ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ມີສອງຜົວເມຍຄູ່ຫນື່ງ.......ຜົວເປັນນາຍບ້ານ......ສ່ວນເມຍ...ກະເປັນເມຍຊື່ໆນີ້ແຫລະ.......

ຢູ່ກັນມາກະຫລາຍ ປີແລ້ວ ຈົນລູກໃຫຍ່ ເປັນບ່າວເປັນສາວຫມົດລະ

ກະຂອງວ່າ ຄົນມັນອາຍຸອານາມຫລາຍລະເນາະ

ຜູ້ເປັນຜົວ ກະບໍ່ຄ່ອຍໄດ້ ເຮັດວຽກບ້ານ ພໍປານໃດ....

ດົນໆ ຈື່ງ ...ເຮັດວຽກບ້ານ ເທື່ອຫນຶ່ງ

ຜູ້ເປັນເມຍ ກະເລີຍຫງຸດຫງິດ...ໃຈຮ້າຍ....ຕາມປະສາ ຄົນໄວທອງ ຫັ້ນແຫລະເນາະ....

.

.

ຢູ່ມາມື້ຫນື່ງ ........ຜູ້ເປັນຜົວກໍ່ໄດ້ຮັບບັດເຊີນ

ໃຫ້ໄປເຂົ້າຮ່ວມ ເປັນຄະນະກຳມະການ

ແຂ່ງຂັນ ຫມູພໍ່ພັນດີເດັ່ນ ປະຈຳປີ

............ຜູ້ເປັນເມຍ.......ກະຕິດຕ້ອຍຫ້ອຍຕາມໄປນຳອີກ ເຫມືອນເຊັ່ນເຄີຍ......

ພໍໄປຮອດ ກະນັ່ງຕິດຂ້າງຜົວ ເພີ່ນຫັ້ນແຫລະ....ຮ່ວມກັບຄະນະກຳມະການ ຈາກບ້ານອື່ນໆອີກ ຫລາຍຄົນ.

..ຢູ່ເທິງເວທີ ປະກວດ......ພິທີກອນ ກໍ່ເລີ່ມປະກາດ ລາງວັນ ເປັນແຕ່ລະລຳດັບ ໄປ...

........ລາງວັນທີ 3, ຫມູພໍ່ພັນດີເດັ່ນ ...ປະຈຳປີ 2010 ໄດ້ແກ່............ຫມູບ້ານ ປ່ອງ............(ສຽງຕົບມືແຊວຊະ.....ສະຫນັ່ນຫວັ່ນໃຫວ)

..ຫມູໂຕນີ້ ສາມາດປະສົມພັນໄດ້ 6 ຄັ້ງຕໍ່ວັນ..........

ສິ້ນສຽງຕົບມື........ເມຍນາຍບ້ານ ກະສະກິດຜົວເພີ່ນ ແລະ ກະເວົ້າວ່າ.......ເຫັນບໍ່...ເຫັນບໍ່...ຫັ້ນ...

ຜູ້ເປັນຜົວເລີ່ມຫນ້າແດງ ແຕ່ກະຍັງຄົງ ທຳທ່າ ເສີຍໆ...

.........ລາງວັນທີ 2.......ໄດ້ແກ່...........ຫມູ ບ້ານ ແປ້ນ..................

...ສາມາດປະສົມພັນໄດ້ 8 ຄັ້ງ ຕໍ່ວັນ...........(ສຽງຕົບມືພືຜ້າ ດັງແຮງກວ່າເກົ່າອີກ)

...ຜູ້ເປັນເມຍ.....ແຮ່ງຂື້ນໃຈແຮງ ຕົບບ່າຜົວ ແຮງກວ່າເກົ່າ ແລະ ກະຊີ້ໄປໃສ່ຫມູ ...........ເຫັນບໍ່ເຖົ້າ.....ເຈົ້າເຫັນບໍ່ ຫັ້ນນ່າ...(ທັງເວົ້າທັງກັດແຂ້ວກັດຄາງ......ຮື່ມໆໆໄປນຳ)...

ຄະນະກຳມະການທັງຫມົດ ຫັນມາເບິ່ງ ສອງຜົວເມຍ ເປັນຕາດຽວກັນ....

......ຜູ້ເປັນຜົວ ອາຍຈົນຫນ້າແດງກ່ຳ ອາຍ ພໍຢາກມຸດດິນຫນີ....ແຕ່ກະຍັງຮັກສາທ່າທີ່ສະຫງົບໄວ້...........

...........ລາງວັນທີ່ 1.........ໄດ້ແກ່ ຫມູ ບ້ານ ປົ່ງ...............

...ສາມາດປະສົມພັນໄດ້ 12 ຄັ້ງຕໍ່ມື້..........................

...ຜູ້ເປັນເມຍແຮ່ງຖືກໃຈຄັກບາດນີ້..........

ລຸກປ່ອງງ່ອງແປ່ງແງ່ງຂື້ນ ຕົບບ່າຜົວ ບັກແຮງໆ ແລ້ວກະຊີ້ໄປໃສ່ຫມູ..........ເຫັນລະເບາະເຖົ້າ....ເຈົ້າເຫັນລະບໍ້ຫັ້ນນ່າ.............ທັງເວົ້າທັງກັດແຂ້ວພວດໆ...

ທັງຄະນະກຳມະການ ທັງຜູ້ຊົມແນມມາທາງ ສອງຜົວເມຍເປັນຕາດຽວກັນ.......

ຜູ້ເປັນຜົວ ສຸດຈະທົນ ບໍ່ຮູ້ຈະເຮັດແນວໃດ..........

ກະເລີຍຮ້ອງໄປຖາມເຈົ້າຂອງຫມູ........ເອີ່...ນີ້...ບັກຫຳ....ຫມູມືງ ທີ່ວ່າ ມັນປະສົມພັນໄດ້ມື້ລະ 12 ຄັ້ງຫັ້ນນ່າ......

....ມັນປະສົມພັນ ກັບໂຕແມ່ໂຕດຽວຫວາ?...............

........ເຈົ້າຂອງຫມູກະເລີຍຮ້ອງຕອບກັບມາ............

..........ບໍ່ໆໆໆໆ ........ມັນປະສົມກັບໂຕແມ່ 12 ໂຕ..........

.......ຜູ້ເປັນຜົວກະລຸກຂື້ນປຸບປັບ.......ແລ້ວກະຮ້ອງໃສ່ເມຍຫມົດແຮງ..........ເຫັນລະເບາະ......ເຫັນລະເບາະ ເຖົ້າ.........ເຈົ້າເຫັນລະບໍ່?????

 

 

 

 

 

 

 

Delicious Digg Fark Twitter