
ຂຽນເມື່ອ: Feb. 24, 2009
| ມີ
12 ຄຳເຫັນ
ແລະ
0 trackback(s)
*** ຄວາມສຸກຂອງຄົນເຮົາອາດຈະແຕກຕ່າງກັນໄປ..ແຕ່ສິ່ງທີ່ຄືກັນຄົນທຸກຄົນມັກຄວາມສຸກຄືກັນຫມົດ,,
ກ່ອນເຮົາຈະສະແຫວງຫາຄວາມສຸກ..ເຮົາຕ້ອງຮູ້ຈັກຄວາມຫມາຍຂອງຄຳວ່າຄວາມສຸກສາກ່ອນ
ຄວາມສຸກແມ່ນຫຍັງ? ບາງຄົນກໍ່ວ່າໄດ້ກິນອາຫານແຊບໆຈຶ່ງມີຄວາມສຸກ..
ບາງຄົນກໍ່ບອກວ່າໄດ້ນັ້ນໄດ້ນີ້ໃຫ່ມໆຈື່ງຈະມີຄວາມສຸກ
ບາງຄົນບອກວ່າການທີ່ໄດ້ຢູ່ກັບຄົນທີ່ເຮົາຮັກນັ້ນແຫລະຄືຄວາມສຸກ..ທຸກຢ່າງທີ່ເວົ້າມາເປັນຄວາມສຸກຫມົດ..
ຕ່າງແຕ່ສຸກຫລາຍສຸກຫນ້ອຍ ແຕກຕ່າງກັນໄປ..ຕາມພາສາມະນຸດໂລກ...ນີ້ເອງ
ແຕ່.ຄວາມສຸກທາງພຮະພຸທທະສາສນາເພິ່ນແບ່ງອອກເປັນສອງປະເພດຄື
.*** .ໂລກີຍະສຸກ ແລະ ໂລກຸຕຕະຣະສຸກ..*** ສະຫລຸບແລ້ວພຣະພຸດທະເຈົ້າເພິ່ນຕັດໄວ້ວ່າ...
ຄວາມສຸກຢູ່ທີ່ຄວາມພໍໃຈນັ້ນເອງ..
ເຮັດຫຍັງກໍ່ຕາມທຳຫຍັງກໍ່ຕາມຂໍໃຫ້ເຮົາມີຄວາມຕັ້ງໃຈ.ແລະພໍໃຈກັບມັນ..ແລ້ວມັນກໍ່ຈະສຸກເອງ
ຕໍ່ໄປເປັນພາບຫົນທາງແຫ່ງຄວາມສຸກ..ແບບໂລກິຍະທຳມະດາທຳມະຫນ້າຮັກຫນ້າຮັກ ອິອິອິ

*** ນອນໃຫ້ຫລາຍເທົ່າທີ່ສາມາດທຳໄດ້ ***

*** ຕີຫນ້ານິ້ວເມື່ອບໍ່ສະບາຍໃຈ ***

*** ອ່ານຫນັງສືທີ່ມັກ ****

*** ສະນຸກສະຫນານກັບເລື່ອງເລັກໆນ້ອຍໆ ***

*** ທຳສິ່ງທີ່ຢາກທຳທຸກເວລາ ***

*** ຫາທີ່ພັກຜ່ອນ..ເມື່ອທ່ານຕ້ອງການຄວາມອົບອຸ່ນ***

*** ຈິງຈັງກັບຊີວິດແດ່ ***

*** ລືມເລື່ອງອົດອາຫານ ***

*** ສະແດງຄວາມໃສ່ໃຈ ***

*** ດົນດົນກໍ່ໂກດແດ່ ***


*** ປ່ຽນບຸກຄະລິກ..ເປັນບາງຄັ້ງ ອິອິອິ ***