ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

   ເຫັນອ້າຍຕ່ຳຂໍ້ຫຼໍ້           ເສັ່ນບໍ່ໃຫຍ່ສາຍຄໍຄຳ  ນາງເອີ່ຍ...

ກາຣະວັດສວມໃສ່ແວ໊ດ     ເສື້ອຊຸດງາມບໍ່ເຄີຍພໍ້

ບໍ່ມີລົດວິໂກໂກ້               ເຮື່ອຫຼັງງາມຕຶກສູງໃຫຍ່

ໜ້າທີ່ຕ່ຳແໜ່ງຂັ້ນ            ບໍ່ສູງຊັ້ນຍົດສູງ

   ໂຮງແຮມ4-5ຊັ້ນ          ເລີດເດັ່ນລາຄາຫຼູ

ໝູສະຫຼາມຈານເດັ່ດ         ລົດດີລາຄາລ້ານ

ອາຫານທະເລຫ້ອຍກຸ້ງ    ປາອີຮືລົດຊາດແຊບ

ອ້າຍກີນແຕ່ປົ່ນຂຽດໂມ້   ບໍ່ເຄີຍພໍ້ສີ່ງດີ

   ໜ້າທີ່ຕ່ຳແໜ່ງອ້າຍ      ໜ້າທີ່ອຶດຄູສອນ

ເອີ້ນວ່າຄູຊົນບົດ             ເຂດບໍ່ມີໄຟຟ້າ

ອາໃສແສງກະຕຽງໄຕ້     ກຽມບົດສອນໄວ້ມື້ອື່ນ

ຕື່ນຂື້ນມາຫຸບຫອບປື້ມ   ໄປສອນນ້ອງໝູ່ນັກຮຽນ

   ສົ້ງເສື້ອຝືນເກົ່າເປື້ອນ    ສົ່ງກີ່ນໝອງເໝັນ

ກີ່ນນ້ຳຫອມລາຄາດີ        ອ້າຍບໍ່ມີເງິນຊື້

ແມ່ນແມ່ນແຕ່ເງິນເດືອນອ້າຍ   ສາມເດືອນບໍ່ທັນເບີກ

ເພື່ອໜ້າທີ່ຊາດມອບໃຫ້    ອ້າຍທົນໄດ້ບໍເລືອນໃຈ

   ສາວຈີ່ງເມີນເບື່ອໜ້າ       ອ້າຍຍີ໊ມໃສ່ບໍ່ມອງມາ

ບໍ່ເບີ່ງຊາຍໃນສາຍຕາ        ກຽດຄ່າຄູເປັນຄົນດ້ອຍ

ເຫັນບ່າວວຽງຈັນໂກ້         ຂີ່ວິໂກໜ້າຕາຫຼໍ້

ສະອິກສະອ້ອຍຍີ້ມຍື່ນໃຫ້  ສາຍຕານອ້ງຈ້ອງປະສານ

   ບ່າວຄູຜູ້ຝ່າຍແຜ້           ໄດ້ແຕ່ນັ່ງມືນເມົາ

ຜູ້ປອບໃຈເວລາເຫງົາ         ໝູ່ນັກຮຽນ ແລະ ຊາວບ້ານ

ສໍຂາວກະດານດຳພ້ອມ      ເປັນເພື່ອນໃຈບໍ່ໂລຫ່າງ

ເຕື່ອນໂຕເອງຕອກຢ້ຳ         ບໍ່ຂໍຊ້ຳເລື່ອງຜູ້ຍີງ........

Delicious Digg Fark Twitter