອມຄວາມຫວັງ

ຫາກແຕ່ໂຊກຊະຕາໄດ້ນຳພາໃຫ້ພວກເຂົາຕ້ອງແຍກຈາກກັນຕັ້ງແຕ່ເຍົາໄວ

ເມື່ອຫວນກັບມາພົບກັນອີກຄັ້ງ

ລາວໄດ້ກາຍເປັນເຈົ້າຍິງຜູ້ສູງສັກ ແຕ່ຕົວຂ້ອຍເປັນພຽງຂ້າຮັບໃຊ້

ຖ້າເພື່ອປົກປ້ອງລາວ ແມ່ນຈະກາຍເປັນປີສາດຮ້າຍກໍ່ຍອມທຳຕາມ

ເຖິງແມ່ນວ່າທຸກສິ່ງໃນໂລກຈະເປັນສັດຕູກັບລາວ ຂ້ອຍກໍ່ຈະປົກປ້ອງລາວ…

ຄັ້ງຫນຶ່ງຂ້ອຍໄດ້ໄປຢ້ຽມຢາມດິນແດນໃກ້ຄຽງ ໄດ້ພົບກັບເດັກສາວແຫ່ງເມືອງສີຂຽວຜູ້ສະງ່າງາມທັງກາຍໃຈ ຂ້ອຍໄດ້ຕົກຫລຸມຮັກຮອຍຍິ້ມອັນສະຫວ່າງສະໄຫວນັ້ນໃນທັນໃດ

ຫາກແຕ່ເຈົ້າຍິງຕ້ອງການກຳຈັດເດັກສາວຜູ້ນັ້ນ ຂ້ອຍຈຶ່ງຕ້ອງຕອບສະຫນອງຕາມຄວາມຕ້ອງການ

ແຕ່ເປັນຫຍັງ ນ້ຳຕາຈຶ່ງບໍ່ອາດຢຸດໄຫລໄດ້…?

ຮອຍຍິ້ມຂອງເຈົ້າຍິງ ຍັງຄົງສະຫວ່າງໃສເບິ່ງໄຮ້ດຽງສາ ເຖິງແມ່ນວ່າເມືອງສີຂຽວຈະຖືກທຳລາຍ

ໃນຂະນະທີ່ ກອງທັບແຫ່ງເມືອງສີຟ້າ ແລະອັດສະວິນສີແດງ ໄດ້ບຸກມາທີ່ເມືອງ

ອີກບໍ່ດົນ ດິນແດນນີ້ອາດຕ້ອງຖືກທຳລາຍດ້ວຍນ້ຳມືຂອງຊາວເມືອງຜູ້ໂກດແຄ້ນ… ເຖິງນີ້ຈະເປັນສິ່ງທີ່ເຮົາສົມຄວນຈະໄດ້ຮັບ ແຕ່…ຂ້ອຍຂໍຮັບບາບນີ້ໄວ້ແຕ່ພຽງຜູ້ດຽວ…

ຂ້ອຍແນມເບິ່ງເຈົ້າຍິງຜູ້ແສນສຳຄັນ

“ນີ້ ຂ້ອຍໃຫ້ຢືມຊຸດຂອງຂ້ອຍ”
“ໃສ່ຊະ ແລ້ວຫນີອອກໄປເຖີດ”
“ບໍ່ເປັນຫຍັງ ພວກເຮົາເປັນຝາແຝດ, ບໍ່ມີໃຜຮູ້ແນ່ນອນ”

ຕອນນີ້ຂ້ອຍເປັນເຈົ້າຍິງ ສ່ວນລາວເປັນຜູ້ຫລົບຫນີ…

ພວກເຮົາເປັນຝາແຝດ ແຕ່ມີໂຊກຊະຕາທີ່ຕ້ອງພັດພາກຈາກກັນ

ຫາກແມ່ນວ່າລາວເປັນປີສາດຮ້າຍ ສາຍເລືອດນັ້ນກໍ່ໄຫລວຽນໃນຮ່າງກາຍຂອງຂ້ອຍເຊັ່ນກັນ…

ແລ້ວຕົວຂ້ອຍ ກໍ່ຖືກຈັບຕົວໄປຍັງແດນປະຫານ…



ຄັ້ງຫນຶ່ງນານມາແລ້ວ ນະດິນແດນແຫ່ງປີສາດ

ຜູ້ທີ່ປົກຄອງດິນແດນແຫ່ງນັ້ນ ແມ່ນເອື້ອຍຜູ້ຫນ້າຮັກຂອງຂ້ອຍເອງ

ເຖິງແມ່ນວ່າທຸກສິ່ງບົນໂລກນີ້ຈະເປັນສັດຕູກັບລາວ ຂ້ອຍກໍ່ຈະຂໍຢູ່ຄຽງຂ້າງເພື່ອປົກປ້ອງລາວ…

ຂໍໃຫ້ລາວຍິ້ມແລະຫົວຢູ່ທີ່ໃດຈັກແຫ່ງ…

ຫາກສາມາດເກີດໃຫມ່ໄດ້… ຂໍໃຫ້ເຮົາໄດ້ຫລິ້ນນຳກັນອີກ…

 


 ຕອນທີ 3 Regret Message ຖ້ອຍຄຳແຫ່ງຄວາມເສຍໃຈ

ຣິນໂສກເສົ້າເສຍໃຈກັບການຈາກໄປຂອງຂ້າຮັບໃຊ້ຜູ້ຊື່ສັດ ເລນ ຄົນທີ່ຢູ່ຄຽງຂ້າງເຈົ້າຍິງມາຕະຫລອດ ແຕ່ຕອນນີ້ຣິນບໍ່ໄດ້ເປັນເຈົ້າຍິງຜູ້ສູງສັກອີກແລ້ວ… ເປັນພຽງຜູ້ຫລົບຫນີເຊິ່ງບໍ່ມີສະຖານທີ່ໃຫ້ຫວນກັບ

ຖ້ອຍຄຳໃນຄັ້ງອະດີດຂອງເລນ ບອກໄວ້ວ່າ ຫາກຂຽນຄຳອະທິຖານລົງໃນຂວດແກ້ວ ປ່ອຍໃຫ້ລ່ອງລອຍໄປໃນທະເລ… ຄຳອະທິຖານນັ້ນກໍ່ຈະເປັນຈິງ

ຣິນເຄີຍຄິດວ່າຄວາມເຊື່ອນັ້ນໄຮ້ສາລະ ເພາະວ່າທຸກສິ່ງທຸກຄວາມປາດຖະຫນາເລນບັນດານໃຫ້ເປັນຈິງໄດ້… ແຕ່ເມື່ອຕອນນີ້ບໍ່ມີເລນຢູ່ແລ້ວ ຄວາມເຊື່ອນັ້ນກັບກາຍເປັນຄວາມຫວັງພຽງຫນຶ່ງດຽວ

ຣິນຮູ້ສຶກເສຍໃຈກັບການຕາຍຂອງເລນ ເຖິງຈະຮູ້ຢູ່ແກ່ໃຈວ່າເລນຕ້ອງເຈັບປວດຝືນທົນທຳຕາມຄຳສັ່ງຂອງລາວ ແຕ່ກວ່າຈະຮູ້ວ່າເລນສຳຄັນພຽງໃດ ທຸກຢ່າງກໍ່ສາຍເກີນໄປແລ້ວ

ຣິນພາວະນາອະທິຖານ ຂໍໃຫ້ໄດ້ພົບກັນອີກຄັ້ງ…

“ເມື່ອເຖິງຕອນນັ້ນ… ຂໍໃຫ້ເຮົາໄດ້ເກີດເປັນຝາແຝດກັນອີກຄັ້ງ”
ສຽງຂອງເລນແວ່ວມາໃຫ້ໄດ້ຍິນກືນກັນກັບສຽງທະເລ

ຣິນຍິ້ມອອກມາ ເງີຍຫນ້າຂຶ້ນແນມເບິ່ງເທິງຟາກຟ້າ…

“ຫັ້ນແຫລະເນາະ…”



ເວລາລ່ວງເລີຍຜ່ານໄປອີກແສນດົນນານ ນະຫ້ອງທົດລອງແຫ່ງຫນຶ່ງ ຫຸ່ນຍົນຜູ້ສ້າງສຽງເພງຄູ່ຫນຶ່ງ ໄດ້ຖືກຳເນີດຂຶ້ນໃນໂລກນີ້

ຊື່ຂອງຫຸ່ນຍົນຄື ຄາກາມິເນາະ ຣິນ

ໃນຕອນນັ້ນ ຣິນໄດ້ພົບກັບຫຸ່ນຍົນຝາແຝດເຊິ່ງມີຫນ້າຕາຄ້າຍຄືກັນ…

ນ້ຳຕາຢົດຫນຶ່ງ ໄຫລລິນລົງມາຢ່າງບໍ່ຮູ້ສາເຫດ…

(ຈົບ...)


ເລນໃນເລື່ອງນີ້ ຜູ້ເສຍສະຫລະໂຄດໆ ຕອນຈົບໂຄດເສົ້າ + ຊຶ້ງ T^T
ສ່ວນຣິນ ເທີຊົ່ວຮ້າຍເກີນໄປແລ້ວ ແຕ່ກະຍັງຫນ້າຮັກ ຮາາາ
ມິກຸ ມາດນາງເອກສ່ອງປະກາຍ (ແຕ່ຄົນດີມັກຕາຍໄວ ອານະ)
ໄຄໂຕະ ຄົນນີ້ກະມາດພະເອກ
ສ່ວນເມໂກະ… ແບບວ່າຂ້ອນຂ້າງຈະຈືດຈາງໃນເລື່ອງນີ້ =w=’

ໂຄດມັກປະໂຫຍກຂອງເລນທີ່ວ່າ ເຖິງທຸກຄົນຈະເປັນສັດຕູກັບລາວກໍ່ຈະຂໍປົກປ້ອງລາວ T^T

ຈັ່ງໃດກະມັກຝາແຝດຄູ່ນີ້ທີ່ສຸດໃນໂວຄາລອຍແລ້ວແຫລະ
 

ເອົາເນື້ອເລື່ອງຂ້າວໆອີກເທື່ອ ເຜື່ອຄົນບໍ່ເຂົ້າໃຈ

ຢາກບອກວ່າ ໂວຄາລອຍ ມັນມີເພງທຸກແນວ ທຸກສະໄຕລ ທຸກຮູບແບບ ເພາະມັນມີຫລາຍຄົນແຕ່ງ ມີຕັ້ງແຕ່ເພງແນວຫນ້າຮັກ ໂມເອະ ຄິຂຸ ແນວຣັອກ ແນວຫລອນໆ ໂຫດໆ ແນວສຽດສີສັງຄົມ ແນວວາຍໆ(ອັນນີ້ມີຫລາຍ ຮາ) ແລະອື່ນໆ ແຕ່ໃນນັ້ນກະມີສ່ວນຫນຶ່ງທີ່ເປັນເພງ original ຂອງຕົ້ນສັງກັດ ຜູ້ສ້າງໂວຄາລອຍ

ໄດຯນີ້ມີແຕ່ຄຳສັບສະເພາະ ຮະໆໆ ໃຜບໍ່ເຂົ້າໃຈຄຳໃດ ໄປຫາອ່ານເອົາໃນ**ກະທູ້ນີ້** =w=

 

* ຂອບໃຈຄົນທີ່ອ່ານຈົນຈົບ (ມີ່ຮູ້ວ່າບາງຄົນອ່ານບໍ່ຫມົດ ຢ່າມາຊຶນເດເຣະ ຮາໆ)