ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ລູກຊາຍ: ເປັນຫຍັງເຮຶອນຄົນອື່ນຈື່ງຫຼັງໃຫ່ຍ ສວນເຮືອນເຮົາຈື່ງຫຼັງນ້ອຍ?

ພໍ່: ເພາະວ່າພໍ່ບໍ່ມີເງີນຫຼາຍ

ລູກຊາຍ: ແລ້ວເຮັດຈັງໃດ ພວກເຮົາຈື່ງຈະມີເງີນຫຼາຍ?

ພໍ່:  ລູກຕ້ອງຮຽນໜັງສືເກັ່ງໆ ເພື່ອຈະໄດ້ວຽກດີ ແລະມີເງີນເດືອນສູງ

ສູກຊາຍ: ເປັນຫຍັງຕອນຍັງນ້ອຍ ພໍ່ຄືບໍ່ຮຽນໜັງສືໃຫ້ເກັ່ງ?

                           ຄັດມາຈາກອັບເດດ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເດັກນ້ອຍຄົນໜື່ງຂື້ນລົດເມແລ້ວເລີ່ມຈົ່ມຜູ້ດໜວວ່າ:

ຖ້າຫາກວ່າພໍ່-ແມ່ຂອງຂ້ອຍເປັນງົວ ຂ້ອຍອາດຈະເປັນລູກງົວທີ່ແສນໜ້າຮັກສຸດໆ!

ຖ້າຫາກພໍ່ແມ່ຂ້ອຍເປັນຊ້າງ ຂ້ອຍໜ້າຈະເປັນລູກຊ້າງທີ່ໜ້າຮັກສຸດໆ!

ເດັກນ້ອຍຄົນນັ້ນສົມມຸດໄປເລີຍໆ ຈົນເຮັດໃຫ້ຄົນຂັບລົດອົດໃຈຮ້າຍບໍ່ໄດ້

ກໍ່ເລີຍຮ້າຍຂຶ້ນວ່າ:ບັກນ້ອຍ ຖ້າພໍ່ມືງເປັນຄົນຂີ້ເຫຼົ້າ ແລະແມ່ມືງເປັນຂີ້ຢາ! ມືງອາດຈະເປັນຫັຍງ?

ເດັກນ້ອຍຄົນນັ້ນນັ່ງຍີ້ມ ແລ້ວຕອບວ່າ: ຖ້າພໍ່ຂອງຂ້ອຍເປັນຄົນຂີ້ເຫລົ້າ ແລະ ແມ່ຂ້ອຍເປັນຄົນຂີ້ຢາ

ຂ້ອຍອາດເປັນຄົນຂັບລົດເມແນ່ນອນ.

     ຄັດມາຈາກວາລະສານອັບເດດ