ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ນັກຮຽນມັດທະຍົມໃນນະຄອນ ມົສກູ ກຳລັງຮຽນວິຊາກ່ຽວກັບປະຫວັດສາຕແລະນາຍຄຣູກຳລັງອະທິບາຍ

ເລື່ອງຄວາມຫຼັງຂອງປະຫວັດສາຕວ່າ: ລະບອບເກົ່າແລະລະບອບໃໝ່ມັນປີ້ນກັນປານຟ້າກັບດິນ.

ນາຍຄຣູ:     ລະບອບເກົ່າ ເໜົ່າເໝັນ, ຊົ່ວຊ້າ, ປ່າເຖື່ອນ, ສໍ້ລາດບັງຫຼວງ , ແມ່ຈ້າງນາງເລງ...ນ້ອງໃດຮູ້ແດ່ວ່າລະບອບໃໝ່ເດເປັນແນວໃດ?

ນັກຮຽນໝົດຫ້ອງມິດງຽບຍັງມີແຕ່ທ້າວ A ນັກຮຽນສະຫຼອກກອກຊີ້ມືຂຶ້ນແລະລຸກຂຶ້ນຕອບວ່າ:

ທ້າວ A:   ຮຽນນາຍຄຣູນ້ອງຂໍຕອບ.

ນາຍຄຣູ: ເອົາເວົ້າມາ

ທ້າວ A:    ໃນເມື່ອລະບອບເກົ່າແລະລະບອບໃໝ່ມັນປີ້ນກັນປານຟ້າກັບດິນ ຫຼານກະຂໍຕອບວ່າ:

               -  ລະບອບເກົ່າ ເໜົ່າເໝັນ  ລະບອບໃໝ່ກະຕ້ອງ ເໜົ່າຫອມ,

               - ລະບອບເກົ່າ ຊົ່ວຊ້າ, ລະບອບໃໝ່ ກະຕ້ອງ ຊົ່ວໄວ

               - ລະບອບເກົ່າ ປ່າເຖື່ອນ, ລະບອບໃໝ່ ກະຕ້ອງ ເມືອງເຖື່ອນ

              -  ລະບອບເກົ່າ ສໍ້ລາດ ບັງຫຼວງ, ລະບອບໃໝ່ກະຕ້ອງ ກິນຂອງຫຼວງໃຫ້ປະຊາຊົນເຫັນ ບໍ່ຕ້ອງໄປບັງໃຫ້ມັນຍາກ.

              - ລະບອບເກົ່າແມ່ຈ້າງນາງເລງ, ລະບອບໃໝ່ກະຕ້ອງ ພໍ່ຈ້າງ ທ້າວເລງ.

ນາຍຄຣູ: ຮາໆໆໆໆໆໆໆ ນ້ອງຕອບແນວນີ້ກະຖືກແຕ່ໄດ້ ຄະແນນ ສູນ

ທ້າວ A:   ງົງໆໆໆ ເຮັດຫັຍງຕອບຖືກ ພັດໄດ້ ສູນ.....

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ລະບອບ ປະຊາຕິ ປະຕາຍ ເປັນແບບນີ້ລະ!!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ສາມຄົນ ສາມຊາດ ກຳລັງສົນທະນາເລື່່ອງຄວາມຫຼາຍ ໃນປະເທດຂອງຕົນເອງ.

ໜ້ຽໜຶ່ງຊາວຫວຽດນາມກໍ່ເວົ້າຂຶ້ນວ່າ: ຢູ່ຫວຽດນາມແມ່ນ ລົດຖີບຫຼາຍໆ ເອົາໄປຖິ້ມລົງທະເລເທົ່າໃດກະບໍ່ໝົດ.

ຊາວຈີນໄດ້ຍິນແນວນັ້ນກະເວົ້າຂຶ້ນໂລດວ່າ: ດຽວນີ້ຢູ່ຈີນມີລົດໃຫ່ຍຫຼາຍໆ ຍີ່ຫໍ້ໃດກະມີ, ເອົາໄປຖິ້ມຢູ່ຄູ່ມື້ກະຍັງບໍ່ໝົດ.

ສ່ວນອ້າຍລາວກືນບໍ່ເຂົ້າຄາຍບໍ່ອອກບໍ່ຮູ້ອັນຊິອວດ ຄິດໄປຄິດມາເລີຍຄິດຊວາດກະເລີຍເວົ້າວ່າ: ຢູ່ບ້ານກູນີ້ໄປທາງໃດກະມີແຕ່ພວກຫວຽດກັບຈີນ ປ່ອນຕີນລົງບອ່ນໃດກະຢຽບແຕ່ຫົວມັນ ຄິດວ່າຖ້າເອົາໄປຖິ້ມລົງນ້ຳຂອງທຸກໆມື້ມັນກະຄືຊິບໍ່ໝົດຄືກັນໃດ.!  5555555