ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2018 | ມີ 0 ຄຳເຫັນ ແລະ 0 trackback(s)
ຈາກວັນທີ່ນັ່ງຢູ່ເທິງລົດເມໂດຍສານພ້ອມກັບຄວາມຝັນໃນກຳມື ດ້ວຍຄວາມປາຖະໜາອັນແຮງກ້າ ແລະ ຄຳສັນຍາທີ່ໃຫ້ກັບຕົວເອງທີ່ໜັກແໜ້ນໃນໃຈວ່າ ຈະສູ້ເພື່ອຝັນຢ່າງມີຄວາມຫວັງ ຈົນເດີນຕາມທາງຝັນມາໄດ້ຂ້ອນຄົນແລ້ວ! ອຸປະສັກນ້ອຍ - ໃຫຍ່ທີ່ຕັນທາງກໍຜ່ານຜ່າມາໄດ້ຈົນບໍ່ຈັກວ່າເທົ່າໃດຄັ້ງ? ແຕ່ກໍຍັງໄຮ້ວີ່ແວວຂອງປາຍຝັນ ຫຼືວ່າມັນບໍ່ມີຢູ່ຈິງ? ເປັນຄຳຖາມທີ່ຂ້ອຍຕອບໄດ້ທຸກຄັ້ງທີ່ຮູ້ສຶກທໍ້ຖອຍໃຈ ແລະ ມັນກໍເຮັດໃຫ້ຂ້ອຍມີຄວາມຫວັງຂຶ້ນມາທຸກຄັ້ງໃນທັນທີ ເພາະຂ້ອຍຮູ້ດີວ່າປາຍຝັນມີຢູ່ຈິງ ແລະ ຂ້ອຍກໍຈະຕາມຫາມັນດ້ວຍພະລັງແຫ່ງຄວາມຫວັງຕໍ່ໆໄປ...
ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2018 | ມີ 1 ຄຳເຫັນ ແລະ 0 trackback(s)
1 ປີຜ່ານໄປ! ຫຼຽວໄປທາງຫຼັງເພື່ອໃຫ້ຮູ້ວ່າເຮົາເດີນທາງມາໄກປານໃດ? ມອງໄປທາງໜ້າເພື່ອໃຫ້ຮູ້າວ່າເປົ້າໝາຍທີ່ຊັດເຈນຢູ່ຈຸດໃດ? ເບິ່ງໄປທາງຂ້າງເພື່ອໃຫ້ເຫັນວ່າມີໃຜທີ່ຍັງຊຸກດັນສົ່ງເສີມເຮົາ ແລະ ໃຫ້ຮູ້ວ່າເຮົາສູ້ ແລະ ຢູ່ເພື່ອໃຜ? ເບິ່ງທີ່ໃຈໃຫ້ມີພະລັງກ້າວຕໍ່ໄປ...!
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2017 | ມີ 0 ຄຳເຫັນ ແລະ 0 trackback(s)
ບາງຄົນເຕີບໃຫຍ່ມາພ້ອມກັບຄຳສອນທີ່ວ່າ"ພໍໃຈໃນສິ່ງທີ່ຕົນໄດ້ ພູມໃຈໃນສິ່ງທີ່ຕົນມີ"ລຽບງ່າຍ ພໍພຽງຈົນກາຍເປັນຄົນມັກສະບາຍ. ຄົນເຮົາຕ້ອງມີຄວາມທະເຢີທະຍານ ຕັນຫາແດ່(ປາກກວ້າງ ມືຍາວ ຕີນໃຫຍ່)ເພາະມັນຄືວິຖີທາງທີ່ນຳເຮົາໄປພົບກັບຄຳວ່າໂຊກດີໃນຊີວິດ.
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2017 | ມີ 0 ຄຳເຫັນ ແລະ 0 trackback(s)
ທຸກຄົນຍ່ອມຢາກເລືອກສິ່ງທີ່ດີທີ່ສຸດໃຫ້ກັບຕົວເອງ ແຕ່ບາງຄົນກັບບໍ່ມີໂອກາດພໍທີ່ຈະໃຫ້ຊີວິດໄດ້ເລືອກດອກ! "ທຸກກໍຊີວິດ ສຸກກໍຊີວິດ" ຈະໂທດພໍ່ ແມ່ ສະພາບແວດລ້ອມ ຫຼື ໂຊກຊະຕາທີ່ເຮັດໃຫ້ຊີວິດເຮົາເປັນເຊັ່ນນີ້? ແໜງວ່າກົ້ມໜ້າຍອມຮັບຊະຕາຊີວິດທີ່ເປັນຢູ່ "ຍອມຮັບ ບໍ່ແມ່ນຍອມແພ້" ດ້ວຍຄວາມເຕັມໃຈ. ນັ້ນໝາຍຖຶງວ່າເຮົາຮູ້ຈັກຊີວິດ ທີ່ມາຂອງຊີວິດ ພ້ອມທັງເລີ່ມລົງມືແກ້ໄຂ ພັດທະນາຊີວິດໃຫ້ດີຂຶ້ນເປັນກ້າວໆ ສູ້ກັບບັນຫາດ້ວຍຫົວໃຈ ແລະ ວິນຍານ ຊີວິດທີເຕັມໄປດ້ວຍອຸປະສັກຄືຊີວິດທີ່ເຂັ້ມແຂງທີ່ສຸດ.