ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກ ຄືໂຊກລາບຢ່າງໜຶ່ງ ເພາະວ່າບາງຄົນອາດບໍ່ມີ ເພາະຍັງບໍ່ເຈີຄົນທີ່ຖືກໃຈ

ຄວາມຮັກເປັນໄດ້ທັງມີດ ແລະ ຜ້າພັນແຜເວລາເສຍໃຈ
ຄວາມຮັກ ຄືສິ່ງທີ່ເຕີມເຕັມບໍ່ໃຫ້ຊີວິດຂາດຮູ້ສຶກຂາດຫາຍບາງສິ່ງໄປ
ຄວາມຮັກຄື ຄວາມຫວັງ ຄືກໍາລັງໃຈ ແລະ ສັດທາໃນກັນ ແລະ ກັນ

ຄວາມຮັກມີຄວາມລັບຢ່າງໜຶ່ງວ່າ,,,,,
ບໍ່ໄດ້ຮັກໃນສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກ
ແຕ່ເຮົາຫາກມີຄວາມສຸກໃນສິ່ງທີ່ເຮົາຮັກຕ່າງຫາກ



ຄວາມຮັກຄືສິນລະປະທີ່ຄົນມີຮັກເທົ່ານັ້ນທີ່ຈະເຂົ້າໃຈ ແລະ ເຫັນຄຸນຄ່າ
ຄວາມຮັກຄືໂອກາດທີ່ເຮົາຈະໄດ້ພິສູດຈິດຕະວິທະຍາຂອງຕົວເອງ
ຄວາມຮັກຄືສິ່ງທີ່ເຮັດໃຫ້ຄົນສະຫລາດກາຍເປັນຄົນໂງ່

ຄວາມຮັກເຮັດໃຫ້ຄົນໂງ່ການເປັນຄົນສະຫລາດໃນເວລາດຽວກັນ

ຄວາມຮັກ ເມື່ອສູນເສຍໄປແລ້ວກໍ່ຍັງດີກວ່າບໍ່ເຄີຍໄດ້ຮັກ
ຄວາມຮັກບໍ່ແມ່ນເປັນການຍ່າງກ່ອນ ຫລືຍ່າງນໍາຫລັງແຕ່ເປັນການຍ່າງໄປພ້ອມໆກັນ
ຄວາມຮັກເຮັດໃຫ້ຄົນເຮົາເປັນອິດສະຫລະຈາກກົດເກນອັນເກົ່າໆໃນຊີວິດ


ຄວາມຮັກເຮັດໃຫ້ຈົດຈໍາຄືນພິເສດຄືນດຽວໄປຕະຫລອດຊີວິດ....

ຄວາມຮັກຄືການຍອມເປັນນໍ້າເຢັນໃນຂະນະທີ່ອີກຝ່າຍໜຶ່ງຮ້ອນເປັນໄຟ
ຄວາມຮັກທີ່ມີມາເປັນປີໆກໍ່ສາມາດຟັງທະລາຍລົງໄດ້ໃນບໍ່ພໍເທົ່າໃດນາທີ


ຄວາມຮັກຈະຍາວນານ ຫລືຈະແສນສັ້ນ ທຸກຢ່າງຂຶ້ນຢູ່ກັບຄົນສອງຄົນທີ່ຮັກກັນ
ຄວາມຮັກແທ້ ກວ່າຈະພົບເຈີໄດ້ນັ້ນແສນຍາກ ແຕ່ຕອນໝົດຮັກກັບງ່າຍດາຍ
ຄວາມຮັກສາມາດເກີດຂຶ້ນໃໝ່ໄດ້ຕະຫລອດເວລາຄືກັບຖ່ານໄຟເກົ່າ


ຄວາມຮັກຕໍ່ໃຫ້ບອກກັນທຸກວັນກໍ່ບໍ່ມີວັນເບື່ອ
ແຕ່ຄວາມກຽດ-ຊັງ ບອກກັນເທື່ອດຽວກໍ່ບໍ່ຢາກໄດ້ງິນອີກຕໍ່ໄປ
ຄວາມຮັກ ຖ້າບໍ່ມີຄວາມຮູ້ສຶກຮັກກັນແລ້ວ ຕໍ່ໃຫ້ບອກຮັກເທົ່າໃດກໍ່ບໍ່ສາມາດຮັກກັນໄດ້


ຄວາມຮັກສາມາດໃຫ້ອາໄພກນໄດ້ຈົນນັບເທື່ອບໍ່ໄດ້
ຄວາມຮັກ ຮັກໄດ້ແຕ່ຢ່າຫລົງ ເພາະຖ້າຫລົງແລ້ວເວລາເລີກກັນຈະເຈັບປວດຫລາຍທີ່ສຸດ
ຄວາມຮັກ ຢູ່ເໜືອການທໍານາຍ ແລະ ຈະບໍ່ເປັນໄປຕາມນັ້ນ

ແລະຄວາມຮັກຂອງເພື່ອນໆພັນລາວເດເປັນແນວໃດ,,,,,ຄອມເມັນກັນມາໄດ້ເດີ,,ອິອິ


 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່