ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2014 | ມີ 4 ຄຳເຫັນ ແລະ 0 trackback(s)
  • ຫົວໜ້າ - ຜູ້ນຳທີ່ດີ ຈະບໍ່ຮັບເອົາເພື່ອນ, ລູກຫຼານຂອງເພື່ອນຫຼືແມ່ນແຕ່ລູກຂອງຕົນເອງມາຮ່ວມເຮັດວຽກນຳ.
  • ຫົວໜ້າທີ່ດີ: ຄືຜູ້ທີ່ຮູ້ມອຮໝາຍວຽກທີ່ເໝາະສົມ,ໃຫ້ຄົນທີ່ເໝາະສົມ,ໃນເວລາທີ່ເໝາະສົມ, ບ່ອນທີ່ເໝາະສົມພ້ອມທາງ ຈູງໃຈເຂົາໃຫ້ເຮັດວຽກນັ້ນ ດ້ວຍ ຄວາມກະຕຶລຶລົ້ນ.
  • ຜູ້ນຳທີ່ດີ: ຈະບໍ່ບໍລິຫານງານແບບພະນັກງານພະນັກງານດັບໄຟທີ່ຄອຍຖ້າ, ແຕ່ໃຫ້ມີໄຟໄໝ້ແລ້ວຈິ່ງໄປມອດ, ແຕ່ຈະບໍລິຫານງານແບບພະນັກ ງານຮັກ ສາຄວາມປອດໄພທີ່ຄິດຄົ້ນຫາວິທີປ້ອງກັນໄຟຢູ່ຕະຫຼອດ.
  • ຜູ້ນຳ: ຄືຜູ້ທີ່ສາມາດຈູງໃຈໃຫ້ຜູ້ອື່ນເຮັດໃນສິ່ງທີ່ຕົນຕ້ອງການຢ່າງກະຕຶລຶລົ້ນ ແລະ ຈິງຈັງຈິງໃຈໄດ້.
  • ຜູ້ມັກແຕ່ຕາມຫຼັງຜູ້ອື່ນ ຈະບໍ່ມີຜູ້ໃດຢາກໄປນຳ, ເຄັດຫຼັບອັນໜຶ່ງຂອງຄວາມເປັນຜູ້ນຳກໍຄືຄວາມສາມາດໃນການກະຕຸ້ນໃຫ້ຜູ້ອື່ນຢາກໄປນຳ.
  • ຫົວໜ້າທີ່ສະຫຼາດ: ຈະບໍ່ເຮັດວຽກດ້ວຍຕົວເຂົາເອງ ແຕ່ຈະສະຫຼາດໃນການເລື່ອກເຟັ້ນລູກນ້ອງມາເຮັກວຽກແທນເຂົາ, ເຂົາອາດໜີໄປເຮັກວຽກແນວ ອື່ນແຕ່ວຽກຍັງຄົງດຳເນີນໄປໄດ້ດ້ວຍດີ ຖ້າເຂົາຫາກເລື່ອກໃຊ້ຄົນເປັນ.
  • ຄົນໆດຽວທີ່ສາມາດສ້າງຄວາມແຕກຕ່າງໄດ້... ຄືຜູ້ນຳ.
  • ບໍ່ມີຜົນສຳເລັດຍິ່ງໃຫຍ່ອັນໃດເກິດຂຶ້ນໄດ້ ຖ້າບໍ່ມີຜູ້ຍິ່ງໃຫຍ່.
  • ຄວາມຍິ່ງໃຫຍ່ຂອງມະຫາບຸລຸດສາມາດເຫັນໄດ້ຈາກການປະພຶດຂອງເຂົາທີ່ມີຕໍ່ຜູ້ອື່ນ.
  • ຜູ້ນຳ - ຫົວໜ້າທີ່ດີ: ຄືຜູ້ທີ່ມີວິໃສທັດອັນຍາວໄກ, ມັກຄິດຄົ້ນຫາບັນຫາແລ້ວຫາທາງປ້ອງກັນໄດ້ທັນເວລາ, ມີຄວາມຄິດໃໝ່ ແລະ ເຮັດໃຫ້ເກິດການ ປ່ຽນແປງອັນໃໝ່ຢູ່ເລື່ອຍໆ.
  • ຈົ່ງມອບວຽກທີ່ຄົນອື່ນເຮັດໄດ້ໃຫ້ເຂົາເຮັດ. ເພື່ອທ່ານຈະໄດ້ມີເວລາເຮັດໃນສິ່ງທີ ທີ່ມີແຕ່ທ່ານຄົນດຽວເທົ່ານັ້ນເຮັດໄດ້.
  • ການໃຊ້ເວລາສອນລູກນ້ອງໃຫ້ຮູ້ເຮັດວຽກ, ຈະຊ່ວຍປະຍັດເວລາຂອງທ່ານໄດ້ດີທີ່ສຸດ.
  • ນັກການເມີ່ອງ ຈະຄິດເຖິ່ງການເລື່ອກຕັ້ງຄັ້ງຕໍ່ໄປ, ມະຫາບຸລຸດຈະຄິດເຖິ່ງອານາຄົດຂອງປະເທດຊາດ.
  • ທຸກເຊົ້າທີ່ມາເຖິ່ງບ່ອນເຮັດວຽກສິ່ງທຳອິດທີ່ຫັວໜ້າຄວນເຮັດບໍ່ແມ່ນຄິດຫາວຽກໃຫ້ຕົວເອງແຕ່ຄິດຫາວຽກໃຫ້ລູກນ້ອງພ້ອມທາງຊອກວິທີການຈູງໃຈ ເຂົາໃຫ້ເຮັດວຽກນັ້ນຢ່າງຈິງຈັງຈີ່ງໃຈ.
  • ເວລາໄດ້ຮັບໄຊຊະນະ - ໄດ້ດີບໄດ້ດີ  ຈົ່ງໃຫ້ລູກນ້ອງອອກໜ້າ, ເວລາມີອັນຕະລາຍຜູ້ນຳຄວນຢູ່ໜ້າ ລູກນ້ອງຢູ່ຫຼັງ ແລ້ວຄົນທາງຫຼາຍຈະສັນ ລະເສີນ ຄວາມເປັນຜູ້ນຳຂອງທ່ານ.
  • ການແບ່ງງານທີ່ດີ ຕ້ອງປະກອບດ້ວຍປັດໃຈສາມຢ່າງຄື: (1) ເຂົາຈະຕ້ອງເໝາະສົມກັບວຽກນັ້ນ (2) ວຽກບໍ່ໜັກຫຼາຍເກີນໄປສຳລັບເຂົາ (3) ເຂົາມີ ຄວາມຮູ້ສຶກວ່າປະສົບຜົນສຳເລັດທີ່ໄດ້ເຮັດວຽກນັ້ນ.
  • ຫົວໜ້າ - ຜູ້ນຳຈະຕ້ອງ: " ຮູ້ທຸກສິ່ງທຸກຢາງໃນບາງຢ່າງ " ແລະ " ຮູ້ບາງສິ່ງບາງຢ່າງໃນທຸກຢ່າງ ".
  • ການມອບໝາຍງານໃຫ້ລູກນ້ອງເຮັດ ນອກຈາກຈະຊ່ວຍໃຫ້ທ່ານມີເວລາເຮັດໃນສິ່ງທີ່ສຳຄັນກ່ວາແລ້ວທ່ານຍັງໄດ້ຄວາ ໃເຄົາລົບຮັກຈາກພວກ ເຂົາ ຫຼາຍຂຶ້ນ.
  • ຜູ້ນຳຄືຜູ້ທີ່ເກັ່ງຄິດ, ເກັ່ງຄົນ ແລະ ເກັ່ງວຽກງານສະເໝີ.
  • ຫົວໜ້າທີ່ດີ  ຈະບໍ່ຍົກຕົນເອງສູງກ່ວາລູກນ້ອງຍົກເວັ້ບຄວາມຮັບຜິດຊອບທີ່ຈະຕ້ອງຍົກໃຫ້ສູງກ່ວາພວກເຂົາ.
  • ການປະພຶດຕໍ່ຜູ້ຢູ່ໄຕ້ບັງຄັບບັນຊານັ້ນ  ຢ່າໄດ້ຊົມເຊີຍແຕ່ຜົນງານໃຫຍ່ໆຂອງເຂົາເທົ່ານັ້ນ, ເລື່ອງນ້ອຍໆກໍຄວນຊົມເຊີຍເຊັ່ນດຽວກັນ.
  • ການທີ່ຈູງໃຈໃຫ້ຜູ້ອື່ນ ໃຫ້ເຮັດວຽກທີ່ດີສຸດນັ້ນ, ທ່ານຈະຕ້ອງເຮັດໃຫ້ເຂົາຮູ້ສຶກວ່າເຂົາເປັນຄົນສຳຄັນ  ແລະ ມີຄຸນຄ່າໂດຍບອກເຂົາຢູ່ສະເໝີວ່າເຂົາເປັນຄົນດີສໍ່າໃດ ແລະ ວຽກທີ່ເຂົາເຮັດນັ້ນດີສໍ່າໃດ.
  • ຜົນສຳເລັດອັນຍິ່ງໃຫຍ່  ໃນຊີວິດຂອງຄົນຜູ້ໜຶ່ງກໍຄືການເຮັດໄດ້ໃນສິ່ງທີ່ຜູ້ອື່ນເຮັດບໍ່ໄດ້.
  • ຜູ້ນຳຄືຜູ້ທີ່ສາມາດຈູງໃຈຄົນໃຫ້ເຮັດໄດ້  ໃນສິ່ງທີ່ພວກເຂົາບໍ່ຢາກເຮັດ ແລະ ບໍ່ມັກສິ່ງນັ້ນ.
  • ຄົນເກັ່ງ ຄືຄົນທີ່ເຮັດໄດ້ໃນສິ່ງທີ່ຜູ້ອື່ນເຮັດບໍ່ໄດ້, ເຫັນ ໃນສິ່ງທີ່ຜູ້ອື່ນບໍ່ເຫັນ.
  • ຢາກຮູ້ວ່າຫັວໜ້າຜູ້ໜຶ່ງ ຈະບໍລິຫານອົງກອນຂອງເຂົາໄດ້ດິສໍ່າໃດ ຈົ່ງເບິ່ງຈາກການບໍລິຫານຄອບຄົວຂອງເຂົາ.
  • ຢູ່ເທິງຈອມພູ  ຈະມີລົມແຮງ, ຜູ້ຢູ່ສູງ - ຜູ້ນຳຈະຖຶກສາລະພັດບັນຫາເກີດຂຶ້ນມາໃຫ້ເຂົາແກ້ຢູ່ຕະຫຼອດເວລາ.
  • ມະນຸດສຳພັນ ຄືເຄື່ອງມືທີ່ສຳຄັນທີ່ສຸດສຳລັບຄວາມເປັນຜູ້ນຳ. ເຂົາຈະບໍ່ສາມາດເຮັດຫຍ້ງສຳເລັດໄດ້ເລີຍ ຖ້າຜູ້ນຳຄົນນັ້ນຫາກບໍ່ມີມະນຸດສຳພັນທີ່ດີ.
  • ຜູ້ນຳ ຄືຜູ້ທີ່ຮູ້ຫົນທາງ,ຜູ້ເດີນທາງ, ຜູ້ຊີ້ບອກຫົນທາງ,ພ້ອມທັງກະຕຸ້ນໃຫ້ຜູ້ຄົນສ່ວນຫຼວງຫຼາຍຢາກເດີນທາງໄປນຳ.
  • ຜູ້ນຳ ທີ່ເຫັນທາງຈຸດດີ ແລະ ຈຸດອ່ອນຂອງຕົນຈະເປັນຜູ້ນຳທີ່ດີກ່ວາຜູ້ທີ່ເຫັນແຕ່ຈຸດດີຂອງຕົນພຽງຢ່າງດຽວ.
  • ຫົວໜ້າທີ່ດິ ຈະຄິດສະເໝີວ່າພະນັກງານຂອງເຂົາທຸກຄົນ  ລ້ວນມີຄວາມສຳຄັນເໝື່ອນເຄື່ອງອາໄຫລ່ທຸກສ່ວນຢູ່ໃນເຄື່ອງຈັກ ຈະຂາດອັນໃດ ອັນ ໜຶ່ງບໍ່ໄດ້.
  • ໜ້າວຽກອັນແທ້ຈິງຂອງຜູ້ນຳກໍຄື: " ຄິດຄົ້ນຫາບະໂຍບາຍ ແລະ ບັງຄັບໃຊ້ມັນ " ຫຼາຍກ່ວາທີ່ຈະມົວເມົານຳແຕ່ແກ້ບັນຫາທີ່ເກີດຈາກນະໂຍບາຍ.
  • ຜູ້ເປັນຫົວໜ້າສ່ວນຫຼວງຫຼາຍ  ມັກຈະເອົາຄົນທີ່ເຫັນດີກັບຕົນມາຢູ່ນຳສະເໝີແຕ່ໂປດຢ່າໄດ້ລຶມວ່າ  ທຳມະຊາດຂອງຄົນພວກນີ້ມັກສ້າງກຳແພງ ກິດກັ້ນຂໍ້ມູນທີ່ແທ້ຈິງດ້ວຍຂໍ້ມູນປະຈົບສໍພໍເພື່ອໃຫ້ຫົວໜ້າພໍໃຈ.
  • ບໍ່ມີນາຍພົນຄົນໃດ  ຈະຕໍ່ສູ້ສົງຄາມພຽງແຕ່ຕົວຄົນດຽວໄດ້,  ເຂົາຈະມີທະຫານຫຼາຍສີບຫຼາຍຮ້ອຍຮ່ວມຕໍ່ສູ້ນຳຕ່ຄວາມສຳເລັດຂອງ ເຂົາຂຶ້ນຢູ່ກັບການ ໄດ້ຄົນທີ່ຖຶກຕ້ອງພ້ອມກັບຈັດວາງເຂົາໃສ່ບ່ອນທີ່ຖຶກຕ້ອງ.
  • ໜ້າທີ່ຫຼັກຂອງຜູ້ບໍລິຫານ - ຫົວໜ້າຄືຄົ້ນຄິດຫາສິ່ງໃໝ່ໆມາເຮັດ ແລະ ຊອກຫາຕະຫຼາດຮອງຮັບມັນ.
  • ຖ້າຢາກໄດ້ລູກນ້ອງດີ ເຮົາຕ້ອງເປັນນາຍທີ່ດີເສຍກ່ອນ.
  • ການບໍລິຫານບຸກຄະລະກອນທີ່ດີຄື: ເລື່ອກຊ້າໆແຕ່ໃຫ້ໄລ່ອອກໄວໆ.
  • ບັນດິດ ຖ້າບໍ່ມີໃຜຖາມຈະເປັນຄືກອງທີ່ບໍ່ຖຶກຕິ ແຕ່ຖ້າມີຄົນຖາມຈະເປັນຄືຟ້າຫລຸ,ຝົນຫຼັງ,ສ່ວນຄົນໂງ່  ຈະມີໃຜຖາມຫຼືບໍ່ຖາມກໍເວົ້າຢູ່ບໍ່ເຊົາ.
  • ຄິດຈະເຮັດການໃຫຍ່ ກ່ອນອື່ນໝົດຕ້ອງເລີມຄິດກ່ຽວກັບຄົນ.
  • ນັກການທູດ ຄືຜູ້ທີ່ສາມາດບອກໃຫ້ທ່ານໄປລົງນະລົກ ດ້ວຍວິທີການທີ່ທ່ານຢາກໄປອີຫລີ.
  • ຄວາມປອດໄພຕ້ອງມາກ່ອນ  ຄືຄະຕິພົດສຳລັບເຜົ່າພັນມະນຖດຊາດມາໄດ້ຫຼາຍລ້ານປີແລ້ວ ແຕ່ບໍ່ແມ່ນຄະຕິພົດສຳລັບຜູ້ນຳເພາະຜູ້ນຳຈະຕ້ອງໄດ້ຜະເຊີນໜ້າກັບຄື້ນມໍລະສຸມຊີວິດ ແລະ ການສ່ຽງໄພຮ້ອຍແປດພັນປະການ.
  • ຄວາມເປັນຜູ້ນຳ ບໍ່ມີໃຜໄດ້ມາແຕ່ກຳເນີດ ແຕ່ໄດ້ມາຈາກການຝຶກຝົນ.
  • ຜູ້ໃດສາມາດເອົາຄົນເກັ່ງກ່ວາຕົນມາເຮັດວຽກນຳຕົນໄດ້ ຜູ້ນັ້ນຄືຄົນເກັ່ງ.
  • ຫົວໜ້າທີ່ມອບວຽກໃຫ້ລູກນ້ອງເຮັດ ແຕ່ບໍ່ມອບສິດອຳນາດໃຫ້ເຂົາ ຈະເປັນເໝື່ອນມອບຫິບເຄື່ອງມຶໃຫ້ແຕ່ຕົວເອງຍັງຮັກສາກະແຈໄຂຫິບນັ້ນໄວ້ຢູ່.
  • ຄຸນສົມບັດພຶ້ນຖານຂອງຄວາມເປັນຜູ້ນຳກໍຄື: ການຮູ້ຈັກສະແດງອອກເຖິ່ງທັດສະນະຂອງຕົນໄດ້ຢ່າງໜ້າປະທັບໃຈ.
  • ຫົວໜ້າທີ່ດີຈະຂໍຄຳແນະນຳຈາກຜູ້ອື່ນ ຫຼາຍກ່ວາໃຫ້ຄຳແນະນຳ,ສະໜັບສະໜູນໃຫ້ຜູ້ອື່ນເວົ້າ ຫຼາຍກ່ວາຕົນເອງເວົ້າ.
  • ຈຸດເດັ່ນຂອງຄວາມເປັນຜູ້ນຳກໍຄື:ມັກຄົ້ນຄິດເຖິ່ງເລື່ອງອານາຄົດ.
  • ຢາກຮູ້ຄວາມສາມາດຂອງຫົວໜ້າ  ຕ້ອງເບິ່ງຈາກບັນຫາທີ່ເຂົາແກ້, ຫົວໜ້າເກັ່ງມັກຈະແກ້ແຕ່ບັນຫາທີ່ໃຫຍ່ໆສົມກັບຄວາມສາມາດຂອງເຂົາ.
  • ສຸດຍອດສິລະປະຂອງຄວາມເປັນຜູ້ນຳກໍຄື: ເຂົາໄດ້ປະອຸດົມການທີ່ດີໄວ້ໃຫ້ແກ່ຄົນລຸ້ນຫຼັງ  ພ້ອມກັບຄວາມກະຕຶລຶລົ້ນ ແລະ ມຸ່ງໝັ້ນຂອງຜູ້ຄົນເຫຼົ່າ ນັ້ນ ທີ່ຈະສານຕໍ່ອຸດົມການໃຫ້ເກີດຜົນເປັນຈິງ.
  • ຜູ້ໃດປະຕິບັດຕໍ່ລຸກນ້ອງຄືກັນກັບປະຕິບັດຕໍ່ນາຍ, ຜູ້ນັ້ນຈະໄດ້ເປັນນາຍໃຫຍ່ຂຶ້ນ.
  • ຂະບວນການມອບໝາຍງານທີ່ດີຄື: ສັ່ງສອນວິທີເຮັດ,ສາທິດໃຫ້ເບິ່ງ,ທົບທວນຄວາມເຂົ້າໃຈຂອງເຂົາ,ມອບສິດອຳນາດໃຫ້ປະຕິບັດ,ຕິດຕາມ,ປະເມີນຜົນ ແລະ ລາຍງານ.
  • ຜູ້ນຳ ຄືຜູ້ທີ່ກ້າໄດ້ກ້າເສຍ. ການປະທະກັບຂ້າເສິກບາງທິອາດບໍ່ຊະນະ ຫຼື ຊະນະບໍ່ໄດ້ທຸກເທຶອ ແຕ່ໃນປະຫວັດຊາດຂອງມະນຸດບໍ່ເຄີຍມີນາຍພົນຄົນ ໃດ ທີ່ລົບຊະນະທຸກຄັ້ງ.
  • ຈະເຮັດຫຍ້ງ ? ເປັນຫຍ້ງຈິ່ງເຮັດ ? ຄືໜ້າທີ່ຂອງຫົວໜ້າເປັນຜູ້ຄິດ,ເຮັດແນວໃດ ? ຄືໜ້າທີ່ຂອງລູກນ້ອງ.
  • ໃຫ້ຂ້າພະເຈົ້າເບິ່ງຫົວໜ້າ - ຜູ້ນຳຄົນໜຶ່ງ  ແລ້ວຈະຮູ້ໄດ້ໂລດວ່າລູກນ້ອງເຂົາເປັນຄົນແນວໃດ. ໃຫ້ຂ້າພະເຈົ້າເບິ່ງລູກນ້ອງຄົນໜຶ່ງແລ້ວຈະຮູ້ໄດ້ໂລດວ່າ ຫົວໜ້າຜູ້ນຳຂອງເຂົາເປັນຄົນແນວໃດ.
  • ຜູ້ນຳ ບໍ່ແມ່ນຜູ້ທີ່ເຮັດດ້ວຍຕົນເອງ ແຕ່ແມ່ນຜູ້ຄົ້ນຄິດຫາແນວຄິດທີ່ດີໆແລ້ວມອບໃຫ້ຜູ້ອື່ນເຮັດ ແລະ ຜູກໃຈເຂົາໃຫ້ເຮັດວຽກນັ້ນຢ່າງຈິງຈັງຈິ່ງໃຈ.
  • ຫົວໜ້າຄືຜູ້ທີ່ແກ້ບັນຫາ,  ສ່ວນຜູ້ນຳຄືຜູ້ມີວິໃສທັດອັນຍາວໄກກ່ຽວກັບອານາຄົດ.
  • ຫົວໜ້າ ຈະເຮັດວຽກໃຫ້ຖຶກຕ້ອງ,ແຕ່ຜູ້ນຳຈະເຮັດສິ່ງທີ່ທຶກຕ້ອງ.
  • ຜູ້ນຳ ຄືຜູ້ທີ່ສາມາດຄວບຄຸມອາລົມຂອງຕົນໃຫ້ທຸ່ນທ່ຽງໄດ້ໃນທຸກສະຖານະການ.
  • ເຄື່ອງໝາຍຊີ້ບອກເຖິ່ງບຸລຸດຜູ້ຊົງກຽດທີ່ແທ້ຈິງກໍຄື ແມ່ນແຕ່ສັດຕູຂອງເຂົາກໍຍັງຍອມຍ້ອງຍໍຊົມເຊີຍເຂົາ.
  • ຢາກເບີ່ງຄວາມຍິ່ງໃຫຍ່ຂອງຜູ້ເປັນຫົວນ້າ  ຕ້ອງເບີ່ງຈາກສິ່ງທີ່ເຂົາປະພຶດຕໍ່ລູກນ້ອງ.
  • ຜູ້ນຳທີ່ດີ ຄືຜູ້ທີ່ມັກຖາມເອົາຄວາມຄິດເຫັມຈາກຄົນອື່ນເພື່ອມາປະກອບໃຫ້ແກ່ການຕັດສີນໃຈຂອງຕົນເອງ.
  • ຜູ້ສະຫຼາດ ຈະບໍ່ເວົ້າກົງໄປກົງມາ,ແຕ່ຈະໃຊ້ໄວພະບໄຕ່ຕອງເບິ່ງວ່າ  ຄຳເວົ້າແນວໃດເໝາະກັບໂອກາດ,ເວລາ,ສະຖານທີ່ ແລະ ບຸກຄົນແນວໃດພ້ອມ ທັງ ຄຳນຶງຢູ່ສະເໝີວ່າ ຜູ້ຝັງຈະຕ້ອງຮູ້ສຶກປອດໄພ ແລະ ບໍ່ຂາຍໜ້າ.
  • ຜູ້ທີ່ເວົ້າກົງໆບໍ່ຮູ້ໃຊ້ໄຫວພິບ ຄວນທຳງານເປັນຊ່າງຝິມື.   ສ່ວນຜູ້ຈະທຳງານເປັນຫົວໜ້າ ຫຼື ຜູ້ນຳ ຈະຕ້ອງຮູ້ໃຊ້ໄຫວພິບ, ຮູ້ຮັກສານໍ້າໃຈຄົນ, ບໍ່ເວົ້າໃຫ້ຜູ້ອື່ນເສຍໃຈ ແລະ ເກີ້ເຂີນ.
  • ຄວາມວ່ອງໄວຂອງຫົວໜ້າ ກໍຄືຄວາມວ່ອງໄວຂອງທິມງານ.
  • ນັກບໍລິຫານທີ່ດີ ຈະບໍ່ສັນຍາຫຍັງງ່າຍໆບໍ່ໝັ້ນໃຈ  ແລະ ຂໍ້ສຳຄັນຢ່າເວົ້າໃນສິ່ງທີ່ເຮັດໃຫ້ຄົນອື່ນເຂົ້າໃຈວ່າທ່່ານໃຫ້ຄຳໝັ້ນສັນຍາ.
  • ສາມາດດຶງດູດເອົາຄົນເກັ່ງມາຢູ່ນຳໄດ້ ແລະ ປະພຶດຕໍ່ຄົນເກັ່ງເຫຼົ່ານັ້ນດ້ວຍຄວາມເຄົາລົບຮັກຈົນເຂົາບໍ່ຄິດຢາກໜີຈາກ, ນັ້ນລະຄືສຸດຍອດຂອງ ຄວາມ ເປັນຜູ້ນຳ.
  • ການປົກຄອງລູກນ້ອງໃຫ້ຢ້ານ ຄືການຂັບໄລ່ຄວາມຄິດທີ່ດີໆໃຫ້ບິນໜີໄປຈາກພວກເຂົາ.
  • ເມື່ອລູກນ້ອງເຮັດບໍ່ໄດ້ຕາມທີ່ທ່ານສັ່ງ, ນາຍທີ່ດີຈະບໍ່ຮ້າຍດ່າ ພວກເຂົາ ເພາະ  ຖ້າເຂົາເກັ່ງທໍ່ການກັບທ່ານ  ເຂົາຄອງບໍ່ມາເປັນລູກນ້ອງຂອງທ່ານ.
  • ສິລະປະການຈູງໃຈທີ່ດີທີສຸດຄື: ເວົ້າເຖິ່ງເລື່ອງທີ່ເຂົາຕ້ອງການ ແລະ ບອກເຂົາວ່າເຮັດແນວໃດຈິ່ງຈະໄດ້ສິ່ງທີ່ເຂົາຕ້ອງການນັ້ນ.
  • ໄຕ້ການນຳພາຂອງນາຍພົນທີ່ດີ ຍ່ອມບໍ່ມີທະຫານຊົ່ວ.
  • ໃນສັງຄົມໜຶ່ງ ຈະມີທາງຄົນດີ ແລະ ຄົນບໍ່ດີ, ບໍ່ມີໃຜຈະເຮັດໃຫ້ທຸກຄົນເປັນຄົນດີໄດ້ໝົດ. ດັ່ງນັ້ນ ການເຮັດໃຫ້ສັງຄົມດີ ຈື່ງບໍ່ແມ່ນການເຮັດໃຫ້ທຸກຄົນເປັນຄົນດີ ແຕ່ສົງເສີມໃຫ້ຄົນດີເປັນຜູ້ນຳ.
  • ຫົວໜ້າເກັ່ງ  ຄືຜູ້ທີ່ສາມາດສະແດງຕົວຢ່າງໃຫ້ລູກນ້ອງເບິ່ງໄດ້ວ່າ  ຈະເຮັດໃຫ້ໜ້າວຽກແຕ່ລະອັນສຳເລັດໄດ້ແນວໃດ.
  • ຜູ້ນຳ  ຄືຜູ້ມີຄວາມຮອບຮູ້ພຽງພໍທີ່ຈະເລື່ອກຄົນດີມາເຮັດວຽກນຳ,ມີຄວາມອົດທົນພຽງພໍທີ່ຈະເຮັດໃຫ້ຄົນເຫຼົ່ານັ້ນຮູ້ສຶກສະບາຍໃຈໃນເວລາເຮັດວຽກໃຫ້ແກ່ເຮົາ.
  • ຜູ້ນຳທີ່ດີຕ້ອງຕາເຖິ່ງ ໃຈເຖີງ ແລະ ມຶເຖິ່ງ.
  • ສິ່ງສຳຄັນທີ່ສຸດທີ່ຜູ້ເປັນຫົວໜ້າທຸກຄົນຄວນຄິດກໍຄື: ຢ່າໃຫ້ລູກນ້ອງເຮັດວຽກເພາະຕ້ອງເຮັດ  ແຕ່ໃຫ້ເຂົາເຮັດເພາະຕ້ອງການທີ່ຈະເຮັດ.
  • ຜູ້ນຳ - ຫົວໜ້າ  ຄືຜູ້ກໍສ້າງ ຫຼື ທຳລາຍ. ດັ່ງນັ້ນ ຖ້າມີແນວບລດີເກິດຂຶ້ນຢູ່ໃນໜ່ວຍງານ,ອົງການ, ຜູ້ທີ່ຄວນໄດ້ຮັບໂທດຕາມນິກ່ອນໝູ່ກໍຄືຜູ້ນຳ  ແລະ ຫົວໜ້າ .
  • ນີ້ຄືບໍລິສັດ,ໂຮງງານຂອງຂ້ອຍ, ນີ້ຄືບ່ອນລ້ຽງຊີບຂອງຂ້ອຍ,ຖ້າພະນັກງານຂອງທ່ານຄິດແບບນີ້ທ່ານທຶກລາງວັນທີ່ໜຶ່ງແລ້ວບໍ່ມີພະລັງອັນໃດທີ່ເໜື່ອ ກ່ວາພະລັງທີ່ພະນັກງານທຸກໆຄົນຄິດວ່າ  ເຂົາບໍ່ໄດ້ເຮັດວຽກງານໃຫ້ແກ່ທ່ານແຕ່ກຳລັງເຮັດວຽກໃຫ້ກັບບໍລິສັດ ແລະ ອົງກອນຂອງເຂົາເອງ.