ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

ສະບາຍດີໝູ່​ເພື່ອນ​ພັນ​ລາວ​ທຸກ​ຄົນ! ໝູ່ພັນ​ລາວ​ຄື​ສິ​ແປກ​ໃຈ​ວ່າ​ເປັນ​ຫຍັງ​ຂ້າພະ​ເຈົ້າ​ຈິ່ງ​ໃສ່​ຫົວ​ຂໍ້​​ແບບນີ້ ສິ່ງ​ທີ່​ຈະ​ເວົ້າ​ໄປ​ນີ້​ບໍ່​ແມ່ນ​ຂ້າພະ​ເຈົ້າ​ເປັນ​ຄົນ​ປັ້ນ​ແຕ່ງ​ຫຼື​ຄິດຂຶ້ນ​ມາ​ເວົ້າ​ໃຫ້​ຟັງ​ຊື່ໆ ​ແຕ່​ມັນ​ເປັນ​ເລື່ອງ​ຈິງ​ຂອງ​ປະຊາຊົນ​ເຂດ​ບ້ານ​ຂອງ​ຂ້າພະ​ເຈົ້າຮຽກຮ້ອງ ​ແລະ ​ເປັນ​ບັນຫາ​ທີ່​ແກ່ຍາວ​ມາ​ດົນ ​ໂດຍ​ບໍ່​ເຄີຍ​ໄດ້​ຮັບ​ການ​ແກ້​ໄຂ​ອັນ​ໃດ​ເລີຍ! ​ເລື່ອງ​ມີ​ຢູ່​ວ່າ: ບ້ານ​ຂອງ​ຂ້າພະ​ເຈົ້າ​ເປັນ​ບ້ານ​ເຂດ​ຊົນນະບົດ ​ເປັນ​ໝູ່ບ້ານ​ໃຫຍ່ (600ກວ່າ​ຄອບຄົວ) ປະຊາຊົນ​ສ່ວນ​ຫຼາຍ​ອາ​ໃສ​ການ​ເຮັດ​ນາ​ເປັນ​ອາຊີບ ​​(ຂໍ​ບໍ່​ອອກ​ຊື່​ບ້ານ​ເດີ່) ໃນ​ເຂດ​ບ້ານ​ນີ້​ເປັນ​ເຂດ​ດິນ​ທີ່​ຮາບ​ພຽງ​ແລະ​ມີ​ຄວາມ​ອຸດົມສົມບູນ​ທີ່​ສຸດ​ຖ້າ​ທຽບ​ໃສ່​ບ່ອນ​ອື່ນໆ (ຄັນ​ຊິ​ວ່າ​ໄປ​ແລ້ວ​ມັນ​ກະ​ເປັນ​ອູ່​ເຂົ້າ​ອູ່​ປາ​ຂອງ​ຄົນ​ນະຄອນຫຼວງ​ເຮົາ​ເລີຍ​ລະ) ​ໃນ​ບ້ານ​ມີ​ຄວາມ​ສະຫງົບ​ດີ ​ແລະ ​ເປັນ​ບ້ານ​ຕົວຢ່າງ​ທີ່​ດີ​ເດັ່ນ ທັງ​ດ້ານສັງຄົມ ​ແລະ ການ​ຜະລິດ​ກະສິກຳ. ​ແຕ່​ພໍ​ຕົກ​ມາ​ໃນ​ໄລຍະ​​ 3 ປີ​ມາ​ນີ້ ລັດຖະບານ​ໄດ້​ເປີດ​ໃຫ້​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ​ຫຼາຍ (ຈີນ​ເຂົ້າ​ມາ​ມີ​ອຳນາດ​ຫຼາຍ​ເກີນ​ໄປ) ​ໂດຍ​ສະ​ເພາະ​ແມ່ນ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ນັ້ນ​ມັນ​ກະ​ເປັນ​ຈຸດ​ເລີ່​ມຕົ້ນ​ຂອງ​ບັນຫາ​​ໃຫຍ່​ທີ່​ສຸດຂອງບ້ານ​ໃນ​ປັດຈຸບັນ, ບ້ານ​ຂອງ​ຂ້າພະ​ເຈົ້າ​ຖືກສຳ​ປະທານ​ພື້ນ​ທີ່​ ​ເປັນ​ເວລາ 50 ປີ ​ເພື່ອ​ຂຸດ​ຄົ້ນ​ເກືອ​ກາ​ລິກ ​ ​ຈີນ​ເປັນ​ຜູ້​​ສຳ​ປະທານ ​ເມື່ອ​ຈີນ​ເຂົ້າ​ມາ​ສຳ​ຫຼວດ​ແລ້ວ​ກໍ່​ໄດ້​ກໍ່ສ້າງ​ໂຮງງານ​ຂຶ້ນ​ມາ​ເປັນ​ໂຮງງານ​ຂະໜາດ​ໃຫຍ່ ຈີນ​ໄດ້​ນຳ​ເອົາ​ກຳມະກອນ​ຈີນ​ເຂົ້າ​ມາ​ເກືອບ 2000 ກວ່າ​ຄົນ ​ແລະ ​ໃນ​ນັ້ນ​ຈຳນວນກຳມະກອນ​ຮັບຈ້າງ​ທົ່ວ​ໄປ​ກໍ​​ແມ່ນປະຊາຊົນ​ເຂດ​ບ້ານ ​ແລະ ຄົນ​ມາ​ຈາກ​ເຂດ​ອື່ນ! ​​ໂຮງງານ​ດັ່ງກ່າວ​ໄດ້​ສ້າງ​ ​ຄວາມ​ເສຍ​ຫາຍ​, ຄວາມ​ລຳ​ຄານ ​ແລະ ຄວາມ​ວຸ້ນວາຍ​ຂອງ​ສັງຄົມ​ໃນໝູ່ບ້ານໃຫ້​ແກ່​ປະຊາຊົນ​ຫຼາຍ​ທີ່​ສຸດຄື:

1.    ​ເຂດ​ພື້ນ​ທີ່​ນາ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ກໍ່​ຕັ້ງ​ໂຮງງານ ​ແລະ ການ​ລະບາຍ​ນຳ້​ເປື້ອນທີ່​ເຈືອ​ປົນ​ສານພິດ​ນັ້ນ​ກໍ​ຄື: ປັດຈຸບັນ​ບໍ່​ສາມາດ​ທຳ​ການ​ກະສິກຳ​ໄດ້​ອີກ​ຕໍ່​ໄປ ​ເພາະ​ປູກ​ຫຍັງ​ໃສ່​ກໍ​ຕາຍ​ໄປໝົດ ນັບ​ທັງ​ເຂົ້າ​ທີ່​ເຄີຍ​ງອກ​ງາມ​ຢູ່​ໃນ​ທົ່ງ​ນາ ​ເພາະວ່າ​ນ້ຳ​າໃຕ້​້ດິນ​ນມີ​ການ​ປ່ຽນ​ແປງກາຍເປັນ​ນນ້ຳທີ່​ມີພິດດຽວນີ້​້ມີ​ແຕ່່​ພື້ນ​ດິນ​ນນາ​ທີ່​ເຕັມ​ມໄປດ້ວຍນ້ຳເປື້ອນຫ ຫຍ້າທຳມະຊາດທີ່ເຄີຍມີ​ດຽວນີ້້​ຍັງ​ງບໍ່​ເຫັນເລີຍ.

2.    ສັດ​ນຳ້​ທຸກ​ຊະນິດ​ແມ່ນ​ຕາຍໝົດ​ເຊັ່ນ ກຸ້ງ, ຫອຍ, ປູ, ປາ ລວມ​ໄປ​ເຖິງ​ສັດ​ໃຫຍ່​ກໍ​ຄື ​ແບ້, ງົວ, ຄວາຍ​ທີ່​ກິນ​ນ້ຳ​ເປື້ອນນັ້ນເຂົ້າ​ໄປ ​ເຊິ່ງສັດ​ດທີ່​ເອີ່ຍ​ມາ​ນີ້​ມັນ​ເປັນ​ໂຕ​ທີ່​ສຳຄັນ​ທີ່​ລ້ຽງ ​ແລະ ຄ້ຳຊູູ​ຊີວິດ​ດພວກ​ເຮົາມາ​ໂດຍ​ຍຕະຫຼອດ​

3.    ສຽງລົບ​ກວນ​ຈາກ​ໂຮງງານ​ທັງກາງ​ເວັນ ​ແລະ ​ກາງຄືນ​ແມ່ນ​ບໍ່​ໄດ້​ພັກຜ່ອນ​ເລີຍ (ສຽງດັງ​ແຮງ​ຫຼາຍ)

4.    ສັງຄົມ​ມີີ​ການ​ປ່ຽນ​ແປງ ​ປະຊາຊົນ​ເກືອບ​ທັງໝົດຫັນໜ້າ​ເຂົ້າ​ໄປ​ເຮັດ​ວຽກ​ເປັນ​ກຳມະກອນ​ໃນ​ໂຮງງານ ​ໂດຍ​ມີ​ີລາຍ​ຮັບ​ແຕ່່ 30,000-50,000ຕໍ່​ມື້ (ຄິດ​ໄລ່​ຕາມ​ຄວາມ​ສາມາດ​ທີ່​ເຮັດ​ໄດ້) ​ເພາະ​ບໍ່​ມີີ​ບ່ອນ​ທຳ​ມາ​ຫາ​ກິນ ຈຳ​ຕ້ອງ​ຫາ​ເງິນ​ມາ​ລ້ຽງຊີບໄປ​ແຕ່່​ລະ​ມື້ (ຜູ້ເຖົ້າທີ່ເຄີຍມີວຽກເຮັດໂດຍການລ້ຽງປາ, ເປັດ ,ໄກ່ ,ງົວ, ຄວາຍ ກັບກາຍມາເປັນບໍ່ມີວຽກເຮັດ)

5.    ​​ມີີ​ການ​ປະລະ​ການ​ຮຽນ​ເພາະ​ຄວາມ​ຈຳ​ເປັນ​ຕ້ອງ​ຊອກ​ຫາ​ເງິນ​ຄຳ​ຊ່ວຍ​ຄອບຄົວ, ​ເກີດ​ມີ​ີສາວ​ບໍລິການ​ຢ່າງ​ຫຼວງ​ຫຼາຍ ຈາກ​ທີ່​ບໍ່​ເຄີຍ​ເຫັນ

6.    ນອກຈາກ​ບັນຫາ​ຂອງ​ໂຮງງານ​ແລ້ວ ຍັງມີບັນຫາ​ເລື່ອງ​ການ​ສ້າງ​ທາງ​ລົດ​ໄຟ ​ເພື່ອ​ບັນທຸກ​​ແຮ່​ທາດ​ນັ້ນ​ນຳ​ອີກ (​ເວົ້າ​ແບບ​ການ​ເມືອງ​ກໍ​ຄື ​ເພື່ອ​ຄວາມ​ສະດວກ​ສະບາຍ​ໃນ​ການ​ຄົມມະນາຄົມ​ຂອງ​ປະຊາຊົນ) ​ເຊິ່ງບັນຫາ​ມັນ​ກໍ​ຄ້າຍຄື​ກັບ​ບັນຫາ​ຂອງ​ໂຮງງານ​ນີ້​ລະ!

ພວກ​ເຮົາ​ຢາກ​ບອກ​ໃຫ້​ທຸກໆຄົນ​ຮັບ​ຮູ້​ວ່າ ການ​ພັດທະນາ​ແບບ​ນີ້ ພວກ​ເຮົາ​ບໍ່​ຕ້ອງການ ແຕ່​່ເວົ້າ​ອອກ​ໄປ​ ເວົ້າ​ແລ້ວ​ກໍ​ເວົ້າອີກ​ ຈົນ​ເປັນ​ເວລາ ສອງ ສາມ​ປີຜ່ານມາ​ແລ້ວ​ ແຕ່​ກໍ​ບໍ່​ມີ​ໃຜ​ຮັບຟັງຄວາມ​ເຫັນ​ຂອງ​ພວກ​ເຮົາ​​ເລີຍ ບັນຫາ​ນີ້​ໄດ້​ຖືກ​ສະ​ເໜີ​ແລ້ວ​ຈາກ​ຂັ້ນ​ບ້ານ​ເທື່ອ​ແລ້ວ​ເທື່ອ​ເລົ່າ ​ແຕ່​ກະ​ຍັງ​ຄື​ເກົ່າ ພໍ່​ແມ່​ປະຊາຊົນ​ທຸກ​ຄົນ​ໄດ້​​ແຕ່ລໍຖ້າ​ຄວາມ​ເປັນ​ທຳ, ຄວາມ​ຮັບຜິດຊອບຈາກລັດຖະບານ, ຄວາມ​ຊ່ວຍ​ເຫຼືອ ​ແລະ ການ​ແກ້​ໄຂດ້ານ​ສິ່ງ​ແວດ​ລ້ອມ​ຈາກອົງການ​ຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ອົງການ​ສິ່ງ​ແວດ​ລ້ອມ.

            ​ເພື່ອນ​ພັນ​ລາວ​ທຸກ​ຄົນ​ທີ່​ໄດ້​ອ່ານ​ບົດ​ຄວາມ​ນີ້​ຈົ່ງ​ຊ່ວຍ​ຄິດ ​ແລະ ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ແດ່​ວ່າ ພວກ​ເຮົາ​ຄວນ​ຈະ​ແກ້​ໄຂ ​ແລະ ຫາ​ທາງ​ອອກ​​ແນວ​ໃດ?

ຂອບໃຈທຸກທ່ານທີ່ເຂົ້າມາອ່ານ ແລະ ຮັບຮູ້ບັນຫາຂອງພວກເຮົາ!