ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

ມື້ນີ້ເປີດຕູ້ເຢັນໄປເຈິຂອງເຫຼືອຫຼາຍເລີຍເກີດແນວຄິດນຳສິ່ງເຫຼົ່ານັ້ນມາປະກອບເປັນອາຫານສູດໃໝ່   ຈາກການສຳຫຼວດ ໃນຕູ້ເຢັນ ຂພຈ ມີ ປາແຊລມ້ອນເຫຼືອເຄິ່ງໂຕ =_= ' ຊີສເຄິ່ງຖົງ ນົມ ເນຍ ລໆລ

ຄິດໄປຄິດມາມີເສັ້ນພາສຕ້າເຫຼືອຢູ່ ເລີຍຄິດວ່າຈະເຮັດພາສຕ້າກິນ ແຕ່ຍັງບໍ່ຮູ້ວ່າຈະເຮັດຊອສຫຍັງກິນກັບ ເບິ່ງໄປເບິ່ງມາເຫັນແຊລມ້ອນເຫຼືອຫຼາຍເລີຍຄິດວ່າຈະເຮັດແຊລມ້ອນຊອສນີ້ແຫຼະ!! ມາເລີ່ມກັນເລີຍຍຍ!!!

 

 

ເຄື່ອງປຸງມີດັ່ງນີ້ເດີ້:

 

 

alt

 

ປາແຊລມ້ອນ ສອງຂີດ

ນົມສົດ ໜຶ່ງຖ້ວຍ

ເກືອ 

ເນຍຈືດ  ສອງກ້ອນ

ເສັ້ນພາສຕ້າ 250g

ໝາກເລັ່ນ(ບໍ່ເອົາເປືອກ)ຊອຍ ໜຶ່ງໜ່ວຍ

ຊີສ ໜຶ່ງຂີດ

ໜໍ່ໄມ້ຝລັ່ງ ໜ້ອຍໜຶ່ງ

ອໍລິກາໂນ້ ຢິບໜຶ່ງ

 

 

ວິທີເຮັດ!!!

 

 

alt

 

ເລີ່ມຈາກການນຳເອົາເສັ້ນພາສຕ້າໄປຕົ້ມໃນນ້ຳຟົດຈົນເສັ້ນອ່ອນນຸ້ມ  ປະມານ 8-10 ນາທີ ແລະນຳໜໍ່ໄມ້ຝລັ່ງໄປລວກນຳເຊັ່ນກັນ. ຫຼັງຈາກຕົ້ມເສັ້ນແລ້ວໃຫ້ນຳໄປແຊ່ນ້ຳເຢັນແລ້ວພັກໄວ້

 

 

 

alt

 

ຕັ້ງໄຟຂຶ້ນໄຟອ່ອນປານກາງ ນຳເນຍຈືດມາຜັດຈົນລະລາຍ (ໃນນີ້ໃຊ້ແທນນ້ຳມັນ) ແລ້ວນຳເສັ້ນພາສຕ້າທີ່ກຽມໄວ້ໃສ່ລົງໄປ ຈາກນັ້ນຕາມດ້ວຍນົມສົດເຄິ່ງຖ້ວຍ ເກຶອ ໜຶ່ງບ່ວງກາເຟ ແລະ ຜັດໄປເລື້ອຍໆຈົນມີກິ່ນຫອມແລະນ້ຳແຫ້ງ  ແລ້ວໆຕັກໃສ່ຈານທີ່ກຽມໄວ້

 

ວິທີເຮັດຊອສ

 

 

alt

ນຳເນຍມາຜັດໃຫ້ລະລາຍ ເອົາແຊລມ້ອນລົງໄປຜັດໃຫ້ສຸກ ຈາກນັ້ນຕາມດ້ວຍໝາກເລັ່ນແລະໜໍ່ໄມ້ຝລັ່ງ  ຜັດຈົນມັນຫອມແລ້ວນຳນົມສົດທີ່ເຫຼືອ ເກືອ ໜຶ່ງບ່ວງກາເຟ ໃສ່ລົງໄປ ຜັດໄປເລື້ອຍໆຈົນໝາກເລັ່ນເປື່ອຍ ເປັນອັນແລ້ວໆ ຫຼັງຈາກນັ້ນນຳໄປລາດໜ້າພາສຕ້າທີ່ຕັກໃສ່ຈານໄວ້ ຕາມດ້ວຍເອົາຊີສກັບອໍລິກາໂນ້ໂຮຍໜ້າ

 

 

alt

 


ເປືອກໝາກເລັ່ນທີ່ເຮົາບໍ່ໄດ້ໃຊ້ ຂພຈ ຈະບໍ່ຖິ້ມ ແຕ່ຈະນຳມາຕົກແຕ່ງເປັນດອກໄມ້  ວິທີເຮັດກໍ່ງ່າຍໆ ພຽງແຕ່ປອກຄືປອກເປືອກໝາກແອັບເປິ້ນບໍ່ໃຫ້ຂາດຫັ້ນລະ ແລ້ວໆກໍ່ນຳມາຈັດໃສ່ຈານເລີຍ

 

 

 

 

 

ເຮັດແລ້ວໆໜ້າຕາຈະເປັນແນວນີ້

 

V

V

alt

 

 

ແບບເຕັມໆ

V

V

 

alt

ເສີບພ້ອມກັບໄວແດງຫຼືນ້ຳໝາກໄມ້ກໍ່ໄດ້

 

alt

 

 

 

tip:  ການນຳເສັ້ນມາຜັດໃສ່ກັບເນຍຈືດແລະນົມສົດກ່ອນນັ້ນຈະເຮັດໃຫ້ເສັ້ນໜຽວໜຸ້ມ ແລະ ມີກິ່ນຫອມຂຶ້ນ

 

ລອງພາກັນເຮັດຊິມເບິ່ງເດີ້ ເປັນຈັ່ງໃດລະມາຕິຊົມແດ່ ສູດນີ້ຂພຈຫາກໍ່ຄິດອອກແລະເຮັດເປັນຄັ້ງແລກກາມື້ີແຫຼະ  ຮ່າໆໆໆ ຂພຈ ໃຫ້ພໍ່ຊິມເພິ່ນກໍ່ວ່າແຊບຢູ່ ແຕ່ບໍ່ຮູ້ວ່າຄົນອື່ນຈະວ່າແນວໃດ ^_^

 

 

 

ໂອະ ລືມບອກ!!! ກິນແລ້ວຢ່າລືມກິນຂອງຫວານເດີ້ດຽວບໍ່ ໄຮໂຊ!!!!

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ຂພຈ ເອົາສູດຍຳຢໍ່ມາຝາກ ເຮັດກໍ່ແສນຈະງ່າຍເນາະ ສາມາດເອົາຢ່າງອື່ນມາຍຳກໍ່ໄດ້ ບໍ່ແມ່ນແຕ່ຢໍ່ເທົານັ້ນ  ສ່ວນເຄື່ອງປຸງກໍ່ມີດັ່ງນີ້:

 

 

alt

 

1. ນ້ຳປາ ປະມານ ສາມບ່ວງແກງ

2. ນ້ຳຕານ ປະມານ ສາມບ່ວງແກງ

3. ໝາກນາວ ໜຶ່ງໜ່ວຍ 

4. ຢໍ່ທີ່ຊອຍເປັນເສັ້ນ  400 g

5.ຜັກ ເຊີເລີ່ລີ້ຊອຍພໍດີ 1 ກຳ

6.ຜັກບົວໃຫຍ່ຊອຍເປັນເສັ້ນ ເຄິ່ງໜ່ວຍ

7.ໝາກເຜັດຊອຍລະອຽດ 1 ກຳ 

8. ໝາກກາລົດຊອຍເປັນເສັ້ນ 1 ໜ່ວຍ (ແຕ່ໃນນີ້ ຂພຈ ລືມຊື້)

9. ຜັກຫອມປ້ອມຊອຍພໍດີ 1 ກຳ

 

ປ.ລ ສ່ວນປະສົມທັງໝົດນີ້ຢາກໃສ່ໜ້ອຍຫຼືຫຼາຍກ່ວານີ້ກໍ່ໄດ້ແລ້ວແຕ່ຄວາມມັກ ສ່ວນໂຕແລ້ວ ຂພຈ ມັກອອກຫວານໆໜ້ອນໜຶ່ງ ມັນກໍ່ເລີຍກາຍເປັນສັດສ່ວນຄືຂ້າງເທິງ ແຕ່ຖ້າໃຜມັກສົ້ມ ຫວານ ເຄັມ ຈັ່ງໃດກໍ່ຕື່ມເອົາເດີ້

 

 

alt



ວິທີເຮັດ  ນຳເອົາໝາກເຜັດ ນ້ຳຕານ ນ້ຳປາ ໝາກນາວ ມາຄົນເຂົ້າກັນໃຫ້ສ່ວນປະສົມເຂົ້າກັນດີ ຈາກນັ້ນໃຫ້ນຳຢໍ່ ໝາກກາລົດ ແລະ ຫອມບົວໃຫຍ່ມາໃສ່  ຊິມເບິ່ງວ່າພໍດີບໍ່  ຫຼັງຈາກນັ້ນກໍ່ເອົາ ຜັກເຊີ່ເລີລີ້ ແລະ ຜັກຫອມປ້ອມໃສ່ ຄົນໜ້ອຍໜຶ່ງແລ້ວຕັກໃສ່ຈານ ພ້ອມເສີບ

 

 

ເຮັດແລ້ວໆໜ້າຕາຈະເປັນປະມານນີ້

alt


tip: ຜັກໃຫ້ໃສ່ສຸດທ້າຍເພາະຖ້າໃສ່ກ່ອນມັນຈະຊ້ຳແລະບໍ່ຂຽວງາມ

 

 

ເປັນຈັ່ງໃດ...ຍຳຢໍ່ສູດນາງເອ໋ ລອງເອົາໄປເຮັດຊິມເບິ່ງເດີ້   ^___^

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2008 | ມີ 7 ຄຳເຫັນ ແລະ 0 trackback(s)



alt



ໃນໄວໆນີ້..ນັກວິທະຍາສາດແຫ່ງມະຫາໄລ ແຄລິຟໍເນຍ ເມືອງ ລອດສແອງເຈີລິສ ປະເທດສະຫະລັດອາເມລິກາ ໄດ້ຈັດອັນດັບ  10 ເຄື່ອງດື່ມທີ່ມີປະໂຫຍດທີ່ສຸດໃນໂລກອອກ ໂດຍວັດແທກຈາກລະດັບສານ ແອນຕີ້ອອກຊີແດນສ ຫຼື ສານຕ້ານອະນຸມູນອິດສະຫຼະ







alt



ສານຊະນິດນີ້ມີປະໂຫຍດໃນຂະບວນການປະຕິກິລິຍາຊີວະເຄມີ ທີ່ເກີດຂຶ້ນໃນຮ່າງກາຍ ຈະມີການຂັບຂອງເສຍທີ່ຮ່າງກາຍໄດ້ຮັບອອກ ໄດ້ແກ່ຄວັນຢາສູບ ແອລກໍຮໍ ລັງສີຍູວີ ເອັກສເຮ ເຊິ່ງສິ່ງເຫຼົ່ານີ້ ປັນອັນຕະລາຍຕໍ່ຈຸລັງໃນຮ່າງກາຍທີ່ອາດສົ່ງຜົນໃຫ້ເກີດ ມະເຮັງ ພະຍາດຫົວໃຈ ຂໍ້ຕໍ່ອັກເສບ ພະຍາດແກ່ນຕາຄຸ່ນ ແລະ ການເຊື່ອມຂອງອະໄວຍະວະຕ່າງໆ ສານອະນຸມູນອິດສະຫຼະນີ້ຈະໄປທຳລາຍແຜ່ນແພຈຸລັງ ແລະ ປ່ຽນແປງໂຄງສ້າງດີເອັນເອ ດ້ວຍເຫດນີ້ຈຶ່ງເປັນການເພີ່ມຄວາມສ່ຽງການມີຈຸລັງມະເຮັງ 


1. ນ້ຳໝາກພິລາ ຫຼື ນ້ຳທັບທິມ


2. ວາຍແດງ


3.ນ້ຳໝາກ ແລແຊັງຄອນຄອດທ


4.ນ້ຳບລູເບີລີ້


5.ນ້ຳແບລັກເບີລີ້


6.ນ້ຳອະຊາອີ (ຂໍອະໄພອັນນີ້ແມ່ນຈົນປັນຍາທີ່ຈະແປອີ່ຫຼີ)


7.ນ້ຳແຄລນເບີລີ້


8.ນ້ຳໝາກກ້ຽງ


9.ນ້ຳຊາ


10.ນ້ຳໝາກແອັບເປິ້ນ


alt










alt











alt







ປ.ລ  ແປແລະຮຽບຮຽງຈາກເວັບໄທ





ສຸດທ້າຍແຕ່ບໍ່ທ້າຍສຸດ









ຂອບໃຈນຳພໍ່ທີ່ຊ່ວຍແປຄຳສັບແພດໃຫ້^^
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
alt   alt



alt

-ຢ່າໃສ່ໂມງນອນ ເພາະຂະນະທີ່ໂມງເຮັດວຽກໄປເລື້ອຍໆນັ້ນ ລ້ວນແຕ່ປ່ອຍພະລັງງານ ຖ້າໃສ່ໂມງນອນຈະພາໃຫ້ມີຜົນເສຍໄລຍະຍາວ



-ບໍ່ຄວນນອນຫຼັບພ້ອມໆກັບໂທລະສັບໄປນຳ ຫຼືວາງໂທລະສັບມືຖືໄວ້ທາງຂ້າງ ເພາະຫຼັກຖານທາງວິທະຍາສາດໄດ້ພິສູດໃຫ້ເຫັນແລ້ວວ່າ ໂທລະສັບມືຖືຈະປ່ອຍຄື້ນແມ່ເຫຼັກໄຟຟ້າອອກມາໃນຂະນະທີ່ເປີດເຄື່ອງໄວ້ ແລະຄື້ນແມ່ເຫຼັກໄຟຟ້າເຫຼົ່ານີ້ ມີຜົນກະທົບຕໍ່ກັບລະບົບປະສາດ ແລະຍັງສາມາດກໍ່ໃຫ້ເກີດໂລກຕ່າງໆຕາມມາໄດ້




alt



-ຢ່າຫຼັບໄປພ້ອມກັບເຄື່ອງສຳອາງ ບໍ່ວ່າສິເມື່ອຍປານໃດກໍ່ຕາມ ຕ້ອງລ້າງເຄື່ອງສຳອາງທີ່ຍັງຄາຢູ່ຜິວອອກໃຫ້ໝົດກ່ອນ ເພາະ ການຫຼັບທັ້ງໆທີ່ມີເຄື່ອງສຳອາງຕິດຢູ່ຜິວໜ້າ ຈະເຮັດໃຫ້ເກີດປັນຫາດ້ານຜິວພັນ ເຊັ່ນວ່າ ສິວ ຟ້າ ເປັນຕົ້ນ



-(ສຳຫຼັບຜູ້ຍິງເທົ່ານັ້ນ) ຢ່າໃສ່ເສື້ອອຊ້ອນນອນ ເພາະນັກວິທະຍາສາດຊາວອາເມລິກາຄົ້ນພົບວ່າ ການໃສ່ເສື້ອຊ້ອນດົນເກີນ 12ຊົ່ວໂມງ ຕໍ່ມື້ ຈະເພີ່ມອັດຕາສ່ຽງຕໍ່ການເປັນມະເລັງຈຸດໆ(ຂໍເຊັນເຊີ້) ໄດ້



alt





alt alt
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
alt alt alt
 



alt



ນັກວິໃຈເວົ້າວ່າ ການດື່ມເບຍ ແມ່ນດີຕໍ່ຫົວໃຈ ຈາກການວິໃຈຂອງມະຫາວິທະຍາໄລ Emony ກ່າວວ່າ ຜູ້ຍິງ ແລະຜູ້ຊາຍສູງອາຍຸ 2200ຄົນ ທີ່ດື່ມເບຍມື້ລະ 1.5 ຈອກຕໍ່ມື້ ຈະເຮັດໃຫ້ການສ່ຽງຕໍ່ໂລກຫົວໃຈລົ້ມເຫຼວນັ້ນລົດລົງ50ເປີເຊັນ ນອກຈາກນັ້ນເບຍຍັງດີຕໍ່ສະໝອງອີກດ້ວຍ ນັກວິທະຍາສາດໃນ ບອສຕັ້ນ ພົບວ່າ ຜູ້ທີ່ດື່ມເບຍຕັ້ງແຕ່ 1-6 ຈອກ ຕໍ່ອາທິດ ຈົນຮອດຜູ້ທີ່ດື່ມ 7-14 ຈອກ ຕໍ່ອາທິດ ຈະເກີດອາການຊັກໄດ້ໜ້ອຍກ່ວາຜູ້ທີ່ບໍ່ດື່ມເລຍ ແຕ່ຖ້າຜູ້ທີ່ດື່ມເກີນກ່ວານີ້ຈະມີອາການຊັກໄດ້ຫຼາຍທີ່ສຸດ ເພາະເບຍສາມາດຫຼຸດຂະໜາດເມັດເລືອດຂາວ  ແລະບໍ່ເຮັດໃຫ້ເລືອດໄປຄ້າງໃນສະໝອງໄດ້
ນອກຈາກນີ້ເບຍຍັງຫຼຸດຄວາມຄຽດ ຄວາມກັງວົນ ແລະຄວາມຢ້ານກົວ ໄດ້...ລວມຍັງເຮັດໃຫ້ອາລົມດີ ແລະ ຍັງມີສານອາຫານເຊັ່ນ ໂປຣຕີນ ວິຕາມິນເບ ຟອດສຟໍຮັສ ມາເຢຊອມ ເຊເລນຽມ ແລະ ທາດເຫຼັກ




alt


ຜົນເສຍ


ບໍ່ແມ່ນແຕ່ເບຍທີ່ກໍ່ໃຫ້ເກີດຜົນເສຍແຕ່ເຄື່ອງດື່ມແອລກໍຮໍທຸກຊະນິດກໍ່ເຮັດໃຫ້ເກິດຜົນເສຍ ໂດຍສະເພາະກັບຕັບ ເຊິ່ງຕ້ອງເຮັດວຽກໜັກເປັນພິເສດເວລາດື່ມເຄື່ອງດື່ມປະເພດນີ້ເຂົ້າໄປ ຕັບເປັນອະໄວຍະວະທີ່ຊ່ວຍຂັບຜິດອອກຈາກຮ່າງກາຍ ແຕ່ຖ້າຕັບເສຍຫາຍ ຮ່າງກາຍກໍ່ຈະເຕັມໄປດ້ວຍຜິດ ແລະ ທີ່ສຳຄັນ ເບຍເຮັດໃຫ້ບວມຕຸ້ຍແລະມີໜັງທ້ອງອີກດ້ວຍ


alt


 

alt


ໃຜທີ່ອ່ານແລ້ວກໍ່ຄົງຈະໃຫ້ຂໍ້ຄິດບໍ່ຫຼາຍກາໜ້ອຍ...ກ່ອນຈະຕັດສິນໃຈກິນກໍ່ຄວນໄຕຕອງໃຫ້ຮອບຄອບກ່ອນ
ຊ່ວງນີ້ກາຄວນງົດເຫຼົ້າເຂົ້າພັນສາເດີ້
 ດ້ວຍຄວາມປາດຖະໜາດີຈາກ angelala


alt

ປລ. ສ່ວນໂຕແລ້ວບໍ່ດື່ມຂອງມຶນເມົາເດີ້^^



<<<ຂໍ້ມູນອ້າງອິງຈາກເວັບໄຊໄທ>>>



alt   alt
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2008 | ມີ 23 ຄຳເຫັນ ແລະ 0 trackback(s)
alt   alt



ເຄື່ອງປຸງ: ສູດນີ້ກິນໄດ້5ຄົນ

1.ຊີ້ນໄກ່
ຊອຍເປັນຕ່ອນຍາວ  1ກິໂລ

2.ກະທຽມສັບລະອຽດ  1ຖ້ວຍນ້ອຍ

3.ແປ້ງໂກກິ   2ຫໍ່

4.ເກັດເຂົ້າຈີ່   2ຫໍ່

5.ເກືອ   1/2 ບ່ວງຊາ

6.ນ້ຳຕານ   1/3 ບ່ວງຊາ

7. ຊ໋ອດຫອຍ  3-4 ບ່ວງແກງ

8. ນ້ຳປາ    1/2 ບ່ວງແກງ

9. ສະອິວ    1/2 ບ່ວງຊາ

10. ມັນຊອຍເປັນຕ່ອນພໍດີຄຳ 1 ກິໂລ


ຂັ້ນຕອນທຳອິດ : ເອົາໄກ່ ກະທຽມ ເກືອ ນ້ຳຕານ ຊ໋ອດຫອຍ ນ້ຳປາ ສະອິວ ມາຄົນໃຫ້ເຂົ້າກັນ...ໝັກໄວ້ຈັກ 15 ນາທີ



alt



ຂັ້ນຕອນທີ່2 : ນຳແປ້ງໂກກິມາລະລາຍໃນນ້ຳເຢັນ 800 cc ຫຼື ຕາມຕ້ອງການ
ແລ້ວນຳໄກ່ມາຊຸບ


alt


ຂັ້ນຕອນທີ່3: ຫຼັງຈາກຊຸບແປ້ງໂກກິແລ້ວໃຫ້ນຳມາຊຸບເກັດເຂົ້າຈີ່



alt



ຂັ້ນຕອນທີີ່4: ນຳໄກ່ລົງທອດໃນນ້ຳມັນທີ່ຮ້ອນປານກາງ ທອດຈົນເຫຼືອງສຸກແລ້ວຕັກຂຶ້ນ

alt

ຂັ້ນຕອນທີ່ 5: ເອົາມັນທີ່ຊອຍແລ້ວນັ້ນໄປໃສ່ຕູ້ເຢັນ 10 ນາທີ ຈາກນັ້ນນຳມາລວກໃນນ້ຳຟົດ ແລ້ວນຳມາທອດ


alt


ຂັ້ນຕອນສຸດທ້າຍ :ນຳຂອງທີ່ທອດນັ້ນມາຊັບນ້ຳມັນອອກແລ້ວຈັດໃສ່ຈານໃຫ້ສວຍງາມ

alt



ເຄັດລັບ: 1.ລະລາຍແປ້ງໃນນ້ຳເຢັນເທົ່ານັ້ນເພາະຈະເຮັດໃຫ້ຂອງທີ່ທອດມັນກອບ
2.ນຳມັນມາລວກກ່ອນເພາະມັນຈະກອບນອກນຸ້ມໃນ
3.ໃຊ້ໄຟໃຫ້ຮ້ອນພໍດີເພາະໄກ່ຈະໃໝ້ກ່ອນສຸກຖ້າໃຊ້ໄຟແຮງ


alt

alt
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
alt   alt
 


alt

ມື້ນີ້ຢາກຮັກທຳມະຊາດເນາະ....ກາເລີຍເອົາກອບແບບນີ້ມາໃສ່ ຮ່າໆໆ

alt

ມື້ນີ້ມີສາລະດີໆ ມາຝາກຄົນມັກຫຼິ້ນຄອມ
ໃຜທີ່ມັກຫຼິ້ນຄອມເປັນເວລາຫຼາຍໆຊົ່ວໂມງຕິດຕໍ່ກັນນັ້ນ ຈະສົ່ງຜົນສະທ້ອນຕໍ່ສາຍຕາເຮົາ ເຮັດໃຫ້ເສຍແສງຕາ ແຕ່ກາມີວິທີແກ້ມາຝາກ
ໃຫ້ນຳຕົ້ນຕະບອງເພັດມາວາງໄວ້ໃກ້ໆຄອມ ເພາະມັນຈະຊ່ວຍດູດແສງຈາກຄອມເຊິ່ງເປັນໂຕທີ່ຈະໄປທຳຮ້າຍສາຍຕາເຮົາ
ອັນນີ້ກາອ່ານມາແຕ່ໃສກາຈື່ບໍ່ໄດ້ແລ້ວ ແຕ່ກາລອງເຮັດເບິ່ງເດີ້ ມັນຊ່ວຍໄດ້ອີ່ຫຼີ^^
 ຈະໃຊ້ພັນໃດກໍ່ໄດ້ແລ້ວແຕ່ຄວາມສະດວກ ຂໍໃຫ້ແມ່ນຕົ້ນຕະບອງເພັດກໍ່ພໍ

alt

alt

alt

alt

alt

alt

alt

alt

ດ້ວຍຄວາມປາດຖະໜາດີຈາກ ທິຟຟີ່ ຢາບັນເທົາ ເອີ້ຍ!ບໍ່ແມ່ນ ຈາກ angelala ແຮໆໆ

alt
alt alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
alt   alt
 

 

alt

 

ສາວໆບ່າວໆຫຼາຍຄົນມັກຈະພົບກັບປັນຫາຮູຂຸມຂົນກ້ວາງແລະໃຫຍ່ ເຮັດໃຫ້ໜ້າເຮົາບໍ່ນຽນ ເວລາແຕ່ງໜ້າກາບໍ່ງາມອີກ ມື້ນີ້ເອ໋ມີເຄັດລັບດີໆມາບອກ^^

alt

ລອງເປີດຕູ້ເຢັນຂອງເຈົ້າເບິ່ງ ແລະຢິບ ໝາກເລັ່ນ ອອກມາ

ພືດຊະນິດນີ້ນອກຈາກຈະນຳມາປຸງແຕ່ງອາຫານແລ້ວ ຍັງມີຄຸນປະໂຫຍດໃນການບຳລຸງຜິວຜັນອີກດ້ວຍ

ແລະເຮົາກໍ່ສາມາດກຳຈັດປັນຫາຜິວໜ້າດ້ວຍວິທີທີ່ແສນງ່າຍ ໂດຍການນຳໝາກເລັ່ນມາປອກເປືອກ ແລະເອົາແກ່ນອອກໃຫ້ໝົດ ຈາກນັ້ນນຳມາບົດໃຫ້ລະອຽດແລ້ວທາໜ້າປະໄວ້ 10-15ນາທີ ແລ້ວລ້າງອອກດ້ວຍນ້ຳອຸ່ນ ນອກຈາກຈະຊ່ວຍກະຊັບຮູຂຸມຂົນແລ້ວ ໝາກເລັ່ນຍັງມີສານຊະນິດໜຶ່ງທີ່ຊ່ວຍຊຳລະລ້າງຜິວໜ້າໄດ້ຢ່າງລ້ຳລຶກ ຊ່ວຍແກ້ປັນຫາຕົ້ນຕໍຂອງການເກີດສິວໄດ້ດີອີກດ້ວຍ ເຮົາຄວນປະຕິບັດສູດນີ້ 2-3ເທື່ອຕໍ່ອາທິດ

ຖ້າຫາກຜູ້ໃດທາແລ້ວເກີດອາການແສບຄັນກໍ່ສະແດງວ່າແພ້ ໃຫ້ຟ້າວລ້າງອອກທັນທີ ທາງທີ່ດີເຮົາຄວນກິນອາຫານໃຫ້ຄົບ5ໝູ່ ໄປພ້ອມກັບການບຳລຸງພາຍນອກນຳເດີ້ ຮັບຮອງວ່າຄວາມງາມຢູ່ບໍ່ໄກເກີນເອື້ອມດ໋ອກພີ່ນ້ອງ ກັກໆໆໆ

alt

ມື້ໜ້າຈະມາບອກເຄັດລັບການດູແລຕົນເອງອີກເດີ້

alt

 

 

 

 

 

 

 

 

alt   alt
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
alt   alt
 

 

alt

ສຳລັບສາວໆຫຼາຍຄົນຜູ້ທີ່ມັກການທາເລັບຫຼືເພັ້ນເລັບເປັນຊີວິດຈິດໃຈ

ກໍ່ມັກຈະມີປັນຫາເລັບເສຍກໍ່ຄືເລັບເຫຼືອງເນາະ ເຮົາມີວິທີແກ້ໄຂງ່າຍໆມານຳສະເໜີ ໂດຍການໃຊ້ເປືອກໝາກນາວທີ່ເຮົາໃຊ້ແລ້ວເນາະມາຂັດເລັບ ມັນຈະເຮັດໃຫ້ເລັບໃສຂຶ້ນ ຖ້າຈະໃຫ້ດີເຮົາບໍ່ຄວນທາເລັບດຸໆ ຄວນປະໃຫ້ເລັບຜັກຜ່ອນແດ່ ການໃຊ້ສີເລັບລາຄາຖືກກໍ່ສາມາດທຳຮ້າຍເລັບໄດ້ ເຮົາຄວນເລືອກສີເລັບທີ່ມີສານບຳລຸງເລັບໄປນຳ

ຖ້າຫາກຈຳເປັນຕ້ອງໄດ້ໃຊ້ສີເລັບທີ່ມີຄຸນນະພາບຕ່ຳ ເຮົາຄວນທາຢາບຳລຸງເລັບເປືອກໜຶ່ງກ່ອນ ເພື່ອຊ່ວຍຫຼຸດຜ່ອນແລະປ້ອງກັນການເສຍຫາຍຂອງເລັບ

alt

ມີແບບເລັບງາມໆມາຝາກ

alt

ແບບທີ1 ຫວານໆ

alt

ແບບທີ2 ເທ້ໆ

alt

ແບບທີ3 ຫຼູເລີດ

alt

alt alt