ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ພ.ຈ.. 10, 2011 26 ຄົນໂຫວດ, 0 ຄຳເຫັນ, ອ່ານ 1000 ເທື່ອ
ຂ້າພະເຈົ້າເປັນຄົນໜື່ງທີ່ສົນໃຈແລະຕິດຕາມທິມຊາດລາວມາຕະຫຼອດ ບໍ່ວ່າຈະເປັນກິລາໃດໆກໍ່ຕາມ. ມື້ອື່ນ ຄືວັນທີ 11/11/2011 ກິລາຊີເກມຄັ້ງທີ່ 26 ກໍ່ຈະເປີດຂື້ນຢ່າງເປັນທາງການແລ້ວ. ແຕ່ວ່າກິລາບານເຕະແມ່ນເລີ່ມມາແຕ່ວັນທີ 3/11/2011 ປະກົດວ່າ ທິມບານເຕະລາວເສຍໃຫ້ມຽນມາ(10ຄົນ) ແລະກໍ່ສະເໝີບຣູໄນ(10ຄົນ). ທັ້ງໆທີ່ 2 ທິມນີ້ ທິມຊາດລາວຊະນະມາຕະຫຼອດ. ແຕ່ແບບສຳຫຼວດນີ້ຈະບໍ່ເນັ້ນເລື່ອງກິລາບານເຕະ ແຕ່ຈະເວົ້າເຖິງກິລາໂດຍລວມ. ລາວຈະຈັດຢູ່ອັນດັບທີ ເກືອບສຸດທ້າຍຂອງຕາຕະລາງ (ຄັ້ງທີ່ 16-18 ລາວອັນດັບສຸດທ້າຍ, ຄັ້ງທີ່ 19-20 ຢູ່ອັນດັບທີ 9/10, ຄັ້ງທີ 21-24 ຢູ່ອັນດັບທີ 8/11 ຄັ້ງທີ 25 ລາວເປັນເຈົ້າພາບ ອັນດັບດີແດ່ເພີ່ມຂື້ນມາເປັນອັນດັບທີ 7.) ເພື່ອນໆພັນລາວຄິດວ່າ ຄັ້ງທີ 26 ນີ້ ລາວຈະໄດ້ຈັກຫຼຽນຄຳ ແລະ ອັນດັບທີເທົ່າໃດ ?????

 
ສ້າງເມື່ອ ກ.ຍ.. 14, 2011 26 ຄົນໂຫວດ, 0 ຄຳເຫັນ, ອ່ານ 871 ເທື່ອ
ທ່ານຄິດວ່າ ຂໍໃດຖືກທີ່ສຸດ

 
ສ້າງເມື່ອ ຕ.ລ.. 27, 2009 45 ຄົນໂຫວດ, 0 ຄຳເຫັນ, ອ່ານ 691 ເທື່ອ
ສະບາຍດີເພື່ອນໆພັນລາວທຸກທ່ານ. ເພື່ອນໆເຄີຍໄດ້ຮັບຂໍ້ຄວາມ (sms) ທີຂຽນບັນຍາຍບອກວ່າ "ຈະເປັນຄົນໂຊກດີ, ມີສຸຂະພາບສົມບູນ, ຈະລ່ຳລວຍ....... ຖ້າຫາກສົ່ງຕໍ່ຄົບເທົ່ານັ້ນເທົ່ານີ້ຄົນ" ເມື່ອໄດ້ຮັບແບບນີ້ ທ່ານຈະສົ່ງຕໍ່ຫຼືບໍ່ (ຂໍອະໄພຖ້າຫາກຊ້ຳແບບສຳຫຼວດຄົນອື່ນ)

 
ສ້າງເມື່ອ ສ.ຫ.. 20, 2009 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 1133 ເທື່ອ
ແຮມ 14 ຄ່ຳເດືອນ 9 ຂອງທຸກປີເປັນວັນຫໍ່ເຂົ້າປະດັບດິນ ແລະ ລາວເຮົາຍັງໄດ້ຈັດເຂົ້າໃນຮີດ 12 ຄອງ 14 ອີກດ້ວຍ ດັ່ງນັ້ນທ່ານຄວນຈະໄປ ເຮັດບຸນ ແລະ ອີກຢ່າງໜື່ງຢາກຖາມເພື່ອນໆໃນພັນລາວວ່າ ຍ້ອນຫຍັງຄົນເຮົາຈິ່ງບໍ່ຢາກເຂົ້າວັດ(ທຳບຸນ) ທັ້ງໆທີ່ຖືສາສນາພຸດ ຫຼື ເປັນຍ້ອນເຫດຜົນນີ້ຫຼືບໍ່ (ຂໍອະນຸຍາດຂຽນພາສາໄທ ແລະ ຂໍອະໄພ ຫຼາຍໆຖ້າຫາກຂຽນຜິດ) 1. ตัดบ้วงไม่ขาด 2. อวดฉลาดกว่าพระเทศนา 3. สังขาราไม่อำนวย 4. พระบอกหวยไม่ถูก 5. มีลูกเดรัจถี