ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

                         @@@ ສູດເຮັດນົມສົ້ມ @@@

# ສ່ວນປະກອບ.

- ນົມຂົ້ນຈືດ                                   3 ບ່ວງແກງ ຫລື ຕາມໃຈມັກ

- ນ້ຳກະທິຊາວເກາະ                     3 ບ່ວງແກງ ຫລື ຕາມໃຈມັກ

- ນ້ຳເຊື່ອມ                                    3 ບ່ວງແກງ ຫລື ຕາມໃຈມັກ

- ໝາກນາວ                                   ເຄິ່ງໜ່ວຍ ຫລື ຕາມໃຈມັກ

- ນ້ຳດື່ມ ແລະ ນ້ຳກ້ອນ

# ວິທີເຮັດ.

        ກ່ອນອື່ນເອົານ້ຳກ້ອນໃສ່ຈອກໃຫ້ເຕັມຈອກ ແລ້ວເອົານົມຂົ້ນຈືດ ນ້ຳກະທ

ຊາວເກາະ ນ້ຳເຊື່ອມລົງໄປ ແລ້ວບີບໝາກນາວລົງໃສ່ ສຸດທ້າຍ ກໍ່ເທນ້ຳດື່ມລົງໄປ

ແລ້ວຄົນໃຫ້ເຂົ້າກັນ ພ້ອມດື່ມໄດ້ເລີຍ ລົດຊາດຄ້າຍຄືກັບນົມປຣ້ຽວຂອງໄທເລີຍ.

          ຫາກເພື່ອນໆໃນພັນລາວໄດ້ລອງເຮັດດື່ມແລ້ວເຫັນເປັນຈັງໃດລະຊ່ວຍ

ຕອບມາຫລັງໄມໃຫ້ແດ່ (ຂໍຂອບໃຈລ່ວງໜ້າ).

            ສຳລັບເຈົ້າຂອງໄດອາຣີ່ນີ້ແມ່ນມັກເຮັດດື່ມຕະຫລອດ ພໍ່ແມ່ຢູ່ທາງບ້ານ

ກໍ່ມັກເຮັດດື່ມຕະຫລອດ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

          ເພື່ອນໆເຄີຍຮູສຶກບໍ່ວ່າບາງເທື່ອເຮົານອນ 10 ຊົ່ວໂມງ ແລ້ວຍັງຮູ້ສຶກວ່າຢາກນອນ ອີກນອນເທົ່າໃດກໍ່ບໍ່ພໍຈັກເທື່ອຮ່າງກາຍກໍ່ບໍ່ສົດຊື່ນນັ້ນອາດເປັນ ເພາະເຮົານອນຫຼັບໆຕື່ນໆ ບໍ່ໄດ້ຫຼັບແບບສະໜິດເອີ້ນວ່າ: ຄຸນນະພາບຂອງການນອນຍັງບໍ່ດີພໍນັ້ນເອງ ໃນໄດອາຣີ່ຫົວຂໍ້ນີ້ ຈະມີວິທີການນອນ 10 ວິທີ ທີ່ນອນແລ້ວເປັນສຸກມາໃຫ້ເພື່ອນໆໄດ້ປະຕິບັດກັນ

    1. ຈັດຫ້ອງໃຫ້ປອດໂປ່ງ, ອາກາດຖ່າຍເທໄດ້ສະດວກ, ບໍ່ຮ້ອນອົບເອົ້າ ຊຶ່ງຈະເຮັດໃຫ້ນອນຫຼັບ ສະບາຍ.

    2. ຖ້າຫ້ອງມືດສະໜິດ ຮ່າງກາຍຈະຫຼັ່ງຮໍໂມນເມລານິນທີ່ຊ່ວຍໃຫ້ຫຼັບຂື້ນ ສະນັ້ນ ຄວນຈັດຫ້ອງ ນອນໃຫ້ມີຄວາມມືດຫຼາຍທີ່ສຸດ ປ່ຽນຜ້າກັ້ງສີອ່ອນໃຫ້ ເປັນສີເຂັ້ມຂື້ນທີ່ແສງເຂົ້າມາລົບກວນໜ້ອຍ.

    3. ອົດການເບິ່ງໜັງສະຫຍອງຂວັນກ່ອນນອນ ເພາະມັນຈະເຮັດໃຫ້ຫຼັບຍາກຂື້ນ.

    4. ເຂົ້ານອນໃຫ້ເປັນເວລາ ຈະເຮັດໃຫ້ຮ່າງກາຍລື້ງເຄີຍ ແລະ ຈະເຮັດໃຫ້ຮູ້ສຶກຢາກນອນເມື່ອ ເຖິງເວລານອນ.

    5. ບໍ່ຄວນດື່ມກາເຟຫຼັງ 6 ໂມງແລງ ເພາະກາເຟຈະກະຕຸ້ນໃຫ້ເຮົ້າຮູ້ສຶກບໍ່ຢາກນອນ ແລະ ນອນບໍ່ຫຼັບ.

    6. ດື່ມນ້ຳນົມອຸ່ນໆແກ່ອນເຂົ້ານນອ ໃນນົມຈະເຮັດໃຫ້ເຮົາຫຼັບສະບາຍ.

    7. ບໍ່ຄວນຮັບປະທານອາຫານອີ່ມຈົນເກີນໄປກ່ອນເຂົ້ານອນ ຈະເຮັດອາການເຈັບສຽບ, ອຶດອັດ, ແໜ້ນທ້ອງ ແລະ ຈະເຮັດໃຫ້ນອນບໍ່ຫຼັບ.

    8. ບໍ່ຄວນທານອາຫານສຸກດິບໆ ຫຼື ອາຫານທີ່ເສາະທ້ອງ ເພາະຈະເຮັດໃຫ້ຮູ້ສຶກປັ່ນປ່ວນ ໃນກະເພາະອາຫານ ແລະ ລຳໄສ້ໄດ້.

    9. ອາບນ້ຳອຸ່ນໆກ່ອນນອນ ແຕ່ໃຫ້ເອົານ້ຳອຸ່ນພໍດີ ເພາະຖ້າອາບນ້ຳທີ່ຮ້ອນຫຼາຍກ່ອນເຂົ້ານ ອນຈະເຮັດໃຫ້ຫຼັບຍາກ ເພາະຈະເຮັດໃຫ້ອຸນຫະພູມຮ່າງ ກາຍປັບສູງຂື້ນ.

    10. ຖ້ານອນບໍ່ຫຼັບໃຫ້ປ່ອຍຈິດໃຫ້ສະຫງົບ ຫຼື ບໍ່ກໍ່ຈິນຕະນາການເຖິງບັນຍາກາດທີ່ແສນສະບາຍ.

( ຄັດມາຈາກ ວາລະສານຂວັນໃຈ ສະບັບທີ່ 30 )

ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

      ໃນປະຈຸບັນ ມີຫຼາຍຄົນທີ່ບໍ່ຄ່ອຍມີເວລາໄດ້ພັກເຕັມ 8 ຊົ່ວໂມງ ອັນເນື່ອງມາຈາກການຫຍຸ້ງນຳວຽກຕ່າງໆທັງວຽກໃນຫ້ອງການ, ເລື່ອງສ່ວນຕົວ,

ຄອບຄົວ ແລະ ອື່ນໆອີກ.

        ໃນໄດອາຣີ່ຫົວຂໍ້ນີ້ຈະແນະນຳວິທີການພັກຜ່ອນໃຊ້ເວລາພຽງ 1 ຊົ່ວໂມງ ແຕ່ຮູ້ສຶກວ່າໄດ້ພັກຜ່ອນເຖິງ 8 ຊົ່ວໂມງດັ່ງນີ້:

ກ່ອນອື່ນໃຫ້ທ່ານນອນໃນທ່າຫງາຍໃຫ້ຫຼັງລຽບກັບພື້ນ ແຕ່ບໍ່ແມ່ນນອນກັບພື້ນ( ນອນແບບບໍ່ມີໝອນຮອງຫົວ ) ແລ້ວໃຫ້

ຈ່າງຂາອອກພໍປະມານ ຫຼັງຈາກນັ້ນ ໃຫ້ວາງແຂນລົງທັງສອງຂ້າງ ແລ້ວຈ່າງແຂນອອກພໍປະມານແລ້ວກະຫຼັບຕາ. ການພັກຜ່ອນ

ແບບນີ້ຈະໄດ້ຜົນດີທີ່ສຸດແມ່ນຄວນພັກຜ່ອນໃນຊ່ວງເວລາ 10:00 ຫາ 14:00 ໂມງ. ຂ້າພະເຈົ້າກະໄດ້ທົດລອງປະຕິບັດຕາມຮູ້ສຶກ

ວ່າໄດ້ຜົນດີ ແລະ ຮູ້ສຶກສະບາຍຕົວຂື້ນ ທຸກວັນນີ້ກໍ່ຍັງປະຕິບັດຢູ່.

        ຫາກບຸກຄົນໃດນຳໄປປະຕິບັດ ແລະ ໄດ້ຜົນເປັນແບບໃດ ກະມາເລົ່າສູ່ກັນຟັງເດີ.

            ( ຮູ້ມາຈາກ ອາຈານທີ່ເພິ່ນອ່ານພົບໃນວາລະສານໃນຕ່າງປະເທດແລ້ວມາບອກໃຫ້ຮູ້ຈັກ)