ຂຽນເມື່ອ: ກ.ຍ.. 24, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ໃຜຍັງບໍ່ໄດ້ອ່ານຕອນກ່ອນໜ້ານີ້ ກັບໄປອ່ານກ່ອນເດີ້
ບົດນຳ + ຕອນທີ 1 - ທ່ານຍິງແຫ່ງແພນໂດຣາ
ຜະນຶກເວດແຫ່ງແພນໂດຣາ
ຕອນທີ 2 ທາງເລືອກຂອງວານາ
ຊາຍເບື້ອງໜ້າເປັນຄົນຂ້ອນຂ້າງຜິວຄ້ຳ ສູງພໍປະມານ ລາວຢູ່ໃນຊຸດທີ່ເບິ່ງເກົ່າໂຊມຕົວເດີມເໝືອນຜ່ານການເດີນທາງມາຍາວນານ ຜົມສີຟ້າເທົາເຂັ້ມຄ້າຍສີຂອງເມກໝອກຕອນກາງເດິກເບິ່ງໂດດເດັ່ນແລະລຶກລັບ ລາວມີໂຄງໜ້າລຽວ ປາກບາງມີຮອຍຍິ້ມເລັກນ້ອຍ ພ້ອມທັງດວງຕາສີນ້ຳທະເລຂຸ່ນກຳລັງຈັບຈ້ອງມາທີ່ວານານິ້ງ
ຍັງບໍ່ທັນໄດ້ເວົ້າຫຍັງຫຼາຍ ຊາຍໜຸ່ມເບື້ອງກໍ່ດຶງແຂນວານາໃຫ້ລຸກຂຶ້ນ “ໄປກັນເທາະ ທ່ານຍິງແພນໂດຣາ”
ວານາທີ່ຢູ່ດີໆຖືກລາກບໍ່ທັນໄດ້ຕັ້ງຕົວ “ດ໋ຽວ! ໄປໃສ? ເຈົ້າເວົ້າເລື່ອງຫຍັງ?!”
ຍິງສາວຍັງຄົງຕົກໃຈກັບເຫດການກະທັນຫັນ ຂຶ່ງພາຍາຍາມຂືນດຶງແຂນອອກ ແຕ່ກໍ່ບໍ່ເປັນຜົນ ເມື່ອແນມເບິ່ງອ້ອມຂ້າງກໍ່ມີແຕ່ພວກທະຫານນອນກອງກັນເກື່ອນ... ໃນໃຈໄດ້ແຕ່ຕັ້ງຄຳຖາມຕ່າງໆນາໆທີ່ຍັງຫາຄຳຕອບບໍ່ໄດ້
“ບໍ່ມີເວລາມາອະທິບາຍເທື່ອ ຕອນນີ້ຕ້ອງໜີກ່ອນ”
“ໜີ? ໜີເຮັດຫຍັງ!?” ຍິງສາວຈັບໂຊຟາໄວ້ແໜ້ນ ຍັງບໍ່ຍອມອອກໄປຈາກທີ່ນັ້ນງ່າຍໆ ຊາຍແປກປະຫຼາດຄົນນີ້ແມ່ນໃຜກັນ... ລາວເວົ້າເລື່ອງຫຍັງກັນແທ້ ແລ້ວລາວມາປະກົດຕົວຢູ່ທີ່ເຮືອເຫາະທີ່ໜ້າຈະມີແຕ່ພວກທະຫານ ແລະວານາຢູ່ໄດ້ແນວໃດ
ຫຼືວ່າລາວຈະລັກລອບຂຶ້ນເຮືອມາ ດ້ວຍເຫດຜົນຫຍັງບາງຢ່າງ...?
ລັກພາຕົວ?!
ວານາໄດ້ແຕ່ຄິດສົງໃສ ແຕ່ເບິ່ງລາວບໍ່ເໝືອນຄົນຮ້າຍລັກພາຕົວເລີຍ ແລ້ວທີ່ເວົ້າເລື່ອງໜີນັ້ນອີກ ມັນໝາຍຄວາມວ່າແນວໃດກັນແທ້
ຍັງບໍ່ທັນໄດ້ຮັບຄຳຕອບ ສຽງດັງສັ່ນສະເທືອນກໍ່ດັງຂຶ້ນອີກ ເທື່ອນີ້ເບິ່ງຮຸນແຮງຈົນວານາເກືອບຈະລົ້ມ ແຕ່ໄດ້ຊາຍເບື້ອງໜ້າຈັບເອົາໄວ້
“ບອກແລ້ວວ່າຫ້າມອອກມາຈາກເມືອງ...” ຊາຍໜຸ່ມເອີ່ຍເບົາໆເໝືອນເວົ້າກັບຕົວເອງ... ຮູ້ສຶກຜິດຢ່າງຮຸນແຮງທີ່ຕອນເຊົ້າຫິວເຂົ້າຈົນບໍ່ມີແຮງຈະຫ້າມທ່ານຍິງໄດ້ທັນ
ຢູ່ດີໆສີໜ້າລາວກໍ່ປ່ຽນໄປ ລາວເຮັດໜ້າເຄັ່ງຄຽດ ແນມອອກໄປນອກໜ້າຕ່າງເໝືອນມີຫຍັງບາງຢ່າງຢູ່ທີ່ນັ້ນ ທັງໆທີ່ວານາແນມເຫັນແຕ່ພຽງກ້ອນເມກຫວ່າງເປົ່າ “ພວກມັນມາແລ້ວ!” ຊາຍໜຸ່ມຟ້າວຈັບແຂນຍິງສາວລາກອອກໄປນອກຫ້ອງ ພ້ອມທັງສຽງແຕກລ້າວຂອງແວ່ນໜາໃນຫ້ອງໂຖງ ບໍ່ດົນມັນກໍ່ແຕກກະແຈກກະຈາຍ ເກີດສຽງດັງແສບແກ້ວຫູ ແຮງດັນຈາກອາກາດທາງນອກພັດເຂົ້າມາພາຍໃນຫອບເອົາເສດແກ້ວສັບພະສິ່ງປິວກະຈາຍ
ປະຕູໜາໜັກເບິ່ງແຂັງແຮງປິດລົງໄດ້ທັນຢ່າງຫວຸດຫວິດ ພວກເຂົາອອກມາສູ່ທາງຍາງທອດຍາວທີ່ຖືກປູດ້ວຍພື້ນພົມງົດງາມ
“ນັ້ນ... ແມ່ນຫຍັງ?!” ວານາພາຍາຍາມສະຫງົບສະຕິອາລົມ ຄວບຄຸມຫົວໃຈບໍ່ໃຫ້ຕື່ນຕົກໃຈກັບເຫດການທີ່ເກີດຂຶ້ນ “ຢູ່ດີໆເປັນຫຍັງແວ່ນຄືແຕກ?!”
ຊາຍໜຸ່ມຫັນມາດ້ວຍທ່າທີແປກປະຫຼາດໃຈ “ທ່ານຍິງແນມບໍ່ເຫັນຫວາ?”
“ຫາ..?” ວານາຮູ້ສຶກສັບສົນຢ່າງໜັກ ຕັ້ງແຕ່ວັ່ງກີ້ແລ້ວ ຊາຍຄົນນີ້ເວົ້າເລື່ອງຫຍັງກັນ
ສຽງ ຕຸບ ໆໆ!! ເໝືອນມີຄົນມາລົວເຄາະຢ່າງແຮງເຮັດໃຫ້ວານາຕົກໃຈຫັນໄປທາງປະຕູທີ່ຫາກໍ່ປິດລົງ ຕອນນີ້ປະຕູບານໃຫຍ່ແຂງແຮງ ມີຮອຍບຸພັງ ເໝືອນມີບາງຢ່າງກະແທກຢ່າງຮຸນແຮງ
ຊາຍໜຸ່ມຟ້າວດຶງແຂນວານາແລ່ນໄປຕາມທາງຍ່າງຢ່າງບໍ່ບອກກ່າວ
“ອ່ະ! ດ໋ຽວ!” ວານາພາຍາຍາມຫ້າມ ແຕ່ເບິ່ງເໝືອນລາວຈະບໍ່ຟັງເລີຍ ກ່ອນທີ່ຍິງສາວຈະເອີ້ນໃຫ້ລາວປ່ອຍມື ສຽງໂຄມຄາມກໍ່ດັງຂຶ້ນ ມັນເປັນສຽງແຜ່ນເຫຼັກແລະໄມ້ກະທົບກັນແຕກກະຈາຍ ປະຕູທີ່ວັງກີ້ມີຮອຍບຸບຸ້ມ ຕອນນີ້ເຫຼືອແຕ່ເສດຊາກ ສຽງບາງຢ່າງກະແທກຝາຜະໜັງຢ່າງແຮງຄ່ອຍໆໄລ່ຫຼັງມາເທື່ອລະໜ້ອຍຄ້າຍກັບວ່າມັນຈະມາເຖິງຕົວແລ້ວໃນບໍ່ຊ້າ ຖ້າຫາກຜ່ອນຄວາມໄວ້ລົງແມ່ນແຕ່ໜ້ອຍດຽວ
ຫົວໃຈວານາກະຕຸກວູບ ເມື່ອຫັນໄປພົບວ່າຕະຫຼອດທາງຍ່າງທອດຍາວ ຕອນນີ້ຢູ່ດີໆມັນກໍ່ມີຮອຍບຸບ້ຽວເປັນທາງຕັ້ງແຕ່ດ້ານຂ້າງຊ້າຍຂວາ ໄປຈົນເຖິງເພດານທີ່ມີໂຄມໄຟປະດັບ ຕອນນີ້ມັນຖືກພັງທະລາຍແຕກລະອຽດບໍ່ເຫຼືອຮູບເດີມ ຄ້າຍກັບວ່າມີບາງສິ່ງບາງຢ່າງຂະໜາດໃຫຍ່ ກຳລັງພາຍາຍາມໄລ່ນຳມາ ...ບາງສິ່ງທີ່ແນມບໍ່ເຫັນນັ້ນເຮັດໃຫ້ວານາຮູ້ສຶກຢ້ານ... ເຖິງລາວຈະບໍ່ຮູ້ວ່າມັນແມ່ນຫຍັງ ແຕ່ຄວາມຮູ້ສຶກບອກລາວວ່າເປົ້າໝາຍຂອງສິ່ງນັ້ນຄົງຈະແມ່ນວານາຢ່າງແນ່ນອນ...
ຊາຍລຶກລັບພາຍິງສາວແລ່ນລົງຂັ້ນໄດໄປເລື້ອຍໆ ຜ່ານທາງຍາງຄົດຄ້ຽວເໝືອນຮູ້ທາງເປັນຢ່າງດີ ຕາມທາງທີ່ຜ່ານໄປມີພວກທະຫານນອນສະຫຼົບສະໄຫຼເປັນໄລຍະເໝືອນຖືກຢາສະຫຼົບ ເຊິ່ງວານາເອງກໍ່ບໍ່ຮູ້ວ່າພວກເຂົາຍັງມີຊີວິດຢູ້ຫຼືບໍ່ ...ເມື່ອລັດເລາະໄປຕາມທາງເລື່ອຍໆ ສຽງດັງທີ່ໄລ່ຫຼັງມາກໍ່ຄ່ອຍໆຫາຍໄປ...
ເມື່ອໄປຮອດສຸດທາງພວກເຂົາຈຶ່ງໄດ້ມີເວລາຢຸດພັກຫາຍໃຈ ວານານັ່ງລົງກັບພື້ນຢ່າງອ່ອນແຮງເໝື່ອຍຫອບເກືອບຫາຍໃຈບໍ່ທັນ... ເກີດມາລາວບໍ່ເຄີຍແລ່ນໄວປານນັ້ນມາກ່ອນ ແຖມຍັງໄດ້ແລ່ນໜີສິ່ງທີ່ລາວບໍ່ຮູ້ຈັກອີກ... ເລື່ອງລາວຕ່າງໆເປັນແນວໃດມາແນວໃດ ຕອນນີ້ລາວກໍ່ຍັງບໍ່ຮູ້ຊ້ຳ
ເມື່ອເຊົາເໝື່ອຍໄດ້ໜ້ອຍໜຶ່ງ ຍິງສາວຈຶ່ງພົບວ່າ ຕອນນີ້ພວກເຂົາຢູ່ທີ່ຫ້ອງໃຕ້ທ້ອງເຮືອ ເຊິ່ງເປັນພາກສ່ວນສຳລັງເກັບເຮືອເຫາະສຸກເສີນເມື່ອເກີດກໍລະນີບໍ່ຄາດຝັນຂຶ້ນ... ພາຍໃນຫ້ອງມີເຮືອບິນລຳນ້ອຍຕັ້ງລຽງລາຍກັນຢູ່ຫຼາຍລຳ ກົງກັນຂ້າມກັນມີປະຕູເຫຼັກໜາໃຫຍ່ທີ່ໃຊ້ເປັນທາງອອກຂອງເຮືອສຸກເສີນ
ຍິງສາວທອດແນມເບິ່ງ ...ຖ້າໃຊ້ເຮືອບິນພວກນີ້ໜີ...
ແຕ່ແລ້ວກໍ່ສະຫຼັດຄວາມຄິດນັ້ນຖິ້ມໄປ ເມື່ອລາວຮູ້ຕົວດີວ່າຂັບຍົນຍານພາຫະນະພວກນີ້ບໍ່ເປັນ...
ເມື່ອຫັນໄປອີກທາງກໍ່ເຫັນຊາຍຜົມເງິນຄົນນັ້ນກຳລັງສຳຫຼວດຕາມກຳແພງຂ້າງປະຕູເໝືອນກຳລັງຄົ້ນຫາວິທີເປີດມັນ
“ທາງນີ້ຫວາຊູໂຣ” ຊາຍໜຸ່ມເອີ່ຍຖາມບາງສິ່ງບາງຢ່າງທາງຂ້າງ
ວານາໄດ້ແຕ່ແນມເບິ່ງຢ່າງປະຫຼາດໃຈ... ລາວເວົ້າກັບໃຜ...
ເມື່ອສຳຫຼວດໄປໄດ້ໜ້ອຍໜຶ່ງລາວກໍ່ເລີ່ມຈົ່ມກັບອາກາດສະທາດ “ຂ້ອຍລະບໍ່ເຫັນຈະເຂົ້າໃຈສັດອະສູນຕົວນີ້ເລີຍ ທາງນອກກະແປກ ທາງໃນກະປະຫຼາດ ເປັນສັດອະສູນປະເພດໃດກັນ”
...ສັດອະສູນ... ວານາຂະໝວດຄິ້ວສົງໃສ ສັດອະສູນທີ່ລາວເວົ້າ ຫຼືຈະໝາຍເຖິງເຮືອເຫາະລຳນີ້... ລາວເປັນຄົນຕ່າງຊາດຫວາ ເລີຍມີວິທີເອີ້ນຕ່າງກັນ??
ແຕ່ເມື່ອຄິດຫາວິທີເປີດປະຕູບໍ່ໄດ້ ສຸດທ້າຍຊາຍໜຸ່ມກໍ່ໄດ້ຂໍ້ສະຫຼຸບ “ພັງອອກໄປກະແລ້ວກັນ”
“ຫາ?” ຍິງສາວເຖິງກັບອຸທານອອກມາ... ແນມໄປອີກຟາກຈາກບ່ອນທີ່ຊາຍຄົນນັ້ນຢືນຢູ່ ມີປຸ່ມສີແດງໆອັນບັກໃຫຍ່ຕັ້ງຢູ່ ແຖມຍັງຂຽນດ້ວຍຕົວອັກສອນທີ່ໃຫຍ່ພໍຂະໜາດວານາທີ່ນັ່ງຢູ່ໄກອອກມາຍັງເຫັນວ່າ ‘ປຸ່ມເປີດທາງອອກສຸກເສີນ’
ແລ້ວຊາຍໜຸ່ມຄົນນີ້ລາວບ້າຫຼືເຊີ້ປານໃດ ທັງໆທີ່ມັນຕັ້ງຢູ່ຕຳຕາຊະຂະໜາດນັ້ນຄືບໍ່ຮູ້ເລື່ອງຫຍັງ
“ສະຄູນ ພັງປະຕູໃຫ້ແນ່” ຊາຍໜຸ່ມຢືນກອດເອິກຫັນໄປອອກຄຳສັ່ງກັບອາກາດອີກຟາກ
“ດ...ດ໋ຽວ!” ວານາພາຍາຍາມຮ້ອງຫ້າມ ຍັງບໍ່ຮູ້ດັອກວ່າຊາຍຄົນນີ້ພາຍາຍາມຈະເຮັດຫຍັງ ແຕ່ຖ້າໃຫ້ລາວພັງປະຕູຂຶ້ນມາອີ່ຫຼີ ບາງທີປະຕູອາດຈະພັງຈົນເປີດບໍ່ໄດ້ອີກກໍ່ເປັນໄດ້...
ສຽງເອີ້ນເຮັດໃຫ້ລາວຫັນໜ້າມາຫາ
“ເອີ່...” ວານາລັງເລ ບໍ່ຮູ້ວ່າຕົນກຳລັງເຮັດຫຍັງຢູ່ ແລະພາຍາຍາມຈະເຮັດຫຍັງກັນແທ້ ແຖມຍັງບໍ່ທັນຮູ້ເຈດຕະນາຂອງອີກຝ່າຍນຳ ຈະຕັດສິນໃຈຊ່ວຍ ຫຼືປ່ອຍໄປດີ...
“ຂ້ອຍຮູ້ວ່າຈະເປີດປະຕູໄດ້ແນວໃດ...” ຍິງສາວເວົ້າສຽງລີບ ເໝືອນເດັກນ້ອຍທີ່ສະເໜີຕອບຄຳຖາມແສນຍາກກັບນາຍຄູໃຈຮ້າຍ ວານາພາຍາຍາມສູດລົມຫາຍໃຈເຂົ້າເລິກເພື່ອຊ່ວຍເປັນກຳລັງໃຫ້ແກ່ການຕັດສິນໃຈ...
“ແທ້ຫວາ!!” ຊາຍຄົນນັ້ນມີດວງຕາເປັນປະກາຍເໝືອນເດັກນ້ອຍ “ສົມກັບເປັນທ່ານຍິງແພນໂດຣາ ທ່ານຮູ້ຈັກສັດອະສູນແປກປະຫຼາດຕົວນີ້ນຳ ສຸດຍອດເລີຍ!”
ຍິງສາວຍັງຄົງບໍ່ເຂົ້າໃຈສິ່ງທີ່ລາວເວົ້າ “ແຕ່ກ່ອນທີ່ຂ້ອຍຈະບອກ... ຊ່ວຍອະທິບາຍທຸກຢ່າງໃຫ້ຟັງແນ່ໄດ້ບໍ່ ວ່າມັນເກີດຫຍັງຂຶ້ນກັນແທ້ ສິ່ງທີ່ແນມບໍ່ເຫັນພວກນັ້ນມັນແມ່ນຫຍັງ... ແລະ ເຈົ້າແມ່ນໃຜກັນແທ້...”
ຫຼັງຈາກວານາເອີ່ຍອອກໄປ ຄວາມງຽບກໍ່ເຂົ້າຄອບຄຸມ ຊາຍຄົນນັ້ນເບິ່ງເຄັ່ງຂຶມຂຶ້ນມາທັນທີ ແລະແນມມາທີ່ວານາດ້ວຍແວວຕາສະຫງົບ
“ເລື່ອງມັນຍາວນະ...” ລາວເວົ້າ “ເອົາໄວ້... ອອກໄປຈາກເຮືອລຳນີ້ໄດ້ກ່ອນ ແລ້ວຂ້ອຍຈະເລົ່າທຸກຢ່າງທີ່ຮູ້ໃຫ້ຟັງ ຕອນນີ້ຕ້ອງໜີຈາກພວກນັ້ນໃຫ້ໄດ້ກ່ອນ”
ວານາເຮັດໜ້າຫຍຸ້ງ “ບໍ່ ຂ້ອຍຈະບໍ່ໄປໃສ ຈົນກວ່າເຈົ້າຈະເລົ່າໃຫ້ຟັງ! ຂ້ອຍຍັງບໍ່ຮູ້ວ່າເຈົ້າແມ່ນໃຜມາແຕ່ໃສ ຊິໃຫ້ເຊື່ອໃຈໄດ້ແນວໃດ!”
ຊາຍໜຸ່ມງຽບໄປຊົ່ວຂະນະ ກ່ອນຈະຖອນຫາຍໃຈ “ກະແມ່ນໃດ໋ເນາະ...” ລາວເວົ້າພ້ອມກັບທີ່ປະຕູເຫຼັກເບື້ອງຫຼັງຄ່ອຍໆເລື່ອນເປີດອອກທັງໆທີ່ວານາບໍ່ເຫັນວ່າມີໃຜໄປກົດປຸ່ມທາງອອກ ພາບທ້ອງຟ້າສີສະຫວ່າງຄ່ອຍໆປະກົດໃຫ້ເຫັນ ແສງສາດສ່ອງເຂົ້າມາພ້ອມກັບກະແສລົມແຮງ ເຮັດໃຫ້ຍິງສາວແນມເຫັນລາວບໍ່ຊັດແຈ້ງ “...ຂ້ອຍເປັນຄົນແປກໜ້າສຳລັບທ່ານຍິງ ແຖມຍັງບໍ່ໄດ້ມີຫຍັງກ່ຽວພັນກັນເລີຍອີກ” ລາວເວົ້າພ້ອມຮອຍຍິ້ມບາງໆ ກ່ອນຈະຫັນໄປທາງປຸ່ມແດງ “ເຮັດໄດ້ດີຫຼາຍ ຊູໂຣ!”
...ບາງຢ່າງທີ່ຊາຍຄົນນີ້ເອີ້ນວ່າຊູໂຣເປັນຄົນເປີດປະຕູໃຫ້?... ວານາໄດ້ແຕ່ຄິດຢ່າງສົງໃສ ເມື່ອເປີດປະຕູໄດ້ແລ້ວ ຍິງສາວກໍ່ໝົດຫົນທາງຈະຕໍ່ລອງອີກ
“ຕອນນີ້ຂ້ອຍຄົງບອກໄດ້ແຕ່ວ່າ...” ຊາຍໜຸ່ມເວົ້າທ່າມກາງກະແສລົມພັດແຮງຈາກດ້ານຫຼັງຈົນເຮັດໃຫ້ເສັ້ນຜົມສີໝອກພັດພິ້ວ ໜ້າແປກທີ່ລາວຍັງຄົງຊົງຕົວຢູ່ໄດ້ “ທ່ານຍິງແພນໂດຣາເປັນ...”
“ຢຸດດ໋ຽວນີ້!!” ສຽງທຸ້ມດັງຂຶ້ນຂັດຈັງຫວະເຮັດໃຫ້ພວກວານາຫັນໄປທາງດ້ານຫຼັງ ຊາຍໜຸ່ມຜູ້ມາໃໝ່ແມ່ນຊາຍຜົມທອງເຈົ້າຂອງດວງຕາແຫຼມຄົມ ເທເຣໂອຢືນພິງກຳແພງດ້ວຍທ່າທາງອິດເໝື່ອຍເໝືອນຄົນກຳລັງຈະຫຼັບ ເບິ່ງຄືວ່າລາວກຳລັງຝືນຕົວເອງຢ່າງໜັກກ່ອນຈະລາກຂາໃຫ້ມາຢືນຢູ່ທີ່ນັ້ນໄດ້
“ໂຫ... ຫາຍາກໄດ້ນີ່ ຄົນທຳມະດາທີ່ຕ້ານພິດຂອງອະມະນຸດພວກນັ້ນໄດ້” ຊາຍປະຫຼາດແນມເບິ່ງເທເຣໂອດ້ວຍທ່າທາງທຶ້ງໆ
ວານາບໍ່ຮູ້ວ່າເກີດຫຍັງຂຶ້ນ ເທເຣໂອຜູ່ເຍີ່ຫຍິ່ງຈຶ່ງຢູ່ໃນສະພາບແບບນັ້ນໄດ້...
“ເຈົ້າ ຄົນຮ້າຍລັກພາຕົວ?!” ເທເຣໂອຮ້ອງໃສ່ ກ່ອນຈະພາຍາຍາມກ້າວຍ່າງມາດ້ວຍທ່າທາງບໍ່ໝັ້ນຄົງເໝືອນຈະລົ້ມໄດ້ທຸກເມື່ອ ຊາຍຜູ້ຄຸມຮູ້ສຶກຫງຸດຫງິດສຸດໆທີ່ບໍ່ສາມາດເຄື່ອນໄຫວໄດ້ດັງໃຈ ທີ່ລາກຕົວເອງມາທີ່ນີ້ໄດ້ກໍ່ລຳບາກຍາກເຢັນເຕັມທົນເໝືອນສະຕິເລີ່ມຈະຫຼຸດລອຍໄປ ຊາຍໜຸ່ມສະບົກຢ່າງອາລົມເສຍ ກ່ອນຈະດຶງມີດທີ່ຄາດແອວໄວ້ອອກມາແລະແທງລົງທີ່ຕົ້ນແຂນຂວາຢ່າງບໍ່ລັງເລ
ວານາຍົກມືປ້ອງປາກ ຕົກໃຈບໍ່ຄິດວ່າຊາຍຜູ້ຄຸມຈະເຮັດແບບນັ້ນ
ເລືອດສີແດງກະເຊັນອອກມາເມື່ອຊາຍໜຸ່ມດຶງມີດອອກແບບບໍ່ໃສ່ໃຈ ສະຕິທີ່ເກືອບຖືກກະຊາກຄ່ອຍໆກັບຄືນເກືອບເປັນປົກກະຕິ ເຖິງຈະເຈັບຕົວໜ້ອຍໜຶ່ງ ແຕ່ລາວກໍ່ພໍໃຈທີ່ສາມາດເຄື່ອນໄຫວໄດ້ດັ່ງໃຈອີກຄັ້ງ “ເຮິ!”
“ຄາຍມົນສະກົດໄດ້ດ້ວຍຕົນເອງ” ຊາຍແປກໜ້າເວົ້າເບົາໆດ້ວຍຄວາມທຶ້ງ “ໃຊ້ຄວາມເຈັບຊ່ວຍເອີ້ນສະຕິ... ໃຈເດັດດີເນາະ”
“ເຮີ້ຍ! ບໍ່ຮູ້ດັອກວ່າເຈົ້າເປັນໃຜ” ເທເຣໂອຮ້ອງໃສ່ຊາຍໜຸ່ມປະຫຼາດທີ່ຍັງຄົງຢືນຢູ່ບ່ອນເກົ່າດ້ວຍທ່າທີສະບາຍໆ “ແຕ່ຂ້ອຍບໍ່ໃຫ້ເຈົ້າເອົາຕົວທ່ານຍິງວານາເນສໄປເດັດຂາດ!!” ຜູ້ຄຸມເກັບມີດສັ້ນ ແລະຊັກດາບອອກມາແທນກຽມຕັ້ງທ່າຕໍ່ສູ້
“ເຈົ້າເປັນຄົນທີ່ໜ້າສົນໃຈດີ ໜ້າເສຍດາຍທີ່ຕອນນີ້ບໍ່ມີເວລາ” ຊາຍໜຸ່ມຍິ້ງບາງໆ ເຫັນໄດ້ຊັດວ່າລາວບໍ່ຄິດຈະສູ້ “ຂ້ອຍຊື່ ຟິເດສ ຖ້າໄດ້ເຈິກັນອີກ ຂ້ອຍຈະສູ້ກັບເຈົ້າ” ເວົ້າຈົບລາວກໍ່ຍ່າງໄປຫາວານາເພື່ອຈະດຶງໃຫ້ໄປນຳ ແຕ່ດາບຍາວສີເງິນຕະຫວັດລົງຂວາງທາງຢ່າງໄວວາຈົນແນມບໍ່ທັນ
“ເຮີ້ຍ! ຂ້ອຍບອກແລ້ວວ່າຈະບໍ່ໃຫ້ເຈົ້າເອົາທ່ານຍິງໄປ” ເທເຣໂອເວົ້າດ້ວຍສາຍຕາດຸຮ້າຍເໝືອນສັດປ່າ
“ແລ້ວເຈົ້າມີສິດຫຍັງມາກັກຕົວທ່ານຍິງໄວ້?” ຟິເດສຖາມຍ້ອນກັບ ເຮັດໃຫ້ຄົນຟັງສະອຶກ ວານາເອງກໍ່ເຊັ່ນກັນ... “ຂ້ອຍວ່າເລື່ອງນີ້ຄວນໃຫ້ທ່ານຍິງເປັນຄົນເລືອກຈະດີກວ່າບໍ່?” ຊາຍໜຸ່ມພາຍາຍາມເວົ້າຕໍ່ລອງ ລາວບໍ່ຢາກຕໍ່ສູ້ໃນຕອນນີ້ ເພາະຈະເຮັດໃຫ້ເສຍເວລາຍືດເຍື້ອຍາວນານຕໍ່ໄປອີກ... ພວກມັນກຳລັງມາ ແລະຈະບໍ່ລະເວັ້ນຈົນກວ່າຈະໄດ້ຕົວທ່ານຍິງແພນໂດຣາໄປ...
“ເຮີ້ຍ! ເຈົ້າວ່າແນວໃດ ທ່ານຍິງວານາເນສ” ເທເຣໂອຫັນໄປກຶ້ງຖາມວານາດ້ວຍສາຍຕາເອົາເລື່ອງເໝືອນຈະບັງຄັບທາງອ້ອມໃຫ້ຕອບໃຫ້ດີໆ
ສາວນ້ອຍທີ່ຖືກໂຍນລະເບີດມາໃຫ້ສະດຸ້ງເຮືອກ... ຕອນນີ້ທັງຟິເດສ ແລະ ເທເຣໂອຕ່າງກໍ່ລໍຖ້າຄຳຕອບຈາກນາງ ...ລາວຈະເຮັດແນວໃດດີ... ຈະຕອບວ່າແນວໃດດີ...
...ແຕ່ເດີມຍິງສາວກໍ່ບໍ່ເຄີຍຄິດຢາກຈະໄປຖະຫວາຍຕົວ ຍິ່ງຕ້ອງເດີນທາງໄປໃນເມືອງ ໃນສະຖານທີ່ທີ່ບໍ່ຄຸ້ນເຄີຍ ຍິ່ງເຮັດໃຫ້ຍິງສາວຮູ້ສຶກເປັນກັງວົນແລະຢ້ານກົວຕໍ່ອະນາຄົດທີ່ເບິ່ງເລືອນລາງ ແຕ່ເຖິງວ່າຈະຄິດໜີ ວານາກໍ່ບໍ່ຮູ້ວ່າຕົນຈະໜີໄປໃສໄດ້...
ທັງຊີວິດຂອງລາວ ຮູ້ຈັກແຕ່ບ້ານຂອງທ່ານພໍ່ທີ່ຕັ້ງຢູ່ອານາຈັກໂຄຣອສເບວ ສະຖານທີ່ທີ່ເບິ່ງອຶດອັດແລະປອດໄພໃນເວລາດຽວກັນ ລາວບໍ່ມີໝູ່ ບໍ່ມີຄົນຮູ້ຈັກ ບໍ່ມີສະຖານທີ່ໃຫ້ກັບໄປ ບໍ່ມີສະຖານທີ່ໃຫ້ໄປຫາ...
ລາວຄວນຈະໄປໃສ ຄວນຈະເຮັດຫຍັງ ແມ້ແຕ່ຕົວວານາເອງກໍ່ຍັງບໍ່ຮູ້ເລີຍ ແລ້ວຈະໃຫ້ມາຕັດສິນໃຈຫຍັງໃນເວລານີ້ກັນ...
“ໄປກັນເທາະ ທ່ານຍິງແພນໂດຣາ” ສຽງຟິເດສເອີ່ຍມາຢ່າງນຸ້ມນວນ ເມື່ອເງີຍໜ້າຂຶ້ນກໍ່ເຫັນຊາຍໜຸ່ມໃນຊຸດເສື້ອຜ້າຊຸດໂຊມຍື່ນມືມາຫາທ່າມກາງແສງສະຫວ່າງຈາກທ້ອງຟ້າທີ່ເປີດກວ້າງ
“ຢ່າໄປ ທ່ານຍິງວານາເນສ!” ອີກຟາກແມ່ນເທເຣໂອ ທະຫານທີ່ຖືກສົ່ງມາຄວບຄຸມຕົວ ເຊິ່ງເຖິງບໍ່ບອກຍິງສາວກໍ່ຮູ້ວ່າລາວເຮັດຕາມໜ້າທີ່ເພື່ອສົ່ງຕົວວານາໄປໃຫ້ເຖິງອອສເທຼຍຢ່າງປອດໄພ...
ຕອນນີ້ວານາຮູ້ສຶກຄືຕົວເອງກຳລັງຢືນຢູ່ຕໍ່ໜ້າກົ້ນເຫວເລິກ ອີກເບື້ອງໜຶ່ງມີລາວາຮ້ອນແຮງກຳລັງໄຫຼລົງມາຕິດໆ ກະທັ້ງວ່າຢືນຢູ່ເສີຍໆກໍ່ມີແຕ່ບໍ່ໂຄນນ້ຳເລິກຄ່ອຍໆດູດດຶງແຂນຂາລົງໄປເລື້ອຍໆ
ບໍ່ວ່າຈະເລືອກທາງໃດ ກໍ່ມີແຕ່ຄວາມມືດບໍ່ແມ່ນຫວາ... ຍິງສາວກົ້ມໜ້າ ຮູ້ສຶກເໝືອນຢາກໄຫ້
ເມື່ອວານາບໍ່ເວົ້າຫຍັງ ເທເຣໂອກໍ່ເລີ່ມຫງຸດຫງິດ “ບໍ່ຕ້ອງໃຫ້ຄຳຕົງຄຳຕອບຫຍັງມັນແລ້ວ ຈັດການໝໍນັ້ນແລ້ວກະຈົບເລື່ອງ!” ເວົ້າພ້ອມພຸ່ງຕົວໄປເບື້ອງໜ້າ ໝາຍຈະຟັນຄໍຟິເດສ
ຕູມມມມມ!!!!!!!
ສຽງດັງສະໜັ່ນຄ້າຍຟ້າຖະຫຼົ່ມດັງຂຶ້ນຮຸນແຮງຈົນທຸກຄົນໃນທີ່ນັ້ນເສຍຫຼັງ ຕາມດ້ວຍແຮງສັ່ນສະເທືອນຄືແຜ່ນດິນໄຫວຢູ່ກາງອາກາດສົ່ງຜົນໃຫ້ເຮືອເຫາະທີ່ເລີ່ມຈະຕ້ານທານບໍ່ໄຫວງ່ຽງຕົວຂຶ້ນເກືອບຕັ້ງສາກ
ເທເຣໂອພິກດາບປັກລົງພື້ນເພື່ອບໍ່ໃຫ້ໝື່ນລົງໄປ
ຟິເດສໃຊ້ພະລັງບາງຢ່າງຍຶດພື້ນເຮືອເອົາໄວ້
“ວ້າຍຍ!!” ວານາທີ່ບໍ່ທັນຕັ້ງຕົວໝື່ນໄຖໄປກັບພື້ນທີ່ງ່ຽງຈົນບໍ່ສາມາດຢືນໄດ້ ຍິງສາວກຳລັງຕົກລົງໄປທີ່ປະຕູທາງອອກ
“ທ່ານຍິງແພນໂດຣາ!” “ທ່ານຍິງວານາເນສ!” ຟິເດສແລະເທເຣໂອຮ້ອງອອກມາພ້ອມກັນ
ວານາຕົກລົງໄປໃນພື້ນຟ້າອັນກວ້າງໃຫຍ່ ທຸກຢ່າງເກີດຂຶ້ນໄວຈົນຍິງສາວບໍ່ຮູ້ວ່າແມ່ນຫຍັງເປັນຫຍັງ ລາວຮູ້ແຕ່ວ່າຕົນເອງກຳລັງດິ່ງລົງພື້ນດ້ວຍຄວາມໄວສູງ... ແນມເຫັນແຕ່ເຮືອເຫາະລຳໃຫຍ່ຄ່ອຍໆຫ່າງອອກໄປເລື່ອຍໆ...
...ລາວກຳລັງຈະຕາຍຫວາ... ຍິງສາວຄິດ...
ຕາຍທັງທີ່ບໍ່ໄດ້ເລືອກຫຍັງຈັກຢ່າງ...
ຕາຍທັງໆທີ່ບໍ່ໄດ້ຮູ້ຫຍັງເລີຍ...
ນ້ຳຕາໄຫຼອອກມາຈາກຫາງຕາ ແລະຖືກກະແສລົມພັດຜ່ານໃຫ້ປິວໄປ
ເຄີຍມີໃຜບາງຄົນເວົ້າວ່າ ຄົນເຮົາຕອນກຳລັງຈາກຕາຍມັກຈະເຫັນເລື່ອງລາວໃນອະດີດທີ່ຜ່ານມາ... ຍິງສາວກໍ່ເຊັ່ນກັນ... ວານາແນມເຫັນພາບຕ່າງໆໃນຊີວິດ
ຊ່ວງເວລາທີ່ມີແຕ່ຄວາມຫວ່າງເປົ່າຕະຫຼອດຫຼາຍປີທີ່ຜ່ານມາ... ຍ້ອນກັບໄປ ກັບໄປເລື້ອຍໆ ຈົນເຖິງຕອນທີ່ພໍ່ແມ່ຢູ່ກັນພ້ອມໜ້າ ຊ່ວງເວລາຄັ້ງໜຶ່ງໃນຊີວິດທີ່ເຄີຍໄດ້ສຳພັດກັບຄວາມສຸກ... ຄວາມສຸກທີ່ເກືອບຈະລືມເລືອນໄປແລ້ວ... ສິ່ງທີ່ວານາແນມເຫັນໄດ້ຊັດເຈນກວ່າໝູ່ ແມ່ນພາບຂອງທ່ານແມ່ທີ່ແນມມາຢ່າງອ່ອນໂຍນ... ທ່ານແມ່ຜູ້ເປັນທີ່ຮັກ...
ໄດ້ເຫັນພາບທ່ານແມ່ກ່ອນຕາຍແບບນີ້ ກໍ່ຖືວ່າດີແລ້ວແຫຼະ...
ຍິງສາວຫຼັບຕາລົງ... ກ່ອນທີ່ສຽງບາງຢ່າງຈະເອີ້ນສະຕິໃຫ້ມືນຕາຂຶ້ນ
ພາບທີ່ເຫັນເບື້ອງໜ້າເບິ່ງເລືອນລາງຍ້ອນແສງສະຫວ່າງຈາກດວງອາທິດ ສິ່ງທີ່ແນມເຫັນໄດ້ຊັດເຈນ ມີພຽງແຕ່ປີກສີດຳຄູ່ໃຫຍ່ທີ່ກະພືກາງອອກ ແລະກຳລັງບິນມາທາງນີ້...
ປີກສີດຳ... ຂອງເທວະທູດ...?
ຫຼັງຈາກນັ້ນທຸກທຸກຢ່າງກໍ່ມືດສະໜິດ...
(ຈົບຕອນທີ 2)
----------------
ທຳອິດຕອນນີ 1 ມັນຈົບຢູ່ບ່ອນນີ້ແຫຼະ ແຕ່ມັນຍາວເກີນໄປເລີຍຕັດອອກເປັນສອງສ່ວນ ຕອນຕໍ່ໄປຈະເລີ່ມເຂົ້າເລື່ອງແນ່ແລ້ວ ແຕ່ສະຫຼຸບຕອນນີ້ຟິເດສກະຍັງບໍ່ໄດ້ອະທິບາຍຫຍັງຂອງມັນ
ເລື່ອງນີ້ມີສອງຕົວລະຄອນທີ່ມີ່ມັກ ໜຶ່ງໃນນັ້ນຍັງບໍ່ປະກົດຕົວ~♥ ແປກບໍ່ ຂຽນເອງມັກເອງ ຮະໆ ອີກຢ່າງ ພະເອກ ມີ່ມັກຕອນຫຼັງໆພຸ້ນແຫຼະ ຕອນນີ້ຊ່າງມັນ ຮາາ
ແນະນຳຕິຊົມໄດ້ຕາມສະດວກເດີ້ ຖ້າມີຂໍ້ຜິດພາດບ່ອນໃດຊ່ວຍແນະນຳທ້ວງຕິງຈະດີໃຈຫຼາຍ
ຂອບໃຈທີ່ເຂົ້າມາອ່ານ ແລະອ່ານຈົນຈົບ
ຂອບໃຈສຳລັບທຸກຄຳຄິດເຫັນ