ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ຄົນເຮົາຢູ່ ນຳກັນ ກະຕ້ອງຮັກແພງກັນແມ່ນບໍ່? ແຕ່ຮູ້ສຶກວ່າ ຄົນທີ່ເຮົານີ້ ແປກເນາະ....

ເວລາເຮົາເບິ່ງ ຜືນຜ້າ ທີ່ເປັນສີຂາວຫມົດທັງຜືນ...ເຮົາກໍ່ມັກຈະຊອກຫາ ແຕ່ຈຸດສີດຳ ທີ່ເປັນພຽງຈຸດນ້ອຍໆ ຈຸດດຽວ...

ຄົນບາງຄົນ...ທຳຄວາມດີມາ ເກືອບທັງຊີວິດເລີຍ...

ພໍມາເຮັດຜິດພາດພຽງຄັ້ງດຽວ.....

ເຮົາຊ້ຳພັດມາເວົ້າ ເຖິງແຕ່ຄວາມຜິດພາດຂອງເຂົາຕະຫລອດ...

ຄ້າຍກັບວ່າ ເຂົາເຮັດຄວາມຊ່ົວມາທັງຊີວິດນີ້ແຫລະ....

ບໍ່ເຄີຍເວົ້າເຖິງ ຄວາມດີຂອງເຂົາເລີຍ....

ເວລາເຮົາເຮັດຄວາມຜິດ... ເຮົາກະຢາກໃຫ້ຄົນອື່ນ ເຫັນອົກເຫັນໃຈເຮົາ...

ແຕ່ເວລາຄົນອື່ນ ເຂົາທຳຄວາມຜິດ...ເຮົາພັດລືມທີ່ຈະເຫັນໃຈເຂົາ...

ເວລາເຮົາທຳຄວາມຜິດ...ເຮົາຢາກໃຫ້ຄົນອື່ນ ໃຫ້ອະໄພເຮົາ....

ແຕ່ເວລາຄົນອື່ນ ເຂົາທຳຄວາມຜິດ...ເຮົາພັດລືມ ທີ່ຈະໃຫ້ອະໄພເຂົາ....

 

ຂົງເບ້ງ ເຄີຍເວົ້າໃວ້ວ່າ: ເວລາເຮົາ ລ້ວງມື ລົງໄປໃນຫລຸມ...ແລ້ວ ລ້ວງບໍ່ເຖິງກົ້ນຫລຸມ...

ມັກຈະໂທດວ່າ ຫລຸມມັນເລິກເກີນໄປ....ບໍ່ເຄີຍເວົ້າວ່າ ມືຕົວເອງ ສັ້ນເລີຍ...

 

ເພື່ອນໆ ຄິດວ່າ ແມ່ນບໍ່?????

Delicious Digg Fark Twitter