ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຫລາຍໆຄົນຄົງມີບັນຫາກິ່ນໂຕເປັນຂອງທຳມະດາເນາະ ແຕ່ວ່າກິ່ນໃຜຊິແຮງກວ່າກັນ ມີບາງຄົນນີ້ກະແທບຊິເຂົ້າສັງຄົມບໍ່ໄດ້ພຸ້ນຫລະ ແລ້ວຊິມີວິທີສະກັ້ນແນວໃດ? ມີວິທີດັບກີ່ນແນວໃດ?
ສຳລັບຂ້າພະເຈົ້າຂໍອະນຸຍາດຫລາຍໆ ຂ້າພະເຈົ້າກະອຸກໃຈກ່ຽວກັບບັນຫາກີ່ນຕີນນີ້ແຫລະ ຈັ່ງແມ່ນກີ່ນແຮງແທ້ໆ ກະບໍ່ຮູ້ຄືກັນວ່າເຮັດແນວໃດ? ເວລາໃສ່ເກີບເຮົາກະໃສ່ລອງເທົ້າຢູ່ແຕ່ບາດເວລາຖອດເກີບຊ້ຳກີ່ນແຮງແທ້ໆ ແລ້ວຊິເຮັດຈັ່ງໃດ? ໃຜມີເຄັດລັບຊ່ວຍແດ່ດູຫັ້ນ? ຄິດຢາກອາຍເຂົານະ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢາກຮູ້ວິທີແບບງ່າຍໆໃນການດາວໂຫລດຮູບເຂົ້າອາລະບັ້ມເຮັດແບບໃດນະ

ບາງຄັ້ງຄືຈັ່ງຊ້າເອົາແທ້ເອົາວ່າ....

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສູ່ມື້ອາກາດຈັ່ງແມ່ນຮ້ອນຫລາຍເນາະ! ຊິເຮັດຈັ່ງໃດດີຫວະ? ຮອດຍາມຊິນອນຈັ່ງແມ່ນນອນຍາກເອົາແທ້ເອົາວ່າ ໃນຍາມອາກາດຮ້ອນອົບເອົ້າແບບນີ້ໃຈຂອງຄົນເຮົາສ່ວນໃຫຍ່ມັກຈະຫງຸດງິດ,ແຕ່ເຖິງຢ່າງໃດກໍ່ຕາມເຮົາຕ້ອງເປັນຄົນໃຈເຢັນໆໃຫ້ເໝືອນກັບນ້ຳແຂງ,ກ່ອນຊິຕັດສິນໃຈເຮັດສີ່ງໃດໜື່ງຢ່າໄປໃຈຮ້ອນຄືອາກາດເດີ... ໃນອາກາດຮ້ອນແບບນີ້ເຮັດຫຍັງກະຍາກໄປໂຮງຮຽນກະຂີ້ຄ້ານມັນເປັນງຶກໆງັກໆຈັ່ງໃດແຫລະ ຢາກໄປຫລີ້ນຢູ່ຖ້ຳຈັງຈັກ3ມື້ເດເນາະ!!!  ທ່ານຕ້ອງການຫຍັງແດ່ໃນອາກາດຮ້ອນແບບນີ້ ສຳລັບຂ້າພະເຈົ້າແລ້ວຕ້ອງການແຟນຈັກ2ຄົນເດ!!!    ໂອ໋ ໂອຍ ບໍ່ແມ່ນເດີ!!! ຕ້ອງການແຟນຈັກສອງໜ່ວຍຊັ້ນດອກ ຮ໋າ ໆໆໆ...

  ບ່າວນິດນິລັນ ຄົນພັນລາວ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

     ທ່ານດີໃຈບໍ່ທີ່ປະເທດລາວເຮົາໄດ້ຮັບກຽດເປັນເຈົ້າພາບງານກິລາຊີເກມ 2009 ນີ້. ທ່ານໄດ້ປະກອບສ່ວນຫຍັງແດ່ແລ້ວໃນການເປັນເຈົ້າພາບຄັ້ງນີ້...ປະເທດລາວເຮົາໃນປະຫວັດສາດກໍ່ບໍ່ເຄີບມີມາກ່ອນໃນການຈັດງານໃຫຍ່ໆແບບນີ້,ຂ້າພະເຈົ້າຮູ້ສຶກພູມໃຈຫລາຍ ແລະຂ້າພະເຈົ້າກໍ່ໄດ້ໄປຮ່ວມໃນການເປັນອາສາສະໝັກຊ່ວຍງານໃນຄັ້ງນີ້ດ້ວຍ ຄິດວ່າຊິຕັ້ງໃຈດີໆໃຫ້ສົມກຽດກັບງານໃຫຍ່ໆທີ່ປະເທດເຮົາໄດ້ຮັບກຽດເປັນເຈົ້າພາບ ແລະທ່ານເດໄດ້ປະກອບສ່ວນຫຍັງແດ່ແລ້ວ?

     ບ່າວນິດນິລັນ ຄົນພັນລາວ,

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

      ສະບາຍດີ! ພີ່ນ້ອງພັນລາວໝົດທຸກທ່ານ,

ຕອນນີ້ຂ້າພະເຈົ້າກຳລັງສົງໄສຕົວເອງວ່າເປັນພະຍາດໂລກຫົວໃຈ ເພາະມັກຈະແໜ້ນໜ້າເອິກຢູ່ເລື້ອຍໆໃນເວລາທີ່ຕື່ນນອນ,ມັກເຈັບຫົວໃຈທຸກຄັ້ງທີ່ຍົກເຄື່ອງຂອງທີ່ໜັກ, ໃນກ່ອນໜ້ານີ້ຂ້າພະເຈົ້າເຮັດວຽກໜັກ ແບກໄມ້,ຍົກຊີມັງກະໄດ້,ແຕ່ຕອນນີ້ເຮັດຄືເກົ່າບໍ່ໄດ້ແລ້ວຮູ້ສຶກອ່ອນເພຍໃນຕົວເອງ ກິນເຂົ້າກໍ່ບໍ່ຄ່ອຍແຊບປານໃດ ແຕ່ວ່ານອນຫລັບດີ,ຄັນນອນຍາມໃດມັກຈະຕື່ນສວາຍ ຈົນມີຄົນໂທເຂົ້າໄດ້ຍິນສຽງໂທລະສັບດັງຈັ່ງຄ່ອຍຮູ້ເມື່ອຄີງ ບາງເມື້ອຈົນຮອດແປດໂມງຈັ່ງຕື່ນນອນ ຍ້ອນວ່າບໍ່ມີຄົນໂທຫາ,ທຸກວັນນີ້ອາໄສແຕ່ສຽງໂທລະສັບເປັນລະຄັງປຸກ...

 ແລ້ວທ່ານຄິດວ່າຈັ່ງໃດອາການແບບນີ້ບໍ່ພະຍາດໂລກຫົວໃຈ? ຂ້າພະເຈົ້າມັກຈະທໍ້ຖອຍໃນຊີວິດຕົວເອງຢ້ານແມ່ນໂລກຫົວໃຈແທ້ໆ, ທ່ານໃດເຄີຍເປັນໂລກຫົວໃຈ ຫລືທ່ານໃດຮູ້ອາການກ່ຽວກັບພະໂລກຫົວໃຈຊ່ວຍແນະນຳຂ້າພະເຈົ້າແດ່... ຖ້າຂ້າພະເຈົ້າເປັນໂລກຫົວໃຈດັ່ງທີ່ກຳລັງສົງໄສຕົວເອງນີ້ຂ້າພະເຈົ້າຄວນມີວິທີປິ່ນປົວ ແລະຮັກສາຕົວເອງແບບໃດ?

ຂ້າພະເຈົ້ຮູ້ສຶກເສົ້າໃຈຫລາຍ ຢ້ານຕົວເອງມີຊີວິດຢູ່ບໍ່ໄດ້ນານ...alt

  ຂໍຂອບໃຈເປັນຢ່າງສູງ,

   ບ່າວນິດນິລັນ ຄົນພັນລາວ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເປັນຫຍັງລາຄານ້ຳມັນຫລຸດລົງຫລາຍແລ້ວ,ແຕ່ເປັນຫຍັງລາຄາລົດເມຈື່ງຢູ່ລະດັບເກົ່າ?

ສິນຄ້າບາງຢ່າງກໍ່ຍັງບໍ່ຫລຸດຄາລາ ທັ້ງໆທີ່ວ່າເງິນບາດກໍ່ລົງຫລາຍແລ້ວ!

ຢາກຮູ້ແທ້ໆ ຊ່ວຍອະທິບາຍແດ່ດ້ວຍເຫດໃດນໍ້?