ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2021 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

    ເລື່ອງບາງເລື່ອງມັນກໍບໍ່ຢາກເວົ້າເຖີງ ແຕ່ຄົນມັກຖາມ ໂດຍເພາະເລື່ອງເງິນເດືອນ

ເຈົ້າຄິດແນວໃດກັບການທີ່ຖືກຖາມເລື່ອງເງິນເດືອນ ໂດຍສະເພາະຄົນທີ່ຫາກໍພົບກັນກັບເຮົາພຽງແຕ່ມື້ດຽວ.ຖ້າຖາມເລື່ອງສ່ວນໂຕບາງຢ່າງເຮົາກໍພໍຕອບໄດ້ເຊັ່ນວ່າ ມາແຕ່ໃສ?ບ້ານເກີດເມືອງນອນຢູ່ໃສ?ຮຽນຫຍັງ?ເຮັດວຽກຫຍັງ?ປະມານນີ້ ມັນກໍເປັນເລື່ອງທຳມະດາຂອງການພົບກັນໄໝ່ ແລະ ຖາມກັນເພື່ອ ສ້າງຄວາມ ລື້ງ ເຄີຍກັນ ແຕ່ ມັນຈະມີຄົນບາງຄົນຖາມເຖີງເງິນເດືອນ ເຊັ່ນໄດ້ເງິນເດືອນເທົ່າໃດ ? ໄດ້ຫຼາຍໃດນໍ? ສ່ວນໂຕຂ້ອຍແລ້ວ ແມ່ນບໍ່ຄ່ອຍມັກປານໃດ ທີ່ມີຄົນບໍ່ທັນສະ ໜິດມາຖາມເຖີງ ເລື່ອງນີ້.ເພາະມັນລຳບາກໃຈຈະຕອບ ຕາມທຳມະດາແລ້ວ ຂ້ອຍມັກຕອບໄປວ່າ ເງິນເດືອນກໍພໍໄດ້ໃຊ້ໄດ້ຈ່າຍຢູ່ ບາງເດືອນກໍກູ້ມກິນ ບາງເດືອນກໍ ຂັດສົນ ທຳມະດາແລ້ວ ເຮົາຕອບສຳ່ນີ້ກໍໜ້າຈະເຂົ້າໃຈແລ້ວວ່າ ເຮົາບໍ່ສະດວກ ຕອບ ປານນັ້ນຖາມບໍ່ເລີກບໍ່ແລ້ວ ຢາກຮູ້ຈຳນວນໃຫ້ໄດ້ ພັດວ່າ.

ພວກທ່ານເດ ເຄີຍພົບພໍ້ກັບປະສົບການແບບນີ້ບໍ?

ແລະ ທ່ານມີວິທີຮັບມືກັບຄົນປະເພດນີ້ແນວໃດ?

ທ່ານຄິດວ່າຖາມເຖີງເລື່ອງເງິນເດືອນສົມຄວນຖາມບໍ?

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2021 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

         ຫຼາຍຄົົນກໍຄົງຈະເຄີຍມີປະສົບການ  ໂດຍການຟັງມາ  ໄດ້ຍິນມາ ຫຼື ເກີດຂື້ນກັບໂຕເອງ ກ່ຽວກັບການໃຫ້ຄົນອື່ນ (ຢືມເງິນ )ຂ້ອຍຄິດວ່າທຸກຄົນກໍຈະເຄີຍແນ່ນອນຢ່າງນ້ອຍ ສຸດກໍອາດຈະເທື່ອໜື່ງ,ສອງເທື່ອ,ສາມເທື່ອ ຫຼື ຫຼາຍເທື່ອ.ຂ້ອຍເອງກໍແມ່ນໜື່ງໃນນັ້ນ ຂໍອອກໂຕກ່ອນວ່າຂ້ອຍເອງບໍ່ແມ່ນຄົນທີ່ມີເງິນຫຼາຍບໍ່ແມ່ນຄົນລວຍ ພຽງແຕ່ພໍຢູ່ ພໍກິນ ເຮັດວຽກກິນເງິນເດືອນຄືກັບຫຼາຍຄົນນະທີ່ນີ້. ແຕ່ສີ່ງທີ່ຂ້ອຍພົບເປັນປະຈຳແມ່ນມັກຈະມີຄົນມາຢືມເງິນຂ້ອຍຢູ່ເລື້ອຍໆ ມັນເປັນນຳຫຍັງຂ້ອຍກໍບໍ່ຮູ້ຄືກັນ ຂ້ອຍ ບໍ່ຮູ້ວ່າເຂົາຄິດ ແນວໃດຈີງມັກມາຢື່ມເງິນນຳຂ້ອຍ. ບາງຄົນກໍ່ສົ່ງຕາມກຳນົດ ບາງຄົນກໍສົ່ງຄືນຊ້າ ບາງຄົນກໍບໍ່ສົງເລີຍ ຈົນເຮັດໃຫ້ເສຍໝູ່ເສຍເພື່ອນໄປຍ້ອນ. ໂຕຂ້ອຍເອງ ກໍບໍ່ໄດ້ເຮັດຫຍັງໃຫ້ເຂົາ ນິໃສສ່ວນໂຕຂ້ອຍແມ່ນຈະໃຫ້ໂອກາດຜູ້ຢືມສະເໝີ ເຖີງຈະສົ່ງຊ້າແຕ່ຂ້ອຍບໍ່ເຄີຍປະຈານພວກເຂົາລົງໃນໂຊຊ້ຽວຕ່າງໆ ແມ່ນບໍ່ເຄີຍເຮັດ .ຂ້ອຍຈະລໍ ຖ້າຈົນກວ່າພວກເຂົາມາສົ່ງຄືນ ໃຫ້ຂ້ອຍ ຂ້ອຍຈະຖາມເຂົາຢູູ່ສາມເທື່ອ ໂດຍເວັ້ນໄລຍະການຖາມອອກຫ່າງກັນ ເພາະຂ້ອຍຄິດວ່າຄົນເຮົາ ມັນຕ້ອງມີ ເຫດຜົນບາງຢ່າງ ທີ່ເຮັດ ໃຫ້ບໍ່ສາມາດເອົາເງິ ທີ່ຢືມໄປມາ ສົ່ງຄືນ ຕາມກຳນົດ ແຕ່ກັບບາງຄົນທັງທີ່ຂ້ອຍໃຫ້ໂອກາດເຂົາປານນັ້ນເຂົາກໍຍັງບໍ່ມີຄວາມສຳນຶກ ບໍ່ເຫັນໃຈຂ້ອຍ ບໍ່ຕິດຕໍ່ມາຫາຂ້ອຍ ບໍ່ຕອບ ຂ້ອຍເວລາທີ່ຂ້ອຍຕິດຕໍຫາ ຂ້ອຍບໍ່ເຂົ້າໃຈຄື ກັນ  ເຂົາຄິດແນວໃດ ເຂົາເອົາຫຍັງເຮັດຫົວໃຈ.

ແຕ່ຖ້າ ຖາມວ່າຂ້ອຍເອງເດເຄີຍຢືມເງິນຄົນອື່ນບໍ? ອັນນີ້ປະຕິເສດບໍ່ໄດ້ເພາະຜ່ານມາໃນອາດີດ ສະໄໝທີ່ວຽກງານຂ້ອຍຍັງບໍ່ໝັ້ນຄົງຂ້ອຍກໍຢືມນຳໝູ່ຂ້ອຍຫຼາຍເທື່ອແລະຫຼາຍ ຄົນນຳອີກ ແຕ່ສຳລັບຂ້ອຍແລ້ວມັກຈະຖືສັດຈະຢູ່ 3 ປະການໃນການຢືມເງິນຂອງຂ້ອຍຄື :ການກົງຕໍເວລາ,ຄວາມຈີງໃຈ,ແລະ ຮັບຜິດຊອບ

1.ການກົງຕໍ່ເວລາ

ທຸກເທື່ອທີ່ຂ້ອຍຢືມເງິນນຳໃຜ ຖ້າຂ້ອຍນັດວັນເວລາສົ່ງເງິນຄືນ ແມ່ນຈະສົ່ງຕາມເວລາທີ່ຂ້ອຍນັັດທຸກເທື່ອ ເມື່ອຮອດວັນນັດສົ່ງຖ້າເຂົາບໍ່ສະດວກມາເອົາຂ້ອຍກໍ ຈະຫາທາງເອົາໄປໃຫ້ເຂົາ ຖ້າກໍລະນີຂ້ອຍບໍ່ໝັ້ນໃຈວ່າຂ້ອຍຈະສາມາດສົ່ງຕາມເວລານັດໝາຍ ຂ້ອຍຈະມີວິທີໜື່ງເມື່ອຕອນທີ່ຂ້ອຍໄປຢືມເງິນຂ້ອຍຈະກະເວລາເພື່ອໄວ້ ຕົວຢ່າງວ່າ: ເງິນເດືອນຂ້ອຍອອກທຸກວັນທີ່30ຫຼື 31 ຂອງທ້າຍເດືອນ ຖ້າຂ້ອຍບໍ່ໝັ້ນໃຈວ່າຈະໄດ້ເງິນເດືອນໃນມື້ນັ້ນ ຂ້ອຍຈະກະເພື່ອໄວ້ປະມານ2-3ວັນເຊັ່ນ ຂ້ອຍຂະບໍ່ນັດສົ່ງເງິນຄືນໃນວັນທ້າຍເດືອນ ຂ້ອຍຈະນັດສົ່ງເງິນຄືນປະມານທີ່2 ຫຼື ທີ 3 ຂອງເດືອນຖັດໄປ ເພື່ອແນ່ໃນວ່າຂ້ອຍຈະທັນເວລາສົ່ງຕາມທີ່ນັດໄວ້ ແຕ່ຖ້າຂ້ອຍໄດ້ເງິນເດືອນຕາມເວລາ ຄືທີ30 ຫຼື 31 ຂອງເດືອນຂ້ອຍກໍຟ້າວສົ່ງເງິນຄືນໂດຍທີ່ບໍ່ລໍຖ້າໃຫ້ຮອດວັນທີ່ນັດໝາຍກໍໄດ້.

2,ຄວາມຈີງໃຈ

ແນ່ນອນໃຜກໍມັກຄົນຈີງໃຈ ລວມທັງເຮົາແລະ ຄົນອື່ນ ສະນັ້ນເວລາທີ່ຂ້ອຍຢືມເງິນນຳໃຜກໍຕາມຖ້າຫາກວ່າ ບໍ່ສາມາດປະຕິບັດຕາມຂໍ້ຕົກລົງຄືການທີ່ບໍ່ສາມາດສົ່ງ ເງິນຄືນໃຫ້ແກ່ເຈົ້າຂອງເຂົາຕາມທີ່ນັດໝາຍກັນໄວ້ນັ້ນ ຂ້ອຍຈະສະແດງຄວາມຈີງໃຈທັນທີ່ ໂດຍການໂທຫາເຈົ້າໜີ້ກ່ອນວັນກຳນົດສົ່ງເພື່ອຄອບ ແລະ ອະທິບາຍເຫດຜົນວ່າ ເຮົາບໍ່ສາມາດສົ່ງເງິນຄືນຕາມທີ່ເວລານັດໝາຍນັ້ນຍ້ອນຫຍັງ ແລະ ຈະສົ່ງຄືນເຂົາໄດ້ມື້ໃດ ສ່ວນໂຕຄິດວ່າການເຮັດແບບນີ້ເຖີງຈະບໍ່ຊ່ວຍໃຫ້ເຈົ້າ ໜີ້ລົດລົງແຕ່ຢ່າງໃດ ແຕ່ຢ່າງນ້ອຍເຮົາກໍໄດ້ສະແດງໃຫ້ເຂົາເຫັນແລ້ວວ່າເຮົາຈີງໃຈ ຢ່າງນ້ອຍເຈົ້າໜີ້ກໍໜ້າຈະເຂົ້າໃຈວ່າເຮົາບໍ່ທັນຍ້ອນຫຍັງ ດີກວ່າມິດໄປບໍ່ເວົ້າບໍ່ວ່າ ຫຍັງ.

3,ມີຄວາມຮັບຜິດຊອບ

ແນ່ນອນວ່າເຮົາຢືມມາເຮົາຕ້ອງໄດ້ໃຊ້ຄືນ ເພາະບໍ່ແມ່ນເງິນເຮົາ ເຖີງຈະສົ່ງຊ້າແຕ່ກໍຕ້ອງໄດ້ສົ່ງຄືນໃຫ້ຄົບທຸກກີບ ບໍ່ວ່າຈະດ້ວຍເຫດຜົນໃດໆ ຕ້ອງຫາມາສົ່ງຄືນໃຫ້ໄດ້ ບໍ່ແມ່ນຊິປົບໜີ ໃຫ້ຄົນອື່ນປະຈານທົ່ວບ້ານທົ່ວເມືອງ.

ທັງໝົດນີ້ແມ່ນ ວິທີທີ່ຂ້ອຍໃຊ້ເມືອຂ້ອຍຢືມເງິນຄົນອື່ນ ແຕ່ຂ້ອບໍ່ເຂົ້າໃຈວ່າຄົນອື່ນມາຢືມເງິນຂ້ອຍເຂົາຄືໃຊ້ຄືນຂ້ອຍຍາກແທ້ ຈົນບາງຄົນຂ້ອຍຈົນບໍ່ເອົານຳມັນເພາະ ມັນດົນເກີນໄປ ແຕ່ຂ້ອຍກໍບໍ່ໄດ້ປະຈານເຂົາເຈົ້າດອກ ພຽງແຕ່ຕັດຂາດໄປເລີຍ ຄົນແບບນັ້ນ ເງິນທີ່ຢືມໄປຖືວ່າເປັນການຈ້າງໃຫ້ເຂົາອອກຈາກຊີວະດເຮົາໄປ.

ທຸກຄົນເດ ເຄີຍມີປະສົບການຖືກຢືມເງິນແລະບໍ່ແທນບໍ ? ແລະ ທ່ານເຮັດແນວໃດກັບຄົນປະເພດນັ້ນ? ແລະ ຖ້າທ່ານຢືມເງິນຄນອື່ນເດ ທ່ານປະຕິບັດແນວໃດຕໍ່ເຈົ້າໜີ້?