ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

                     ມີໝູ່ບ້ານແຫ່ງໜື່ງ ເປັນບ້ານທີ່ມີງົວ ແລະ ຄວາຍຫລາຍ ມີລຸງຄົນໜື່ງມີງົວ ມີຄວາຍຫລາຍ ລາວມີຄວາມຈຳເປັນທາງຄອບຄົວແຫລະບາດນີ!

              ລາວເລີຍປະກາດຂາຍງົວ ລາວວ່າໃຜຢາກຊື້ງົວໃຫ້ມາເບິ່ງເອົາມີທັງງົວນອ້ຍ ແລະ  ງົວໃຫຍ່ຕອ້ງການຂາຍ ຫລັງຈາກນັ້ນມີພໍ່ຄ້າຊິມາຊື້ແຫລະບາດນິ!

       - ພໍ່ຄ້າເລີຍຖາມວ່າ : ຢູ່ໃສ່ລຸງຍິນວ່າສິຂາຍງົວຫັ້ນ

       -  ລຸງ :  ກະມີຫັ້ນແຫລະ!

                   ທັງສອງພາກັນ ໄປເບິ່ງງົວແຫລະບາດນິ !

     -  ພໍ່ຄ້າເລີຍເວົ້າຂື້ນວ່າ :  ໂອ !!! ງົວຫລາຍເນາະລຸງ  ໃສເຈົ້າລອງວ່າມາເບິ່ງດຸສິຂາຍຈັງໃດ ?

     - ລຸງເລີຍເວົ້າຂື້ນວ່າ :  ອີ  ກະສິຂາຍໂຕນອ້ຍແນ່ ລະກະໂຕໃຫຍ່ແນ່ ເປັນເອົາຢູ່ເບາະ ?

     -  ພໍ່ຄ້າ :  ເປັນເອົາໆ  ໃສ່ເຈົ້າຮ້ອງລອງເບິ່ງດຸ ໂຕນ້ອຍຮ້ອງຈັງໃດ ? ໂຕໃຫຍ່ຮ້ອງຈັງໃດຫັ້ນ  ?

     -  ລຸງເລີຍເວົ້າຂື້ນວ່າ : ກະສິໃຫ້ຮ້ອງຢູ່ຫວານິ! ບໍ່ເປັນຕິເບາະ !

     -  ພໍ່ຄ້າເລີຍເວົ້າວ່າ :  ອ້າວ! ເຈົ້າບໍ່ຮ້ອງຂອ້ຍສິຮູ້ສັ້ນເບາະ

    -  ລຸງເລີຍເວົ້າຊົງເປັນຕາໃຈຮ້າຍຂື້ນວ່າ : ກະໄດ້ຄັນຢາກຮູ້  ໂຕນ້ອຍຮ້ອງ : ເບ້..!....!....!..
                                                                                                ໂຕໃຫຍ່ຮ້ອງ :  ໂບ້....!...!.....!..

                                                                                                                      ( ຈົບແລ້ວ ຂອບໃຈທີ່ອົດສາອ່ານ )