ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ມ.ນ.. 13, 2011 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 686 ເທື່ອ
ຍີ່ປຸ່ນ (ນັບທັງອົງການຈັດຕັ້ງຂອງລັດຖະບານ ແລະ ມູນລະນິທິຕ່າງໆ ຂອງຍີ່ປຸ່ນ)ນັບວ່າເປັນປະເທດໜຶ່ງທີ່ໃຫ້ຄວາມຊ່ວຍເຫຼືອແກ່ປະເທດລາວຢ່າງມະຫາສານ ບໍ່ວ່າຈະເປັນດ້ານ ການສຶກສາ ສາທາລະນະສຸກ ການກໍ່ສ້າງພຶ້ນຖານໂຄງລ່າງ ຕ່າງໆ. ເມື່ອປະເທດຍີ່ປຸ່ນໄດ້ຮັບຜົນກະທົບຈາກທໍລະນີພິບັດ ( ແຜ່ນດິນໃຫວ ຄື້ນຊຶນະມິ) ແລະ ເຮັດໃຫ້ເກີດຜົນກະທົບຕາມມາຫຼາຍດ້ານ ເຊັ່ນ: ໄຟໃໝ້ ແລະ ການລະເບີດຂອງໂຮງໄຟຟ້ານິວເຄລຍ ເຊິ່ງ ຄວາມເສຍຫາຍບໍ່ອາດຈະປະເມີນໄດ້. ໃນຖານະທີ່ເປັນຄົນລາວ ທ່ານຄິດວ່າ ຄົນລາວ ຫຼື ລັດຖະບານລາວຄວນຈະປະກອບສ່ວນ ສິ່ງໃດ ເພື່ອຊ່ວຍເຫຼືອຍີ່ປຸ່ນ.

 
ສ້າງເມື່ອ ກ.ພ.. 15, 2011 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 788 ເທື່ອ
ໃນຂະນະທີ່ລັດຖະບານໄດ້ ພະຍາມ"ລົບລ້າງການກືກໜັງສື " ໃນຂອບເຂດທົ່ວປະເທດ ແບບສຳຫຼວດນີ້ອາດຈະຊວ່ຍໃຫ້ບັນດາແມ່ຍິງບາງທ່ານ ນຳໄປເປັນແນວທາງໃນການ "ລົບລ້າງການກືກຜົວ" ກະເປັນໄດ້ ແຕ່ບໍ່ສາມາດຮັບປະກັນໄດ້ ຮ້ອຍເປີເຊັນ. ທ່ານວ່າ ຜູ້ຊາຍຍາກແຕ່ງງານ ຫຼື ແຕ່ງງານກັບແມ່ຍິງອາຍຸເທົ່າໃດ ຫຼາຍທີ່ສຸດ? ຍ້ອນເຫດຜົນໃດ? ຫວັງວ່າທ່ານຄົງຈະໃຫ້ຂໍ້ມູນທີ່ເປັນປະໂຫຍດ

 
ສ້າງເມື່ອ ກ.ພ.. 15, 2011 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 690 ເທື່ອ
ທ່ານວ່າ ແມ່ຍິງງາມ ຫຼື ມີສະເໜ່ ທີ່ສຸດໃນຊວ່ງອາຍຸເທົ່າໃດ

 
ສ້າງເມື່ອ ກ.ພ.. 1, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 527 ເທື່ອ
ບັນດາທ່ານ ທີ່ມີປະສົບການເລື່ອງເມຍອ່າວເຂັ້ມງວດ ຫຼື ເມຍມັກຮ້າຍ ໂດຍສະເພາະເວລາກັບບ້ານຜິດເວລາ ອາດຈະຍ້້ອນວ່າ ເມົາ ຫຼື ເຫດຜົນອື່ນໆ ທ່ານມີວິທີແກ້ໃຂສະຖານນະການແນວໃດ?

 
ສ້າງເມື່ອ ມ.ກ.. 31, 2011 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 508 ເທື່ອ
ເມື່ອທ່ານກອດມັກ "ກອດ" ຄົນທີ່ທ່ານຮັກ ຫຼື ບໍ່

 
ສ້າງເມື່ອ ມ.ກ.. 30, 2011 9 ຄົນໂຫວດ, 0 ຄຳເຫັນ, ອ່ານ 295 ເທື່ອ
"ທ່ານມີຄຳເຫັນແນວໃດກ່ຽວກັບຂໍ້ກຳນັດ ການໃສ່ຄຳນຳໜ້າ" ຕາມເອກະສານທາງການ ຖ້າຜູ້ໃດຮຽນຈົບປະລິນຍາເອກ ກໍຈະຂຽນ "ດຣ" ນຳໜ້າ ອັນນີ້ເຫັນດີ ເນື່ອງຈາກດອກເຕີປະເພດນີ້ ຮຽນມາດ້ວຍຄວາມຍາກລຳບາກ. ແຕ່ວ່າອີກດອກເຕີແບບໜຶ່ງ ທີ່ຢູ່ຕາມໂຮງໝໍ ກໍ່ຂຽນຄຳນຳໜ້າດວ້ຍ "ດຣ" ເໝືອນກັນ. ຖ້າຈົບຈົບປະລິນຍາເອກມາກໍບໍ່ວ່າ ແຕ່ທ່ານໝໍບາງຄົນປະລິນຍາຕີ ຫຼື ໂທ. ແລະພາກັນເອີ້ນ ດອກເຕີກັນເປັນແຖວ ຫຼື ວ່າເວົ້າທັບສັບ.

 
ສ້າງເມື່ອ ມ.ກ.. 30, 2011 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 387 ເທື່ອ
ທ່ານຄິດວ່າ ເປັນໄປໄດ້ບໍ ທີ່ຈະສ້າງໂຮງງານໄຟຟ້າພະລັງງານນິວເຄລຍ (Nuclear Power Plant) ໃນ ສປປ ລາວ. ເນື່ອງຈາກມັນໃຫ້ພະລັງງານທີ່ມະຫາສານ ຖ້າທຽບໃສ່ໂຮງງານໄຟຟ້າພະລັງງານນ້ຳ ຫຼື ໂຮງງານໄຟຟ້າຖ່ານຫີນ ລາຄາເຊື້ອເພີງ (ຢູເຣນຽມ) ກໍຖືກ ອາດຈະເປັນພະລັງງານທີ່ສະອາດໃນສາຍຕາຄົນທົ່ວໄປ ແຕ່ໃນນັ້ນ ມັນຍັງມີຂໍດ້ອຍທີ່ບົ່ມຊ້ອນຢູ່ ເຊິງຍັງບໍ່ມີຄຳຕອບທີ່ແນ່ນອນ. ກະລຸນາຊີ້ແຈງຂໍ້ດີ ຂໍ້ເສຍຂອງ ແລະ ຜົນກະທົບອາດຈະຕາມມາ ເນື່ອງຈາກໂຮງໄຟຟ້າຊະນິດດັ່ງກ່າວນີ້. ເນື່ອງຈາກຖ້າຢາກຈະສ້າງຕ້ອງກະກຽມໂດຍປະມານ ດັ່ງນີ້: 1. ຕ້ອງໃຊ້ງົບປປະມານປະມານ 5-10 ຕື້ໂດລາສະຫະລັດ ເນື່ອງຈາກວັດສະດຸທີ່ໃຊ້ຕ້ອງໄດ້ມາດຕະຖານ ແລະ ອາດຈະ ຈ້າງນັກວິສະວະກອນຈາກຕ່າງປະເທດ 2. ຕ້ອງມີນັກວິສະວະກອນດ້ານຕ່າງໆ ເຊັ່ນ: ນັກຟີຊິກ ເຄມີ ໄຟຟ້າ ທໍລະນີ ຊິວະ ສິ່ງແວດລ້ອມ ກົດໝາຍ ເກືອບວ່າທຸກສາຂາ ທີ່ຈະຮັບຜິດຊອບໂຄງການດ່ັງກ່າວປະມານ 800-1000 ຄົນ ແລະ ນັກວິສະວະກອນລາວດ້ານນີ້ມີພຽງພໍບໍ່ 3. ຕ້ອງໃຊ້ງົບປະມານໃນການກຳຈັດກາກນິວເຄລຍ ໃຫ້ປອດໄພ (ອັນນີ້ຍັງບໍ່ຮູ້ແນ່ນອນ) ເນື່ອງຈາກສານກຳມັນຕະພາບບໍ່່ໄດ້ສະຫຼາຍໄປງ່າຍໆ ໃຊ້ເວລາອາດຈະພັນ ຫຼື ໝື່ນ ຫຼື ແສນປີ 4. ເມື່ອໝົດອາຍຸການໃຊ້ງານຕ້ອງທຳລາຍຖິ້ມ ຄ່າໃຊ້ຈ່າຍໃນການທຳລາຍເກືອບຈະເທົ່າກັບງົບປະມານໃນການສ້າງ. 5. ຖ້າລັດຖະບານຢືມເງິນຂາກຕ່າງປະເທດ ດົນປານໃດ ຈະໄຊ້ໝົດ ຫຼື ຈະໄດ້ກຳໄລ