
ຂຽນເມື່ອ: Apr. 3, 2010
| ມີ
13 ຄຳເຫັນ
ແລະ
0 trackback(s)
ໝູ່ເພືອນພັນລາວເຄີຍເຊື່ອບໍວ່າຊາດໜ້າມີຢູ່ຈິງບາງຄົນອາດຈະເຊື່ອ
ແຕ່ຫຼາຍຄົນອາດຈະບໍ່ເຊື່ອເຖິງແນວໃດກໍ່ຕາມມັນເປັນເລື່ອງຂອງ
ຄວາມເຊື່ອສວ່ນບຸກຄົນ ແຕ່ສຳລັບຂອ້ຍແລ້ວຂອ້ຍບໍ່ເຄີຍເຊື່ອ
ເລີຍ ແຕ່ຂອ້ຍກໍ່ຍາກໃຫ້ຊາດໜ້າມີຈິງ ຖ້າຫາກວ່າຊາດໜ້າມີຢູ່ຈິງ
ຂອ້ຍຈະບໍ່ຂໍເງິນ ບໍ່ຂໍຄຳ ແຕ່ຂອ້ຍຈະ ຂໍພຽງແຕ່ໃຫ້ຂອ້ຍຫຼຸດພົ້ນ
ອອກຈາກສະພາບທີ່ຢູ່ໃນຮູບຮ່າງຂອງຜູ້ຊາຍແຕ່ຫົວໃຈເປັນຍິງຂອ້ຍ
ບໍ່ຢາກທົນຢູ່ໃນສະພາບແບບນີ້ອີກແລ້ວເພາະມັນທໍລະມານເໜືອກວ່າ
ສີ່ງອື່ນໃດ ທຸກວັນໄດ້ແຕ່ທົນຟັງຄຳດູຖືກຢຽດຢາມທົນສາຍຕາທີ່ຜູ້ຄົນ
ໃນສັງຄົມແນມເບີ່ງຂອ້ຍຄືຕົວປະຫຼາດ ຂອ້ຍບໍ່ເຄີຍສົມຫວັງໃນ
ຄວາມຮັກ
ທຸກຄືນກອ່ນນອນຂອ້ຍໄດ້ແຕ່ພາວະນາຂໍໃຫ້ຂອ້ຍເກີດມາເປັນ
ຍິງກໍຂໍໃຫ້ເປັນຍິງແທ້ ຫຼື ຖ້າຫາກວ່າເກີດເປັນຊາຍກໍຂໍໃຫ້ເປັນຊາຍແທ້
ຂອ້ຍຄືຊິມີຄວາມສຸກຄືກັບຄົນອື່ນໆ
ແລະ ໝູ່ເພື່ອນເດເຊື່ອບໍວ່າຊາດໜ້າມີຈິງ ຖ້າຫາກມີຊາດໜ້າເຈົ້າຈະຂໍຫຍັງໃຫ້ກັບຊີວິດ