ຂຽນເມື່ອ: ກ.ລ.. 15, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ຕອນນີ້ ກຳລິງຄິດວ່າຈະເອົານິຍາຍເລື່ອງໃຫມ່ມາລົງ (ແນວແຟນຕາຊີທີ່ເຄີຍເວົ້າວ່າຈະຂຽນ)
ແຕ່ຮູ້ສຶກວ່າໄດອາຣີເລື່ອງນີ້ມັນຫາຍໄປກັບພັນລາວ3 ເລີຍຄິດວ່າຈະເອົາເລື່ອງນີ້ມາລົງໃໝ່ຈົນຈົບກ່ອນ ແລ້ວຈຶ່ງເອົາເລື່ອງໃໝ່ມາລົງ
ອັນນີ້ເປັນຕອນກ່ອນໜ້ານີ້ (ໃຜຍັງບໍ່ໄດ້ອ່ານ ກັບໄປອ່ານກ່ອນເດີ້)
ມື້ທີ 1 ວັນຈັນ
ມື້ທີ 2 ວັນອັງຄານ
"7 ວັນຜັນຊະຕາ"
"ມື້ທີ 3 ວັນພຸດ"
ມື້ນີ້ໝູ່ໃນກຸ່ມຂ້ອຍຊວນໄປເລາະສູນການຄ້າໃກ້ໆນີ້ ພໍດີວ່າມື້ນີ້ຫວ່າງພ້ອມໆກັນ ອີກຢ່າງຂ້ອຍກະບໍ່ໄດ້ຄາວຽກຫຍັງ ກະເລີຍຕອບຕົກລົງໄປ
ບໍ່ໄດ້ໄປເລາະພ້ອມໜ້າກັນຫ້າຄົນດົນແລ້ວ ຂ້ອຍເລີຍຄິດວ່າ ກະດີຄືກັນ ເພາະປົກກະຕິຂ້ອຍກະບໍ່ຄ່ອຍໄດ້ໄປໃສຢູ່ແລ້ວ ເນື່ອງຈາກວ່າເປັນລູກຄົນດຽວ ໝູ່ກະບໍ່ຄ່ອຍຫຼາຍກະເລີຍໄດ້ຢູ່ແຕ່ບ້ານຕະຫຼອດ
ພວກໝູ່ຂ້ອຍບອກວ່າ ຫຼັງເລີກເມືອແລ້ວຈຶ່ງຖ້າໄປພ້ອມກັນ ແລ້ວເຂົາເຈົ້າກະແຍກຍ້າຍກັນໄປເຮັດກິດຈະກຳວຽກງານຂອງເຂົາເຈົ້າ
ຂ້ອຍກະໄດ້ຢູ່ຜູ້ດຽວອີກຕາມເຄີຍ... ເລີ້ມຈະລຶ້ງເຄີຍກັບສະພາບແບບນີ້ແລ້ວ ເລີຍໄປນັ່ງຖ້າຢູ່ໂຕະຫິນຄືເກົ່າ
ມື້ນີ້ຢູ່ໂຕະຫິນມີຄົນນັ່ງຂ້ອຍຂ້າງເຕັມ ຂ້ອຍເລີຍໄປຂໍນັ່ງນຳເຂົາເຈົ້າ ຈັບມືຖືຂຶ້ນມາເບິ່ງພົບວ່າແບັດໃກ້ຈະໝົດແລ້ວ... ຄົງຈະບໍ່ເປັນຫຍັງຕິ
ຫຼັງແນມເບິ່ງນັ້ນນີ້ໄປໄດ້ພັກໜຶ່ງ ຂ້ອຍກໍ່ຄິດຍ້ອນໄປເຖິງຄົນທີ່ຂ້ອຍເຄີຍເຈິມື້ກ່ອນ...
ຜູ້ຊາຍແປກໆທີ່ຮູ້ຈັກຊື່ຂ້ອຍ ແຖມຍັງເວົ້າຫຍັງແປກໆອີກ...
ຫຼືວ່າລາວຈະເຄີຍຮູ້ຈັກຂ້ອຍ ແຕ່ຂ້ອຍຈື່ບໍ່ໄດ້? ແຕ່ເທົ່າທີ່ຂ້ອຍຄິດອອກ ຂ້ອຍວ່າຂ້ອຍບໍ່ເຄີຍຮູ້ຈັກລາວໄດ໋ລະ ຫາກໍ່ເຄີຍເຈິກັນເທື່ອດຽວ ຂະໜາດໜ້າຂ້ອຍຍັງຈື່ບໍ່ຄ່ອຍໄດ້ແນ່ະ ອີກຢ່າງຂ້ອຍກະບໍ່ຮູ້ວ່າເປັນຄົນຫ້ອງໃດປີໃດ ເລີຍຄິດວ່າຄົງຈະບໍ່ໄດ້ເຈິອີກແລ້ວຕິ
ເມື່ອກິ່ງເລີກຮຽນດັງຂຶ້ນ ຂ້ອຍກໍ່ວ່າຈະຍ່າງໄປທີ່ຈຸດລວມຕົວ ແຕ່ຕ້ອງຖ້າໃຫ້ຄົນອື່ນອອກໄປໝົດກ່ອນ ເພາະຂ້ອຍບໍ່ຢາກໄປແຫຍ້ນຳກະເຈົ້າ ນັ່ງຢູ່ໂຕະຫິນຈົນຄົນເລີ່ມຊາ ຂ້ອຍຈຶ່ງລຸກຂຶ້ນ ແຕ່ທັນໃດນັ້ນ ສຽງໆໜຶ່ງໄດ້ຢຸດຂ້ອຍໄວ້
“ພິມ”
ຂ້ອຍຫັນກັບໄປຫາທີ່ມາຂອງສຽງໂດຍອັດຕະໂນມັດ ປະກົດວ່າເປັນຜູ້ຊາຍຄົນໜຶ່ງເຊິ່ງມີຮູບຮ່າງສູງສົມສ່ວນ ຜິວຂາວແຖມຍັງໜ້າຕາດີ... ເບິ່ງໆໄປແລ້ວກະຄຸ້ນໆແຮະ ແຖມຍັງເອີ້ນຊື່ຂ້ອຍອີກ
ຂ້ອຍເຮັດໜ້າງົງ ຄິດຢູ່ຫຼາຍວິນາທີ ກ່ອນຈະຄິດອອກວ່າແມ່ນໝໍນັ້ນ ທີ່ຂ້ອຍເຄີຍເຈິມື້ກ່ອນ...ຖ້າຈື່ບໍ່ຜິດ ໜ້າຈະຊື່ວ່າເມກ ...ໜ້າຈະແມ່ນ??
“ເພິ່ນ... ອີກລະ?” ຂ້ອຍເຮັດໜ້າຫຍຸ້ງ “ໂທດເດິ ເຂົາຟ້າວນະ ໄປກ່ອນເດິ” ຂ້ອຍພາຍາຍາມເວົ້າຕັດບົດ ເພາະຢ້ານໝູ່ຖ້າດົນ ແບັດມືຖືກະໃກ້ຊິໝົດລະ ດ໋ຽວກະເຈົ້າຊິໄປປະ
ຂ້ອຍກັບຫຼັງຫັນ ກຳລັງຊິອອກຍ່າງ ແຕ່ແຂນຂ້າງໜຶ່ງຂອງຂ້ອຍກໍ່ຖືດຶງໄວ້ ຫັນກັບໄປກະເຫັນເມກເຮັດໜ້າເສີຍເມີຍຈັບແຂນຂ້ອຍໄວ້ແໜ້ນເໝືອນກັບຈະບໍ່ໃຫ້ໜີໄປໃສ
ທຳອິດຂ້ອຍກະງົງໆ ແຕ່ບໍ່ດົນຂ້ອຍກະເລີ່ມຈະຮູ້ສຶກຫງຸດຫງິດຂຶ້ນມາ... ໝູ່ກະບໍ່ແມ່ນ ແລ້ວໝໍນີ້ມັນມາວຸ້ນວາຍກັບຂ້ອຍເຮັດຫຍັງ... ຂ້ອຍພາຍາຍາມສະບັດມືອອກ ແຕ່ເມກຈັບແຂນຂ້ອຍໄວ້ແໜ້ນຈົນຮູ້ສຶກເຈັບ
“ປ່ອຍແມະ!” ຂ້ອຍເຮັດໜ້າຫຍຸ້ງ ດິ້ນແນວໃດຄົນເບື້ອງໜ້າກະບໍ່ມີທ່າທີວ່າຈະປ່ອຍຈາກຂ້ອຍ
ຂ້ອຍທີ່ເລີ່ມໂມໂຫຈຶ່ງເງີຍໜ້າຂຶ້ນກຶ້ງຕາແນມເບິ່ງອີກຝ່າຍ ແລະກໍ່ຕ້ອງຊະງັກ... ສາຍຕາລາວເບິ່ງ... ເຈັບປວດ... ຂ້ອຍບໍ່ເຂົ້າໃຈ... ເປັນຫຍັງລາວຕ້ອງເຮັດໜ້າແນວນັ້ນນຳ... ສາຍຕາເສົ້າໆ ເຈັບປວດ ແນມມາທາງຂ້ອຍດ້ວຍຄວາມຮູ້ສຶກຫຼາກຫຼາຍທີ່ຂ້ອຍຕີບໍ່ອອກ... ລາວຄິດຈະເຮັດຫຍັງກັນແທ້ ກຳລັງຄິດຫຍັງຢູ່ ແລ້ວທ່າທາງພວກນັ້ນມັນໝາຍຄວາມວ່າແນວໃດ
ຂ້ອຍໃນຕອນນີ້ບໍ່ອາດບອກໄດ້ເລີຍ...
ຕາເວັນຍາມແລງສາດສ່ອງອາບພື້ນທີ່ອ້ອມຂ້າງໃຫ້ເປັນສີສົ້ມ ສຽງສາຍລົມສຽດສີຕົ້ນໄມ້ດັ່ງຊ່າມາໃຫ້ໄດ້ຍິນ ຂ້ອຍຮູ້ສຶກວ່າບັນຍາກາດບາງຢ່າງມັນປ່ຽນໄປ... ມັນເບິ່ງງຽບ... ງຽບຈົນເປັນຕາຢ້ານ
ພໍດີກັບທີ່ສຽງໂທລະສັບມືຖືຂ້ອຍດັງຂຶ້ນ ແຫວກຄວາມງຽບງັນອັນໜ້າອຶດອັດນັ້ນຖິ້ມໄປໃນທັນທີ... ຂ້ອຍພາຍາຍາມຄວ້ານເອົາໂທລະສັບໃນກະເປົ໋າຂຶ້ນມາເບິ່ງໜ້າຈໍ ພົບວ່າແມ່ນໝູ່ຂ້ອຍໂທມາ ຄິດວ່າເຂົາເຈົ້າຄົງຈະໂທມານຳ ຂ້ອຍກົດຮັບກ່ອນຈະແນບຫູຕອບ
“ຮະໂຫຼ...” ຂ້ອຍກອກສຽງໄປຕາມທາງ ແນມເບິ່ງຄົນເບື້ອງໜ້າທີ່ຕອນນີ້ປ່ອຍມືຂ້ອຍແລ້ວ ລາວເຮັດໜ້າສະຫງົບນິ້ງບໍ່ສະແດງອາການຫຍັງ ...ຂ້ອຍຄິດໃນໃຈວ່າໄດ້ໂອກາດລະ ດ໋ຽວຊິແລ່ນໜີໄປຫາພວກໝູ່ທີ່ຖ້າຢູ່ເລີຍ
“ພິມ ຢູ່ໃສນິ? ບໍ່ໄປຫວາ??” ສຽງໝູ່ຂ້ອຍກອກມາປາຍສາຍ
ຂ້ອຍກຳລັງຈະເວົ້າຕອບໄປ ໂທລະສັບພັດຖືກຍາດໄປຈາກມືຕັ້ງແຕ່ຕອນໃດກະບໍ່ຮູ້
“ມື້ນີ້ພິມຄາວຽກ ພວກເຈົ້າໄປໂລດ” ຊາຍໜຸ່ມເບື້ອງໜ້າເວົ້າ ກ່ອນຈະກົດວາງ...
ຂ້ອຍໄດ້ແຕ່ແນມເບິ່ງດ້ວຍຄວາມອຶ້ງຢູ່ຫຼາຍວິນາທີ ກ່ອນຈະໄດ້ສະຕິ “ເຮີ້ຍ!!!! ເພິ່ນເຮັດຫຍັງນະ!?!”
ເມກຍັງເຮັດໜ້າເສີຍໆ ຄືບໍ່ມີຫຍັງເກີດຂຶ້ນ ແມ່ນຫຍັງຫວະ!?! ຕັ້ງກວນຫວາ ຫຼືວ່າແນວໃດ! ນີ້ມັນບໍ່ຕະຫຼົກແລ້ວໃດ໋!
“ເພິ່ນເປັນບ້າຫວາ! ເອົາໂທລະສັບເຂົາມາ!!” ຂ້ອຍເລີ່ມຂຶ້ນສຽງດ້ວຍຄວາມບໍ່ພໍໃຈຢ່າງແຮງ ມືພາຍາຍາມຄວ້າເອົາໂທລະສັບໃນມືອີກຝ່າຍ ແຕ່ລາວຍົກຂຶ້ນສູງຍ້າຍໄປຍ້າຍມາປານຫຼອກລິງ ເຮັດໃຫ້ຂ້ອຍເສຍເວລາຢູ່ຫັ້ນດົນເຕີບ ຫງຸດຫງິດກະຫງຸດຫງິດ ແຖມຍັງຮ້ອນໃຈອີກ... ຊິໂທບອກໝູ່ກະບໍ່ໄດ້ ຊິໜີໄປເລີຍຖິ້ມໂທລະສັບໄວ້ກະບໍ່ໄດ້
ໂດດໄປມາຍາດເອົາໂທລະສັບຈົນຂ້ອຍເໝື່ອຍຫອບ ແຕ່ສຸດທ້າຍເມກກະຍື່ນໂທລະສັບໃຫ້ໂດຍດີ... ຂ້ອຍແນມເບິ່ງໜ້າລາວທີ່ຍັງຄົງມີທ່າທີເສີຍໆບໍ່ມີເຄົ້າແວວວ່າຈະເໝື່ອຍຫຍັງ ກໍ່ແຮງເຮັດໃຫ້ຂ້ອຍຫງຸດຫງິດ ຄວ້າເອົາໂທລະສັບໃນມືລາວມາໃນທັນທີ ກ່ອນກະຈັບກະເປົ໋າແລ່ນໄປຫາພວກໝູ່ໆທີ່ຖ້າຢູ່ຄອກລົດ
ປານນີ້ແລ້ວ ບໍ່ແມ່ນພວກນັ້ນໄປກັນໝົດແລ້ວຫວາ! ເສຍເວລາໄປຕັ້ງສິບຊາວນາທີ ຈັບໂທລະສັບມາແນມເບິ່ງກະປະກົດວ່າແບັດໝົດແລ້ວ ເວນກຳ...
ເມື່ອໄປຮອດຄອກລົດ ຂ້ອຍກໍ່ພົບວ່າ ບໍ່ມີໃຜຖ້າຢູ່ຫັ້ນແລ້ວ... ນອກຈາກລົດຈັກທີ່ຍັງຫຼົງເຫຼືອຢູ່ ແລະຄົນທີ່ກັບບ້ານຊ້າ ຂ້ອຍກໍ່ແນມເຫັນແຕ່ພຽງຄວາມຫວ່າງເປົ່າ
ຂ້ອຍຮູ້ສຶກໃຈຫາຍ... ເສຍໃຈ ເຈັບໃຈ ນ້ອຍໃຈ... ອາລົມຫຼາກຫຼາຍຖາຖົມເຂົ້າມາໃນໃຈ ໃຈຫາຍທີ່ບໍ່ໄດ້ໄປກັບໝູ່ ເສຍໃຈທີ່ໝູ່ໄປປະ ເຈັບໃຈທີ່ມີແຕ່ເຮົາຜູ້ດຽວທີ່ບໍ່ໄດ້ໄປ ນ້ອຍໃຈທີ່ບໍ່ຖ້າກັນແນ່...
ຢືນນິ້ງໆເປັນຕົ້ນໄມ້ຕາຍຊາກໄປໄດ້ຫຼາຍວິ ຂ້ອຍກະເລີ້ມຈະທຳໃຈໄດ້...
ເອີ່! ໝົດອາລົມຊິໄປທ່ຽວແລ້ວ ຕ້ອງຂອບໃຈໝໍນັ້ນ ທີ່ເຮັດໃຫ້ໃຫ້ຂ້ອຍພາດໂອກາດອອກຈາກບ້ານໃນຮອບປີ!
ຮູ້ສຶກເສົ້າໆ ແຕ່ກະຢ່າມັນແຫຼະ ໂອກາດບໍ່ໄດ້ມີແຕ່ເທື່ອນີ້ດັອກ...
ຄິດໄດ້ແນວນັ້ນ ຂ້ອຍຈຶ່ງຈູງລົດຈັກຂ້ອຍທີ່ຍັງເຫຼືອຢູ່ດ່ຽວໆປ່ຽວໆເໝືອນກັບຈິດໃຈຂ້ອຍໃນຕອນນີ້ ຕິດຈັກສະຕາດລົດ ກ່ອນຈະຂີ່ອອກຈາກຄອກລົດ
ຕອນທີ່ກຳລັງຍື່ນປີ້ໃຫ້ລຸງທີ່ເຝົ້າຄອກລົດ ສາຍຕາຂ້ອຍກໍ່ເຫຼືອບໄປເຫັນຕົວຕົ້ນເຫດທີ່ຢືນນິ້ງຢູ່ໃກ້ໆແຖວນັ້ນ
“ສົມໃຈເພິ່ນແລ້ວເນາະ!” ຂ້ອຍຮ້ອງໃສ່ດ້ວຍທ່າທີປະຊົດ “ເພິ່ນເປັນບ້າຫຍັງຂອງເພິ່ນ ເຮັດແບບນີ້ແລ້ວໄດ້ຫຍັງ!?”
ເມື່ອເຫັນວ່າອີກຝ່າຍງຽບ ຂ້ອຍຈຶ່ງສະບັດໜ້າດ້ວຍຄວາມຫງຸດຫງິດ ແລ້ວຂີ່ລົດຈາກໄປ
ຂ້ອຍບໍ່ຮູ້ເລີຍວ່າ ຫຼັງຈາກທີ່ຂ້ອຍໄປໄດ້ບໍ່ດົນ ເມກກໍ່ທອດສາຍຕາແນມເບິ່ງຂ້ອຍດ້ວຍແວວຕາເສົ້າ... ລາວເວົ້າອອກມາແຜ່ວເບົາເໝືອນກັບຕັ້ງໃຈຈະບອກຜ່ານສາຍລົມ
“ເຂົາຕັ້ງໃຈຈະຊ່ວຍເພິ່ນ...”
(ຍັງມີຕໍ່)
-----------
ຂອບໃຈທີ່ອ່ານມາຈົນຈົບ
ແນະນຳຕິຊົມໄດ້ຕາມສະດວກ
ຄົງຈະອີກປະມານອາທິດໜຶ່ງຈຶ່ງຊິເອົາມາລົງຕໍ່ ເພາະຊ່ວງນີ້ບໍ່ຢູ່ບ້ານເດີ້
ເລື່ອງໃຫມ່ກະກຳລັງຂຽນໄດ້ຕອນໜຶ່ງ ເສຍເວລາກັບການວາງໂຄງເລື່ອງໄປຫຼາຍເລີຍ