ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ການມີສຸຂະພາບແຂງແຮງ ເປັນສິ່ງທີ່ທຸກຄົນປາດຖະໜາ ຄຽງຄູ່ກັນນັ້ນ

ກໍ່ແມ່ນການຢາກມີອາຍຸຍືນຍາວ ປາດສະຈາກໂລກໄພ ເພາະສະນັ້ນ

ຄົນເຮົາຈິ່ງຄວນຝຶກຈິດໃຈໃຫ້ເຂັ້ມແຂງ ບວກກັບການເບິ່ງແຍງສຸຂະພາບ

ທີ່ມີຄວາມກຽມພອ້ມຕະຫລອດເວລາ ສຳລັບໄດອາຮີ່ບັດນີ້ ໝູ່ໆຈະໄດ້ຮູ້ຈັກກັບ

15 ອໍ ເສັ້ນທາງສູ່ການມີອາຍຸຍືນຍາວ ເຊີ່ງຜ່ານການປະຕິບັດໂຕຈິງມາແລ້ວ

ຫລາຍໆຄົນໄດ້ຮັບຜົນດີ ມີປະໂຫຍດຕໍ່ຮ່າງກາຍ ແລະ ຈິດໃຈຂອງຄົນເຮົາແທ້

***ສຳລັບ 15 ອໍ ທີ່ຈະເວົ້າມານີ້ ເຊື່ອວ່າທ່ານ ອາດເຄີຍປະຕິບັດມາແລ້ວ

ໃນບາງ ອໍ ແຕ່ຖ້າຈະໃຫ້ຄົນຖວ້ນແທ້ມີດັ່ງນີ້:

 

1, ອໍ - ອາກາດ: ອາກາດດີເຮັດໃຫ້ເຮົາມີຄວາມສົດຊື່ນແຈ່ມໃສ

2, ອໍ - ອາຫານ: ອາຫານທີ່ຈຳເປັນໃນຊີວິດປະຈຳວັນ ຄວນຮັບປະທານ

ອາຫານໃຫ້ຄົບໝວດ ເພື່ອເສີມສ້າງພະລັງງານໃນຮ່າງກາຍໃຫ້ພຽງພໍ

3, ອໍ - ອາຈົມ: ລະບົບຂັບຖ່າຍສະດວກ ກໍ່ແມ່ນສິ່ງສຳຄັນສຳລັບຄົນເຮົາ

4, ອໍ - ອາລົມ: ອາລົມດີ ເຮັດໃຫ້ຄົນເຮົາມີຊີວິດຍືນໄດ້ ທັງເສີມສ້າງຄວາມສວຍງາມ

ທາງໃບໜ້າ ແລະ ປີວພັນໃຫ້ຜອ່ງໃສນຳ

5, ອໍ - ອົມຍີ້ມ: ການຍີ້ມຫົວ ນອກຈາກສ້າງສະເໜ່ ໃຫ້ກັບໂຕເອງ

ແລະ ຍັງມີຜົນດີຕໍ່ສຂະພາບຂອງຕົນນຳອີກ

6, ອໍ - ອົດທົນ: ຝຶກຈິດໃຫ້ເຂັ້ມແຂງ ອົດທົນເພື່ອຄວາມສຳເລັດໃນໜ້າທີ່ວຽກງານ

7, ອໍ - ໂອບເອື້ອອາລີ:​ມີນ້ຳໃຈຍີນດີ ຈິງໃຈກັບຄົນອອ້ມຂ້າງ

8, ອໍ - ເອົາໃຈໃສ່ສຸຂະພາບ: ຫລີກລ້ຽງສິ່ງທີ່ເປັນຜົນກະທົບ ຫລື ສິ່ງບໍ່ດີຕໍສຸຂະພາບ

9, ອໍ - ອິຣິຍະບົດ: ການສະແດງອອກ ມີລັກສະນະທ່າທາງສະຫງ່າ ຜ່າເຜີຍ

10,ອໍ - ອອ່ນນອ້ມຖອ່ມຕົນ: ທຳຕົວໃຫ້ເປັນທີ່ຮັກແພງຂອງຄົນອື່ນ

11, ອໍ - ອອກກຳລັງກາຍ: ຂໍ້ນີ້ມີຫລາຍຄົນທີ່ສາມາດເຮັດໄດ້ດີ ໂດຍການຖືເອົາກິລາທີ່ຕົນເອງມັກ

ມາກາຍເປັນກິດຈະກຳປະຈຳວັນຫລືບາງຄົນກໍ່ເອົາວຽກບ້ານການເຮືອນເປັນການອອກກຳລັງກາຍໄປໃນຕົວ

ເຊີ່ງຊວ່ຍໃຫ້ສຸຂະພາບ ທາງກາຍ ແລະ ຈິດໃຈດີຂື້ນ

12, ອໍ - ການໜັງສື: ການອ່ານເປັນການໃຫ້ອາຫານແກ່ມັນສະໝອງ ສະໜອງຄວາມຮູ້ຢ່າງໄຮ້ຂອບເຂດ

13, ອໍ - ອຸເບກຂາ: ມີຈິດໃຈທ່ຽງທຳ ບໍລິສຸດ ວາງຕົວເປັນກາງ

14, ອໍ - ແອພລິກເຄເຊີນ: (Application) ເພິ່ງພໍໃຈໃນສິ່ງທີ່ຕົນມີ

15, ອໍ - ອະນິຈັງ: ເຕືອນຕົວເອງສະເໝີວ່າທຸກສິ່ງທຸກຢ່າງບໍ່ມີຄວາມທ່ຽງແທ່ແນ່ນອນ

 

ທັງໝົດ 15 ອໍ ນັ້ນ ຖ້າຫາກໝູ່ໆໃດນຳເອົາໄປປະຕິບັດຢ່າງຖີ່ຖວ້ນແລ້ວ ເຊື່ອວ່າຈະເຮັດໃຫ້ໝູ່ໆ

ມີອາຍຸທີ່ຍືນຍາວ ຫ່າງໄກໂລກໄພໄຂ້ເຈັບ ແລະ ມີຈິດໃຈທີ່ແຈ່ມໃສຍາວນານ.ມາລອງປະຕິບັດກັນເນາະ ^_^

 

ຂອບໃຈທີ່ແວະມາອ່ານ

 

 

ເນື້ອໃນມາຈາກ ວາລະສານວັດທະນາທຳ ສະບັບທີ່ 15,

 

 

 

 

 

 

 

Delicious Digg Fark Twitter