ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2008 | ມີ 14 ຄຳເຫັນ ແລະ 0 trackback(s)


ບໍ່ເທົ່າໃດວັນ ກໍຈະຮອດວັນແຕ່ງງານຄົບຄອບ ຫ້າປີ

ອີ່ເມຍເພີ່ນຢາກໄດ້ ແວ່ນມືເພັດລາຄາແພງໆນັ້ນ

ເມຍຈິ່ງໄດ້ເວົ້າຕໍ່ຜົວວ່າ: “ໂອຍ! ອ້າຍ ມື້ຄືນນີ້ ນອ້ງຝັນເຫັນວ່າ ອ້າຍໄດ້ຊື້ແວ່ນມືເພັດປັກໃຫ່ຍໆໃຫ້ນອ້ງໃນວັນລະນຶກແຕ່ງງານຄົບຮອບ ຫ້າປີ ຊິມາເຖິງນີ້ວ່າຊັ້ນ

ອ້າຍຜົວເພີ່ນທຳໃບໜ້າຍິ້ມໆແລ້ວຕອບວ່າ: “ຄວາມຝັນທີສອຍງາມທີມີຕໍ່ວັນລະນຶກອັນສຳຄັນຂອງເຮົາສອງນີ້ ອ້າຍຈະບໍ່ໃຫ້ນອ້ງເສຍຫວັງດອກ

 

ເມື່ອມາເຖິງວັນລະນຶກແລ້ວ ຜົວເພີ່ນກໍໄດ້ມີຫໍ່ຂອງຂວັນທີ່ປະດັບເອ້ຢ່າງງາມໆ ມາມອບໃຫ້ເມຍ

ເມື່ອເມຍເພີ່ນໄດ້ຮັບຂອງຂັວນກໍດີໃຈ ແລ້ວມາຈູບແກ້ມອ້າຍຜົວຢ່າງປະທັບໃຈເພື່ອສະແດງຄວາມຂອບໃຈທີ່ຜົວຮູ້ໃຈຕົນເອງ

 ຕໍ່ມາ ຫຼັງຈາກເມຍໄດ້ໄຂຫໍ່ຂອງຂວັນນັ້ນເບິ່ງແລ້ວ ມີໜ້າຕາປ່ຽນແປງທັນທີເລີຍ

     

     ມາຮອດນີ້ ທ່ານຜູ່ອ່ານຈົ່ງເດົາເບິ່ງວ່າ ຂອງຂັວນຈາກຜົວນີ້ ແມ່ນຫຍັງກັນແທ້?

 

 

 

      ບໍ່ແມ່ນແວ່ນມືເພັດ 

 

     ແມ່ນປື້ມຫົວໜຶ່ງ       ປຶ້ມຫຍັງນໍ?

 

 

     ນາມປຶ້ມນີ້ ຊື່ວ່າ  ປຶ້ມແກ້ຄວາມຝັນ

 

Delicious Digg Fark Twitter