ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ບຸນ (puñña: merit, meritorious, is a popular term for karmically wholesome (kusala) action. Opposite terms: apuñña, “ demerit”; pāpa, “ bad”, evil.) (ປຸນຍະ) ແປວ່າ ສິ່ງທີ່ຊຳຮະຈິຕສັນດານໃຫ້ໝົດຈົດ. ບຸນຄື ຄວາມດີ, ຄວາມຖືກຕ້ອງ, ຄວາມສະອາດ, ກັມດີ, ກັມງາມ, ເມື່ອກະທຳແລ້ວ ເປັນເຫດໃຫ້ຜູ້ກະທຳມີຈິຕໃຈສະບາຍ ມີຄວາມສຸກ ຄວາມຈະເລີນກ້າວໜ້າ ມີຄວາມບໍລິສຸດຜ່ອງໃສ ຈົນເປັນເຫດໃຫ້ເຖິງສຸຄະຕິພູມ(ເກີດໃນພົບພູມດີ) ແລະເຖິງຄວາມສິ້ນໄປແຫ່ງກິເລສໄດ້ ມີຄວາມໝາຍກົງກັນຂ້າມກັບບາບ.
ການກະທຳທີ່ຈັດເປັນບຸນໄດ້ແກ່ ການທຳກຸສົລຄື ກັມດີ ເຊັ່ນ: ການໃຫ້ທານ, ຮັກສາສີລ, ການຈະເລີນພາວະນາ ແລະຄວາມດີອື່ນໆ ຖ້າເວົ້າໂດຍຫຍໍ້ມີ ໓ ຖ້າເວົ້າໂດຍພິດສະດານມີ ໑໐ ປະການ ເອີ້ນວ່າ ບຸນກິຣິຍາວັດຖຸ.
ບຸນກິຣິຍາວັດຖຸ ໝາຍເຖິງ ເຫດອັນເປັນທີ່ຕັ້ງແຫ່ງການເຮັດບຸນ, ເຫດເກີດບຸນ, ວິທີການເຮັດບຸນ, ວິທີທີ່ເມື່ອເຮັດລົງໄປແລ້ວໄດ້ຊື່ວ່າເຮັດບຸນ ແລະຈະໄດ້ຜົນເປັນຄວາມສຸກ ມີດັ່ງນີ້:
ວ່າໂດຍຫຍໍ້ມີ ໓ ປະການຄື:
໑. ທານະມັຍ : ການໃຫ້ທານ
໒. ສີລະມັຍ: ການຮັກສາສີລ
໓. ພາວະນາມັຍ: ການອົບຮົມຈິຕໃຈ
ວ່າໂດຍພິດສະດານ ມີ ໑໐ ປະການຄື:

໑-໓. ຄືກັນກັບຂ້າງຕົ້ນ
໔. ອະປະຈາຍະນະມັຍ: ການອ່ອນນ້ອມຖ່ອມຕົນ
໕. ເວຍຍາວັຈມັຍ(ອ່ານວ່າ ເວີຍຍາວັດຈະມັຍ): ການຊ່ວຍເຫຼືອຜູ້ອື່ນ
໖. ປັຕຕິທານາມັຍ: ການແຜ່ສ່ວນບຸນ
໗. ປັຕຕານຸໂມທະນາມັຍ: ການອະນຸໂມທະນາບຸນ
໘. ທັມມັດສະວະນະມັຍ: ການຟັງທັມ
໙. ທັມມະເທສນາມັຍ: ການສະແດງທັມ
໑໐. ທິຕຖຸຊຸກັມ: ການທຳຄວາມເຫັນໃຫ້ກົງ(ໃຫ້ຖືກຕ້ອງ)
ບຸນຈະເກີດຂື້ນໄດ້ ຍ້ອນມີທີ່ມາດັ່ງທີ່ກ່າວມາຂ້າງເທິງນີ້.
ກຸສົລ(kusala: karmically “wholesome” or “profitable”, salutary, morally good,(skillful) (ກຸສະລະ) ອ່ານວ່າ ກຸສົນ ໝາຍເຖິງຄວາມສະຫຼາດ, ສິ່ງທີ່ຕັດຄວາມຊົ່ວ. ກຸສົລ ວ່າໂດຍທົ່ວໄປແລ້ວໝາຍເຖິງຄວາມດີ, ຄວາມງາມ, ສິ່ງທີ່ດີ ນິຍົມໃຊ້ກັບຄຳວ່າ ບຸນ ເປັນ ບຸນກຸສົລ ແລະຄູ່ກັບຄຳວ່າ ກັມ ເປັນ ກຸສົລກັມ ເຊິ່ງມີຄວາມໝາຍວ່າບຸນ, ຄວາມດີ, ກັມດີເໝືອນກັນ.
ເກີດເປັນຄົນ ຄວນສ້າງກຸສົລໃຫ້ຫຼາຍໆເອົາໄວ້ນັ້ນລະດີ . ສ້າງກຸສົລໃຫ້ຫຼາຍໃນທີ່ນີ້ ກໍຄື ເຮັດບຸນໄວ້ໃຫ້ຫຼາຍນັ້ນເອງ. ກຸສົລຫຼືບຸນ ທີ່ຄວນທຳຄື: ທານ, ສີລ, ພາວະນາ ຫຼື ກຸສົລກັມມະບົດ ໑໐ ປະການເປັນຕົ້ນ.

ສະຫຼຸບແລ້ວ ຄຳວ່າ ບຸນ ແລະກຸສົລ ເປັນຄຳທີ່ເປັນໄວພົດກັນ ຄ້າຍຄືກັນ ເມື່ອທ່ານສ້າງບຸນ ກໍຈະໄດ້ກຸສົລ ເມື່ອທ່ານສ້າງກຸສົລກໍຈະໄດ້ບຸນເຊັ່ນດຽວກັນ.
ຫົນທາງສ້າງບຸນສ້າງກຸສົລທີ່ສູງສຸດນັ້ນ ຄືການເຮັດໃຫ້ໃຈປະກອບດ້ວຍ ມະຫາກຸສົລຈິຕ ຢູ່ສະເໝີ ດ້ວຍການຝຶກສະຕິ ຫຼືການຈະເລີນພາວະນາ ຢ່າງບໍ່ປະໝາດ.


ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ການທີ່ເຮົາເບິ່ງໂລກດ້ວຍຈິດໃຈທີ່ໃສສະອາດ…ໂລກທັງໂລກມັນກໍໃສສະອາດ…ແມ່ນບໍ່ ?
ມັນຂຶ້ນຢູ່ກັບໃຈເຮົາທີ່ເລືອກສິເບິ່ງໂລກໃນແງ່ມຸມໃດ..ມັນບໍ່ໄດ້ຂຶ້ນຢູ່ກັບໂລກ…ໂລກມັນເປັນແນວໃດ..ມັນກໍເປັນຂອງມັນແນວນັ້ນແລະ ບໍ່ປ່ຽນແປງຫຍັງ..ມັນຂຶ້ນກັບໃຈເຮົາຕ່າງຫາກທີ່ສິເລືອກເບິ່ງໂລກໃນມຸມໃດ…
ເຮົາມັກເຫັນສື່ຕ່າງໆດັ່ງປະເທດພື່ອນບ້ານອອກມາໃຫ້ເຫັນບໍ່ເວັ້ນແຕ່ລະວັນ ແລະເວົ້າວ່າ:
‘’ ພຣະທີ່ວັດບໍ່ດີ…ຄູອາຈານມັກດ່າ…ຜູ້ພິພາກສາມັກກິນສິນບົນ…ຫມໍມັກຂູດຮີດຄ່າຮັກສາປິ່ນປົວ…‘’
ແມ່ຕູ້ເຕືອນເຮົາໄວ້ວ່າ:
ບໍ່ມີພຣະບໍ່ດີດອກລູກ...ເພາະຄົນທີ່ບໍ່ດີບໍ່ແມ່ນພຣະ
ບໍ່ມີຄູອາຈານທີ່ມັກດ່າ…ເພາະຄົນທີ່ມັກດ່າບໍ່ແມ່ນຄູ
ບໍ່ມີຜູ້ພິສາທີ່ມັກກິນສິນບົນ…ເພາະຄົນທີ່ກິນສິນບົນບໍ່ແມ່ນຜູ້ພິພາກສາ
ບໍ່ມີຫມໍທີ່ຂູດຮີດຄ່າປິ່ນປົວດອກ…ເພາະຄົນທີ່ຂູດຮີດຄ່າປິ່ນປົວບໍ່ແມ່ນຫມໍ
ບໍ່ມີໃຜຜິດໃຜຖືກດອກລູກ ທຸກຄົນຕ່າງເປັນໄປຕາມຄັນລອງຂອງຕົນ

ຖ້າເຈົ້າພະຍາຍາມທີ່ຈະຄົ້ນຫາຄວາມຊົ່ວຂອງຄົນອຶ່ນ
ຄວາມຊົ່ວທັງຫມົດສິມາໂຮມຢູ່ຫົວເຈົ້າ
ປາກມີຫນ້າທີ່ເວົ້າ…ເຈົ້າສາມາດທີ່ຈະເລືອກໄດ້ລະຫວ່າງເວົ້າດີກັບເວົ້າຊົ່ວ
ໃຈມີຫນ້າທີ່ຄິດ...ເຈົ້າສາມາດທີ່ຈະເລືອກໄດ້ລະຫວ່າງຄິດດີກັບຄິດຊົ່ວ
ຢ່າເວົ້າຊົ່ວສິເປັນລາງປາກ…ຢ່າຄິດຊົ່ວສິເປັນລາງໃຈ
ສິເຮັດຫຍັງທຳຫຍັງກໍຕາມ…ຂໍໃຫ້ຄິດໃນສິ່ງທີ່ດີ…ເວົ້າໃນສິ່ງທີ່ດີ…ເຮັດໃນສິ່ງທີ່ດີ..
ຊີວິດຂອງເຮົາກໍຈັກໄປດ້ວຍດີ …ແມ່ນບໍ?
(ກ໋ອບປີ້ມາຈາກກຸ່ມທຳມະພາສາອັງກິດ)