ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2013 | ມີ 14 ຄຳເຫັນ ແລະ 0 trackback(s)

ຄັ້ງໜື່ງໄດ້ໄປເຮັດວຽກຢູ່ເມືອງໜື່ງຂອງແຂວງພາກໃຕ້ລາວເຮົາ .ນີ້ແມ່ນສີ່ງທີ່ຂພຈ ນຳມາໃຫ້ເພື່ອນໆໃນພັນລາວເຮົາໄດ້ຊື່ນຊົມ .ເວົ້າລວມແລ້ວສປປລາວຂອງພວກເຮົາ ການພັດທະນາລະຫວ່າງໃນເມືອງແລະຊົນນະບົດ ແມ່ນລຸດໂຕນກັນຫຼາຍ,ເວົ້າສະເພາະແມ່ນຂອບເຂດການສຶກສາ ,ຄົມະນາຄົມ ແລະອື່ນໆ ,ສຳລັບເມືອງ,ບ້ານທີຂພຈໄປເທື່ອນີ້ ແມ່ນຕິດກັບຫວຽດນາມ ຕ້ອງໃຊ້ເວລາຕັ້ງສອງວັນເຕັມໆຈີ່ງໄປຮອດ ເສັ້ນທາງທຸລະການດານ ,ໄຟ້າ,ສັນຍານໂທບໍ່ມີ .ສາທາ ອຸປະໂພກຕ່າງໆບໍ່ຕ້ອງເວົ້າເຖີງເລີຍ .ຕາມການເລົ່າຂອງຊາວບ້ານຢາກໄດ້,ຊື້ຫຍັງກໍ່ຕ້ອງຢ່າງໄປຫວຽດນາມໃຊ້ເວລາຢ່າງປະມານສອງວັນຈີງຮອດ,ຖ້າຢ່າງມາຕົວເມືອງຟ່າຍລາວຕ້ອງໃຊ້ເວລາ15ວັນຈີງຮອດ.ຄວາມຈີງກໍ່ແມ່ນເຊັ່ນນັ້ນແທ້ໆ .ຂະໜາດຂພຈ ຂີ່ລົດບຸນ້ຳບຸຕົມ2ວັນເຕັມໆຈີ່ງຮອດ ,ສີ່ງນີ້ຢາກໃຫ້ພັກລັດເຮົາເອົາໃຈໃສ່ແດ່ ກັບຊົນະບົດ ຢ່າເບີ່ງແຕ່ທາງເຂົ້າບ້ານຂອງຕົນແລະພັກພວກຫຼາຍ .ສົງສານເດັກນ້ອຍ ລູກຫລານຊົນະບົດແດ່...

(ຂໍຂອບໃຈທຸກຄຳເມັ້ນ)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ສັງຄົມລາວເຮົາຖືຕີນເປັນຂອງຕ່ຳ ຫົວເປັນຂອງສູງ ດັ່ງນັ້ນໃນບົດແນະນຳ ກ່ຽວກັບວັດທະນາທຳລາວ ໃຫ້ຄົນຕ່າງດ້າວ ທ້າວຕ່າງແດນຊາບ ຈື່ງມັກເນັ້ນ ບໍ່ໃຫ້ວາງຕີນໂລເລ ເຊັ່ນ: ນັ່ງປີ່ນຕີນໄປເບື້ອງເທິງ ການຢຽດຕີນ ຕໍ່ໜ້າຄົນອື່ນ  ບໍ່ໃຫ້ເອົາຕີນຢຽບແທ່ນທາດ ແລະ ອື່ນໆ ສ່ວນເລື່ອງຫົວນັ້ນຢ່າບາຍ ຫຼື ຕົບຫົວຫຼີ້ນ ຖ້າບໍ່ແມ່ນໝູ່ ຊ່ຳຮານປານດຽວທີ່ເປັນໃຈກັນ ແທ້ໆ .ການຫົດນ້ຳໃສ່ຫົວກັນ (ຍາມປີໃໝ່ລາວ)ກໍຕ້ອງມີການຂໍອະນຸຍາດຄັກແນ່.

ສຳລັບເລື່ອງຕີນນັ້ນ ຄົນລາວເຮົາມີສະຕິລະວັງຕົວຢູ່ແລ້ວ ຄືບໍ່ນິຍົມນັ່ງເອົາຂາຂື້ນຫ້າງຕໍ່ໜ້າແຂກຄົນ ແຕ່ການຫຼີ້ນກັບຕີນ ນັ້ນມັກປະກົດເຫັນເລື້ອຍໆ ເຊັ່ນ: ນັ່ງເກົາຫງ່າມຕີນ ແກະເກັດຕີນ ແກະເລັບຕີນ ຕໍ່ໜ້າຄົນອື່ນ ຄື: ບາງຄົນຢູ່ບໍ່ຢູ່ກໍປົດເກີບອອກ ແລ້ວຍົກຕີນຂື້ນມາ ບີບນວດຫຼີ້ນຢູ່ຕໍ່ໜ້າຄົນອື່ນ ເຮັດແບບນີ້ຖືວ່າ ຂາດມາລະຍາດທີ່ສຸດ ບໍ່ວ່າຈະເປັນສັງຄົມລາວ ຫຼື ສັງຄົມຕ່າງປະເທດກໍຕາມ ມັນເປັນນິໄສທີ່ພວກເຮົາສາມາດປ່ຽນແປງໄດ້ຢ່າງງ່າຍດາຍ ແຕ່ຫຼາຍຄົນມັກແນມກາຍ.