ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2009 | ມີ 35 ຄຳເຫັນ ແລະ 0 trackback(s)

ເລື່ອງ ລິຟຕົກ

 

ຂໍໃຫ້ຫມູ່ເພື່ອນອ່ານ ແລະ ຈື່ໄວ້ສິ່ງທີ່ຈະຕ້ອງເຮັດເມື່ອທ່ານຕິດຢູ່ໃນ ລິຟ

ເຮົາບໍ່ຣູ້ວ່າເມື່ອໃດ ແລະ ສະຖານທີ່ໃດທີ່ອຸບັດເຫດຈະເກີດກັບເຣົາ ຫລື

ຄົນອ້ອມຂ້າງເຮົາ ຫວັງວ່າຂໍ້ມູນນີ້ຈະຊ່ວຍພວກເຣົາໄດ້ເມື່ອເກີດອຸບັດເຫດ

ນີ້ຂື້ນສຳຫລັບເຮົາ ແລະ ບຸກຄົນທີ່ເຮົາຮັກ


ໃນກໍລະນີທີ່ຊາຍຄົນ 1 ກຳລັງຢູ່ໃນ ລິຟ ມັນກໍ່ເກີດຢຸດກະທັນຫັນ ແລະ ຕົກລົງມາ

ຈາກຊັ້ນເທິງຈາກຊັ້ນທີ 13 ຕົກລົງມາດ້ວຍຄວາມໄວສູງໃນເວລາດຽວກັນນັ້ນ

(ໂຊກດີທີ່ລາວຈື່ໄດ້ຈາກ TV ທີ່ສອນໄວ້) ລາວໄດ້ຕັ້ງສະຕິໃຫ້ດີ ແລ້ວກົດປຸ່ມ

ສຳຫລັບທຸກຊັ້ນ ຢ່າງໄວທີ່ສຸດເທົ່າທີ່ຈະເຮັດໄດ້ເພືື່ອທີ່ຈະເຮັດໃຫ້ລິຟຢຸດ

ຢູ່ຊັ້ນໃດຊັ້ນຫນື່ງ ແລະ ສຸດທ້າຍລິຟກໍ່ຢຸດທີ່ຊັ້ນທີ 5


ເຊິ່ງຂະນະທີ່ເຮົາກຳລັງຜະເຊີນຫນ້າກັບຄວາມເປັນຄວາມຕາຍການຕັດສິນໃຈຫລື

ການກະທຳຫຍັງກໍ່ຕາມຈະຕັດສິນຄວາມຢູ່ລອດຂອງເຣົາຖ້າຢູ່ໃສສະຖານະ

ລິຟ ຕົກສິ່ງທຳອິດໃນໃຈມັກຈະເປັນການລໍຖ້າຄວາມຕາຍ  ແຕ່ຫລັງຈາກທີ່ໄດ້ອ່ານ

ຂ້ໍຄວາມດ້ານລຸ່ມແລ້ວ ທຸກສິ່ງທຸກຢ່່າງອາດປ່ຽນໄປເມື່ອຕິດຢູ່ໃນ ລິຟ ເພາະວິທີ

ດ້ານລຸ້ມນີ້ອາດຊ່ວຍທ່ານລອດຊີວິດຈາກ ລິຟຕົກໄດ້ຄື:


1. ໃຫ້ກົດປຸ່ມໃຫ້ລິຟ ຈອດທຸກຊັ້ນໃຫ້ໄວທີ່ສຸດ----> ເມື່ອໄຟ້າສຳຮອງທຳງານ

ມັນກໍ່ຈະຫຢຸດ ລິຟ ຈາກການຕົກລົງມາໄດ້

2. ຈັບທີ່ຈັບໃຫ້ແຫນ້ຖ້າວ່າມີ ---> ມັນຈະຊ່ວຍຮອງຮັບຕຳແຫນ່ງ ແລະ ປ້ອງກັນທ່ານຈາກ

ການຫລົ່ນ ແລະ ການ ບາດເຈັບຖ້າທ່ານເສຍສົມດຸນ

3. ອີງຫລັງ ແລະ ຫົວເຂົ້າກັບຝາຜະຫນັງໃຫ້ເປັນເສັ້ນຊື່ (ຢືນໂຕຕົງໆຕິດກັບຝາຜະຫນັງ)--->

ການອີງຝາຜະຫນັງຈະເຮັດໃຫ້ມັນຊ່ວຍປ້ອງກັນຫລັງ ແລະ ກະດູກທ່ານ

4. ງໍເຂົ່າ ເຫດຜົນກໍ່ຄືເມື່ອລິຟຕົກ ທ່ານຈະບໍ່ຮູ້ວ່າເມື່ອໃດທີ່ມັນຈະກະແທກກັບພື້ນ

ແລະ ອາດຈະສົ່ງຜົນໃຫ້ກະດູກທົ່ວຮ່າງກາຍແຕກລະອຽດ----> ເຊິ່ງຈະເຮັດ

ໃຫ້ເສັ້ນເອັນທີ່ເປັນຈຸດເຊື່ອມຕໍ່ທີ່ຍືດຍຸ່ນມັນສາມາດຍືດກະດູກເຂົ້າດ້ວຍກັນ

ເປັນກິດຈະກຳຕ່າງໆ ແຕ່ຈະຈຳກັດບາງສິ່ງເພື່ອປ້ອງກັນການບາດເຈັບ.

ດັ່ງນັ້ນ, ຜົນກະທົບຈາກກະດູກແຕກຈະລົດລົງຈາກການກະແທກ

ຢ່າງແຮງຂອງການຫລົ່ນຂອງລິຟ



ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2009 | ມີ 39 ຄຳເຫັນ ແລະ 0 trackback(s)

5 ຢ່າງຕ້ອງຫ້າມກ່ອນຈະນອນ

1. ຢ່ານອນຫລັບໄປພ້ອມກັນໂມງໃສ່ແຂນເພາະວ່າຂະນະທີ່ໂມງເຮັດວຽກຫມຸນໄປເລື່ອຍໆນັ້ນ

ບໍ່ວ່າຈະເປັນໂມງນ້ອຍຫລືໃຫຍ່ລ້ວນແຕ່ປ່ອຍພະລັງງານອອກມາທັງນັ້ນ, ເຊື່ອບໍ່ວ່າການໃສ່ໂມງ

ນອນຈະມີຜົນຕໍ່ສຸຂະພາບໃນໄລຍະຍາວ (ຜົນຂ້າງຄຽງນັ້ນອາດຈະໃຫ້ເຮົາເສຍສຸຂະພາບ, ເຈັບ

ໄຂ້ງ່າຍ... ເລົ່ານີ້ເປັນຕົ້ນ)


2.  ສຳລັບພວກມັກລົມໂທລະສັບມີຖືຈົນນອນຫລັບໄປໂດຍສະເພາະເລີຍ ບໍ່ຄວນ

ນອນຫລັບໄປພ້ອມໆກັບໂທລະສັບ ແລະ ຫມາຍລວມໄປເຖິງການວາງໂທລະສັບມືຖື

ໄວ້ໃກ້ໆໂຕເຮົາເຊັ່ນດຽວກັນບາງຄົນມັກໃຊ້ມືຖືເປັນໂມງປຸກໃນຍາມເຊົ້າ

ກະລຸນາເກັບມືຖືຂອງທ່ານໄວ້ໃຫ້ໄກໂຕທີ່ສຸດເມື່ອຈະນອນຫັນໄປຊື້ໂມງປຸກ

ເກໆລາຄາຖືກໆມາໃຊ້ດີກວ່າເພາະມີຫລັກຖານທາງວິທະຍາສາດລະບຸວ່າ:

ໂທລະສັບມືຖືຈະປ່ອຍຄື້ນແມ່ເຫລັກໄຟຟ້າອອກມາຂະຫນາດເປີດເຄື່ອງໄວ້ ແລະ

ຄື້ນແມ່ເຫລັກເຫລົ່ານີ້ມີຜົນຕໍ່ລະບົບປະສາດໂດຍສະເພາະ. ສະນັ້ນຕອນນອນ

ກໍ່ປິດໂທລະສັບມືຖືໄວ້ດີກວ່າ ບໍ່ຊັ້ນກໍ່ຫາບ່ອນວາງໄວ້ຫ່າງຈາກເຮົາດີທີ່ສຸດ

 

3. ງ່າຍໆ & ສັ້ນໆຄືຢ່ານອນຫລັບພ້ອມໆກັບເຄື່ອງສຳອາງບໍ່ວ່າຈະເມື່ອຍອອ່ນເພຍ

ຂະຫນາດໃດກໍ່ຕ້ອງລຸກຂື້ນມາລ້າງເຄື່ອງສຳອາງອອກໃຫ້ຫມົດ. ເພາະການຫລັບທັງໆ

ທີ່ເຄື່ອງສຳອາງຍັງຢູ່ເທິງຜິວຫນ້ານັ້ນຈະກໍ່ໃຫ້ເກີດປັນຫາດ້ານຜິວພັນໄລຍະຍາວ

ເພາະຊ່ວງການຄືນເປັນຊ່ວງເວລາທີ່ຜິວພັນເຮົາໄດ້ຣັບການພັກຜ່ອນ ^ ^


4. ສຳລັບສາວໆເທົ່ານັ້ນຄື: ຢ່ານອນຫລັບທັງໆທີ່ຍັງໃສ່ຍົກຊົງຢູ່ເພາະນັກວິໃຈຊາວອາເມລິກາ

ໄດ້ຄົ້ນພົບວ່າການໃສ່ຍົກຊົງດົນເກີນ 12 ຊມ ຈະເປັນການເພີ່ມອັດຕາສ່ຽງຕໍ່ການເປັນ

ມະເຣັງຊວງເອີກໄດ້. ສະນັ້ນກໍ່ຢ່າໃສ່ຍົກຊົງນອນເລີຍ, ບໍ່ຕ້ອງຢ້ານເສຍຊົງຫວ່ງສຸຂະພາບ

ແລະ ຊີວິດເຣົາດີໄວ້ກວ່າ


5. ອັນນີ້ເຫມາະກັບທຸກເພດເລີຍ ອິອິອິອິ (ຢ່າຫລັບນອນກັບ Husband or wife ຂອງຄົນອື່ນ)

ເພາະທ່ານອາດຈະບໍ່ໄດ້ຕື່ນຂື້ນມາອີກເລີຍ ບໍ່ຊັ້ນທ່ານອາດຈະພິການໄດ້ ອິອິອິອິ


(ຂໍ້ມູນທັງ 5 ນີ້ ແມ່ນຫມູ່ຂ້ານ້ອຍສ່ົງມາໃຫ້ອ່ານເລີຍເອົາມາຝາກຫມູ່ເພືື່ອນອ່ານຕໍ່ໆກັນ)

ຫມູ່ເພື່ອນອາດຈະອ່ານໄວ້ເພື່ອເປັນຄວາມຮູ້ເສີມ & ຮູ້ໄວ້ກໍ່ບໍ່ເສຍຫາຍ ^^







ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2009 | ມີ 38 ຄຳເຫັນ ແລະ 0 trackback(s)

ການໃສ່ກະໂປ່ງສັ້ນຢູ່ໃນຫ້ອງແອເປັນປະຈຳຈະເຣັດໃຫ້ຂາໃຫຍ່ໄດ້

 

ການທີ່ສາວໆໆທັງຫລາຍທີ່ມັກນຸ່ງກະໂປ່ງສັ້ນໃນຫ້ອງແອເປັນກະຈຳ

ອາດຈະເຮັດໃຫ້ຂາໃຫຍ່ໄດ້ ເພາະວ່າ ຊ່ວງຂາທີ່ຢູ່ນອກກະໂປ່ງ

(ສ່ວນທີ່ກະໂປງຍາວບໍ່ປົກຂາ) ຈະເກີດມີການສະສົມໄຂມັນເປັນພິເສດ

ເພື່ອປັບສະພາບໃຫ້ເຫມາະສົມ ແລະ ເຂົ້າກັບອາກາດໃນຫ້ອງແອ ເຊິ່ງ

ຜິວຫນັງຈະເຈີກັບຄວາມຫນາວເຢັນຂອງອາກາດໃນຫ້ອງແອ

ເຊິ່ງຈະກໍ່ໃຫ້ເກີດເຊວລູໄລ (ໄຂມັນ) ອີອີອີ

 

ແລ້ວສຸດທ້າຍກໍ່ໃຫຍ່ອອກ ໃຫຍ່ອອກ

ຈາກຂາທີ່ຣຽວງາມ ກາຍເປັນ ຂາຫມູ ໄດ້ເດີ້ ອີອີອີ

ເວົ້າຢອກມັນກ່ຈະບໍ່ນຽນຣຽບງາມແບບເກົ່າຫັ້ນນະ alt

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

ທ່ານສັງເກດສັນຍາລັກຂອງ Logo ແຕ່ລະປະເພດແລ້ວເບິ່ງວ່າ

ແຕ່ລະ Logo ນັ້ນມັນມີຫຍັງແຝງຢູ່ນຳ

 

alt

alt

alt


ໃນບັນດາ 03 ຮູບນີ້ ທ່ານສັງເກດເຫັນ ເຄື່ອງຫມາຍ ທີ່ແຝງມານຳແລ້ວບໍ່ ອີອີອີ

ຖ້າເຫັນແລ້ວ ມັນແມ່ນສິ່ງດຽວກັບ ຄຳສະເຫລີຍນີ້ບໍ່??

 

1. Logo FedEx  ລະຫວ່າງ ໂຕ E ແລະ ໂຕ X  ມັນຈະມີລູກສອນແຝງຢູ່ນຳ

2. Logo ຂອງສາຍການບິນ Jetstar ລະຫວ່າໂຕ ອັກສອນ T ກັບຮູບດາວ ກໍ່ມີລູກສອນເຊັ່ນກັນ

3. Chocolate ຊື່ດັງຢີ່ຫໍ້ Toblerone ຂອງ ສະວິດເຊີແລນ ມີLogo ເປັນຮູບພູເຂົາ Matterhorn

    ແຕ່ຖ້າເຣົາສັງເກດໃຫ້ດີໆ ຈະເຫັນຮູບໂຕຫມີແຝງຢູ່ໃນພໍເຂົານັ້ນ  

 


ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2009 | ມີ 10 ຄຳເຫັນ ແລະ 0 trackback(s)


ຈະເຮັດແນວໃດໃນຂະນະທີ່ຂັບລົດຢູ່ຢາງເກີດລະເບີດ

ເລື່ອງນີ້ມີປະໂຫຍດຫລາຍສຳລັບນັກຂັບຂີ່ ແລະ

ເພື່ອນທຸກໆຄົນ ເພື່ອການຂັບໃຫ້ປອດໄພ

ກໍລະນີທີ 1 ເມື່ອຢາງລະເບີດຂະນະຂັບລົດມີຂ້ໍແນະນຳໃຫ້ປະຕິບັດດັ່ງນີ້:


1. ມືທັງສອງຕ້ອງຈັບພວງມະໄລໃຫ້ແຫນ້ນໆຫມັ້ນຄົງ


2. ຖອນຄັນເລັ່ງອອກ


3. ຄວບຄຸມສະຕິໃຫ້ດີຢ່າຕົກໃຈ ເບິ່ງກະຈົກຫລັງເພື່ອໃຫ້ຣູ້ວ່າມີລົດນຳຫລັງມາບໍ່


4. ແຕະ(ຢຽບ) ເບກຢ່າງຄ່ອຍໆ ແລະ ຖີ່ໆ ຢ່າແຕະແຮງເປັນອັນຂາດເພາະວ່າຈະເຣັດ

ໃຫ້ລົດຫມຸນ


5. ຫ້າມຢຽບຄາດໂດຍເດັດຂາດ ເພາະຖ້າຢຽດຄາດລົດຈະບໍ່ເກາະຖະຫນົນ ແລະ

ຈະເຣັດໃຫ້ລົດລອຍໂຕ ແລະ ອາດຈະເຣັດໃຫ້ບັງຄັບລົດໄດ້ຍາກຍິ່ງຂື້ນ

** ອາດຈະເສຍຫລັກເພາະການຢຽບຄາດເປັນການຕັດແຮງບິດຂອງເຄື່ອງຈັກ

ໃຫ້ຂາດຈາກເພົາ


6. ຫ້າມດຶງເບກມືຢ່າງເດັດຂາດ ຈະເຮັດໃຫ້ລົດຫມຸນ


7. ເມື່ອຄວາມໄວລົດລຸງພໍປະມານແລ້ວໃຫ້ເປີດໄຟສັນຍານລ້ຽງເຂົ້າຂ້າງຂວາ


8. ເມື່ອຄວາມໄວລົດລົງລະດັບທີ່ສາມາດຄວບຄຸມໄດ້ໃຫ້ປ່ຽນເກຍຕ່ຳລົງ

ແລະ ຢຸດລົດ

***ຂໍ້ສັງເກດເມື່ອຢາງລະເບີດບໍ່ວ່າລໍ້ຫນ້າຫລືລໍ້ຫລັງກໍ່ຕາມ

* ເມື່ອລະເບີດດ້ານຊ້າຍ ລົດຈະສະແລບໄປດ້ານຊ້າຍກ່ອນ ແລ້ວກໍ່ຈະສະບັດກັບ

ແລະ ສະບັດໄປດ້ານຊ້າຍອີກຄັ້ງ (ສະລັບກັນໄປມາ)

* ແລະ ໃນທຳນອງກົງກັນຂ້າມ ຫາກລະເບີດດ້ານຂວາ ອາການກໍ່ຈະປິ້ນກັບ

(ກົງກັນຂ້າມກັບກໍລະນີດ້ານຊ້າຍ).

***ອຸບັດເຫດຮ້າຍແຮງທີ່ເກີດຂື້ນສ່ວນຫລາຍກໍ່ຄື:

  ຫາກຂະນະຢາງລະເບີດທີ່ລົດກຳລັງແລ່ນຢູ່ທີ່ຄວາມໄວສູງໆ ພໍຢາງລະເບີດຂື້ນມາ

ລົດກໍ່ຈະກິ້ງ (ທະໄຫລ) ທັນທີ ເຊິ່ງເຮັດໃຫ້ເຣັດຫຍັງບໍ່ໄດ້ເລີຍ.

ດັ່ງນັ້ນ ການຂັບລົດທີ່ໃຊ້ຄວາມໄວສູງໆ ຈິ່ງມັກຈະແກ້ໄຂໃນເລື່ອງນີ້

ບໍ່ໄດ້ເລີຍເພື່ອເປັນການປ້ອງກັນອຸບັດເຫດຮ້າຍແຮງທີ່ຈະເກີດຂື້ນ

ໃນຂະນະຂັບລົດຈິ່ງບໍ່ຄວາມຂັບລົດໄວ (ຄວາມໄວທີ່ຖືວ່າປອດໄພໃນ 

DEFENSIVE DRIVING ຄື: ຄວາມໄວບໍ່ເກີດ 100   ກິໂລແມັດ ຕໍ່ຊົ່ວໂມງ)
 
ກໍລະນີທີ 2
  ເມື່ອລົດຕົກນ້ຳ


ໃນກໍລະນີທີ່ລົດເກີດອຸບັດເຫດແລ້ວຕົກນ້ຳໄປໃນແມ່ນ້ຳລຳຄອງໃດໆກໍ່ຕາມ

ລົດຈະບໍ່ຕົກລົງໄປໃນນ້ຳແລ້ວຈົມທັນທີ (ຄືກັບຫິນ ຕົກນ້ຳແຕ່ຈະຄ່ອຍໆຈົມລົງໄປ)

ແລະ ຄ່ອຍໆຈົມລົງຮອດພື້ນ ແລະ ໃນນາທີວິກິດການນີ້:
  
ຄວນຕັ້ງສະຕິໃຫ້ດີ ແລະ ປະຕິບັດຕາມດັ່ງລຸ່ມນີ້
:


1. ປົດ SAFETY BELT ອອກທຸກໆຄົນ ລວມທັງຜູ້ໂດຍສານນຳ

(ໃນກໍລະນີມີຫລາຍຄົນ)


2. ຢ່າອອກແຮງໃດໆ ເພື່ອສະຫງວນການໃຊ້ອາກາດຫາຍໃຈເຊິ່ງມີຢູ່ເປັນ

ຈຳນວນຈຳກັດ


3. ໃຫ້ຍົກສ່ວນຫົວໃຫ້ສູງເຫນືອລະດັບນ້ຳທີ່ຄ່ອຍໆເພິ່ມຂື້ນໃນລົດ


4. ປົດລ໋ອກປະຕູທຸກບານ


5. ຫມຸນກະຈົກລົດໃຫ້ນ້ຳໄຫລເຂົ້າໃນລົດເພື່ອປັບຄວາມດັນໃນລົດ ແລະ

ນອກລົດໃຫ້ເທົ່າກັນ ບໍ່ສະນັ້ນປະຕູລົດຈະເປີດບໍ່ອອກ ເພາະນ້ຳຈາກ

າຍນອກໂຕລົດຈະດັນປະຕູໄວ້


6. ເມື່ອຄວາມດັນໃກ້ຄຽງກັນແລ້ວ ໃຫ້ຍູ້ບານປະຕູອອກໃຫ້ກວ້າງສຸດ ແລ້ວທ່ານ

ກໍ່ອອກຈາກລົດໄດ້ເລີຍ


7. ຈາກນັ້ນທ່ານອາດຈະປ່ອຍໂຕໃຫ້ລອຍຂື້ນເຫນືອນ້ຳຕາມທຳມະຊາດ ຫລື

ອາດຈະລອຍນ້ຳຂື້ນາກໍ່ໄດ້ໃນ

ກໍລະນີ ນີ້ຫາກນ້ຳເລີກຫລາຍອາດຈະເບິ່ງບໍ່ເຫັນວ່າທິດໃດໃຕ້ນ້ຳ ທິດໃດເຫນືອນ້ຳ

ເພາະວ່າມືດໄປຫມົດບໍ່ຄວນ ໃຊ້ວິທີລອຍນຳ້ ເພາະວ່າອາດຈະລອຍໄປໃນທິດທາງ

ທີ່ບໍ່ຂື້ນເຫນືອນ້ຳ (ກໍລະນີເຊັ່ນນີ້ ຄວນປ່ອຍໂຕໃຫ້ລອຍຂື້ນເອງຕາມທຳມະຊາດ)Normal0falsefalsefalseMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.0pt;font-family:"Times New Roman";mso-bidi-font-family:"Times New Roman";mso-ansi-language:#0400;mso-fareast-language:#0400;mso-bidi-language:#0400;}

ຫລື ລອງເປົ່າປາກເບິ່ງວ່າ ຟອງອາກາດລອຍໄປໃນທິດທາງໃດ ໃຫ້ລອຍນ້ຳໄປໃນ

ທິດທາງທີ່ຟອງອາກາດລອຍໄປ ກໍ່ຈະບໍ່ມີອາການຫລົງນ້ຳ. ນອກຈາກນັ້ນ

ກ່ອນອອກຈາກລົດຖ້າທ່ານມີຜູ້ໂດຍສານທີ່ເປັນເດັກນ້ອຍ ອາດຈະຫນີບ

ເດັກນ້ອຍນັ້ນອອກມາກັບທ່ານ ໄດ້ອີກຫນື່ງຄົນ ດັ່ງນັ້ນຫາກທ່ານ ປະຕິບັດ

ຕາມວິທີການເລົ່ານີ້ກໍ່ຈະຊ່ວຍໃຫ້ຊິວິດຂອງທ່ານປອດໄພໄດ້ ໃນຍາມຄັບຂັນ.

ຢາກໃຫ້ທຸກທ່ານທີ່ອ່ານແລ້ວ ບອກຕໍ່ໆກັນເພື່ອເປັນປະໂຫຍດ

ແກ່ຄົນທີ່ຍັງບໍ່ຮູ້ ແລະ ການເອົາຕົວລອດເວລາເຈີເຫດການແບບນີ້


ເປັນການຊ່ວຍເຫລືອກັນ ຫາກເກີດອຸບັດເຫດເຊັ່ນນີ້ຂື້ນມາ ການມີຄວາມ

ໃນຂັ້ນຕອນການ ຄວບຄຸມລົດແລະ ການປະຕິບັດຕົນ ໃນຂະນະທີ່ເກີດ

ອຸບັດເຫດເຊັ່ນນີ້ ສາມາດຊ່ວຍລົດອັນຕະລາຍ ແລະ ການບບາດເຈັບ

ໄດ້ແນ່ນອນ ຖ້າຈະໃຫ້ດີພິມເກັບໄວ້ໃນລົດຂອງທຸກໆ

ຄົນເລີຍກໍ່ດີ ອີອີີີອີ ເພາະຈະໄດ້ອ່ານທົບທວນກັນໄດ້ (ກັນລືມ)


ດ້ວຍຄວາມປາຖະຫນາດີ ຂໍໃຫ້ທຸກທ່ານຂັບລົດ

ຢ່າງປອດໄພ alt