ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

<<ປະໂຫຍດຂອງວິຕາມິນຊະນິດຕ່າງໆ>>

 

  • ວິຕາມິນເອ

ຊ່ວຍບຳລຸງສາຍຕາ ແລະ ແກ້ໂລກຕາມົວຕອນກາງຄືນ.

ຊ່ວຍໃຫ້ກະດູກ, ຜົມ, ແຂ້ວ ແລະ ເຫງືອກແຂງແຮງ.

ສ້າງຄວາມຕ້ານທານໃຫ້ລະບົບຫາຍໃຈ.

ຊ່ວຍສ້າງພູມຊີວິດໃຫ້ດີຂຶ້ນ ແລະ ເຮັດໃຫ້ເຊົາໄຂ້ໄວຂຶ້ນ.

ຊ່ວຍໃນເລື່ອງຂອງຜິວພັນ ຫຼຸດການອັກເສບຂອງຜິວ ແລະ ຊ່ວຍລຶບຈຸດດ່າງດຳ.

ຊ່ວຍບັນເທົາໂລກກ່ຽວກັບໄທຣອຍດ໌.

 

  • ວິຕາມິນຊີ

ເປັນຕົວສ້າງຄໍລາເຈນ ເຊິ່ງເປັນເສັ້ນໄຍເຮັດໜ້າທີ່ເຊື່ອມເນື້ອເຫຍື່ອຕ່າງໆໄວ້ດ້ວຍກັນ ທັງຍັງເປັນຕົວສ້າງກະດູກ, ແຂ້ວ, ເຫງືອກ.

ຊ່ວຍໃຫ້ແຜສົດ ແລະ ແຜໄຟໄໝ້ເຊົາໄວຂຶ້ນ.

ຊ່ວຍໃຫ້ການດູດຊຶມທາດເຫຼັກດີຂຶ້ນ ເຊິ່ງເປັນການສ້າງເມັດເລືອດທາງອ້ອມ.

ຊ່ວຍປ້ອງກັນການປ່ຽນແປງຂອງເຊວລ໌

ຊ່ວຍປ້ອງກັນບໍ່ໃຫ້ເກີດໂລກນອນຫຼັບຕາຍໃນກໍລະນີຂອງເດັກອ່ອນ.

ຊ່ວຍແກ້ໂລກເລືອດອອກຢູ່ແຂ້ວ.

ຊ່ວຍຫຼຸດຄໍເລສເຕີຣອລໃນເລືອດ.

ຊ່ວຍຄາຍຄຽດ.

 

  • ວິຕາມິນ ອີ

ເປັນຕົວແອນຕີອອກຊີແດນທ໌ ຄືເຮັດໃຫ້ເກີດການເຜົາຜານໂດຍມີອອກຊີເຈນເປັນຕົວການສຳຄັນເຮັດໃຫ້ຮ່າງກາຍເຜົາຜານໄດ້ດີ.

ເປັນຕົວຊ່ວຍໄຂກະດູກໃນການສ້າງເລືອດ ຊ່ວຍຂະຫຍາຍເສັ້ນເລືອດ ຕ້ານການແຂງຕົວຂອງເລືອດ ຫຼຸດຄວາມສາມາດໃນການຈັບຕົວເປັນລິ່ມເລືອດ ແລະ ຫຼຸດອັດຕາສ່ຽງຂອງໂລກທີ່ກ່ຽວກັບຫຼອດເລືອດສະໝອງ ແລະ ຫົວໃຈ.

ບຳລຸງຕັບ ເຊິ່ງເຮັດໜ້າທີ່ກ່ຽວກັບເລືອດ.

ຊ່ວຍໃນລະບົບສືບພັນ ເຊວລ໌ປະສາດ ແລະ ກ້າມເນື້ອ ໃຫ້ເຮັດວຽກໄດ້ຕາມປົກະຕິ.

ຊ່ວຍໃຫ້ຜິວພັນສົດໃສ ແລະ ຊ່ວຍສະໝານແຜໄຟໄໝ້ ນ້ຳຮ້ອນລວກ ໃຫ້ເຊົາໄວຂຶ້ນ.

ຊ່ວຍໃຫ້ປອດເຮັດວຽກດີຂຶ້ນ ແລະ ບໍ່ອ່ອນເພຍງ່າຍ.

 

  • ວິຕາມິນ ບີ2

ເປັນໂຄເອນໄຊມ໌ຂອງປະຕິກິລິຍາທີ່ກ່ຽວຂ້ອງກັບການໃຊ້ສານອາຫານໃນຮ່າງກາຍ ເຊັ່ນ ໂຄເອນໄຊມ໌ທີ່ຄວບຄຸມການໃຊ້ອາຊິດໄຂມັນ ອາຊິດອະມິໂນ ອາຊິດໄພຣູວິກ ເປັນຕົ້ນ ຈິງຊ່ວຍໃຫ້ການຈ່າຍອາຫານເປັນໄປຕາມປົກະຕິ.

ເຮັດໃຫ້ຮ່າງກາຍຈະເລີນເຕີບໂຕ ຮັກສາສຸຂະພາບຂອງຜິວໜັງ ແລະ ລະບົບປະສາດ ບຳລຸງສາຍຕາ ຊ່ວຍໃຫ້ເມັດເລືອດແດງຄົງສະພາບ ຊ່ວຍໃນຂະບວນການໃຊ້ອອກຊີເຈນ ເຮັດໃຫ້ການຫາຍໃຈລະດັບເຊວລ໌ດີຂຶ້ນ.

 

  • ວິຕາມິນ ບີ6

ເປັນຕົວສຳຄັນທີ່ຈະເຮັດໃຫ້ການດູດຊຶມຂອງວິຕາມິນ ບີ12 ເຂົ້າສູ່ຮ່າງກາຍໄດ້ເຕັມທີ່ ແລະ ສົມບູນ.

Decarboxylation ຂອງ ອາຊິດອະມິໂນ ຫຼື ເມຕາບໍລິຊຶມຂອງໄຂມັນ ແລະ ອາຊິດນິວຄຼີອິກ.

ຊ່ວຍວິຕາມິນເອຟ ປະຕິບັດໜ້າທີ່ດີຂຶ້ນ.

ວິຕາມິນ ບີ6 ນີ້ເປັນສ່ວນປະກອບຂອງໂຄເອນໄຊມ໌ທີ່ສຳຄັນຕົວໜຶ່ງ ເຊິ່ງເຮັດໜ້າທີ່ເຜົາຜານ ແລະ ໃຊ້ຄາໂບໄຮເດຣດ ແລະ ໂປຣຕິນ ໃຫ້ເປັນປະໂຫຍດຕໍ່ຮ່າງກາຍ.

ການສ້າງເຊໂຣໂທນິນ ເຊິ່ງເປັນຮໍໂມນ ຊ່ວຍໃນການຫົດຕົວຂອງກ້າມເນື້ອກ້ຽງ ແລະ ມີຜົນຕໍ່ການຄວບຄຸມການເຮັດວຽກຂອງສະໝອງ ແລະ ເນື້ອເຫຍື່ອ.

ການສ້າງສານພູມຄຸ້ມກັນໂລກ ແລະ ສັງເຄາະສານແລກເລີ່ມຂອງວົງແຫວນເຟີໄຟຣິນ ເຊິ່ງເປັນສ່ວນສຳຄັນຂອງເຮໂມໂກລບິນ.

ການສ້າງອາຊິດອະມິໂນທີ່ບໍ່ຈຳເປັນຕໍ່ຮ່າງກາຍ ເຊັ່ນ ອະລານິນ ອາຊິດກຼູທາມິກ ອາຊິດແອສພາທິກ ໃນຕັບ ໂດຍອາໃສປະຕິກິລິຍາເຄື່ອນຍ້າຍໝູ່ອະມິໂນ.

ຊ່ວຍໃນການສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ໂດຍສະເພາະຢ່າງຍິ່ງ ເມັດເລືອດແດງ.

ຊ່ວຍໃນການປ່ອຍນ້ຳຕານ ຈາກຕັບ ແລະ ກ້າມເນື້ອ ອອກມາເປັນພະລັງງານ.

ຊ່ວຍໃນການປ່ຽນທຣິບໂຕຟານ ເປັນໄນອະຊິນ ຫຼື ວິຕາມິນ ບີ3.

ວິຕາມິນ ບີ6 ເປັນຕົວສຳຄັນໃນການສັງເຄາະ ແລະ ຄວບຄຸມການປະຕິບັດໜ້າທີ່ຂອງ DNA ແລະ RNA ເຊິ່ງເປັນປັດໄຈສຳຄັນໃນການບົ່ງບອກກຳມະພັນ.

ຊ່ວຍໃນການຄວບຄຸມຄວາມສົມມະດຸນຂອງນ້ຳໃນຮ່າງກາຍ ແລະ ສົ່ງເສີມການເຮັດວຽກຂອງລະບົບປະສາດ ກ້າມເນື້ອ ແລະ ກະດູກ.

ປ້ອງກັນການປວດຮາກໃນເວລາຖືພາ.

ມີຜົນໃນການຮັກສາໂລກເສື່ອມສະມັດຖະພາບຂອງອະໄວຍະວະຕ່າງໆ ໂລກຫົວໃຈ ແລະ ເບົາຫວານ.

ມີຜົນໃນການຫຼຸດລະດັບຄໍເລສເຕີຣອລ.

ປ້ອງກັນອາການຕື່ນ ແລະ ບໍ່ສະຫງົບຂອງປະສາດ ອາການນອນບໍ່ຫຼັບ.

ມີຄຸນສົມບັດເປັນຢາຂັບປັດສະວະທຳມະຊາດ.

ຊ່ວຍຫຼຸດອາການບວມໃນໄລຍະກ່ອນມີປະຈຳເດືອນ.

 

  • ໄນອະຊິນ ຫຼື ວິຕາມິນ ບີ3

ເປັນສ່ວນປະກອບຂອງເອນໄຊມ໌ ນິໂຄຕິນາໄມດ໌ ອະດີນິນ ໄດນິວຄຼີໂອໄທດ໌(NAD) ແລະ ນີໂຄຕິນາໄມດ໌ ອະດີນິນ ໄດນິວຄຼີໂອໄທດ໌ຟອສເຟດ(NADP) ເຊິ່ງກ່ຽວຂ້ອງກັບປະຕິກິລິຍາຫຼາຍຢ່າງໃນຮ່າງກາຍ ເຊັ່ນ  NAD ເປັນໂຄເອນໄຊມ໌ໃນປະຕິກິລິຍາອອກຊີເດເຊິນ ໃນຂະບວນການໄກລໂຄລິຊຶມ ແລະ ຂະບວນການຂົນຖ່າຍອີເລັກຕຣອນໃນການຫາຍໃຈຂອງເຊວລ໌ ແລະ NADP ເປັນໂຄເອນໄຊມ໌ໃນປະຕິກິລິຍາການສັງເຄາະອາຊິດໄຂມັນ ແລະ ຄໍເລສເຕີຣອລ ແລະ ກ່ຽວຂ້ອງກັບການປ່ຽນເຟນິນອະລານິນໄປເປັນໄທໂຣຊິນ.

ຊ່ວຍບຳລຸງສະໝອງ ແລະ ປະສາດ.

ຊ່ວຍຮັກສາສຸຂະພາບຂອງຜິວໜັງ ລີ້ນ ແລະ ເນື້ອເຫຍື່ອຂອງລະບົບຍ່ອຍອາຫານ.

ຈຳເປັນສຳລັບການສັງເຄາະຮໍໂມນເພດ.

ຊ່ວຍຫຼຸດລະດັບຄໍເລສເຕີຣອລໃນເລືອດ.

 

  • ອາຊິດໂຟລິກ ຫຼື ວິຕາມິນ ບີ9

ກະຕຸ້ນຖົງນ້ຳດີໃຫ້ບີບຕົວແຮງຂຶ້ນ ເພີ່ມພະລັງຜະລິດນ້ຳດີ ເຮັດໃຫ້ການຍ່ອຍໄຂມັນ ແລະ ການດູດຊຶມໄຂມັນດີຂຶ້ນ ໂດຍສະເພາະອາຊິດໄຂມັນທີ່ຈຳເປັນ ເຊັ່ນ ແຄໂຣທີນ ແລະ ວິຕາມິນ ເອ ດີ ອີ ແລະ ວິຕາມິນ ເຄ.

ການໃຊ້ນ້ຳຕານ ແລະ ອາຊິດອະມິໂນ ຮ່າງກາຍຈຳເປັນຕ້ອງມີອາຊິດໂຟລິກຊ່ວຍໃນຂະບວນການນີ້.

ຊ່ວຍໃນການສ້າງເມັດເລືອດແດງ.

ເຮັດໜ້າທີ່ຄ້າຍນ້ຳຍ່ອຍ ເຮັດວຽກຮ່ວມກັບວິຕາມິນ ບີ12 ແລະ ວິຕາມິນ ຊີ ເຜົາຜານໂປຣຕິນ ແລະ ໃຊ້ໃຫ້ເກີດປະໂຫຍດເຕັມທີ່.

ເປັນຕົວສຳຄັນໃນການສ້າງອາຊິດນິວຄຼີອິກ ເຊິ່ງຈຳເປັນຕໍ່ການຈະເລີນເຕີບໂຕຂອງຮ່າງກາຍ ແລະ ສ້າງເຊວລ໌ທັງຫຼາຍໃຫ້ກັບຮ່າງກາຍຢ່າງຖືກຕ້ອງ ແລະ ເໝາະສົມ.

ຄວບຄຸມການເຮັດວຽກຂອງສະໝອງ.

ເຮັດໃຫ້ຮູ້ສຶກຢາກຮັບປະທານອາຫານຫຼາຍຂຶ້ນ.

ກະຕຸ້ນການຜະລິດອາຊິດໄຮໂດຣຄຼໍຣິກ ເຊິ່ງຊ່ວຍໃນການປ້ອງກັນກາຝາກໃນລຳໄສ້(ແມ່ທ້ອງ) ແລະ ປ້ອງກັນອາຫານເປັນພິດ ນອກຈາກນີ້ຍັງຊ່ວຍໃນການປະຕິບັດໜ້າທີ່ຂອງຕັບໃຫ້ມີປະສິດທິພາບຫຼາຍຂຶ້ນ.

ຊ່ວຍໃນການເຜົາຜານ RNA ແລະ DNA ເຊິ່ງເປັນຕົວສຳຄັນໃນການສັງເຄາະໂປຣຕິນ ການສ້າງເລືອດ ສ້າງເຊວລ໌ ແລະ ການຖ່າຍທອດປັດໄຈທາງກຳມະພັນ ແລະ ການເຮັດໜ້າທີ່ຮ່ວມກັບ ວິຕາມິນ ບີ12 ລວມທັງການສ້າງພູມຕ້ານທານໂລກໃນຕ່ອມໄທມັສ ໃຫ້ແກ່ເດັກນ້ອຍ ແລະ ເດັກເກີດໃໝ່.

 

 

ແຫຼ່ງອ້າງອິງ:

www.google.co.th
http://en.wikipedia.org
http://th.wikipedia.org
http://www.geocities.com/vitandmin/VITAMINS.htm


Delicious Digg Fark Twitter