ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ເຫັນຫລາຍຄົນເຂົາເຈົ້າຂຽນແຕ່ງກອນຮັກເກ່ງໆໆໆ....

ແຕ່ຂ້ອຍລະແຕ່ງບໍ່ເປັນເລີຍຢາກຂຽນເລື່ອງຕະລົກຊວນຫົວແທນຊະ....ຄົງຈະບໍ່ວ່າຫຍັງກັນນໍ.....

   

ເລື່ອງມີຢູ່ວ່າ::

  ຕຳຫລວດໄລ່ຈັບໂຈນ......

 ໂຈນແລ່ນເຂົ້າໄປໃນສາງເກັບເຄື່ອງໃຫຍ່ແຫ່ງໜື່ງ...

ຕຳຫລວດຍົດຮ້ອຍໂທຄົນໜື່ງສັ່ງລູກນ້ອງວ່າ : "ປິດທາງອອກໃຫ້ໝົດ..ຕ້ອງຈັບໂຕໃຫ້ໄດ້.."

  ເມື່ອເຂົ້າໄປຄົ້ນເບີ່ງໝົດແລ້ວ....ຊ້ຳພັດບໍ່ເຫັນຫຍັງເລີຍ..! ຕຳຫລວດຄົນນັ້ນຈີ່ງຮ້າຍລູກນ້ອງ:

"ກູບອກສູໄປປິດທາງອອກໝົດແລ້ວ..ເປັນຫຍັງມັນຈື່ງໜີໄປໄດ້ອີກ.!"

   ລູກນ້ອງເລີຍຕອບວ່າ: ທາງອອກປິດໝົດແລ້ວ.! ແຕ່ລືມປິດທາງເຂົ້າ  ທ່ານ.!

 

 

 

 

                                 ຜິດຜາດປະການໃດກະຂໍໂທດລວງໜ້ານະ....

                   ອ່ານເຈີໃນປື້ມເລີຍເອົາມາຂຽນໃຫ້ອ່ານຫລີ້ນໆ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

ປະເທດລາວມີປະຫວັດສາວຄວາມເປັນມາຫລາຍພັນປີ.....

ກ່ອນຈະໄດ້ເປັນເອກະລາດບັນພະບຸຫລຸດລາວ ຕ້ອງໄດ້ສູນເສຍຊີວິດເລືອດເນື້ອ..!

ປະເທດລາວຖືກໄຟສົງຄາມເຜົາຜານຍ້ອນການຮຸກຮານຂອງຕ່າງຊາດ...

ວັດທະນະທຳແລະສະຖານທີ່ສັກສິດ-ວັດວາ-ອາຣາມ ກໍ່ຖືກທຳລາຍເຜົາຜານຈົນວອດວ້າຍ......

ວັດພະແກ້ວແລະວັດສີສະເກດກໍ່ຖືກສະຍາມເຂົ້າມາທຳລາຍ..! ປັດຈຸບັນມັນເປັນພຽງອະນຸສອນໃຫ້ລູກ-ຫລານລາວໄດ້ເບີ່ງໄດ້ເຫັນ.....

ແຕ່ໃນຕອນເຊົ້າຂອງວັນທີ່ 2 ກໍລະກົດ ປີ 2006 ນັ້ນກໍ່ເປັນວັນທີ່ຄົນລຸ້ນລູກ-ລຸ້ນຫລານ

ໄດ້ສູນເສຍສີ່ງທີ່ຫວງແຫນແລະສູນເສຍສີ່ງມີຄ່າທີ່ສຸດໃນຊີວິດໄປ.......

ເພາະວ່າມັນເປັນວັນທີ່"ວັດຊະລາພອນ"ຖືກເຜົາຜານຈົນເຫລືອພຽງແຕ່ເຖົ່າຖ່ານ......

ເປັນທີ່ໜ້າເສຍດາຍ.! ວັດດັ່ງກ່າວເປັນສະຖານທີ່ອັນສັກສິດຊື່ງຄົນໜຸ່ມ-ສາວໃຫ້ການສັກກະລະ ບູຊາໃນຍາມຄ່ຳຄືນ....ປັດຈຸບັນເຫລືອພຽງຄວາມຊົງຈຳ.......

 

 

 

                                                                                                                  ວັດຊະລາພອນ(ເທັກ)

                                                                                                                            

 

 

                                                              ອ່ານເຈີໃນປື້ມນະເລີຍເອົາມາຂຽນໃຫ້ອ່ານຫລີ້ນໆ......