ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Jul. 14, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

» ເຮັດແນວໃດ ແຟນ ຈິງຊິບໍ່ນອກໃຈເຮົາ

 
 
ເລື້ອງກະມີຢູ່ວ່າ: ຂ້ອຍກັບແຟນຄົບກັນໄດ້ຫຼາຍເດືອນແລ້ວ ແລະ ເຮົາກໍ່ຕົກລົງເປັນແຟນກັນ
ແບບທາງການແລ້ວ ແຕ່ຕໍ່ມາພັດມີຄົນໂທມາ ຫາແຟນຂ້ອຍ ແລະ ບອກຮັກລາວ ແລະ ຂ້ອຍສັງເກດ
ເຫັນວ່າ ແຟນຂ້ອຍເລີ້ມປຽນໄປ ຈາກທີ່ເຄີຍບອກຮັກ ກັນທຸກມື້ກະຄອຍໆຫາຍໄປ ແລະ ຂ້ອຍຄິດວ່າ
ລາວກຳລັງສິນອກໃຈຂ້ອຍ (ທັງທີ່ຂ້ອຍບໍ່ໄດ້ຄິດນອກໃຈລາວເລີຍ)
ໝູ່ເພື່ອນບອກແນ່ຂ້ອຍສິເຮັດແນວໃດແຟນຂ້ອຍຈິງ ສິບໍ່ນອກໃຈແລ້ວມາຮັກເຮົາຄົນດຽວ ຢາກໄດ້ຄຳແນະນຳ ທີ່ເອົາມາໃຊ້ໄດ້

ຂຽນເມື່ອ ຂຽນເມື່ອ: May. 28, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກ່ອນແຕ່ງງານ......
ຊ: ຂ້ອຍຊິເຮັດທຸກວິທີທາງໃຫ້ຮຽບຮ້ອຍໂດຍໄວທີ່ສຸດ ເພື່ອອະນາຄົດຂອງເຮົາ
ຍ: ເຈົ້າຊິໄປຈົດທະບຽນ ກັບຂ້ອຍຢູ່ ບໍ່?
ຊ: ແນ່ນອນທີ່ສຸດ ຂ້ອຍຢາກໄດ້ຍິນຄຳນີ້ຈາກປາກເຈົ້າດົນແລ້ວ
ຍ:​ແລ້ວເຈົ້າຊີເລີກ ກັບຂ້ອຍບໍ່?
ຊ: ບໍມີທາງເດັດຂາດ ເຖີງວ່າຂ້ອຍຕ້ອງຕາຍ ກະຕາມ
ຍ: ຖ້າຂ້ອຍຄຽດຂື້ນມາ ເຈົ້າຊິງໍ້ຂ້ອຍບໍ່?
ຊ: ສຳລັບເຈົ້າຂ້ອຍຊິພະຍາຍາມທຸກວວິທີ ທີ່ຄິດໄດ້ເລີຍແລະ
ຍ: ແລ້ວເຈົ້າຊິ ລັງແກ່ຂ້ອຍບໍ?
ຊ: ຂ້ອຍຄົງຕ້ອງຂ້າຕົວຕາຍ ຖ້າຂ້ອຍຊິເຮັດແນວນັ້ນຫັບເຈົ້າ
ຍ: ເຈົ້າກະຈູບຂ້ອຍຕີ......
ຫຼັງແຕ່ງງານແລ້ວ 10 ປີ .......ໃຫ້ອ່ານແຕ່ລູ່ມ ຂື້ນເທີງຄືນ.........??????


ໃຜທີ່ຢາກແຕ່ງງານລອງຄິດເບິງໃໝ່ເດີ 555
ໃຜແຕ່ງງານແລ້ວຄືຊິເປັນ ແນວນີໝົດ ນໍ?

ຂຽນເມື່ອ ຂຽນເມື່ອ: May. 17, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມຸກຈິບສາວ ນ້ຳເນົ່າ ສຸດໆຢາກນຳໄປໃຊ້ກໍ່ໄດ້ ບໍ່ວ່າກັນ


ຊາຍ: ຜູ້ສາວ ເຈົ້າມີນ້ຳມັນບໍ່
ຍິງ: ເອົາໄປເຮັດຫຍັງ
ຊາຍ: ເອົາມາທອດສະພານຮັກຂອງເຮົາ

ຊ: ເຮືອນເຈົ້າມີ ຈອກຫຼາຍຢູ໋ບໍ
ຍ: ມີ
ຊ: ດ໋ຽວຊີ ເທໃຈໃຫ້ໝົດເລີຍ

ຊ: ຍາມກິນເຂົ້າ ເຫຼືອໃຫ້ເຮົາແດ່ຄຳໜໜື່ງເດີ
ຍ: ເອົາເປັນຫຍັງ?
ຊ: ກະຄຳວ່າ ຮັກເຈົ້າ ຫັ້ນເດ
ຍ: ເເວະ

ຊ: ມື້ນີ້ເຈົ້ານອນຢູ່ໃສ
ຍ: ກະຢູ່ບ້ານ
ຊ: ເອົ້າບໍ່ໄດ້ນອນໃນໃຈຂ້ອຍ ຊະບໍ່

ຊ: ໂທລະສັບມີເງິນບໍ່ ຢືມແນ່
ຍ: ໂທຫາໃຜ
ຊ: ໂທບອກແມ່ວ່າ ເຈິເນື້ອຄູ່ແລ້ວ

ຊ: ຄືນນີ້ຊໍໃຫ້ນອນຝັນຮ້າຍ
ຍ: ເອົາຄຶເວົ້າແນວນັ້ນ
ຊ: ດ໋ຍວຄືນນີ້ຊິຂີ່ມ້າຂາວໄປຊວ່ຍເອງ 555

ຖ້າໃຜມີມຸກເດັດ ກວ່າຢ່າເກັບໄວ້ຄົນດຽວເດີ ເອົາມາບອກກັນແນ່ ຊີໄດ້ນຳໄປໃຊ້

 

ອ່ານຄືນຫຼັງ
ໝວດໝູ່