ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ນີ້ແມ່ນເລື່ອງຈີງທີ່ເກີດຂື້ນກັບເດັກນ້ອຍເກີດໃໝ່ເກືອບໝົດທຸກຄົນ ເພາະມັນແມ່ນຄວາມຮອບຄອບຂອງທຳມະຊາດ ທຳມະຊາດຮູ້ດີວ່າເດັກນ້ອຍເກີດໃໝ່ສ່ວນຫຼາຍແມ່ນດື່ມນ້ຳນົມແມ່ ສະນັ້ນ ຕ້ອງບໍ່ມີແຂ້ວເກີດພ້ອມກັບເດັກ ດ້ວຍສາເຫດ 2 ຢ່າງດັ່ງນີ້:

ປະການທຳອິດ ເມື່ອບໍ່ມີແຂ້ວ ມີແຕ່ໃຊ້ເຫືອກເທົ່ານັ້ນ ກັດນົມແມ່ໃນເວລາດື່ມນົມ ຈະບໍ່ເຈັບຫຼາຍຕືກັບຕອນຖືກແຂ້ວກັດ.

ປະການທີສຸດທ້າຍ ຖ້າຫາກລູກກັດນົມແມ່ຕະຫຼອດໃນເວລາດື່ມນົມ ແມ່ຈະເຈັບ ແລະ ແມ່ອາດຈະບໍ່ໃຫ້ລູກດື່ມນົມອີກ.

ແຕ່ມີບາງກໍລະນີ ທີ່ເດັກນ້ອຍເກີດມາພ້ອມກັບແຂ້ວກະຕ່າຍ ຢ່າງໜ້ອຍ 1 - 2 ເຫຼັ້ມ ໂດຍກໍລະນີນີ້ ຂະເກີດຂື້ນປະມານ 1 ຄົນ / 2.000 ຄົນ.

ແຕ່ກໍເປັນເລື່ອງທີ່ແປກ ເພາະຄົນດັງໃນໂລກ ເຊັ່ນ: ຈູເລຍ ລີຊາສ, ຫັນນີໂບສ, ຊາກເລີມານ, ນະໂປລຽນ, ມູດສະລີນີ ແລະ ຮິດເລີ ເກີດອອກຈາກທ້ອງແມ່ພ້ອມກັບແຂ້ວ ທີ່ໄດ້ຮັບການພັດທະນາແຕ່ຢູ່ໃນທ້ອງ 1 ເຫຼັ້ມ.

ຈື່ງມີຄຳຖາມວ່າ ແມ່ຂອງພວກເຂົາຕ້ອງເຈັບປວດທຸກຄັ້ງ ທີ່ລູກດູດນົມ ຈື່ງເປັນສາເຫດໃຫ້ເກີດການຕອບສະໜອງຄວາມຕ້ອງການຂອງລູກໃນທາງລົບ ເຖິງຂັ້ນປະຕິເສດທີ່ຈະໃຫ້ນົມລູກ ຫຼື ຄວາມຮັກ ຄວາມອົບອຸ່ນ ຫຼື ບໍ່? ສົ່ງຜົນໃຫ້ລູກຊົດເຊີຍສີ່ງທີ່ຂາດຫາຍໄປໃນໄວເດັກ ໂດຍການສະແຫວງຫາອຳນາດໃນການເປັນຜູ້ນຳໂລກໃນເວລາຕໍ່ມາ

ຄີດແບບຕະຫຼົກ