ຂຽນເມື່ອ: ກ.ລ.. 22, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ຕອນກ່ອນໜ້ານີ້ (ໃຜຍັງບໍ່ໄດ້ອ່ານ ກັບໄປອ່ານກ່ອນເດີ້)
ມື້ທີ 1 ວັນຈັນ
ມື້ທີ 2 ວັນອັງຄານ
ມື້ທີ 3 ວັນພຸດ
ມື້ທີ 4 ວັນພະຫັດ
ມື້ທີ 5 ວັນພະຫັດ
"7 ວັນຜັນຊະຕາ"
"ມື້ທີ 6 ວັນເສົາ"
ມື້ນີ້ຂ້ອຍຊວນໝູ່ອອກໄປຫາເລາະຊື້ຂອງຂວັນໃຫ້ນໍ້າ ນັດກັນໄປຊື້ຢູ່ຮ້ານກິ໊ບຊັອບຮ້ານໜຶ່ງ ຂະນະທີ່ກໍາລັງເລືອກຊື້ຂອງຂວັນກັນ ຂ້ອຍຫັນໄປເຫັນຈອກທີ່ປະດັບລວດລາຍເປັນຮູບເມກເບິ່ງສວຍງາມຕ້ອງຕາ ເລີຍຈັບຂຶ້ນມາເບິ່ງ
ເມກ... ຂ້ອຍຄິດໃນໃຈ
ຕັ້ງແຕ່ຕອນນັ້ນ ໝໍນັ້ນກໍ່ບໍ່ໂຜ່ໜ້າມາໃຫ້ຂ້ອຍເຫັນອີກເລີຍ... ມັນກະໜ້າຈະດີແລ້ວ ແຕ່ເປັນຫຍັງຂ້ອຍຄືຮູ້ສຶກແປກໆ ເໝືອນກັບມີບາງຢ່າງທີ່ຍັງຄ້າງຄາໃນໃຈ ເຮັດໃຫ້ຂ້ອຍສະຫຼັດເລື່ອງຂອງເມກອອກໄປຈາກຄວາມຄິດບໍ່ໄດ້ຈັກເທື່ອ...
“ງາມໄດ໋ເນາະ ຈອກນີ້...” ຂ້ອຍຫັນໄປຫາຄົນທີ່ເວົ້າທ້ວງ ພົບວ່າແມ່ນເຜິ້ງ ໜຶ່ງໃນໝູ່ກຸ່ມຂ້ອຍເອງ ເຜິ້ງເປັນຄົນຂ້ອນຂ້າງທ້ວມ ແຕ່ໜ້າຮັກ ລາວມັກທັກທຸກໆຄົນກ່ອນສະເໝີ ແຖມຍັງເປັນສະມາຊິກກຸ່ມຂ່າວສານນໍາ “ເພິ່ນຊິເອົາອັນນີ້ຫວາ ພິມ”
ຂ້ອຍແນມເບິ່ງຈອກໃນມື ກ່ອນຈະວາງລົງ “ເອົາອັນອື່ນດີກວ່າ”
ວ່າແລ້ວກໍ່ຍ່າງໄປອີກທາງ ເຮັດໃຫ້ເຜິ້ງແນມມາທາງຂ້ອຍຢ່າງງົງໆ... ແຕ່ຍ່າງໄປໄດ້ກ້າວໜຶ່ງ ຂ້ອຍກໍ່ຢຸດຊະງັກຫັນກັບໄປຄືນ
“ເຜິ້ງ...” ຂ້ອຍຢຸດໄປໜ້ອຍໜຶ່ງ ຮູ້ສຶກລັງເລວ່າຈະຖາມອອກໄປດີບໍ່...
ເຜິ້ງແນມມາເໝືອນກໍາລັງຖ້າວ່າຂ້ອຍຈະເວົ້າຫຍັງ
ຂ້ອຍສູດຫາຍໃຈເຂົ້າເລິກໆເມື່ອຕັດສິນໃຈໄດ້ “ເຜິ້ງ... ເພິ່ນຮູ້ຈັກຄົນຊື່ເມກບໍ່...?”
ເວົ້າສຸດຄວາມຂ້ອຍກໍ່ກັ້ນໃຈ ເຖິງເຜິ້ງຈະຮູ້ຈັກຄົນຫຼາຍ ກະອາດຈະບໍ່ຮູ້ຈັກໝໍນັ້ນກະໄດ້... ລາວຈະຫາວ່າຂ້ອຍຖາມຫຍັງແປກໆບໍ່ເນາະ... ແນ່ນອນວ່າຄໍາຕອບຄົງຈະເປັນ...
“ຮູ້ຈັກແຫຼະ“
ຫະ! ຂ້ອຍເຮັດໜ້າປະຫຼາດໃຈ
“ໄຊຍະເມກຫັ້ນຕວ່າ” ເຜິ້ງເວົ້າ ຂ້ອຍທີ່ຍັງແປກໃຈກະເອີອໍໄປ ເພາະບໍ່ເຄີຍຮູ້ຊື່ແທ້ລາວມາກ່ອນຄືກັນ “ເຂົາເຄີຍຮຽນນໍາລາວຕອນ ມ.ຕົ້ນ ເລີຍຈື່ໄດ້”
“ລາວເປັນຄົນແນວໃດນະ?” ຂ້ອຍຍັງບໍ່ແນ່ໃຈວ່າເມກທີ່ເຜິ້ງຮູ້ຈັກ ແມ່ນຄົນດຽວກັນກັບທີ່ຂ້ອຍຄິດບໍ່
ເຜິ້ງເຮັດທ່າທາງຄຸ້ນຄິດ “ອື່ມ... ເປັນຄົນແປກໆນະ ບາງເທື່ອລາວກະມັກເວົ້າຫຍັງແປກໆ... ຈົນຄົນອື່ນນໍາບໍ່ທັນ... ແຖມບາງເທື່ອເຂົາກະເຫັນລາວເຮັດຫຍັງແປກໆນໍາ”
ສົງໃສຊົງຊິແມ່ນລະ... ໝໍນັ້ນມັກເວົ້າຫຍັງແປກໆ ເຮັດຫຍັງແປກໆຈົນຂ້ອຍນໍາບໍ່ທັນ ...ແຕ່ ເປັນຫຍັງລາວຈຶ່ງເປັນແນວນັ້ນລະ “ຊັ້ນ ຕອນນີ້ລາວກະຮຽນຢູ່ປີດຽວກັບເຮົາຕວ່າ?”
“ແມ່ນລະ ແຕ່ຢູ່ຄົນລະຫ້ອງກັນ”
ອື່ມ ຢ່າງໜ້ອຍຂ້ອຍກະຮູ້ແລ້ວວ່າລາວເປັນໃຜ ແຕ່ຂໍ້ມູນພຽງເທົ່ານີ້ ກະບໍ່ໄດ້ບອກຫຍັງໄປຫຼາຍກວ່າເກົ່າເລີຍ...
“ແລ້ວ ພິມ ມາຖາມເລື່ອງລາວເຮັດຫຍັງນະ?” ເຜິ້ງເຮັດໜ້າສົງໃສ ເຊິ່ງຂ້ອຍເອງກໍ່ບໍ່ຮູ້ວ່າຈະແກ້ຕົວແນວໃດ ຈຶ່ງໄດ້ແຕ່ອຶກໆອັກໆ
“ອໍ່ ບໍ່ມີຫຍັງດັອກ ຖາມຊື່ໆ” ຂ້ອຍເວົ້າຕັດບົດ ແລ້ວຫັນໄປເລືອກຂອງຂວັນຕໍ່ ເພື່ອກັນບໍ່ໃຫ້ເຜິ້ງຖາມຕໍ່ ເຖິງເຜິ້ງຈະຍັງເຮັດໜ້າສົງໃສ ແຕ່ລາວກໍ່ບໍ່ໄດ້ເວົ້າຫຍັງອີກ...
ເມື່ອແຍກຍ້າຍກັນໄປ ຂ້ອຍກໍ່ຂີ່ລົດກັບບ້ານ ໂດຍທີ່ໃນໃຈຍັງຄິດເຖິງແຕ່ເລື່ອງຂອງເມກ...
ເປັນຫຍັງເມກຕ້ອງເຮັດແບບນັ້ນ
ເປັນຫຍັງເມກຕ້ອງເວົ້າຫຍັງແປກໆ
ເປັນຫຍັງເມກຕ້ອງເຂົ້າມາຫຍຸ້ງກ່ຽວກັບຂ້ອຍ
ແລ້ວເປັນຫຍັງລາວຈຶ່ງຍຶດຕິດຢູ່ກັບຄໍາວ່າວັນອາທິດ?
ຈະເກີດຫຍັງຂຶ້ນເມື່ອຮອດມື້ອື່ນ... ໃນວັນເກີດນ້ໍາ ເມື່ອຂ້ອຍອອກຈາກບ້ານ...?
ຂ້ອຍຈະບໍ່ຮູ້ຈົນກວ່າຈະໄດ້ພິສູດດ້ວຍຕົວເອງ ທີ່ບ້ານນໍ້າ ໃນມື້ອື່ນ...
(ຍັງມີຕໍ່)
------------
ຂໍອະໄພ ລືມໄປເລີຍວ່າຍັງລົງບໍ່ຈົບ =w='
ໄວ້ດ໋ຽວມື້ໜ້າເອົາຕອນສຸດທ້າຍມາລົງ