ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ສະຫະລັດເພີ້ມການຊ່ວຍເຫລືອ ແກ່ລາວ ໃນການເກັບກູ້ ລະເບີດບໍ່ທັນແຕກ

ທາງ​ການສະຫະລັດ​ໃຫ້ການ​ຊ່ວຍ​ເຫລືອ​ເຂົ້າ​ໃນ​ການ​ເກັບ​ກູ້ລະ​ເບີດບໍ່ທັນ​ແຕກ​ຢູ່​ໃນ​ລາວ ຫລາຍ​ຂຶ້ນ​ໂດຍ​ຮວມ​ທັງ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ຝຶກ​ອົບຮົມ​ກ່ຽວກັບ​ການ​ປ້ອງກັນອັນ ຕະລາຍ​ຈາກ​ລະ​ເບີດດັ່ງກ່າວ​ອີກ​ດ້ວຍ.

ລາຍງານໂດຍ Souphonh  02-09-2011

ຮູບຈາກ: Songrith Pongern

ພິທີເຊັນສັນຍາມອບການຊ່ວຍເຫລືອຂອງສະຫະລັດແກ່ລາວ ໃນດ້ານເກັບກູ້ລະເບີດບໍ່ທັນແຕກ ເມື່ອບໍ່ນານມານີ້, ພາຍໃຕ້ການເປັນ​ປະທານຂອງທ່ານ​ນາງ​ Karen Stewart (ເສື້ອແດງ, ຊ້າຍ, ຂ້າງຫລັງ​) ແລະທ່ານ​ນາງ​ອ່ອນ​ຈັນ ທຳ​ມະ​ວົງ (ເສື້ອຟ້າ, ກາງ, ຂ້າງຫລັງ​)​

 

ພິທີການ​ສົ່ງ​ມອບ​ການ​ຊ່ວຍ​ເຫລືອ​ຂອງ​ທາງ​ການ​ສະຫະລັດ​
ໃຫ້​ແກ່​ອົງ​ການ​ເກັບ​ກູ້​ລະ​ເບີ​ດ​ແຫ່ງ​ຊາດ​ລາວ (Lao UXO)
ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ເມື່ອບໍ່ນານ​ມານີ້ ​ໂດຍທ່ານ
ນາງ​ Karen B. Stewart ເອກ​ອັກຄະ​ລັດຖະທູດ​ສະຫະ
ລັດປະ​ຈໍາ​ປະ​ເທດ​ລາວ​ ​ແລະທ່ານ​ນາງ​ອ່ອນ​ຈັນ ທຳ​ມະ
ວົງ ລັດຖະມົນຕີກະຊວງ​ແຮງ​ງານ ​ແລະສະຫວັດດີ​ການ​ສັງ
ຄົມຂອງ​ລາວ​ເປັນ​ປະທານ​ໃນ​ພິທີ​ຮ່ວມ​ກັນ.

ການຊ່ວຍເຫຼືອດັ່ງກ່າວນີ້ມີ​ມູນ​ຄ່າ 1.5 ລ້ານໂດ​ລາ ສຳລັບ
ໃຊ້​ເປັນ​ງົບປະມານໃນການເກັບກູ້ລະເບີດບໍ່ທັນແຕກທີ່ຕົກ
ຄ້າງຢູ່ໃນພື້ນທີ່ 360 ເຮັກຕາຂອງ 88 ໝູ່ບ້ານໃນເຂດ
ແຂວງຊຽງຂວາງ ແລະແຂວງຄຳມ່ວນ​ໃນ​ຕະຫລອດ​ຊ່ວງ
ປີ 2011ນີ້​ເປັນ​ການສະ​ເພາະ ​ເນື່ອງຈາກ​ວ່າ​ເປັນ​ເຂດ​ທີ່​ມີ
ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ຢ່າງໜາ​ແໜ້ນຊຶ່ງ​ເຮັດ​ໃຫ້
ປະຊາຊົນ​ມີ​ຄວາມ​ສ່ຽງສູງທີ່​ຈະ​ໄດ້​ຮັບ​ອັນຕະລາຍ​ຈາກ
ລະ​ເບີດບໍ່ທັນແຕກດັ່ງ​ກ່າວ.

ພ້ອມ​ກັນນີ້ ​ເພື່ອ​ເຮັດ​ໃຫ້ການ​ເກັບ​ກູ້​ລະ​ເບີດບໍ່ທັນແຕກ
ສາມາດ​ດຳ​ເນີນ​ການ​ໄດ້​ໄວ​ຂຶ້ນກວ່າ​ເກົ່າທາງ​ການສະຫະ
ລັດ​ກໍ​ຍັງ​ໄດ້ໃຫ້ການຊ່ວຍເຫຼືອ​ໃນ​ການຈັດຕັ້ງໜ່ວຍ​ເກັບ
ກູ້​ລະ​ເບີ​ດອີກ 4 ໜ່ວຍລວມທັງຍັງ​ໄດ້​ຊ່ວຍ​​ເຫລືອ​ໃນ​
ການພັດທະນາລະບົບ​ເກັບ​ກໍາ​ຂໍ້​ມູນກ່ຽວກັບ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກລະ​ເບີດບໍ່ທັນແຕກ​ໃນ
ສອງ​ແຂວງ​ດັ່ງກ່າວ ​ແລະ​ຫລ້າ​ສຸດກໍ​ໄດ້​ໃຫ້ການຊ່ວຍເຫຼືອຫລາຍ​ກວ່າ 2 ​ແສນ​ໂດ​ລາ​ສຳລັບ
ຝຶກ​ອົບຮົມ​ນັກຮຽນກ່ຽວກັບ​ການປ້ອງ​ກັນ​ອັນ​ຕະລາ​ຍຈາກລະ​ເບີດບໍ່ທັນແຕກ​ໃນ 9 ​ແຂວງ
ອີກ​ດ້ວຍ.

ທ່ານຢົງ ຈັນທະລັງສີ ເອກອັກຄະລັດຖະທູດລາວ ປະຈໍາສະວິດເຊີແລນ

ກ່ອນໜ້ານີ້ ທ່ານຢົງ ຈັນທະ
ລັງສີ ເອກອັກຄະລັດຖະທູດ
ລາວປະຈຳສະວິດເຊີແລນໄດ້
ໃຫ້ການຢືນຢັນກັບ VOA ວ່າ
ທາງການສະຫະລັດໄດ້ໃຫ້ການ
ຊ່ວຍເຫຼືອເຂົ້າໃນການເກັບກູ້
ລະເບີດບໍ່ທັນແຕກຕົກຄ້າງຢູ່
ໃນລາວຄິດເປັນມູນຄ່າສະເລ່ຍ
5 ລ້ານ​ໂດ​ລາຕໍ່ປີ. ຫາກແຕ່ສຳ
ລັບການຊ່ວຍເຫຼືອໃນໄລຍະໃຫມ່
ທາງການສະຫະລັດກໍ່ໄດ້ຮັບປາກ
ວ່າຈະເພີ່ມການຊ່ວຍເຫຼືອໃຫ້
ຫຼາຍຂຶ້ນ ແລະຈະເປັນການຊ່ວຍ
ເຫຼືອໄລຍະຍາວອີກດ້ວຍ. ດັ່ງທີ່​ທ່ານ​ຢົງ​ໄດ້​ໃຫ້ການ​ຊີ້​ແຈງໃນ​ຕອນ​ນຶ່ງ​ວ່າ:      
“ພວກ ​ຂ້າພະ​ເຈົ້າ​ໄດ້​ຮັບ​ນີ້​ແມ່ນ​ຫ້າ​ລ້ານ​ຕໍ່​ປີ ​ແລ້ວ​ກະ​ຕອນ​ທີ່​ທ່ານ​ທອງ​ລຸນ ​ໄດ້​ພົບ​ປ​ະ​ເຈລະຈາ​ກັບ​ທ່ານ​ນາງ ຮິ​ລລາຣີ ຄລິນ​ຕັນ ​ເພີ່ນ​ກໍ​ໄດ້​ຮັບປາກ​ວ່າ​ຈະ​ພິຈາລະ​ນາ​ເພີ່ມ​ທະວີ​ຂຶ້ນ ​ແລະ​ກໍ​ຈະ​ໃຫ້​ພາຍ​​ໃນ​ໄລຍະ​ສິບ​ປີ ອັນ​ນີ້ ​ເປັນຄວາມ​ຄືບ​ໜ້າ​ທີ່​ດີ ​ແລະ​​ເປັນ​ກ້າວ​ກະ​ໂດດ​ໃນ​ຂັ້ນ​ທີ່​ວ່າ​ ເປັນ​ກ້າວ​ກະ​ໂດດອີກ​ຂັ້ນ​ນຶ່ງ​ໃນ​ການ​ພົວພັນ​ລະຫວ່າງສະຫະລັດ​ກັບ​ລາວ”

ເດັກນ້ອຍຮຽນກ່ຽວກັບ ອັນຕະລາຍຂອງ UXO

ທັງ​ນີ້ ​ໂດຍນັບຈາກປີ 1996 ເປັນຕົ້ນມາ
ອົງການເກັບກູ້ລະເບີດແຫ່ງຊາດລາວ (Lao
UXO) ສາມາດເກັບກູ້ ແລະທໍາລາຍ UXO
ໄປຫຼາຍກວ່າ 1 ລ້ານໜ່ວຍ ແລະເປັນການ
ເກັບກູ້ UXO ອອກໄປຈາກພື້ນທີ່ກວ້າງ
ກວ່າ 25,000 ເຮັກຕ້າ ຫຼືບໍ່ເຖິງ 1%
ຂອງພື້ນທີ່ທີ່ມີລະເບີດ UXO ຕົກຄ້າງຢູ່
ໃນລາວເທົ່ານັ້ນ. ຊຶ່ງກໍໝາຍຄວາມວ່າ
ຖ້າຫາກສະພາບການເກັບກູ້ຍັງຄົງເປັນ
ຄືກັບໃນໄລຍະ 15 ປີທີ່ຜ່ານມານີ້ ກໍ່ຈະ
ເຮັດໃຫ້ການເກັບກູ້ UXO ໃນລາວຈະຕ້ອງໃຊ້ເວລາອີກຍາວນານກວ່າ 100 ປີ.

ພື້ນທີ່ສີແດງໃນແຜນທີ່ ແມ່ນເຂດທີ່ມີ UXO ຫລາຍ

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວໄດ້ຕັ້ງຄວາມ
ຫວັງໄວ້ວ່າຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກຕ່າງ
ປະເທດບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ
ເພື່ອທີ່ວ່າຈະເຮັດໃຫ້ສາມາດເກັບກູ້ UXO ອອກ
ຈາກພື້ນທີ່ສຳລັບການກະ​ເສດໄດ້ເພີ່ມຂື້ນອີກ
183,000 ເຮັກຕ້າພາຍໃນປີ 2020 ໃນຂະນະທີ່
ໃນໄລຍະ 5 ປີທີ່ຜ່ານມານັ້ນລາວກໍ່ໄດ້ຮັບການ
ຊ່ວຍເຫຼືອຈາກຕ່າງປະເທດໂດຍສະເລ່ຍ 19 ລ້ານ
ໂດລາ ໃນແຕ່ລະປີ.

ສ່ວນສະຫະລັດນັ້ນ ກໍ່ໄດ້ໃຫ້ການຊ່ວຍເຫຼືອໄປແລ້ວຫຼາຍ
ກວ່າ 30 ລ້ານໂດລ້ານັບຈາກປີ 1996 ເປັນຕົ້ນມາ.

Delicious Digg Fark Twitter