ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Feb. 23, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

1 ຜັກດອກຂຽວ ເປັນຜັກໃນຕະກູນ ກະລຳ ທີ່ເປັນທີ່ນິຍົມຂອງຄົນທັງໂລກ ເຊິ່ງມີຄຸນປະໂຫຍດດັ່ງນີ້ :

* ຊ່ວຍປ້ອງກັນມະເລັງ

* ອຸດົມດ້ວຍວິຕາມິນ ຊີ ແລະສານ ແອນຕີອອກຊີແດນ ທີ່ຊ່ວຍກຳຈັດ ອະນິມູນອິດສະລະໃນຮ່າງກ່າຍ ແລະຍັງຊ່ວຍໃຫ້ພະໜັງເສັ້ນເລືອດແຂງແຮງ

* ປະກອບດ້ວຍສານ  glutathione ເຊິ່ງຊ່ວຍລົດໂອກາດເກິດ ໄຂຂໍ້ອັກເສບ ເບົາຫວານແລະໂລກຫົວໃຈ ແລະນອກຈາກນີ້ຍັງຊ່ວຍເພີ່ມພູມຄຸ້ມກັນ ຂອງຮ່າງກາຍ ລົດລະດັບ ຄໍເລສເຕີລໍ ແລະຊ່ວຍລົດຄວາມດັນໂລຫິດສູງ

* ປ້ອງກັນການເກິດຕາເປັນຕໍ້ ເພາະຜັກດອກຂຽວ ມີສານເບຕ້າແຄໂລທີນສູງ ໂດຍສະເພາະສານ lutien

- ປະລິມານການກິນ : ຜັກດອກຂຽວ 1/2 ຖ້ວຍ ຕໍ່ອາທິດ ກໍ່ຈະດີຕໍ່ສຸຂະພາບຂອງທ່ານແລ້ວ

2 ຜັກທຽມ

ຊ່ວຍລົດຄໍເລສເຕີລໍ ມີປະສິດທິພາບຄ້າຍຢາແອສໄພລິນ ໃນການຊ່ວຍປ້ອງກັນການແຂງຕົວແລະການອຸດຕັນຂອງເສັ້ນເລືອດ.ມີປະສິດຕິພາບໃນການຂ້າເຊຶ່ອໂລກໄດ້ຄືກັບ ຢາເພັນນີຊີລິນ ໂດຍສະເພາະເວລາເຈັບຄໍສາມາດໃຊ້ຜັກທຽມຮັກສາໄດ້ ແລະຍັງມີປະສິດຕິພາບໃນການຕ້ານອານຸມູນອິດສະລະ .ຊ່ວຍປ້ອງກັນມະເລັງລຳໄສ້ໃຫຍ່ ແລະມະເລັງເຕົ້ານົມນຳອີກ

- ປະລິມານການກິນ : ການປ້ອງກິນໂລກຫົວໃຈໃຫ້ກິນ ມື້ລະ 1ກີບ.ແລະໂດຍທົ່ວໄປແນະນຳໃຫ້ກິນທຸກມື້

3 ຖົ່ວແດງ

ເປັນອາຫານທີ່ມີສ່ວບປະກອບຂອງເສັ້ນໃຍອາຫານສູງ ດັ່ງນັ້ນຈິ່ງຊ່ວຍລົດລະດັບ ຄໍເລສເຕີລໍ ປ້ອງກັນການເກິດພາວະ ເສັ້ນເລືອດໃນສະໝອງແຕກ ແລະມະເລັງລຳໄສ້ໃຫຍ່ .ອຸດົມດ້ວຍກົດໂປລິດ ທີ່ຊ່ວຍບຳລຸງໂລຫິດ ປ້ອງກັນການຜິດປົກກະຕິຂອງເດັກນ້ອຍໃນການຖືພາ ນອກນັ້ນຍັງປະກອບດ້ວຍສານ ແອນຕີອອກຊີແດນ polyphenoics ທີ່ຊ່ວຍປ້ອງກັນການເກິດໂລກຫົວໃຈໄດ້ດີ

- ປະລິມານການກິນ :  ຄວນກິນ 1ຖ້ວຍ ຕໍ່ມື້

4 ນົມສົດຂາດມັນເນີຍ

ເປັນແຫຼ່ງຂອງແຄວສ້ຽມສູງ ທີ່ປອດໄຂມັນ ຊິ່ງປ້ປງກັນພາວະກະດູກພ່ອຍ ແລະຍັງປະກອບດ້ວຍສານໂປຕັສສ້ຽມ ທີ່ອອກລິດຊ່ວຍລົດຄວາມດັນສູງ

- ປະລິມານການດຶ່ມ : ໄວຫຼຸ້ນໜຸ່ມສາວ ຕ້ອງການແຄວສ້ຽມ 1000 mg / ມື້.ສ່ວນຜູ້ສູງອາຍຸ ຕ້ອງການແຄລສ້ຽມ 1500 mg / ມື້

5 ໝາກກ້ຽງ

ເປັນສຸດຍອດໝາກໄມ້ທີ່ມີ ວິຕາມິນສູງທີ່ສຸດລວມທັງສານອາຫານ ອຶ່ນໆໆ ຊຶ່ງຊ່ວຍປ້ອງກັນການເປັນຫວັດ ລົດລະດັບຄໍແລສເຕີລໍ ຊ່ວຍໃນການສ້າງກະດູກ ປ້ອງກັນການເກິດນິ້ວໝາກໄຂ່ຫຼັງ

ປ້ອງກັນການເກິດມະເລັງລຳໄສ້ໃຫຍ່ ຕະລອດຈົນການຟື້ນຟູອາການເຈັບໜ້າເອິກຈາກໂລກຫົວໃຈ.ນອກນີ້ສານ phytochemicals ໃນໝາກກ້ຽງຍັງຊ່ວຍຕໍ່ຕ້ານມະເລັງເຕົ້ານົມ

 - ປະລິມານການກິນ :  ຄວນກິນ 1-2 ໝາກຕໍ່ມື້

6 ປາແຊລມອນ

ປະລິມານນ້ຳມັນປາທີເອິ້ນວ່າ omega-3 ຂ້ອນຂ້າງສູງ ເຊິ່ງຊ່ວຍປ້ອງກັນໂລກຫົວໃຈ ແລະຊ່ວຍຄວບຄຸມອາກາດໄຂຂໍ້ອັກເສບ  ນອກຈາກນີ້ນ້ຳມັນປາຍັງຊ່ວຍອາກາດປວດປະຈຳເດືອນ ກຸ່ມອາການກ່ອນມີປະຈຳເດືອນ ແລະຍັງຊ່ວຍອາກາດຊືມເສົ້າ

- ປະລິມານການກິນ : ກິນອາທິດລະ 3 ອອນ

7 ເຕົາຫູ່

ຊ່ວຍລົດລະດັບໄຂມັນ ຄໍແລສເຕີລໍ ອຸດົມດ້ວຍສານ Isoflavone ສານເອັສໂຕເຈັນທຳມະຊາດຈາກທຳມະຊາດ ປ້ອງກັນກະດູກພ່ອຍ ແລະຊ່ວຍໃຫ້ໝາກໄຂ່ຫຼັງເຮັດວຽກໄດ້ດີ

- ປະລິມານການກິນ : 1-2 ຖ້ວຍ/ ມື້

8 ສອດໝາດເລັ່ນ

ຊ່ວຍປ້ອງກັນມະເລັງລຳໄສ້ໃຫຍ່ ມະເລັງຫຼອດອາຫານ ແລະມະເລັງ ກະເພາະອາຫານ ສານ lycopene ແລະ ສານແອນຕີອອກຊີແດສ ພົບຫລາຍໃນໝາກເຂືອເລັ່ນເທົ່ານັ້ນ

ມີຄຸນສົມບັດກຳຈັດສານອານຸມູນອິດສະລະ ຕົວອັນຕະລາຍອອກໄປຈາກຮ່າງກາຍ

- ປະລິມາການກິນ : ກິນໄດ້ຕາມໃຈຂອງທ່ານມັກ

9 ນ້ຳ

ຮ່າງກ່າຍຂ້ອງຄົນເຮົາ ປະກອບດ້ວຍນ້ຳເປັນສ່ວນໃຫຍ່ ຈິ່ງຈຳເປັນທີ່ຄົນເຮົາຕ້ອງດຶ່ມນ້ຳໃຫ້ພຽງພໍ ເພາະນ້ຳເປັນຢາທີ່ວິເສດ

ຫາກດຶ່ມນ້ຳໄດ້ພຽງພໍຈະປ້ອງກັນອາການອ່ອນເພຍ .ຮັກສາອຸນຫະພູມຮ່າງກາຍ.ປ້ອງກັນການເກິດນິ້ວ ແລະຍັງຊ່ວຍໃຫ້ຜິວພັນເປັ່ງປັ່ງ

ດັ່ງນັ້ນ ຄວນດຶ່ມນ້ຳມື້ລະ 8ແກ້ວ ຫຼືຫຼາຍກ່ວານັ້ນກໍ່ຍິ່ງດີຕໍ່ທ່ານເອງ

 

Delicious Digg Fark Twitter