ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 34  |  ໜ້າຕໍ່ໄປ »

ສ້າງເມື່ອ ສ.ຫ.. 16, 2014 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 663 ເທື່ອ
ສຳຫລັບພວກມັກຂຽນສຳຫລວດຫລືບົດຄວາມຕ່າງໆ
ໃນພັນລາວທ່ານຄິດວ່າຢາກໃຫ້ຂຽນຫຍັງ?ຫລາຍທີ່ສຸດ

 
ສ້າງເມື່ອ ຕ.ລ.. 6, 2013 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 532 ເທື່ອ
ເປັນຫຍັງດຽວນີ້ພັນລາວບໍ່ມີຄົນແຊດລົມກັນ ????

 
ສ້າງເມື່ອ ກ.ລ.. 11, 2012 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 254 ເທື່ອ
ຖ້າຫາກຄວາມຮັກມີບັນຫາຈະເຮັແນວດໃດ? ຖ້າຫາກຄວາມບໍ່ລົງຕົວຈະເຮັດແນວໃດ ?

 
ສ້າງເມື່ອ ມ.ສ.. 4, 2012 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 318 ເທື່ອ
ມີຢູ່ວ່າ ຄົນທີ່ຂ້ອຍເຄີຍຮັກ ແລະ ຮັກນີ້ເປັນຮັກທີ່ຂ້ອຍເຈັບປວດທີ່ສຸດ ເມື່ອເວລາຜ່ານມາຫລາຍປີນີ້ຂ້ອຍກະພະຍາຍາມທຳໃຈມາຕະຫລອດ ແຕ່ວ່າລາວມາເຫັນຂ້ອຍໃນເຟສ ແລະໄດ້ມາແອັດຂ້ອຍ ຂ້ອຍເຫັນລາວແລ້ວແຕ່ຂ້ອຍບໍ່ແອດ ແລະ ລາວກະຫຍັງສົ່ງຂໍຄວາມມາແບບວ່າໃຫ້ຂ້ອຍຮັບລາວ ແຕ່ວ່າຂ້ອຍກະບໍ່ຮັບ ຫລັງຈາກນັ້ນກະມິດໄປດົນເຕີບແລະ ຄິດວ່າຈະຜ່ານໄປແລ້ວແຕ່ກະຍັງບໍ່ຈົບລາວໄປເຈີຫມູ່ ລາວຂໍເບີຂ້ອຍ ແລ້ວໂທມາຫາກັບມາເລົ່າເລື່ອງອາດິດໃຫ້ຟັ້ງ ຂ້ອຍກະພະຍາຍາມບອກລາວວ່າມັນຜ່ານໄປແລ້ວ ແລະກະຍັງແບບວ່າຢາກລືພື້ນໃຫ້ມັນມີເຫດຂື້ນມາແຕ່ ຂ້ອຍ ບໍ່ຮູ້ວ່າລາວມີເມຍແລະລູກສອງຄົນແຕ່ເລື່ອງນັ້ນກະບໍ່ສຳຄັນເພາະວ່າຈັງໃດຂ້ອຍກະບໍ່ກັບໄປຮັກກັບລາວແລ້ວ. ແຕ່ວ່າ ເມຍລາວໄປເຫັນເບີໂທລະສັບຂ້ອຍໃນມືຖື ແລະ ກະໂທມາຫາ ແລະ ຈົ່ມຮ້າຍ ແລະ ດີ ເລື່ອງໃນຄອບຄົວຫັນແລະ ດຽວນີ້ຂ້ອຍເອງກະເລີຍກາຍເປັນທີປືກສາໄປສະແລ້ວເວລາທີ່ຜົວລາວບໍ່ຢູ່ຫລືບໍ່ເຫັນກະແມ່ນຮອດຂ້ອຍໂດດ ເລື່ອງມັນກະມີແບບນີ້ ແລະ ເຫີຍອຸກໃຈ

 
ສ້າງເມື່ອ ກ.ພ.. 23, 2012 24 ຄົນໂຫວດ, 0 ຄຳເຫັນ, ອ່ານ 303 ເທື່ອ
ຖ້າຫາກມີການເລີມຕົ້ນມັນມາໄດ້ງາມທີ່ສຸດແຕ່ມັນພຽງແຕ່ເລີມບາດຮອດດຽວນີ້ມັນເລີມບອກເຖີ່ງຄວາມລຳບາກໃຈແລະຄວາມຫຍຸ້ງຍາກແຕ່ຖ້າຮູ້ວ່າຢື້ນບໍ່ໄຫ້ວໄປບໍ່ຫລອດແລ້ວ ແຕ່ຄວາມຮູ້ສືກມັນຍັງຕ້ອງການ ແຕ່ຄວາມຈີ່ງມັນບໍ່ໄຫ້ວແລ້ວຈະເຮັກແນວໃດດີ? (ເລື່ອງນີ້ແມ່ນເລື່ອງທີ່ບໍ່ສາມາດບອກໄດ້ວ່າມັນແມ່ນເລື່ອງຫຍັງ) ຂອບໃຈ

 
ສ້າງເມື່ອ ກ.ພ.. 1, 2012 11 ຄົນໂຫວດ, 0 ຄຳເຫັນ, ອ່ານ 232 ເທື່ອ
ຂ້ອຍເຄີຍໄດ້ຍີ້ນຕະຫລອດມາວ່າ: ຜູ້ຍີ່ງຮັກຜູ້ຊາຍເດີມແຕ່ສູນ ຫາ ຮ້ອຍ ແຕ່ວ່າ ຜູ້ໍຊາຍຮັກຜູ້ຍີ່ງນີ້ແຕ່ຮ້ອຍລົງມາຫາສູນ ແມ່ນຫວາ ແລ້ວເຮົາຄວນເຮັດແນວໃນໃດໃຫ້ມັນເຫລືອຮ້ອຍຕະຫລອດນີ້? ຖ້າຫາກວ່າແມ່ນແມ່ນຄວາມຈີ່ງຍ້ອນຫຍັງ?

 
ສ້າງເມື່ອ ມ.ກ.. 26, 2012 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 379 ເທື່ອ
ວັນແຫ່ງຄວາມຮັກທີ່ຈະມາຮອດນີ້ມັນສຳຄັນຫລາຍບໍ່????ຫລືວ່າແນວໃດ?

 
ສ້າງເມື່ອ ທ.ວ.. 18, 2011 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 395 ເທື່ອ
ຖ້າ ຫາກວ່າ. ຂ້ອຍກຳລັງທຸກໃຈ ແລະ ມີບັນຫາຫນື່ງໃນຈິດໃຈທີ່ບໍ່ສາມາດເລົ່າ ແລະ ລະບາຍໃຫ້ອ່ານ ແລະ ໃຫ້ໃຜຮັບຮູ້ໄດ້ນັ້ນຂ້ອຍຄວນເຮັດແນວໃດ? ໃນສີ່ງທີ່ກຳລັງເປັນທຸກນີ້ແຕ່ວ່າຢາກຫາທາງອອກໃຫ້ດີທີ່ສຸດຄວນເຮັດແນວໃດ?

 
ສ້າງເມື່ອ ທ.ວ.. 18, 2011 34 ຄົນໂຫວດ, 0 ຄຳເຫັນ, ອ່ານ 296 ເທື່ອ
ທ່ານ ກັບລັງຄົບກັບໃຜຄົນຫນື່ງແຕ່ຫາກມາຮູ້ໂຕນຳຫລັງວ່າເປັນໂຕເລືອກຈະແນວໃດ? ເພາະທ່ານເອງຮັກລາວຫລາຍແລ້ວ

 
ສ້າງເມື່ອ ທ.ວ.. 2, 2011 11 ຄົນໂຫວດ, 0 ຄຳເຫັນ, ອ່ານ 236 ເທື່ອ
ຂ້ອຍເປັນຄົນຄິດຫລາຍ ແລະຈິ່ງຈັງເກີນໄປໃນວາງເວລາ ແລະ ມັກໃສ່ໃຈ ກັບຫມູ່ຄູ ເພາະຄິດແຕ່ວ່າເຂົາຈະຮູ້ສືກຄືກັບໂຕ້ເອງ ແຕ່ຮູ້ສືກວ່າ: ແຮງໃສ່ໃຈ ແລະ ແຮງໃຫ້ຄວາມສຳຄັນກັບຫມູ່ນະແຮງຮູ້ສືກຢື້ນຄົນດຽວ ນີ້ ແລະ ບາງທີ່ໃສ່ໃຈເປັນຫ່ວງກາຍເປັນຄວາມຫນ້າລຳຄານ ແລະ ເລີມມີຄຳເວົ້າໃຫ້ຟັ້ງ ຜີບ້າ ຂ້ອຍເປັນຄົນຈິ່ງຈັງກັບຄຳເວົ້າຖ້າໄດ້ເວົ້າຄຳໃດນະເຮັດບໍ່ໄດ້ຂ້ອຍຈະຂອບ ແລະ ບອກບຸກຄົນທີ່ກ້ຽວ ແຕ່ຫມູ່ນະບໍ່ເຄີຍມີສັດຈະ ເວົ້າມາແລ້ວກະແລ້ວບໍ່ເຄີຍເອົາຈີ່ງເອົາຈັງເຮັດເປັນເລື່ອງຕາດົກສຳດັບເພີນ ດັ້ງຂ້ອຍຈື່ງສັບສົ້ນ ກັບ ຄຳທີ່ວ່າ: ຫມູ່ ແລະ ມິດ ແລະ ຄົນຮູ້ຈັກ ເພືອນ ແລະຄົນໄວ້ໃຈ ລອງມາແນະນຳ ຂ້ອຍແນ່ຄວນເຮັດແນວໃດ??????????

 
ສ້າງເມື່ອ ພ.ຈ.. 17, 2011 33 ຄົນໂຫວດ, 0 ຄຳເຫັນ, ອ່ານ 338 ເທື່ອ
ຖ້າຫາກວ່າການທີ່ ເຮົາໄປພົວພັນກັບຄົນໆໆຫນື່ງໂດຍທີ່ ມັນບົງບອກວ່າເປັນແຟນ ແລະ ຄົນຮັກແລ້ວ ແຕ່ວ່າບໍ່ເຄີຍບອກຮັກເປັນຈີ່ງເປັນຈັງເລີຍຈັກເທື່ອ ແຕ່ມາຮອດມືທີ່ແບບວ່າຄົນທີ່ເຮົາຢູ່ນຳຕະຫລອດ ມາບອກວ່າ: ”ລອງຄົບກັນໄປກ່ອນ ລອງລົມກັນເບີງ” ທ່ານຄິດລາວຄິດຫຍັງຢູ່ ? ເພາະເວລາຜ່ານກະຕັ້ງເປັນສອງສາມເດືອນແລ້ວມັນແມ່ນຫຍັງ? ຫວະບໍ່ເຂົ້າໃຈ???????????

 
ສ້າງເມື່ອ ພ.ຈ.. 15, 2011 38 ຄົນໂຫວດ, 0 ຄຳເຫັນ, ອ່ານ 310 ເທື່ອ
ຖ້າຫາກວ່າ ການທີ່ເຈົ້າອົດທົນກັບຄົນທີ່ຮັກແບບຊ້ຳໆໆຊາກໆໆໆ ແບບນີ້ຖ້າຈະຂໍໃຊ້ຄຳນີ້ມັນຈະແຮງໄປບໍ່ເຈົ້າວ່າ: ລ້າງມືດ້ວຍສະບູ ແຕ່ລ້າງຄົນເຈົ້າຊູ້ ຕ້ອງລ້າງດ້ວຍສົ້ນຕີນ ຄິດວ່າມັນສາແກ່ໃຈບໍ່ກັບຄຳນີ້ ຫລືມີຄຳທີ່ດີກວ່ານີ້ສຳຫລັບ ພວກປາໄຫລຫັນນ່າບອກແນ່ເດິ.

 
ສ້າງເມື່ອ ຕ.ລ.. 15, 2011 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 270 ເທື່ອ
ຄວາມເປັນຍີ່ງ ຫລື ຊາຍ ມັນເປັນມາແຕ່ເກີດແມ່ນບໍ່? ສີ່ງທີ່ຂ້ອຍຢາກຖາມທີ່ສຸດແມ່ນ: ຄວາມເປັນຄົນແຕກຕ່າງກັນບໍ່!!!!!!!!!!!!

 
ສ້າງເມື່ອ ກ.ຍ.. 19, 2011 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 229 ເທື່ອ
ຫາກທ່ານເປັນຄົນຕ້ອງເລືອກ ເພດກົງກັນຂ້າມແບບວ່າ: ຄົນທີ່ທ່ານຄິດຈະຈີບມາເປັນແຟນ ແລະ ຢື້ນທາງຂ້າງ ຫລືແບບວ່າ ຈະຕ້ອງໃຊ້ຊິວິດນຳພຸ້ນ ແລະ ມີຕົວຢ່າງໃຫ້ເລືອກດັ້ງນີ້: ແລະຜູ້ຍິ່ງໃນຈິນຕະນາການທ່ານຄິດວ່າ ເປັນແນວໃດ????

 
ສ້າງເມື່ອ ສ.ຫ.. 26, 2011 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 386 ເທື່ອ
ຂ້ອຍມີຫມູ່ສະນິດຄົນຫນື່ງ ເມື່ອລາວອົກຮັກລະສີ່ງທີ່ລາວເວົ້າວ່າຮັກຂ້ອຍ! ຂ້ອຍງົງ ເລີຍ ເຄີຍແຕ່ອ່ານໃນພັນລາວເຈິເອງຮູ້ສືກເລີຍ ໂອ້ຍ ຂ້ອຍຮັບບໍ່ໄດ້ ລາວພັດວ່າໃຫ້ເວລາຂ້ອຍຄ່ອຍໆໆຄິດ ແລ້ວໄປຕອບເພີນ ພວກເຈົ້າວ່າຄວນຕອບແບບໄດ້ຫວະ ຂ້ອຍງົງ ຈີບຫາຍ. ເຈັບເສັ້ນເລິຍ

 
ສ້າງເມື່ອ ສ.ຫ.. 24, 2011 9 ຄົນໂຫວດ, 0 ຄຳເຫັນ, ອ່ານ 212 ເທື່ອ
ຂ້ອຍ! ເປັນນັກຮຽນປີ 5 ທີ່ກຳລັງຂຽນບົດແລະຈະໄປຝືກງານ ມີຄວາມຮູ້ສືກຕື້ນເຕັ້ນ ແລະ ຕົກໃຈ ຢ້ານເຮັດຫນ້າບໍ່ດີ ການຝືກງານຫັນນະ ຂ້ອຍຮູ້ສືກບໍ່ຫນັ້ນໃຈເພາະຮຽນກະທຳມະດາ ບໍ່ເກັ່ງບໍ່ອອ່ນ ແຕ່ຢ້ານເຮັດວຽກທີ່ຂະເຈົ້າມອບຫມາຍ.ໃຫ້ບໍ່ສຳເດັດຢ້ານຖືກຮ້າຍ ສີ່ງທີ່ຢາກຖາມ ຄົນທີເຄີຍຜ່ານຈຸດນີ້ມາແລ້ວຫັນນະສອນແນ່ໃນວິທີ່ທຳໂຕ ແລະ ຊ່ວຍແນະນຳ ສາຂາວີຊາຂອງຂ້ອຍແມ່ນການເງີນ

 
ສ້າງເມື່ອ ສ.ຫ.. 17, 2011 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 274 ເທື່ອ
ວັນທີ 9 | 08 | 2011 ເວລາກາງຄືນປະມານ ແປດ ໂມງ ຂ້ອຍໄປອອກກຳລັງກາຍກັບແມ່ຂອງຂ້ອຍໄປຍ່າງທີເຈົ້າອານຸວົງ ໃນຕ້ອນນັ້ນຂ້ອຍຍ່າງໄປຮອດແຖ້ວເຄີງເດີນແຖ້ວເບື້ອງແຄ້ມນ້ຳມີຕ່າງປະເທດນັ້ງລຽນກັນ ປະມານຫ້າ ຫົກຄົນນີ້ ແລະ ຂະເຈົ້າພາກັນຊື້ເບຍລາວແລ້ວພາກັນນັ້ງດື່ມເບຍແລ້ວກະເອົາແກ້ວຖືໃນມືທຸບໃສຂອບທາງແລ້ວກະຖີ້ມຂີ້ເຫືຍ້ອ ທີ່ກີນໃສ່ບອ່ນທີພວກ ເພີນນັ້ງຢູ່ຫັນນະຈົນຫົກຫມົດ ແລະຂ້ອຍຢ່າງໄປກະເຫັນຄົນລາວເຮົາກະເຮັດຄືກັນຖີ້ມຂີ້ເຫືຍອເຕັມ ແຕ່ວ່າເວົ້າມາລະເຈັບໃຈບາດຍາມເຮົາໄປບ້ານເພີນຂີ້ເຫືຍ້ອກະຖີ້ມບໍ່ໄດ້ສະຊາຍຫັນບາດມາບ້ານເຮົາລະເຮັດແບບໃດ..............................................................?

 
ສ້າງເມື່ອ ສ.ຫ.. 11, 2011 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 230 ເທື່ອ
ມີວາງທ່ານ ເມື່ອຮຽນຈົບແລ້ວມີອາຊີບທີ່ດີ ແລະ ກໍ່ຄິດວ່າພ້ອມແລ້ວທີ່ຈະສ້າງຄອບຄົວ ແລະ ບາງຄົນກໍ່ຄິດວ່ານີ້ ແລະ ຄືການສີ້ນສຸດຂອງຊິວິດ ທ່ານລອງມາເບີງກ່ອນຕັດສີ້ນໃຈບາງທີ່ຄິດແຕກຕ່າງກັນໄປ

 
ສ້າງເມື່ອ ສ.ຫ.. 7, 2011 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 364 ເທື່ອ
ຂ້ອຍເຄີຍມີຫມູ່ສະນິດທີ່ສຸດ ແລະ ລາວກະເຄີຍເປັນຄົນຫນ້າຮັກ ແລະສົດໃສ ແຕ່ພໍເວລາຜ່ານໄປສັງຄົມມີການປ່ຽນແປ້ງ ທຸກຢ່າງກໍ່ປ່ຽນໄປ ຕາມຕິ ປານມານແບບວ່າລາວ ເປັນຄົນລະຄົນກັບທີ່ຂ້ອຍຮູ້ຈັກ ແບບວ່າ ອ້າຍຂອງລາວມາເປັນອ້າຍເຂີຍຂ້ອຍ ແລະປະມານນີ້ ຖ້າເປັນຄົນອື້ນຫນ້າຈະດີໃຈແມ່ນບໍ່! ແຕ່ກັບລາວສະແດງອາກາດອອກມາໃຫ້ເຫັນ ແບບແນວທາງບໍ່ດີໃຫ້ເຫັນ ຈາກທີ່ເຄີຍໄປມາຫາສູ່ຂ້ອຍ ແລະ ລົມກັນກະບໍລົມບໍ່ປາກ ແລະ ເຮັດຄືຄົນບໍ່ເຄີຍຮູ້ຈັກກັນ ຜ່ານມາກະດົນເຕີບເອື້ອຍຂ້ອຍເກີດລູກ ແລະ ແມ່ຂ້ອຍ ລະບອກເອື້ອຍຂ້ອຍມາເກີດຢູ່ບ້ານຂ້ອຍເພາະວ່າແມ່ຂ້ອຍຢ້ານຫວາເກີດຢູ່ ບ້ານລາວລະຊິບໍ່ມີໃຜ ເບີງຫັນນ່າ ກະຍ້ອນ ຄວາມຮັກແພງແມ່ລູກ ເນາະ ສຳດັບຄອບຄົວຂອງຂະເຈົ້າພັດເບີງໄປໃນແງ່ອື້ນ ແຕ່ວ່າພໍ່ແມ່ລາວກະດີຮັກເອື້ອຍເຮົາດີ ແຕ່ສີ່ງທີ່ຈະເວົ້າຫັນມີຢູ່ຫວາ ຕ້ອນທີ່ເອື້ອຍຂ້ອຍຢູ່ກຳຫັນນະ ຫມູ່ກະ ແມ່ນຫມູ່ ຫມົດທຸກຄົນພາກັນມານັ້ງຫລີ້ນ ຢູ່ບ້ານຂ້ອຍຫັນ ແລະ ລາວນະທັງທີ່ເປັນຫມູ່ສະນິດນະ ແລະສະ ແດງອາການບໍ່ດີໃສ່ຂ້ອຍຫລາຍເທື່ອ ແລະ ເວົ້າກັບຂ້ອຍຄືກັບ ຂ້ອຍບໍ່ແມ່ນຫມູ່ ເປັນຄົນໃຊ້ ເວົ້າບໍ່ໃຫ້ ກຽດຂ້ອຍເລີຍ ຂ້ອຍອົດບໍ່ໄດ້ກະເລີຍອອກປາກຖາມວ່າ ເປັນຫຍັງ? ແມ່ນເຈົ້າເປັນຫຍັງ? ມາສະແດງທ່າທີ່. ແນວນີ້ຂ້ອຍບໍ່ມັກຂ້ອຍກະເວົ້າແບບສຽງດັ້ງໆໆດ້ວຍຄວາມໃຈຮ້າຍ ແລະຄຳຕອບໄດ້ຍີ້ນກະຄືວ່າ: ບໍ່ຍາກໄດ້ເອື້ອຍໄພແມ່ນເອື້ອຍເພີນ ເຂົາບໍ່ມັກ ລະຂ້ອຍຍາກຖາມຄືນຫວາລະໃຜຍາກໄດ້ອ້າຍເພີນ ສຸດທ້າຍກະຈົບດ້ວຍການບໍ່ເວົ້ານຳກັນຈົນຮອດມືນີ້ ທັງທີ່ວາາຂ້ອຍກັບລາວເປັນຫມູ່ກກັນມາແຕ່ນ້ອຍ

 
ສ້າງເມື່ອ ກ.ລ.. 30, 2011 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 587 ເທື່ອ
ຄຳບອກລາ ຂອງແຟນຂ້ອຍມັນສາມາດເຮັດໃຫ້ຂ້ອຍ ຄືກັນຈະຂາດໃຈຕາຍນີ້ ແລະ ເພາະຂ້ອຍຮັກລາວຫລາຍໂພດ ຫຍັງ. ບອກທັນຕັ້ງໃຈຈະຮັບໄດ້ທີລາວຈະມາບອກເລີກ ເຫີຍຄຳລາວບອກເລີກຈັງແມ່ນງ່າຍປານຄົນບໍ່ເຄີຍຮັກກັນ ນີ້ ແລະ ຕ້ອນລາວມາລົມຂ້ອຍຫັນນະຈົນເປັນປີຈົນກ່ວາ. ຂ້ອຍຈະຮັບລາວມາເປັນແຟນ ຄົ້ນຫາແລ້ວຄົ້ນຫາອີກນິໄສ ຂອງລາວ ຂ້ອຍຢ້ານລາວຈະມາຕົວະ ແລະ ເຮັດໃຫ້ເສຍໃຈ ສຸດທ້າຍກະຍັງບໍ່ຫລອດ ຄຳວ່າ ເຈັບແລະລາວບອກເລີກຂ້ອຍສາເຫັດຍ້ອນລາວເຫັນຍິ່ງຄົນອື້ນທີ່ງາມກ່ວາເຮົາ ແລະ ລາວຄິດວ່າຍິ່ງຄົນອື້ນອາດຈະໃຫ້ທຸກຢ່າງກັບລາວໄດ້ ແຕ່ຂ້ອຍກະບໍ່ໂທດດອກຮູ້ໂຕດີມາຕະຫລອດ ວ່າໂຕເອງເປັນຈັງງໃດແຕ່ວ່າ ຄິດຄຳບອກລາທີ່ລາວ ກ່າວມາຫັນນະ ບອກງ່າຍໆໆໆເລີຍວ່າ: "ຂ້ອຍຍັງບໍ່ພ້ອມຍັງບໍ່ຢາກມີແຟນຂ້ອຍຢາກໃຊ້ຊິວິດຢູ່ຄົນດຽວລອງເບີງຖ້າຫາກບໍຫລອດຈະມາຫາເຈົ້າອີກ" ບາດແລ້ວ.ບໍ່ພໍມື ກະເຫັນລາວໄປກັບສາວຄົນທີ່ຂ້ອຍແນະນຳໃຫ້ຮູ້ຈັກເທົານີ້ນະບໍ່ຕ້ອງບອກເລີຍວ່າ ເຫັນແລ້ວມັນບອກເຖິງຄວາມສາມາດທີ່ລາວພະຍາຍາມທີ່ຈະເລີກແລະລາເຮົາໄປຫັນນາ..............................ຈັງແມ່ນ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 34  |  ໜ້າຕໍ່ໄປ »