 ຂຽນເມື່ອ: Jul. 8, 2008
| ມີ
5 ຄຳເຫັນ
ແລະ
0 trackback(s)
 | |  | | |  ສາວໆບ່າວໆຫຼາຍຄົນມັກຈະພົບກັບປັນຫາຮູຂຸມຂົນກ້ວາງແລະໃຫຍ່ ເຮັດໃຫ້ໜ້າເຮົາບໍ່ນຽນ ເວລາແຕ່ງໜ້າກາບໍ່ງາມອີກ ມື້ນີ້ເອ໋ມີເຄັດລັບດີໆມາບອກ^^  ລອງເປີດຕູ້ເຢັນຂອງເຈົ້າເບິ່ງ ແລະຢິບ ໝາກເລັ່ນ ອອກມາ ພືດຊະນິດນີ້ນອກຈາກຈະນຳມາປຸງແຕ່ງອາຫານແລ້ວ ຍັງມີຄຸນປະໂຫຍດໃນການບຳລຸງຜິວຜັນອີກດ້ວຍ ແລະເຮົາກໍ່ສາມາດກຳຈັດປັນຫາຜິວໜ້າດ້ວຍວິທີທີ່ແສນງ່າຍ ໂດຍການນຳໝາກເລັ່ນມາປອກເປືອກ ແລະເອົາແກ່ນອອກໃຫ້ໝົດ ຈາກນັ້ນນຳມາບົດໃຫ້ລະອຽດແລ້ວທາໜ້າປະໄວ້ 10-15ນາທີ ແລ້ວລ້າງອອກດ້ວຍນ້ຳອຸ່ນ ນອກຈາກຈະຊ່ວຍກະຊັບຮູຂຸມຂົນແລ້ວ ໝາກເລັ່ນຍັງມີສານຊະນິດໜຶ່ງທີ່ຊ່ວຍຊຳລະລ້າງຜິວໜ້າໄດ້ຢ່າງລ້ຳລຶກ ຊ່ວຍແກ້ປັນຫາຕົ້ນຕໍຂອງການເກີດສິວໄດ້ດີອີກດ້ວຍ ເຮົາຄວນປະຕິບັດສູດນີ້ 2-3ເທື່ອຕໍ່ອາທິດ ຖ້າຫາກຜູ້ໃດທາແລ້ວເກີດອາການແສບຄັນກໍ່ສະແດງວ່າແພ້ ໃຫ້ຟ້າວລ້າງອອກທັນທີ ທາງທີ່ດີເຮົາຄວນກິນອາຫານໃຫ້ຄົບ5ໝູ່ ໄປພ້ອມກັບການບຳລຸງພາຍນອກນຳເດີ້ ຮັບຮອງວ່າຄວາມງາມຢູ່ບໍ່ໄກເກີນເອື້ອມດ໋ອກພີ່ນ້ອງ ກັກໆໆໆ  ມື້ໜ້າຈະມາບອກເຄັດລັບການດູແລຕົນເອງອີກເດີ້  | |  | |  |
|