ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Dec. 31, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

Find a secret place ຫາບ່ອນທີ່ສະຫງົບໆ ໄວ້ພັກໃຈ

Have a real life love story  ເບິ່ງຄວາມຮັກດ້ວຍໂລກຂອງຄວາມຈິງ

Re-decorate my room  ຮອດເວລາທີ່ຈະຕ້ອງຈັດຫ້ອງໃໝ່ແລ້ວ

Change my style  ປ່ຽນລຸກໂຕເອງໃໝ່

Get back togerther with my true love ກັບໄປຫາຄວາມຮັກທີ່ແທ້ຈິງຂອງເຮົາດີກ່ວາ

Keep a list of every books i read ຈົດຊື່ໜັງສືທຸກເຫຼັ້ມທີ່ອ່ານໄວ້

Wish on shooting star  ຂໍພອນກັບດາວຕົກ

Get over my fear of hights ຕ້ອງເລີກຢ້ານຄວາມສູງໃຫ້ໄດ້

Go to the roadtrip with my boyfriend  ໄປທ່ຽວສອງຕໍ່ສອງກັບຄົນຮູ້ໃຈ

Tell him how much i love him ບອກເຂົາໄປເລີຍ ວ່າຮັກເຂົາຫຼາຍປານໃດ

Live everyday like it's my last ເຮັດທຸກໆມື້ໃຫ້ຄືກັບມື້ສຸດທ້າຍຂອງຊີວິດ

Find my self ຄົ້ນຫາໂຕເອງໃຫ້ເຈີ

Feel beautiful in my own skin ພໍໃຈໃນຄວາມເປັນໂຕເອງ

Give back  ຕ້ອງຮູ້ຈັກໃັຫ້ຄົນອຶ່ນແດ່

Travel ອອກເດີນທາງ

Be who i want to be.Not who others want me to be ຈະເປັນໃນສິ່ງທີ່ຢາກເປັນ ບໍ່ແມ່ນເປັນໃນສິ່ງທີ່ຄົນອື່ນຢາກໃຫ້ເປັນ

Tell someone how i really feel ບອກກັບໃຜຄົນໜຶ່ງໃຫ້ຮູ້ວ່າ ມີຄວາມຮູ້ສືກດີໆໃຫ້

Don't let anyone influence me ບໍ່ປ່ອຍໃຫ້ໃຜມາມີອິດທິພົນໃນຊີວິດນີ້

Not disappoint anyone ຈະບໍ່ໄປຜິດຫວັງກັບໃຜທັ່ງນັ້ນ

Stay happy  ມີຄວາມສຸກເຂົ້າໄວ້

Spend more time with my family ໃຊ້ເວລາຢູ່ກັບຄອບຄົວໃຫ້ຫຼາຍຂຶ້ນກ່ວາເກົ່າ

Appreciate the little things ພໍໃຈໃນສິ່ງເລັກນ້ອຍ

 

 

ຂຽນເມື່ອ ຂຽນເມື່ອ: Dec. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ໃຜບາງຄົນເຈີຮັກແທ້ ພຽງເປີດຕາ

ໃຜບາງຄົນຊອກຫາ  ແຕ່ບໍ່ເຫັນ

ໃຜບາງຄົນໄດ້ຮັກ ແຕ່ຍາກເຢັນ

ໃຜບາງຄົນເບິ່ງເຫັນ ແຕ່ເສີຍໄປ

ຖ້າຄົນເຮົາຄິດແຕ່ຈະປະຕິເສດ ທີ່ຈະຍ່າງໄປທາງໜ້າ

ປະຕິເສດການມີຄວາມຮັກ ປະຕິເສດການເລິ້ມຕົ້ນ ການມີຄວາມສຳພັນ

ພຽງເພາະຢ້ານວ່າ ຈຸດຈົບຂອງມັນ

ຈະຕ້ອງເຮັດໃຫ້ເຮົາເຈັບປວດ ເຮົາຈະມີຊີວິດໄປເພຶ່ອຫຍັງ

ການຊອກຫາຄົນທີ່ໄດ້ຕາມອຸດົມຄະຕິເຮົານັ້ນເປັນເລື່ອງຍາກ

ແຕ່ການປິນຂຶ້ນໄປໃຫ້ຮອດລະດັບອຸດົມຄະຕິ ຂອງໃຜອີກຄົນໜື່ງນັ້ນ

ແຮງເມື່ອຍ..... ຍາກຫຼາຍກ່ວາ ແລະຮ້າຍໄປກ່ວານັ້ນ............. ແມ່ນມັນບໍ່ຢັ້ງຢຶນ

ຢ່າເລືອກຄົນທີ່ເຮົາຄິດວ່າ ເຮົາໜ້າຈະຢູ່ກັບເຂົາໄດ້

ແຕ່ໃຫ້ເລືອກຄົນທີ່ເຮົາຄິດວ່າ ເຮົາຄົງຢູ່ບໍ່ໄດ້......ຖ້າບໍ່ມີ.............ເຂົາ

 

 

 

ຂຽນເມື່ອ ຂຽນເມື່ອ: Dec. 21, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ປະຕິຫານບໍ່ແມ່ນການຍ່າງເທິງໜ້ານ້ຳ ຫຼື ບິນຢູ່ເທິງອາກາດ

ແຕ່ປະຕິຫານຄືການຍ່າງຢູ່ເທິງແຜ່ນດິນ ແລະ ມີຄວາມສຸກໃນທຸກບາດຍ່າງ

ຊີວິດເຮົາເຕັມໄປດ້ວຍເລື່ອງ ທຳມະດາ ເຊັ່ນ : ຕື່ນມາອາບນ້ຳ ສີແຂວ ຂັບລົດໄປເຮັດວຽກ

ກິນເຂົ້າສວຍກັບໝູ່ທີ່ສະຖານທີ່ເກົ່າໆ ຕອນກັບມາກໍ່ເຫັນໜ້າພັນລະຍາຫຼືສາມີຄົນເກົ່າ

ໃສ່ຊຸດທຳມະດາ ໜ້າຕາເຮົາກໍ່ທຳມະດາ....................

ເຮົາສ່ວນໃຫຍ່ແລ້ວກໍ່ເປັນຄົນທຳມະດາ ມີຊີວິດທຳມະດາ ທຳມະດາ ກັນທຸກຄົນ

ແຕ່ຖ້າຄວາມທຳມະດານີ້ໝົດໄປ ຄື

ຢູ່ດີໆ ລູກເຮົາເກີດເປັນມະເຮັງເມັດເລືອດຂາວ ຫຼື ສາມີເຮົາຖືກລົດຕຳຕາຍ ຫຼື ເຮົາຖືກໄລ່ອອກຈາກວຽກທີ່ໜ້າເບຶ່ອແສນເບຶ່ອ

ເລື່ອງກໍ່ຈະບໍ່ທຳມະດາອີກຕໍ່ໄປ

ແລະໃນເວລານັ້ນເອງ ເຮົາຈະມານັ່ງຄິດເສຍດາຍ ” ຄວາມທຳມະດາ  ” ທີ່ເຮົາມີ ແລະໃຊ້ຊີວິດ ປະໜຶ່ງວ່າ

.......................... ສິ່ງນັ້ນຄືສິ່ງມະຫັດສະຈັນຂອງຈັກກະວານ ............................

ເພາະສິ່ງ ທຳມະດາ ແທ້ຈິງແລ້ວ ຄືສິ່ງທີ່ ວິເສດທີ່ສຸດ

 

 

 

ຂຽນເມື່ອ ຂຽນເມື່ອ: Dec. 19, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

1. ຢ່າກັງວົນ : ການກັງວົນໃຈ ເປັນການລົດຄຸນນະພາບໃນການເຮັດວຽກແລະການຄົ້ນຄິດຂອງມະນຸດເຮົາ

2. ຢ່າປ່ອຍໃຫ້ຄວາມຢ້ານຄອບຄອງຊີວິດທ່ານ : ເພາະສິ່ງທີ່ເຮົາຢ້ານອາດຈະບໍ່ເຄີຍເກີດຂຶ້ນເລີຍ

3. ຢ້າຄຽດດົນເກີນໄປ : ການຄຽດເປັນສ່ິ່ງທີ່ໜັກທີ່ສຸດທີ່ຄົນເຮົາແບກໄວ້

4.ແກ້ປັນຫາທີ່ລະເລື່ອງ : ເພາະທີ່ແທ້ແລ້ວ ກໍ່ມີວິທີດຽວທີ່ແກ້ປັນຫາໄດ້ກໍ່ຄື ແທ້ໄປທີ່ລະເປາະ...

5.ຢ່ານຳເອົາປັນຫາເຂົ້ານອນນຳ​ : ບໍ່ດີຕໍ່ສຸຂະພາບເລີຍ ເພາະຈະເຮັດໃຫ້ທ່ານນອນບໍ່ລັບ

6 . ຢ່າແບກປັນຫາຂອງຄົນອຶ່ນ : ພວກເຂົາຕ້ອງສາມາດແກ້ປັນຫາຂອງເຂົາເອງໄດ້ດີກ່ວາທ່ານ

7. ຢ່າຈົມຢູ່ກັບອາດິດ : ອາດິດຢູ່ໃນຄວາມຊົງຈຳຂອງທ່ານ ເພຶ່ອຄວາມສຸກໃນການຄິດຮອດ ແຕ່ຢ່າຈົມຢູ່ກັບອາດິດ ຈົ່ງສົນໃຈກັບປັດຈຸບັນ

   ແລ້ວທ່ານຈະມີຄວາມສຸກໃນປັດຈຸບັນ

    ຄືກັບອາດິດ

8. ເປັນຜູ້ຟັງທີ່ດີ : ທ່ານຮັບຮູ້ໄດ້ຫຼາຍຈາກການຟັງຄົນທີ່ຄິດຕ່າງຈາກທ່ານ

9. ຢ່າໃຫ້ຄວາມກັງວົນທຳລາຍທ່ານ : ການທີ່ສົງສານໂຕເອງ ເຮັດໃຫ້ທ່ານບໍ່ສາມາດເຮັດສິ່ງທີ່ດີ ແລະ ກ້າວໄປໃນອານາຄົດໄດ້

10. ນັບເລື່ອງດີໆ ໃນຊີວິດທ່ານ : ຢ່າລືມເລື່ອງດີໆໃນຊີວິດ ເຖິງຈະເປັນເລື່ອງເລັກນ້ອຍ ເພາະເລື່ອງເລັກນ້ອຍ ຫຼາຍເລື່ອງລວມກັນກໍ່ກາຍເປັນເລື່ອງດີໆ ໃຫຍ່ໆ ໄດ້ .............

ຂຽນເມື່ອ ຂຽນເມື່ອ: Dec. 14, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ສູດເຮັດເຂົ້າໜົມໄມຕີ

ເຄື່ອງປຸງ

ອະໄພ 1 ຖ້ວຍ . ຄວາມຫວັງດີ 1/2 ຖັວຍ

ຄວາມປາຖະໜາດີ 2/3 ຖ້ວຍ . ເວົ້າຈາມ່ວນຫູພໍປະມານ

ຄວາມເຫັນໃຈ 1/2 ຖ້ວຍ . ຍິ້ມແຍ້ມຕາມແຕ່ໃຈມັກ

ແລ້ວກໍ່ຄວາມໂອບອ້ອມອາລີ 2 ຖ້ວຍໃຫຍ່ໆໆໆ

ວິທີປຸງ : ກວນຄວາມຫວັງດີແລະອະໄພໃຫ້ເຂົ້າກັນ ຕຽມຄຳເວົ້າມ່ວນຫູພໍປະມານ ຄ່ອຍໆ ປະສົມຄວາມປາຖະໜາດີລົງໄປ

             ສ່ວນຄວາມເຫັນໃຈແລະຄວາມໂອບອ້ອມອາລີ ບັນຈົງຄົນໃຫ້ເຂົ້າກັບສ່ວນອື່ນໆ

             ນຳໄປອົບໃນຫົວໃຈທີ່ອົບອຸ່ນ ໂດຍມີນ້ຳໃຈ  ຫຼື ຍິ້ມແຍ້ມ ເປັນຄີມລາດໜ້າ

            ແລ້ວແຈກຢາຍໃຫ້ຄົນອຶ່ນຊິມໂດຍທົ່ວຖິງກັນ

 

ຂຽນເມື່ອ ຂຽນເມື່ອ: Dec. 9, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 when two people love each other,no time is too long,no distance is too far, and no one can ever tear them apart .

ເມື່ອຄົນສອງຄົນຮັກກັນ ບໍ່ມີຊ່ວງເວລາໃດດົນຈົນເກີນໄປ ບໍ່ມີໄລຍະຫ່າງໃດທີ່ໄກເກີນໄປ ແລະບໍ່ມີໃຜສາມາດແຍກຄົນທັງຄູ່ອອກກັນໄດ້

To get something you've never had, you have to do something you've never done.

ຖ້າທ່ານຢາກມີໃນບາງສິ່ງທີ່ທ່ານບໍ່ເຄີຍມີ ກໍ່ຈົ່ງເຮັດໃນບາງສິ່ງທີ່ທ່ານບໍ່ເຄີຍເຮັດ

The three things that a guys should want to change about his girl,is her last name.address and her viewpoint on men .

ມີສາມສິ່ງທີ່ຜູ້ຊາຍຈະຕ້ອງການປ່ຽນໃນຄົນຮັກຂອງເຂົາ ນັ້ນຄື ນາມສະກຸນ.ທີ່ຢູ່ ແລ້ວທັດສະນະຄະຕິທີ່ມີຕໍ່ຜູ້ຊາຍ.

If someone breaks your heart once,shame on them.If that same person breaks your heart twice,shame on you..

ຫາກໃຜບາງຄົນເຮັດໃຫ້ທ່ານເຈັບ1ຄັ້ງ ເຂົາຄວນລະອາຍໃຈ ແຕ່ທ່ານຍອມໃຫ້ຄົນໆເກົ່າເຮັດໃຫ້ທ່ານເຈັບປວດຊ້ຳອີກເທື່ອໜຶ່ງ ທ່ານຫັ້ນແລະທີ່ຄວນອາຍ.

He's not perfect ,and you're not either,but that don't mean you aren't perfect to eachother.

ຫາກໃຜຄົນໜຶ່ງບໍ່ສົມບູນແບບ ຫຼືອາດເປັນທ່ານທີ່ບໍ່ສົມບູນແບບ,ມັນບໍ່ໄດ້ໝາຍຄວາມວ່າ ທ່ານຈະບໍ່ສົມບູນແບບຕໍ່ກັນແລະກັນ.

The only way to find love it to stop looking .

ທາງດຽວທີ່ຈະເຈີຄວາມຮັກ ຄືການຢຸດທີ່ຈະຄົ້ນຫາມັນ

Don't quit because something went wrong. Quit because you tried your hardest and not thing made it better.

ຢ່າລົ້ມເລີກໃນສິ່ງທີ່ທ່ານເຮັດມັນຜິດພາດ.ແຕ່ຈົ່ງລົ້ມເລີກ ເມື່ອທ່ານພະຍາຍາມຢ່າງທີ່ສຸດແລ້ວແຕ່ບໍ່ໄດ້ຫຍັງຂຶ້ນມາ.

Worry about your character,not your reputation.your character is who you are, your reputation is who people think you are.

ຈົ່ງຫ່ວງອຸປະນິໄສຂອງທ່ານເອງ ບໍ່ແມ່ນຊື່ສຽງ ເພາະອຸປະນິໄສຄືສິ່ງທີ່ທ່ານເປັນ ແຕ່ຊື່?ຽງເປັນສິ່ງທີ່ຄົນອຶ່ນຄິດວ່າເປັນຕົວທ່ານ

 

 

 

ຂຽນເມື່ອ ຂຽນເມື່ອ: Sep. 22, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢາສູບ = ໃບຢາສູບທີ່ມີເຈ້ຍພັນຢູ່ ໂດຍທີ່ມີໄຟຕິດຢູ່ທາງໜຶ່ງ ແລະ ມີຄົນໂງ່ຢູ່ອີກທາງໜຶ່ງ

ຢ່າຫ້າງ = Future tense  ຂອງຄຳວ່າ ” ແຕ່ງງານ ”

ປະຊຸມ = ຄວາມງຸ່ນງົງຂອງຄົນໆໜຶ່ງທີມີຫຼາຍຂຶ້ນຫຼັງຈາກເຫດການຈົບລົງ

ໝໍດູລາຍມື = ຄົນແປກໜ້າທີ່ສາມາດຈັບມືທ່ານໄດ້ຕໍ່ໜ້າ ຕໍ່ຕາໂດຍບໍ່ໂດນ ..........................

ນ້ຳຕາ = ພະລັງນ້ຳທີ່ຜູ້ຍິງສາມາດສະຍົບຄວາມແຂງແກ່ງຂອງ ພະລັງແຫ່ງຄວາມເປັນຜູ້ຊາຍໄດ້

ພົດຈະນານຸກົມ = ບ່ອນດຽວທີ່ຄຳວ່າ success ມາກ່ອນຄຳວ່າ work

ຫ້ອງປະຊຸມ = ເປັນບ່ອນທີ່ທຸກຄົນຈະສົ່ງສຽງໂດຍທີ່ບໍ່ມີໃຜຟັງແລະຍອມຮັບໃຜ

ເຈົ້ານາຍ = ຄົນບາງຄົນທີ່ມັກມາເຮັດວຽກເຊົ້າໃນມື້ທີ່ທ່ານມາເຮັດວຽກສວຍ ແລະກໍ່ມາວຽກສວຍໃນມື້ທີ່ທ່ານມາວຽກເຊົ້າ

ນັກການທູດ = ຄົນທີ່ສາມາດບອກໃຫ້ທ່ານໄປລົງນະລົກດ້ວຍວິທີເວົ້າ ທີ່ເຮັດໃຫ້ທ່ານຢາກໄປໄວໆ

ໝໍ = ຄົນທີ່ຊ່ວຍຊີວິດທ່ານດ້ວຍການຮັກສາ ແລະຂ້າທ່ານທີ່ຫຼັງດ້ວຍບິນຄ່າຮັກສາ

ທະນາຍຄວາມ = ຄົນທີ່ເຂົ້າມາຊ່ວຍຄົນເຮັດຜິດກົດໝາຍ ໃຫ້ຖືກກົດໝາຍ

ນັກໂຄສະນາ = ຄົນທີ່ຮູ້ຈັກເລືອກເວົ້າແຕ່ຄວາມຈິງ ກ່ຽວກັບສິນຄ້າ ແລະ ບໍລິການໃນສ່ວນທີ່ດີ

ນັກຮ້ອງໄວຫຼຸ້ນ = ເດັກໜຸ່ມສາວທີ່ມີໜ້າຕາເປັນອາວຸດ ແລະ ເຄື່ອງແຕ່ງສຽງກັບ sound engineer ເປັນເພື່ອນຕາຍ

ຫາວ = ຈັ່ງຫວະດຽວໃນຊີວິດທີ່ຜູ້ຊາຍທີ່ແຕ່ງງານແລ້ວມີໂອກາດໄດ້ອ້າປາກ

ຂ່າວລື = ສິ່ງທີ່ມີປະສິດຕິພາບໄວກ່ວາແສງ

ປະສົບການ = ຊື່ ທີ່ຄົນເຮົາຕັ້ງໃຫ້ກັບຄວາມຜິດບາດທີ່ເຮັດໄປໃນອາດີດ

 

ຂຽນເມື່ອ ຂຽນເມື່ອ: Sep. 15, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຢ່າມົວເມົາແຕ່ຄິດວ່າໂຕເອງໂຊກຮ້າຍ ...

ເພາະ ” ເວລາ ” ຂອງເຮົາ “ ມີຄ່າ ” ຫຼາຍກ່ວາຈະມານັ່ງອີຕົນໂຕເອງ

” ການໃຫ້ອາໄພ ” ເປັນເລ່ືອງດີ .... ທີ່ເຮັດໄດ້ຍາກ .......

ຖ້າໃຫ້ອາໄພໃຜຍັງບໍ່ເປັນ ........ ຢ່າງນ້ອຍກໍ່ໜ້າຈະ ” ຮູ້ສືກຍິນດີທີ່ຈະໃຫ້ອາໄພ ” ເປັນ

....... ເພາະຫົວໃຈຂອງເຮົາຈະໄດ້ເປີດກ້ວາງ ................

ຢ່າປ່ອຍໃຫ້ໂຕເອງ ເກີດຄວາມເບຶ່ອໜ່າຍ

ເພາະ ..... ຖ້າເກີດເລື່ອຍໆໆ ຈະກາຍເປັນຄົນໜ້າເບຶ່ອ

ການເປັນຄົນໜ້າເບຶ່ອ ມັນບໍ່ໜ້າຄົບ

ຖ້າຢາກເປັນຄົນໜ້າຄົບ ................ ຕ້ອງບໍ່ໜ້າເບຶ່ອໜ່າຍ

ຂຽນເມື່ອ ຂຽນເມື່ອ: Sep. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ບັນຫາດ້ານສາຍຕາມັກພົບເຫັນຫຼາຍຂຶ້ນໃນທຸກເພດທຸກໄວ ໂດຍສະເພາະນັກຮຽນນັກສຶກສາ ທີ່ຕ້ອງນັ່ງຢູ່ໜ້າຄອມຫຼື ໂທລະທັດ ປັນເວລາດົນ

ໃຊ້ສາຍຕາອານໜັງືໃນຄະນະແສງໄຟໍພຽງພໍ ລວມຮອດແສງຈາກແດດແລະລົມລ້ວນເປັນປັດໃຈ້ສາຍຕາເຊື່ອມກ່ອນໄວ ດັ່ງນັ້ນໃນແຕ່ລະມື້ຄວນມັ່ນຖະໜອມເພື່ຢຶດອາຍຸການໃຊ້ງານໃຫ້ດົນທີ່ສຸດ

ລີ້ມງ່າຍໆໆດ້ວຍການກິນຜັກທີ່ຊ່ວຍບຳລຸງສາຍຕາ ອຸດົມດ້ວຍວິຕາມນເອ ເຊ່ງມີດັ່ງນີ້

ຜັກບົ້ງ ແກ້ຕາຟາງຫຼືຕາບອດກາງຄຶນໄດ້ດີ ລົດອາການປວດຕາເວລາໃຊ້ສາຍຕາຫຼາຍໂພດ ແລະຊ່ວຍບັນເທົາອາການຕາແຫ້ງ

ກະລົດ ບຳລຸງສາຍຕ ຊ່ວຍເພີ່ມປະສິດທິພາບໃນການເບິ່ງເຫັນ ໃນເວລາກາງຄຶນລືໃນບ່ອນທີ່ແສງສະຫວ່າງໜ້ອຍ

ໝາກຟັກຄຳ ຊ່ວຍໃນການເບິ່ງເຫັນ ປ້ອງກັນເຫຍຶ້ອບຸຕາແຫ້ງ ແລະ ແກ້ວຕາເປັນບາດ

ຜັກການນາ ມີລູທິນສູງ ໂດຍຜ່ານການວິໄຈຕາງປະເທດເຈີວ່າ ກິນເປັນປະຈຳ ຊວຍລົດໂອກາດຊ່ຽງຂອງການເປັນໂລກຕໍ້ໄດ້ຮອດ 20 %

ຕ່ຳລິງ ມີເບຕາເລທີນ ແລະ ແຄໂລນອຍ ທີ່ຮ່າງກາຍຈະປ່ຽນເປັນວິຕາມິນເອຕໍ່ ແກ້ໂລກຕາມົວຕອນກາງຄືນ ແນວໃດກໍ່ຕາມ ວິຕມິນເອ ມີຄາມໄວຕໍ່ອອກຊີເຈນ ດັ່ງນັ້ນຫາກຈະຕົ້ມ ຄວນໃສ່ນ້ຳປະລິມານໜ້ອຍແລະປິດຝາ ຈະຊ່ວຍປ້ງກັນການສູນເສຍວິຕາມິນໄດ້ດີ

ຢ່າລືມໃສ່ຜັກ 5 ຊະນິດໃນເມນູອາຫານຂອງທ່ານໃນແຕ່ລະມື້ ພຶ່ອດວງຕາຄູ່ງາມຈະໄດ້ເຮັດໜ້າທີ່ຢາງມີປະສິດທິພາບ

 

 

 

ຂຽນເມື່ອ ຂຽນເມື່ອ: Aug. 30, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ສິ່ງດີໆ ຈາກການອອກກຳລັງກາຍ

ກາຍອອກກຳລັງກາຍນອກຈາກເຮັດໃຫ້ຮ່າງກາຍແຂງແຮງ ແລະ ມີສຸຂະພາບດີ ແລ້ວຍັງຊ່ວຍປ້ອງກັນຮັກສາໂລກໄພໄຂ້ເຈັບໄດ້ນຳອີກ ສຳລັບຜູ້ທີ່ບໍ່ຄ່ອຍໄດ້ອອກກຳລັງກາຍ ເພາະບໍ່ມີເວລາ

ກໍ່ລອງຫາໂອກາດຍ່າງ ຫຼື ແລ່ນຊ້າໆ  ເພາະຈາກການສຶກສາຂອງຄະນະແພດ ຂອງສະຫະລັດອາເມລິກາ ແລະ ຍີ່ປຸ່ນພົບວ່າ

ການຍ່າງຊ່ວຍປ້ອງກັນແລະລົດອັດຕາການເກີດໂລກຮ້າຍໄດ້ 7 ສະນິດ ໄດ້ແກ່ ໂລກອ້ວນ.ຄວາມດັນເລືອດສູງ.ເບົາຫວານ.ໂລກຫົວໃຈແລະຫຼອດເລືອດ.ໄຂມັນຜິດປົກກະຕິ.ອຳມະພາດ.ມະເຮັງ ເປັນຕົ້ນ

ສ່ວນການແລ່ນເບົາໆ ຈະຊ່ວຍໃຫ້ຫົວໃຈແຂງແຮງ ລົດອາການຄິດຫຼາຍ ແລະປ້ອງກັນໂລກກະດູກພ່ອຍ

ເຫັນຂໍ້ດີແບບນີ້ແລ້ວ ເຮົາມາເລີ້ມຍ່າງ ແລະ ແລ່ນ ກັນດີກ່ວາ ຍ່າງມື້ລະນ້ອຍ ຊີວິດຈະປອດໄພຈາກໂລກຮ້າຍ ດ້ວຍຄວາມເປັນຫ່ວງເດີ ທຸກຄົນ

 

ຂຽນເມື່ອ ຂຽນເມື່ອ: Aug. 26, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຈະເກີດຫຍັງຂຶ້ນ....... ຖ້າທ່ານນອນເດິກ

ຕອນກາງຄືນເປັນຊ່ວງເວລາທີ່ມິດງຽບ ຫຼາຍຄົນມັກ ເຮັດວຽກບ້ານ ( ການຮຽນ) ເຮັດວຽກ ອ່ານໜັງສື ຫຼິ້ນເກມ ເບິ່ງໜັງ ໃນຊ່ວງນີ້ ພໍຮູ້ຕົວອີກທີ່ໜຶ່ງກໍ່ 3 ໂມງເຊົ້າແລ້ວ ( ປົກກະຕິນອນ6-8ຊົ່ວໂມງ)

ເຊິ່ງຖ້າອົດນອນຫຼາຍໆມື້ຕິດຕໍ່ກັນແລ້ວ ຮ່າງກ່າຍເລີ້ມເສຍສົມດຸນ ບໍ່ມີແຮງຕື່ນໄປເຮັດວຽກ ເວລາເຮັດວຽກກໍ່ອິດເມື່ອຍ

ດັ່ງນັ້ນ................ພວກເຮົາມາເບິ່ງກັນວ່າຜົນເສຍຂອງການອຶດນອນມີຫຍັງແດ່

1 ກິນຫຼາຍກ່ວາເກົ່າ

ການອຶດນອນເຮັດໃຫ້ຮ່າງກາຍລັ່ງຮໍໂມນ ທີ່ເຮັດໃຫ້ຮູ້ສຶກອີ່ມລົດລົງ ແຕ່ຈະລັ່ງຮໍໂມນທີ່ກະຕຸ້ນໃຫ້ຢາກກິນຫຼາຍຂຶ້ນ ຜົນຄືທ່ານຈະກິນຫຼາຍກ່ວາເກົ່າ ເຊິ່ງຖ້າອຶດນອນຫຼາຍມື້ກໍ່ກິນຫຼາຍກ່ວາເກົ່າຫຼາຍມື້

ນ້ຳໜັກກໍ່ຄືຊິ............ ຂຶ້ນແທ້ໆໆ

2 ຮ່າງກາຍອ່ອນແອ

ການອຶດນອນສົ່ງຜົນຮ້າຍຕໍ່ລະບົບພູມຄຸ້ມກັນ ຂອງຮ່າງກາຍເຮັດໃຫ້ທ່ານອ່ອນແອ ບໍ່ສະບາຍຕະຫຼອດ ຕິດເຊຶ້ອໄດ້ງ່າຍ

3 ໜ້າເຖົ້າກ່ອນໄວ

ໜ້າເຫຼືອງ ບໍ່ມີຊີວິດຊີວາ ພ້ອມທັງຂອບຕາດຳ ຊ້ຳ ເກີດລິ້ວລອຍຕີນກາ ກ່ອນໄວອັນຄວນ ເນຶ່ອງຈາກຮໍໂມນຄວາມຄຽດເພີ່ມຂຶ້ນຫຼາຍຂຶ້ນ ຂັດຂວາງການຜະລິດຄອລລາເຈ່ນ ຂອງຮ່າງກາຍ

4 ສະໝອງຊ້າລົງ

ການອຶດນອນເຮັດໃຫ້ປະສິດທິພາບຂອງຄວາມຈຳ ລົດລົງ ແລະສົ່ງຜົນຕໍ່ການຄິດວິເຄາະ ຄືຕ້ອງໃຊ້ເວລາຄິດຫຼາຍຂຶ້ນກ່ວາປົກກະຕິ

5 ຊ່ຽງໂລກຮ້າຍ

ການອຶດນອນເຮັດໃຫ້ລະດັບຮອລໂມຄວາມຄຽດ ເພີ່ມສູງຂຶ້ນ ເພີ່ມຄວາມຊ່ຽງໃນການເປັນໂລກຮ້າຍຫຼາຍຢ່າງ ເຊັ່ນ : ໂລກຫົວໃຈ ຄວາມດັນສູງ ມະເຮັງບາງຊະນິດ ໆລໆ

ເຫັນຂໍ້ເສຍຂະໜາດນີ້ ເຮົາພະຍາຍາມເຂົ້ານອນໄວ້ດີກ່ວາ

 

 

ຂຽນເມື່ອ ຂຽນເມື່ອ: Aug. 24, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1 ເຮົາຈະບໍ່ໃຈຮ້າຍພ້ອມກັນທັງ2ຄົນ ຄືກັບຄົນບູຮານເຂົາເຈົ້າເວົ້າໄວ້ວ່າ ຖ້າຄົນໜຶ່ງຮ້ອນເປັນໄຟ ອີກຄົນໜຶ່ງຕ້ອງເຢັນໄດ້ຄືນ້ຳ ( ບໍ່ແມ່ນນ້ຳມັນເດີ )

2 ເຮົາຈະບໍ່ຮ້ອງຫຼືແພດສຽງໃສ່ກັນເດັດຂາດ ຍົກເວັ້ນ ໄປໄໝ້ເຮືອນກະທັນຫັນ

3 ຈື່ໄວ້ວ່າບໍ່ມີໃຜມັກຄຳຕິ ຫາກຈະເວົ້າລົມກັນກ່ຽວກັບສິ່ງທີ່ທ່ານບໍ່ມັກໃຫ້ເຂົາເຮັດ ຢ່າລືມເວົ້າໃຫ້ຫວານໆໆ ( ບໍ່ແມ່ນເວົ້າວ່ານ້ຳຕານໄດ້ )

4 ເຮົາຈະບໍ່ມາຫວນຄືນເລຶ່ອງທີ່ເຄີຍຜິດຖຽງກັນມາແຕ່ອາດິດ ຖ້າຈະເວົ້າເລຶ່ອງເກົ່າໆໆ ໃຫ້ເລືອກເລຶ່ອງທີ່ມີຄວາມສຸກຂອງ2ເຮົາຈະດີກ່ວາ

5 ເຮັດໃຫ້ເຂົາຮູ້ສຶກວ່າ ເຂົາສຳຄັນສຳລັບທ່ານສະເໝີ

6 ສັນຍາຕໍ່ກັນວ່າຈະບໍ່ຄຽດໃຫ້ກັນກາຍຂ້າມຄືນ ເພາະທ່ານຫັ້ນແລະຈະນອນບໍ່ລັບ ຫັນໜ້າລົມກັນດີກ່ວາຫັນຫຼັງໃຫ້ກັນ

7 ລົມກັນໃຫ້ຫຼາຍຂຶ້ນຈະເຮັດໃຫ້ຄວາມຮັກລະຫວ່າງເຮົາເຂົ້າໃຈກັນຫຼາຍຂິ້ນ ຈະເປັນເລຶ່ອງຫຍັງກໍ່ໄດ້ທີ່ທ່ານພົນເຈີ ລອງເວົ້າໃຫ້ກັນຟັງ ແລ້ວທ່ານຈະພູກພັນກັນຫຼາຍຂຶ້ນ

8 ຖ້າເຮັດຜິດກໍ່ຂໍໂທດ ບໍ່ຕ້ອງຢ້ານເສີຍຟອມ

9 ຢ່າເຂົ້າໃຈຜິດວ່າ ການຢູ່ນຳກັນຕະຫຼອດເວລາ ໝາຍເຖິງຄວາມເອົາໃຈໃສ່ຕະຫຼອດຢ່າງແທ້ຈິງ ເພາະການໃສ່ໃຈຄືການໃຫ້ຄວາມສົນໃຈເຕັມ 100 ເວລາທີ່ຢູ່ນຳກັນ ບໍ່ແມ່ນທ່ານນັ່ງຟັງເຂົາເວົ້າ ແຕ່ຕາເບິ່ງໂທລະທັດໄປນຳ

10 ຢ່າລືມເຮັດໃຫ້ເຂົາຮູ້ວ່າ ເຮົາຍັງຮັກເຂົາສະເໝີ

ກົດຂໍ້ພິເສດ ສຳລັບໃຜບາງຄົນ ການທີ່ເຮົາຈະໄດ້ຮູ້ຈັກໃຜຈັກຄົນເປັນພິເສດ ພຽງແຕ່ເລຶ່ອງໜ່ອຍດຽວ ບໍ່ຮອດນາທີ ຕັດສິນໃຈທຳຮ້າຍຄວາມສຳພັນທີ່ມີມາມັນຄຸ້ມແລ້ວບໍ່ ພຽງຄຳວ່າອາໄພ ແລະປັບຕົວເຂົ້າຫາກັນໃໝ່ ສິ່ງດີໆອາດມີຂຶ້ນໂດຍທ່ານບໍ່ຮູ້ຕົວ , ປັນຫາເກີດເພາະບໍ່ລົມ ປັນຫາເກີດເພາະບໍ່ຄິດຈະແກ້ໄຂ ປັນຫາເກີດເພາະອັກຄະຕິ ປັນຫາເກີດເພາະບໍ່ຮູ້ວ່າຈະເຮັດໄປເຮັດຫຍັງ ເມື່ອຄວາມສຳພັນຫາກໍ່ເລິ້ມຕົ້ນ ປັນຫາເກີດເພາະຄິດຮອດແຕ່ຕົວເອງ ຄິດວ່າເຮັດແບບນີ້ດີທີ່ສຸດ ແລະອີກຝ່າຍຄິດແບບດຽວກັບທ່ານຫຼືບໍ່ ສຸດທ້າຍກໍ່ມີແຕ່ຄວາມເສຍໃຈ ... ຫຼືທ່ານບໍ່ໄດ້ຮູ້ສືກຫຍັງເລີຍ ... ອາດຈະເປັນແບບນີ້

ທ່ານເລືອກທີ່ຈະຍອມຮັບໃນສິ່ງທີ່ເຂົາເຮັດ ແລະຮັກສາສິ່ງດີໆ ຕໍ່ໄປ ຫຼື ເລືອກທີ່ທຳຮ້າຍ ເມື່ອທ່ານບໍ່ໄດ້ມາເຊິ່ງສິ່ງທີ່ທ່ານຢາກໄດ້ ... !!!!!!!!!!!!!!

ແປຄວາມຈາກ ທີນີ

ຂຽນເມື່ອ ຂຽນເມື່ອ: Aug. 23, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເສົ້າ ເສຍໃຈ ຮ້ອງໄຫ້ ເປັນທຸກ ທໍລະມານ ເຈັບປວດ ກິນບໍ່ໄດ້ ນອນບໍ່ລັບ ເມີ່ລອຍ ເຫງົາຫງອຍ ເຊື່ອມຊືມ...... ທັງໝົດນີ້ເປັນອາການຂອງຄົນທີ່ຜິດຫວັງກັບ ” ຄວາມຮັກ  ”ໍ່

ບໍ່ວ່າຈະດ້ວຍສາເຫດເພາະອົກຫັກ ຄາດຫວັງຫຼາຍເກີນໄປ ຫຼືແມ່ນຫຍັງກໍ່ຕາມແຕ່ ແຕ່ມັນເປັນສາເຫດຂອງຄວາມຜິດຫວັງ

ເຊິ່ງໃນຄະນະທີ່ທ່ານກຳລັງຈົມຢູ່ກັບຄວາມຮູ້ສືກຜິດຫວັງ ແລະ ເສຍໃຈ ເຮັດໃຫ້ຫຼົງລືມໄປວ່າ ທີ່ຈິງແລ້ວ ” ຄວາມສຸກ ” ... ” ສົມຫວັງ ” ມັນຄຍງຄູ່ມາກັບ ” ຄວາມຜິດຫວັງ ” ... ” ເສຍໃຈ ”

ສະເໝີ ເພາະມັນເປັນສັດຈະທຳ ຂອງຄວາມຮັກ ທີ່ມີສຸກກໍ່ຕ້ອງທຸກເປັນທຳມະດາ

ແລະທຸກຄົນກໍ່ຕ້ອງເຄີຍຜ່ານພົບຄວາມຮູ້ສຶກ ” ຜິດຫວັງ ” ໃນຄວາມຮັກມາຈັກເທຶ່ອໃນຊີວິດນຳກັນ ເຊື່ອວ່າຕ້ອງມີຈັກມື້ໜຶ່ງ ຄວາມຮູ້ສຶກແບບນີ້ມັນຈະຕ້ອງຜ່ານໄປ ມື້ໜຶ່ງທ່ານກໍ່ຕ້ອງຄິດແລະທຳໃຈໄດ້

ເພາະເວລາບໍ່ເຄີຍຍ້ອນກັບໄປໃຫ້ໃຜກັບໄປແກ້ໄຂອະດີດ ເວລາມີແຕ່ຢ່າງໄປທາງໜ້າ ເພາະສະນັ້ນ ສິ່ງທີ່ດີທີ່ສຸດກໍ່ຄື ການຮັກສາຫົວໃຈໂຕເອງໃຫ້ເຂັ້ມແຂງ ແລະພ້ອມຈະຢ່າງໄປທາງໜ້າດ້ວຍຄວາມຮູ້ສຶກໝັ້ນໃຈ

ຢ່າມົວແຕ່ຍຸດທຸກສິ່ງທຸກຢ່າງໄວ້ໃນຫ້ອງຂອງຄວາມຜິດຫວັງ ຈະຈົມຢູ່ກັບຄວາມເສົ້າສ້ອຍໄປເຮັດຫຍັງ

ເປິດຕາເປິດໃຈ ຍອມຮັບສິ່ງໃໝ່ໆ ທີ່ກຳລັງຈະເກີດຂຶ້ນໃນຊີວິດຈະດີກ່ວາບໍ່ ? ຢ່າລືມວ່າ ... ຊີວິດຂອງຄົນເຮົາ ຈະບໍ່ມີຄວາມສຸກ ຫາກບໍ່ໄດ້ຮູ້ຈັກແລະສຳພັດກັບຄຳວ່າ ” ຜິດຫວັງ ”

ຂຽນເມື່ອ ຂຽນເມື່ອ: Aug. 22, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

1 ບໍ່ວ່າທ່ານຈະຮັ່ງມີ ຫຼືທຸກຍາກ ທ່ານກໍ່ຢາກໄດ້ຄົນທີ່ເວົ້າດີກັບທ່ານ ດັ່ງນັ້ນບໍ່ວ່າເຂົາຈະທຸກຍາກຫຼືຮັງມີ ກໍ່ຢາກໄດ້ຄຳເວົ້າທີ່ດີຄືກັນ

2 ການທີ່ຈະຢ່າງຂຶ້ນສູງໃຫ້ເມື່ອນໜ່ອຍທີ່ສຸດ ຄື ການຢ່າງຂຶ້ນໄປກັບປັດຈຸບັນໂດຍບໍ່ຄິດຮອດຍອດເຂົາ

3 ການໃຫ້ອະໄພ ມັນດີກ່ວາການຈອງເວນສະເໝີ

4 ໄປຮອດກ່ອນ 15 ນາທີ່ ດີກ່ວາ ໄປໍ້າ15 ນາທີສະເໝີ

5 ຜູ້ຍິງງາມ ແລະ ຜູ້ຊາຍຫຼໍ່ ບໍ່ຈຳເປັນວ່າຈະຕ້ອງເປັນຄົນດີ ຄົນໜ້າຕາຊື່ໆໆ ອາດຈະບໍ່ແມ່ນຄົນບໍ່ມີເລ່ຫຼ່ຽມ ຈົ່ງໃຊ້ເວລາ ບວກກັບຄວາມຮູ້ສືກ ພິດຈາລະນາຄົນ ຫຼາຍກ່ວາອາລົມແລະຄວາມຮູ້ສຶກ

6 ບໍ່ຈຳເປັນວ່າ ລູກຊີ້ນ ລູກດຽວ ຈະກິນໄດ້ແຕ່ຄົນດຽວ ຄົນທີ່ມີນ້ຳໃຈຈະຮູ້ໃຫ້ຫຼາຍກ່ວາຮັບ

7 ເສື້ອຜ້າທີ່ທ່ານນຸ່ງຢູ່ ບໍ່ໄດ້ບົ່ງບອກວ່າທ່ານເປັນຄົນດີ ມັນບອກໄດ້ແຕ່ວ່າທ່ານແຕ່ງຕົວດີເທົ່ານັ້ນ

8 ແກ້ວນ້ຳທີ່ເຕັມ ບໍ່ອາດເພິ່ມນ້ຳໄປອີກໄດ້ ຄົນທີ່ບໍ່ເຄີຍເປິດໃຈກໍ່ບໍ່ອາດຮຽນຮູ້ສິ່ງໃໝ່ໆ ເຊັ່ນກັນ

9 ແມ້ຄົນທີ່ຄິດການໃຫຍ່ ຈະຕ້ອງເບິ່ງການໄກ ແຕ່ບໍ່ໄດ້ໝາຍຄວາມວ່າ ທ່ານຕ້ອງລະເລີຍສິ່ງທີ່ທ່ານເຄີຍເປັນ ແລະຕົວຕົນທ່ານເອງ

10 ແມ້ນົກຈະບິນສູງ ແລະເບິ່ງເຫັນກ້ວາງໄກ ແຕ່ກໍ່ບໍ່ໄດ້ແປວ່າ ເມື່ອເບິ່ງໄກແລ້ວ ມັນຈະດີກ່ວາສັດໃດໆ

11 ເລຶ່ອງເສົ້າໃນມື້ນີ້ ຈະເປັນພະລັງແລະກຳລັງໃຫ້ກັບເຮົາໃນມື້ທີ່ເຮົາຜ່ານໄປໄດ້

12 ຄວາມຮູ້ບໍ່ແມ່ນກ້ອນຫີນ ເຮົາຕ້ອງໄດ້ແບກຫາບ ມີຫຼາຍເທົ່າໃດແຮງດີ

13 ຄວາມທຸກບໍ່ໄດ້ຢູ່ກັບເຮົາຕະຫຼອດຊີວິດ ຈະມີຊີວິດເພຶ່ອແບກຄວາມທຸກໄປເຮັດຫຍັງ

14 ນ້ຳຕາມີໄວ້ສຳລັບຄົນອ່ອນແອເທົ່ານັ້ນ

15 ມັນບໍ່ສຳຄັນວ່າເຮົາຈະເຮັດສຳເລັດຫຼືບໍ່ ແຕ່ມັນຢູ່ທີ່ວ່າເຮົາໄດ້ເຮັດມັນເຕັມທີ່ແລ້ວຫຼືບໍ່

 

 

ຂຽນເມື່ອ ຂຽນເມື່ອ: Aug. 16, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

1 ຖ້າແຟນຂອງທ່ານຢາກໃຫ້ທ່ານດື່ມຢາຢ່າງໃດຢ່າງໜຶ່ງຕໍ່ໄປນີ້ທ່ານຈະດື່ມຢາໃດ ?

   A ຢາທີ່ເຮັດໃຫ້ຕົດບໍ່ເຊົາ

   B ຢາີ່ເຮັດໃຫ້ຂີ້ມູກໄຫຼບໍ່ເຊົາ

2 ຖ້າຈະເປັນແຟນກັນ 1 ໃນ 2 ຄົນນີ້ທ່ານຈະເລືອກໃຜ ?

   A  ຍັກໂຕສູງໃຫຍ່ກ່ວາ 40 ແມັດ

   B ເທວະດາ ໂຕນ້ອຍໜ້າຮັກ ສູງແຕ່ຄືບດຽວ

3 ຖ້າທ່ານຕ້ອງເລືອກສະຖານະການນີ້ຕະຫຼອດທັ່ງອາທິດ ທ່ານຈະເລືອກ

   A ຖືກຜີອຳ ເຄື່ອນໄຫວບໍ່ໄດ້ທັ່ງຄຶນ ຮ້ອງກໍ່ບໍ່ອອກສຽງ ຕະຫຼອດທັ່ງອາທິດ

   B ນອນບໍ່ລັບຕະຫຼອດທັ່ງຄຶນ ເປັນເວລາໜຶ່ງອາທິດ

4 ທ່ານຈະເລືອກຫຼິ້ນກິລາທີ່ແສນຈະພິດສະດານ ອັນໃດລະຫວ່າງ

   A ຫຼິ້ນກະດານໂຕຄື່ນທີ່ມີເຫີບຫີນ

   B ເຫີນເວລາດ້ວຍຈ້ອງຕາມບັກຊາຍຫາດ

5 ຫາກຖືກສາບໃຫ້ເປັນເຄິ່ງຄົນເຄິ່ງສັດ ທ່ານຈະເລືອກເປັນຫຍັງ

   A  ມີໜ້າຕາຄືໜູ ແຕ່ມີຫຸ່ນດີໆໆ ຄືນາງແບບ

   B  ມີໜ້າຕາງາມຄືນາງແບບ ແຕ່ມີຫຸ່ນຕຸ້ຍຄືກັບຊ້າງນ້ຳ

 

ສະເຫຼີຍ

ຂໍ້ທີ່ 1 ທາຍວ່າທ່ານເປັນແຟນແບບໃດ

A ທ່ານຍອມດື່ມຢາບ້ອງໆ ແບບນີ້ສະແດງວ່າ ທ່ານຍອມເປັນຕົວຕະລົກໃຫ້ແຟນທ່ານຫົວຂັວນ ທ່ານຄືຊິເປັນແຟນຂີ້ຫຼິ້ນ ມັກມ່ວນ ແລະເຕັມໄປດ້ວຍອາລົມມັກມ່ວນ ໃຜຢູ່ໃກ້ກໍ່ຍິ້ມໄດ້ຕະຫຼອດ

B ທ່ານເປັນຄົນເຈົ້າຊູ່ໜ່ອຍໜຶ່ງ ຕໍ່ໜ້າແຟນ ທ່ານຈະເບິ່ງຄືເປັນແຟນທີ່ໜ້າຮັກ ແສນດີ ແຕ່ພໍລັບຫຼັງເທົ່ານັ້ນ ເກືອບຈະປ່ຽນເປັນອີກຄົນໜຶ່ງເລີຍ

ຂໍ້ທີ່ 2 ທາຍວ່າແຟນທ່ານຈະເປັນຜູ້ຊາຍແບບໃດ

A ຜູ້ຊາຍທີ່ຈະມາເປັນແຟນຂອງທ່ານນັ້ນຕ້ອງເປັນຄົນຮ່າງໃຫຍ່ ສຼງ ມາດແມນ ແບບທີ່ວ່າສາມາດປົກປ້ອງຄຸ້ມຄອງ ເບິ່ງແຍງທ່ານໄດ້ຢ່າງດີ ເປັນຜູ້ຊາຍທີ່ເຂັ້ມແຂງແລະ ໝັ້ນຄົງ ເປັນທີ່ເພິ່ງໃຫ້ທ່ານເປັນຢ່າງດີ ແລະຈະເປັນຜູ້ໃຫຍ່ຫຼາຍກ່ວາທ່ານຫຼາຍ

B ຄົນທີ່ຈະເຂົ້າມາຄອງໃຈຂອງທ່ານ ຈະເປັນຜູ້ຊາຍໜ້າຮັກ ເອົາແຕ່ໃຈໂຕເອງ ມັກໃຫ້ທ່ານເອົາໃຈ . ແບບນີ້ທີ່ເຮັດໃຫ້ທ່ານຢາດເບິ່ງແຍງ ເອົາໃຈໃສ່ໃກ້ສິດ ຖ້າເຂົາອາຍຸນ້ອຍກ່ວາທ່ານກໍ່ຄື ເດັກຫຼາຍກ່ວາທ່ານຫັ້ນແລະ

ຂໍ້ທີ່ 3 ທາຍວ່າຄວາມຮັກຂອງທ່ານເກີດຈາກຮັກເອງ

A ຊ່ວງເວລາປົກກະຕິທຳມະດາ ທ່ານກໍ່ຄົບໄປເລື້ອຍ ຄົບກັນຄົນນັ້ນແດ່ຄົນນີ້ແດ່ ດຽວກໍ່ໄປມັກຄົນນີ້ ຈີບຄົນນັ້ນ ແຕ່ຖ້າມື້ໃດທີ່ຄິດຢາກມີແຟນເປັນຕົວເປັນຕົນ ຫຼືຄິດຈະຄົບກັບໃຜຈິງໃຈແລ້ວກໍ່ ທ່ານມັກຈະປ່ອຍໃຫ້ເປັນໜ້າທີ່ຂອງຄົນອຶ່ນ ທີ່ຈະຄອຍແນະນຳ ແລະຊ່ວຍຕັດສິນໃຈເລືອກ ເພາະທ່ານບໍ່ເຊຶ່ອໝັ້ນໃນການເລືອກຂອງທ່ານເທົ່າໃດ

B ທ່ານເປັນຄົນທີ່ມີຄວາມຮັກທີ່ຍິ່ງໃຫຍ່ ກ່ວາແມ່ນຫຍັງທັງໝົດ ດັ່ງນັ້ນຫາກທ່ານຈະຄົບໃຜຈັກຄົນໜຶ່ງ ທ່ານຈະຄັດແລະເລືອກເປັນຢ່າງດີ ເພາະທ່ານຖືວ່າຈະຄົນກັບຜູ້ຊາຍຈະຕ້ອງເລືອກເອງ ຈະໃຫ້ຄົນອຶ່ນເລືອກໃຫ້ຈະຖືກໃຈໄດ້ແນວໃດ ແລ້ວພໍຮອດເວລາ ທ່ານເຈີຄົນໆ ນັ້ນ ທ່ານຈະຫາທຸກວິທີທາງ ເພຶ່ອຈະໄດ້ເຂົາມາເປັນຄູ່ຄອງ

ຂໍ້ທີ່ 4 ທາຍວ່າທ່ານກັບແຟນຈະໃຊ້ເວລາຫວ່າງຫຍັງນຳກັນ

A ຄູ່ຂອງທ່ານເປັນ ປະເພດຄູ່ນັກກິລາ ທ່ານ2ຄົນຈະກວດຄໍ ພາກັນຫາເວລາຫວ່າງໄປຫຼິ້ນກິລານຳກັນສະເໝີ ຕີແບດ ແລ່ນ ໆລໆ ແບບວ່າສົດຊຶ່ນສົດໃສກັນຕະຫຼອດ ບໍ່ຮູ້ເມື່ອຍ

B ທ່ານສອງຄົນເປັນປະເພດ ໂມແມ່ນຕິກ ຫຼາຍກ່ວາຈະເປັນປະເພດໂລດໂຜນ ເວລາຫວ່າງທ່ານຈະພາກັນໄປ shpping ຟັງເພງ ລົມກັນ ເປັນແບບ sweet

ຂໍ້ທີ່ 5 ທ່ານວ່າທ່ານຈະມີແນວໂນ້ມນອກໃຈແຟນທ່ານຫຼາຍປານໃດ

A ທ່ານເປັນພວກເສົາໄຟຟ້າແຮງສູງ ເວລາທີ່ມີໜຸ່ມໆ ເຂົ້າມາຈີບທ່ານຈະຄ້າຍກັບເມີນເສີຍໃສ່ ບໍ່ສົນໃຈ ແຕ່ມືທ່ານເຈັບມືເຂົາໄວ້ແນນເລີຍ ເຖິງແມ້ທ່ານຈະມີແຟນເປັນຕົວເປັນຕົນກໍ່ຕາມແຕ່ ທ່ານກໍ່ຍັງຫາເສດຫາເລີຍກັບໜຸ່ມໆ ທີ່ເຂົ້າມາພົວພັນກັບທ່ານ ( ຜູ້ຍິງອັນຕະລາຍ )

B ເບິ່ງຕາມທຳມະດາ ທ່ານຈະເປັນຄົນ ສະນິດສະໜົມກັບໜຸ່ມໆ ທົ່ວໄປ ຈູງມືຖືແຂນຄວງກັນໄດ້ຢ່າງບໍ່ຖືສາ ຈົນຄົນອຶ່ນຕ່າງສຸບສິບນິນທາເຂົ້າໃຈຜິດ ຄິດວ່າທ່ານນອກໃຈແຟນຂອງທ່ານ ແຕ່ໃນຄວາມເປັນຈິງທ່ານບໍ່ເຄີຍສົນໃຈເລີຍ ນອກຈາກຫວານໃຈຄົນດຽວຂອງທ່ານ

   ລອງອ່ານເບິ່ງເດີ ຖືກບໍ່ຖືກກໍ່ອ່ານຫຼິ້ນໆໆ

 

 

ຂຽນເມື່ອ ຂຽນເມື່ອ: Aug. 15, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຖ້າອາການຫຶງທີ່ມີເຫດຜົນກໍ່ພໍຈະຮັບໄດ້ ແຕ່ຖ້າຫຶງຈົນເຖິງຂັ້ນຮ້າຍແລ້ວຕ້ອງລະວັງ ມາເບິ່ງກັນດີກ່ວາວ່າອາການຫຶງຈົນເກີນງາມມີຫຍັງແດ່ :

1 ໂທລະສັບມາກວດເບິ່ງກາງເດີກ

2 ຢາກຮູ້ຢາກເຫັນ

3 ຕັ້ງຕົວເປັນສັດຕູກັບແຟນເກົ່າ

4 ຄົ້ນເຂົ່າຂອງເຄື່ອງເຂົາ

5 ຂູ່ຂ້າຕົວຕາຍ

 

ຂຽນເມື່ອ ຂຽນເມື່ອ: Aug. 5, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ເມື່ອຕອນທ່ານເກີດ ມີຜູ້ຍິງຄົນໜຶ່ງໂອບກອດທ່ານດ້ວຍຄວາມຮັກ ແລະຖືກທ່ານເອິ່ນວ່າ ແມ່

ບໍ່ວ່າເຂົາຈະໄປໃສ ເຂົາກໍ່ຈະຕ້ອງພາທ່ານໄປນຳຕະຫຼອດ

ຫາກທ່ານບໍ່ມີວຽກເຮັດຫຼືຕົກອັບ ແມ່ຄົນນີ້ ຍັງຍິນດີທີ່ຈະແບກຮັບພາລະໄວ້ສະເໝີ

ເວລາທ່ານເສຍໃຈ ທ່ານອາດຈະຄິດວ່າ ເຫຼົ້າຄືທາງອອກ ແຕ່ທີ່ຈິງແລ້ວ ແມ່ເປັນຜູ້ຊ່ວຍທ່ານໃຫ້ຊະນະແລະເຊົາເສຍໃຈໄດ້

ບໍ່ວ່າທ່ານຈະອາຍຸເທົ່າໃດ ຫາກມີໂອກາດແລ້ວ ເຂົາບໍ່ເຄີຍປະຕິເສດທີ່ຈະອຸ້ມຊູ ເບິ່ງແຍງທ່ານ

ສິ່ງທີ່ທ່ານພົບ ສິ່ງທີ່ທ່ານເຫັນມັນຄືສົດໃສ ຈົບງາມ ໃນຂະນະທີ່ທ່ານມີໝູ່ເພື່ອນຫຼາຍຂຶ້ນ ແມ່ອາດຈະເຫຼືອແຕ່ທ່ານພຽງຄົນດຽວ

ຫາກແຕ່ເມຶ່ອທ່ານເຂັ້ມແຂງພໍ ແລະສາມາດຢຶນໄດ້ດ້ວຍຕົນເອງ ມື້ນັ້ນແມ່ຄືຊິອ່ອນເພຍລົງ

ທ່ານເຄີຍຫຼຽວໄປເບິ່ງຜູ້ຍິງຄົນນີ້ແດ່ບໍ່ ?

ເຂົາໜາວບໍ່ ? ອຶດຫິວບໍ່ ? ຢູ່ແບບໃດ ? ...............................

ຂຽນມາໃຫ້ອ່ານເດີ ຈາກເວບ www.love4home.com


 

ຂຽນເມື່ອ ຂຽນເມື່ອ: Jul. 29, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ກຣຸບ A

ລັກສະນະພຶ້ນຖານຂອງຄົນເລືອດກຣຸບ A ເປັນຄົນຂ້ອນຂ້າງລອບຄອບ ຫຼິ້ນຕົວໜ່ອຍໜຶ່ງ

ແຕ່ບໍ່ເຖິງກັບສະຫາວ ມີຄວາມໂດດເດັນໃນຕົວຫຼາຍກ່ວາຄົນອຶ່ນ

ເວລາຈະເຮັດຫຍັງມັກຄິດວາງແຜນການໄວ້ລ່ວງໜ້າ ແລະແກ້ບັນຫາສະເພາະໜ້າໄດ້ດີ

ສະໄຕຄວາມຮັກ

ເອິ່ນວ່າ ຄິດກ່ອນຮັກ ຮັກຄັ້ງທຳອິດບໍ່ເຄີຍເກີດຂຶ້ນກັບຄົນກຣຸບເລືອກນີ້

ແຕ່ຕັດສິນໃຈຮັກແລ້ວ ກໍ່ຮັກເລີຍ ຮັກດຽວໃຈດຽວ

ດ້ວຍຄວາມທີ່ເປັນຄົນລອບຄອບ ຄວາມຮັກທີ່ຜ່ານຂະບວນການຄິດກ່ອນຈິ່ງລຽບງ່າຍ

ແຕ່ເປັນຮັກແທ້ທີ່ໝັ້ນຄົງ

ກຣຸບເລືອດ B

ລັກສະນະພຶ້ນຖານຂອງຄົນກຣຸບເລືອດ  B ເປັນຄົນທີ່ມີເອກະລັກສະເພາະຕົວ

ມັກຄວາມແຕກຕ່າງ ບໍ່ມັກ copy ໃຜ ມີຄວາມຄິດສ້າງສັນ

ເປັນຄົນບໍ່ຄິດຫຍັງຫຼາຍກັບຊີວິດ ເພາະບໍ່ມັກ care ຄົນອ້ອມຂ້າງເທົ່າໃດ ສະນັ້ນຈິ່ງເປັນຄົນສົດໃສລ່າເລິງຢູ່ຕະຫຼອດ

ສະໄຕຄວາມຮັກ

ເປັນເພາະຄວາມຮັກເປັນອິດສະລະ ແລະຄຸນລັກສະນະໂດດເດັ່ນປະຈຳຕົວ ຮູບແບບຂອງຄວາມຮັກມັນຈິ່ງເປັນໄປໃນ

ລັກສະນະ ທີ່ເອົາແຕ່ໃຈໂຕເອງ ດັ່ງນັ້ນຈຸດເລີ້ມຕົ້ນຂອງຄວາມຮັກຂອງຄົນກຣຸບເລືອດນີ້ ຈິ່ງເປັນຄວາມຮັກທີ່ຄ່ອຍໆກໍ່ຕົວຂຶ້ນ

ຢ່າງມິດໆໃນຄວາມສຳພັນແບບອຶ່ນກ່ອນ ຄືອາດຈະຕິດເປັນໝູ່ມາກ່ອນຈິ່ງກາຍມາເປັນຄົນຮັກທີ່ຫຼັງ

ກຣຸບເລືອດ AB

ເປັນຄົນທີ່ເຂົ້າຄົນງ່າຍ ມັກຊ່ວຍເຫຼືອຄົນອຶ່ນ ມັກຄວາມຍຸດຕິທຳ

ສະໄຕຄວາມຮັກ

ເປັນຄວາມຮັກທີ່ລຽບງ່າຍ ບໍ່ມັກສະແດງຄວາມຮັກຕໍ່ໜ້າຄົນອຶ່ນ

ແລະທີ່ສຳຄັນຄືຮັກດຽວໃຈດຽວ

ກຣຸບເລືອດ O

ເປັນຄົນທີ່ບໍ່ຢ້ານຕໍ່ອຸປະສັກໃດທັ່ງສິ້ນ ເອິ່ນວ່າລຸຍຕະຫຼອດ ກ້າຄິດກ້າສະແດງອອກ

ຫາກເຊຶ່ອໝັ້ນໃນສິ່ງທີ່ຄິດຈະເຮັດ ວ່າເປັນສິ່ງທີ່ຖືກຕ້ອງກໍ່ຈະລຸຍເລີຍ

ຈົນບາງເທື່ອຈະເບິ່ງຄ້າຍຄົນດື້ເອົາແຕ່ໃຈໂຕເອງ

ສະໄຕຄວາມຮັກ

ຮັກຮ້ອນແຮງ ຈິງຈັງ ເຮັດໄດ້ທຸກຢ່າງເພຶ່ອຄວາມຮັກ

 

ລອງອ່ານເບິ່ງວ່າຊິຖືກຫຼືບໍ່ ຖ້າບໍ່ຖືກກໍ່ຂໍໂທດຂໍອະໄພນຳຫຼາຍໆໆ

 

 

ຂຽນເມື່ອ ຂຽນເມື່ອ: Jul. 23, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

* Three irrevocable things in your life are : ສາມສິ່ງໃນຊີວິດເຮົາທີ່ບໍ່ສາມາດເອົາຄືນມາໄດ້

  Word  ຄຳເວົ້າ

  Time ເວລາ

  And chance ແລະກໍ່ໂອກາດ

*Three undeable things in your life are : ສາມສິ່ງທີ່ຄວນຈະມີໃນຊີວິດເຮົາຄື

  Serenity ຄວາມສະຫງົບ

  Honesty ຄວາມຊື່ສັດ

  And hope ແລະຄວາມຫວັງ

*Three gems of your life are : ສິ່ງທີ່ມີຄ່າ 3 ສິ່ງໃນຊີວິດຂອງເຮົາ

  Love ຄວາມຮັກ

  Seft-esteem ເຄົາລົບໂຕເອງ

  And true friends ແລະເພື່ອນແທ້ລ

*Three uncertainties in your life are : ຄວາມບໍ່ແນ່ນອນໃນຊີວິດ3ຢ່າງຄື

  Dreams ຄວາມຝັນ

  Success ຄວາມສຳເລັດ

  And fate ແລະໂຊກສະຕາ

*Three things that deteriorate your life are : 3 ສິ່ງທີ່ເປັນບ່ອນທຳລາຍຊີວິດຂອງເຮົາຄື

  Arrogance ຄວາມຂີ້ອົ່ງຈອງຫອງ

  Liquor ເຫຼົ້າ

  And anger ຄວາມໃຈຮ້າຍ

*Kind hearts are the garden ..........

  ຈິດໃຈດີເປັນຄືສວນ

  Kind thoughts are the root

  ຄວາມຄິດດີເປັນຮາກໄມ້

  Kind words are the blossoms

  ຄຳເວົ້າດີເປັນຄືດອກໄມ້ບານ

  Kind deeds are the fruits

  ການເຮັດສິ່ງດີໆປຽບດັ່ງໝາກໄມ້






 

ຂຽນເມື່ອ ຂຽນເມື່ອ: Jul. 19, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

” ຫຶງ ” ມັນມີສາເຫດມາຈາກຄຳວ່າ ” ຫວງ  ”

ຊຶ່ງບໍ່ໜ້າມາເປັນສ່ວນປະກອບຂອງຄວາມຮັກ

ສ່ວນຄຳວ່າ ” ຫ່ວງ ” ຕ່າງຫາກທີ່ໜ້າຈະຢູ່ໃນຄວາມຮັກ

ສິ່ງໃດທີ່ເອິ່ນວ່າ ຫ່ວງ ສິ່ງໃດທີ່ເອິ່ນວ່າ ຫວງ

ຄຳວ່າ ຫ່ວງມັກໃຊ້ກັບສິ່ງທີ່ມີຊີວິດ ໂດຍສະເພາະກັບຄົນທີ່ຮັກ

ສ່ວນຄຳວ່າ ຫວງ ແມ່ນໃຊ້ກັບເຄື່ອງຂອງທີ່ເຮົາຮັກ

ແລະບາງທີ່ອາດລາມໄປໃຊ້ກັບຄົນທີ່ເຮົາຮັກກໍ່ມີ

ທັ່ງໆ ທີ່ຂອງຮັກຂອງຫວງ ກັບຄົນຮັກ .... ໃຫ້ຄວາມຮູ້ສຶກທີ່ຕ່າງກັນ

ອາລົມຫຶງຫວງ ກັບອາລົມ ຫ່ວງ ຄວາມຮຸນແຮງຕ່າງກັນ

ຄົນຖືກ ຫ່ວງ ສະບາຍໃຈກວ່າຄົນຖືກ ຫວງ

ໄລຍະພໍດີມັນຢູ່ບ່ອນໃດ ???????????

ຄວາມພໍດີ ... ບໍ່ໄດ້ວັດທີຄົນຮູ້ສຶກ  ... ເພາະທ່ານບໍ່ມີທາງແຍກອອກ

ແຕ່ວັດຈາກຄວາມຮູ້ສຶກຂອງຜູ້ຮັບ

ຫາກຍາມໃດທີ່ຜູ້ຮັບ .......... ຮູ້ສຶກອຶດອັດ ບໍ່ສະບາຍໃຈ

ນັ້ນສະແດງວ່າ .......... ເຂົາກຳລັງພົບກັບອາລົມຫຶງຫວງ

ຟັງເບິ່ງ ອາລົມຫຶງຫວງ ......... ເປັນອາລົມທາງດ້ານລົບ ຂອງຄວາມຮັກ

ຫວງ ເປັນອາລົມທີ່ເກີດຈາກໂຕເອງເປັນໃຫຍ່

ຫ່ວງ ເປັນອາລົມທີ່ເກີດຈາກເຂົາເປັນໃຫຍ່

ເຖິງວ່າຫຼາຍຄົນຈະເວົ້າວ່າ .......... ຫວງຫຼາຍເພາະຮັກຫຼາຍ

ແຕ່ຖ້າຫາກຫຼາຍເກີນໄປ ເຊຶ່ອວ່າມື້ໜຶ່ງຜູ້ຮັບ

ຈະເປັນຝ່າຍບອກວ່າ ” ບໍ່ຕ້ອງຮັກຫຼາຍຂະໜາດນີ້ກໍ່ໄດ້ ”

ແລ້ວສຸດທ້າຍຈະ ” ບໍ່ຢາກໃຫ້ມາຮັກ ” ຈົນເຖິງຂັ້ນ ” ບໍ່ຮັກ ”

ນີ້ແລະຄືເຫດຜົນທີ່ວ່າ

” ເປັນຫຍັງຄົນຮູ້ສຶກ ຈິ່ງແຍກບໍ່ອອກວ່າກຳລັງ ຫຶງ ຫຼື ກຳລັງ ຫ່ວງ ”

ກໍ່ໃຜຈະໄປຍອມຮັບວ່າ ................

ຄວາມຮັກຈະມາຈົບລົງເພາະໂຕເອງ ໃນມື້ໜຶ່ງ

ແລະແທ້ທີ່ຈິງແລ້ວເຮົາຮັກໂຕເຮົາເອງ........... ຫຼາຍກ່ວາຮັກເຂົາ

ຂໍ້ຄິດດີເລຶ່ອງຄວາມຮັກຈາກນິດຕະຍະສານຂອງໄທ ” ຢູ່ນານໆ ນະຄວາມຮັກ ”

ບໍ່ວ່າກັນເດີທີ່ເອົາມາຂຽນໃຫ້ອ່ານ

ຂຽນເມື່ອ ຂຽນເມື່ອ: Jul. 15, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທຸກເທືອໃນຊີວິດທີ່ທ່ານກຳລັງທຸກແລະຮູ້ສຶກຢາກປ່ອຍວາງ....... ມີຫຼາຍຄຳຖາມເກີດຂຶ້ນຢູ່ພາຍໃນໃຈຂອງທ່ານ

ເຮັດຈັງໃດທ່ານເຖິງຈະປ່ອຍວາງໄດ້....... ເປັນຫຍັງທ່ານຈິ່ງບໍ່ຍອມປ່ອຍວາງ ... ມີິວິທີໃດແດ່່ທີ່ຈະເຮັດໃຫ້ທ່ານປ່ອຍວາງໄດ້ດີທີ່ສຸດ.... ແລ້ວຍາມໃດທ່ານຈະປ່ອຍວາງໄດ້......

? ຄຳຖາມເຫຼົ່ານີ້ມັກເກີດຂຶ້ນພາຍໃນໃຈຂອງທ່ານ ກ່ອນທີ່ຈະຖາມຕົວເອງດ້ວຍຄຳຖາມເກົ່າໆໆໆ

ລອງຖາມໂຕເອງແບບຈິງຈັງວ່າ ໃນຊີວິດທ່ານມີສິ່ງໃດແດ່ທີ່ຍຶດຕິດໄດ້ ???

ບໍ່ມີຫຍັງຈັກຢ່າງເລີຍແມ່ນບໍ່

ຮ່າງກາຍຂອງທ່ານເອງ ຍັງຄ່ອຍໆ ເຈັບປ່ວຍ ເຖົ້າແກ່ສະລາລົງ ຈົນກະທັງດັບໄປໃນທີ່ສຸດ ຄົນອ້ອມຂ້າງຂອງທ່ານກໍ່ເຊັ່ນດຽວກັນ ......

ແມ້ວ່າທ່ານຈະຮັກຫຼືຫວງເຂົາຫຼາຍປານໃດກໍ່ຕາມ ຍ່ອມບໍ່ອາດຫ້າມຄວາມເຈັບປ່ວຍ ແກ່ສະລາ ແລະຄວາມຕາຍ ທີ່ຕ້ອງເກີດຂຶ້ນກັບທຸກຄົນແນ່ນອນໄດ້

ສ່ວນການໃຊ້ຊີວິດ ຫາກທ່ານຄາດຫວັງໃຫ້ເຈີແຕ່ສິ່ງດີໆ ບໍ່ຢາກໃຫ້ມີເລຶ່ອງບໍ່ດີເກີດຂຶ້ອນເລີຍນັ້ນ ກໍ່ຄົງເປັນໄປບໍ່ໄດ້

ເພາະແທ້ຈິງແລ້ວການໃຊ້ຊີວິດຂອງຄົນເຮົານັ້ນ  ຍ່ອມມີທັງເລຶ່ອງດີ ເລຶ່ອງປົກກະຕິ ແລ້ວກໍ່ເລຶ່ອງບໍ່ດີເກີດຂຶ້ນ ສະລັບກັນໄປເປັນທຳມະດາ

ຕາມແຕ່ຕົ້ນເຫດທີ່ທຸກຄົນໄດ້ເຮັດຜ່ານໄປແລ້ວທັ່ງນັ້ນ

ສິ່ງຕ່າງໆທີ່ເຄີຍເກີດຂຶ້ນກັບທ່ານ ບໍ່ວ່າຈະເປັນສິ່ງດີ ຫຼື ບໍ່ດີ ຈິ່ງຖືເປັນເລື່ອງທຳມະດາ ເປັນຜົນທີ່ເກີດຈາກເຫດ ເປັນສິ່ງທີ່ເກີດຂຶ້ນແລ້ວ ແລະບໍ່ສາມາດຍ້ອນກັບໄປແກ້ໄຂໄດ້

” ແລ້ວເປັນຫຍັງທ່ານຕ້ອງໄປຄິດກັງວົນ ຈົນເປັນທຸກ ກັບສິ່ງທີ່ເປັນທຳມະດາ ແລະກໍ່ຜ່ານໄປແລ້ວ ”

ເມື່ອທ່ານທຸກ ຈົ່ງຖາມຕົວເອງວ່າກຳລັງຢຶດຕິດກັບສິ່ງໃດ ແລ້ວຖາມຕໍ່ໄປວ່າ ທຸກແລ້ວ ຢຶດຕິດສິ່ງເຫຼົ່ານັ້ນໄດ້ບໍ່  ......

ທ້າຍສຸດແລ້ວ ຄວາມທຸກກໍ່ບໍ່ອາດຊ່ວຍຫຍັງໄດ້ ນອກເສຍຈາກຈະທຳຮ້າຍຕົວທ່ານເອງ ເຮັດໃຫ້ທຸກສິ່ງໃນຊີວິດທ່ານແຮງຊ້ຳຮ້າຍລົງໄປກ່ວາເກົ່າ

ທີ່ແທ້ແລ້ວ ສິ່ງທີ່ຍ່ອມເປັນໄປ ປຽບສະເໝືອນລົດທີ່ກຳລັງແລ່ນໄປທາງໜ້າ ຖ້າທ່ານບໍ່ຢາກໃຫ້ເປັນໄປຕາມນັ້ນ ແລ້ວທ່ານພະຍາຍາມໄປຢຶດຕິດ ບໍ່ຍອມໃຫ້ມັນແລ່ນໄປ

ທ່ານກໍ່ຈະຖືກລາກໄປກັບລົດຄັນນັ້ນຢ່າງເຈັບປວດ

ທ່ານອາດເຈັບປວດ ເພາະບໍ່ສາມາດຢຶດຕິດສິ່ງເຫຼົ່ານັ້ນໄວ້ໄດ້ .........

ແຕ່ເມື່ອໃດທີ່ທ່ານເລີ້ມເຂົ້າໃຈ ແລະ ຍອມຮັບໄດ້ວ່າ ບໍ່ວ່າຈະຢຶດຕິດອີກດົນປານໃດ ຢຶດຕິດໃຫ້ຫຼາຍຂຶ້ນປານໃດ

ສິ່ງຕ່າງໆທີ່ເປັນໄປແລ້ວກໍ່ຍ່ອມເປັນໄປຢູ່ດີ ຄວາມຢຶດຕິດບໍ່ອາດຊ່ວຍຫຍັງໄດ້

ໃຈຂອງທ່ານກໍ່ຈະຄ່ອຍໆປ່ອຍວາງລົງ ຈົນສາມາດຄາຍຄວາມທຸກເຫຼົ່ານັ້ນລົງໄດ້ເອງ

ທຸກຄັ່ງທີ່ກຳລັງຮູ້ສຶກທຸກ ລອງຖາມໂຕເອງເບິ່ງວ່າ ມືຂ້າງໃດຂອງທ່ານກຳລັງຍຶດຕິດກັບລົດຄັນນັ້ນຢູ່ ( ລົດ ກໍ່ຄືສິ່ງຕ່າງໆທີ່ເປັນໄປແຕ່ທ່ານບໍ່ຍອມໃຫ້ເປັນໄປ )

ທ້ານສຸດຫົນທາງຂອງການປ່ອຍວາງ ທີ່ດີທີ່ສຸດກໍ່ຄື ການໂນ້ມນຳສິ່ງທີ່ເຮົາກຳລັງຢຶດຕິດຈົນເປັນທຸກ  ກັບໄປຖາມຄຳຖາມພາຍໃນໃຈ

” ສິ່ງທີ່ເຮົາກຳລັງຢຶດຕິດຢູ່ ທຸກແລ້ວຢຶດຕິດໄດ້ບໍ່ ......... ? ທຸກແລ້ວຈະໄດ້ຫຍັງ ............ ? ”

ແລ້ວເມື່ອໃດທີ່ທ່ານຍອມຮັບຄວາມຈິງໄດ້ວ່າ ບໍ່ມີສິ່ງໃດເລີຍທີ່ທ່ານສາມາດຢຶດຕິດເອົາໄວ້ໄດ້

ໃຈຂອງທ່ານກໍ່ເລີ້ມປ່ອຍວາງລົງແດ່ແລ້ວ  ນັ້ນເອງ ..............


ລອງອ່ານເດີ ເອົາມາຝາກ ຈາກ ໜັງສືທຳມະ

 

 

 

ຂຽນເມື່ອ ຂຽນເມື່ອ: Jul. 13, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

* ມີເວລາເຮັດຢ່າງອຶ່ນ ນອກຈາກລົມໂທລະສັບ ງອນ ງໍ້

* ມີເວລາຢູ່ກັບໝູ່ເພື່ອນຫຼາຍຂຶ້ນ

* ກັບບ້ານເດີກກໍ່ບໍ່ຕ້ອງລາຍງານໃຜ

* ບໍ່ຕ້ອງຜິກຖຽງກັບໃຜ ບໍ່ສຸກຫຼາຍແລະກໍ່ບໍ່ທຸກຫຼາຍ

* ປະຍັດຄ່າໃຊ້າຈ່າຍ ແບບວ່າບໍ່ຮູ້ຈະໄປທ່ຽວໃສ

* ບໍ່ຕ້ອງຖ້າເອົາໃຈຄົນອຶ່ນ

* ບໍ່ຕ້ອງເຈີໝູ່ຂອງແຟນທີ່ເຮົາບໍ່ຢາກຮູ້ຈັກ

* ບໍ່ຕ້ອງຢ້ານວ່າຊິມີໃຜມາຢາດແຟນ

* ມີຄົນເປັນຫ່ວງເຮົາ ( ເຂົາຫ່ວງເຮົາວ່າຍາມໃດຊິມີແຟນ )

* ບໍ່ຕ້ອງໄປຫຶງຫວງ ເຮັດໃຫ້ສຸຂະພາບຈິດດີຂຶ້ນອີກ

* ມີເວລາໃຫ້ໂຕເອງເຕັມທີ່

* ບໍ່ຕ້ອງຟັງຄຳວ່າ ” ອານາຄົດຂອງເຮົາແລະຮັກແທ້ ”

* ບໍ່ຕ້ອງອົກຫັກ ( ອັນນີ້ສຳຄັນ )

* ພໍ່ແມ່ຈະຮັກເປັນພິເສດ ເພາະຢູ່ຕິດເຮືອນ

* ບໍ່ຕ້ອງປ່ຽນໂຕເອງເພຶ່ອເອົາໃຈເຂົາ

* ບໍ່ຕ້ອງຄອຍຖ້າຄຳສັນຍາທີ່ມັນບໍ່ເປັນຈິງ

* ບໍ່ຕ້ອງຄິດຫຼາຍ

* ມີທາງເລືອກໃຫ້ກັບຊີວິດເພິ່ມຂຶ້ນ

* ............. ບໍ່ຕ້ອງຮ້ອງໄຫ້ ......................

* ໄດ້ເຮັດຕາມໃຈໂຕເອງຢ່າງເປັນສຸກ ບໍ່ຕ້ອງກັງວົນ

* ຄິດຮອດໂຕເອງຫຼາຍຂຶ້ນ

* ຫຼິ້ນເນັດໄດ້ດົນ ຈະລົມກັນໃຜກໍ່ໄດ້ ໂດຍບໍ່ມີຄົນມາຫວງ

* ຄິດຮອດໃຜກໍ່ໄດ້ທີ່ຢາກຄິດ

* ບໍ່ຕ້ອງປົກປິດດ້ານຊົ່ວຂອງໂຕເອງ

* ບໍ່ຕ້ອງດັດສຽງໃຫ້ດູດີ ແລ້ວກໍ່ໜ້າຮັກ

* ຈະເຮັດຫຍັງກໍ່ບໍ່ຕ້ອງເກງໃຈ

* ໃຜຊິຈີບກໍ່ຈີບໄດ້ເພາະເຮົາບໍ່ມີແຟນ

* ປະຢັດນ້ຳຕາໄວ້ໄຫ້ເລຶ່ອງອື່ນ

 ຈາກ Megazine ສະບາຍດີປີໃໝ່

ຂຽນເມື່ອ ຂຽນເມື່ອ: Jul. 1, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

* ຮັກ ເປັນຄຳນາມທີ່ນັບບໍ່ໄດ້ .............. ບໍ່ຮູ້ວ່າມີຫຼາຍຫຼືໜ້ອຍ ແຕ່ຮູ້ວ່າ ......... ມັນມີຫຼືບໍ່ມີ

* ທຸກທີ່ມີຄວາມເສົ້າ,ຕາບໃດທີ່ເຮົາ ເອົາມັນໄປນຳ

* ນ້ຳຕາຂອງແທ້ ມັນໄຫອອກມາໂດຍບໍ່ຮູ້ຕົວ ຮອຍຍິ້ມຂອງແທ້ກໍ່ຄືກັນ

* ຄຳເຕືອນ :  ການດື່ມເຫຼົ້ານອກຈາກຈະເປັນເຫດໃຫ້ພິການຫຼືເສຍຊີວິດ ຍັງອາດເຮັດໃຫ້ເກີດສິ່ງທີ່ມີຊີວິດໂດຍບໍ່ຮູ້ຕົວ

* ເຂົາວ່າເນື້ອຄູ່ຈະຢູ່ມຸມໜຶ່ງຂອງໂລກ ແຕ່ວ່າໜ່ວຍໂລກພັດເປັນຮູບວົງມົນ

* ຄວາມໃກ້ຊິດບາງເທຶ່ອເຮັດໃຫ້ເຮົາເຜີຄິດໄປເອງ ...........................

* ອ່ານໜັງສືຮຽນ .... ບໍ່ເຄີຍຈື່ .... ແຕ່ເວລາຖືກໃຜເຮັດໃຫ້ ........... ຈື່ບໍ່ມີລືມ

* ແຟນເຂົາເຮົບໍ່ມີສິດ ແຕ່ຖ້າຈີບຕິດມັນເປັນສິດຂອງເຮົາແມ່ນບໍ່

* ຢ່າຄິດວ່າເຮົາ ເໜືອກ່ວາຄົນອຶ່ນ ............ ເພາະວ່າໜັງສືທີ່ໃຊ້ຮຽນ........ ຍັງມີຄົນຂຽນໃຫ້ອ່ານ

* ຕັ້ງໃຈຈະລືມເປັນປີ ແຕ່ກັບມາເຈີກັນບໍ່ພໍຈັກວິນາທີ ຕ້ອງກັບໄປເລີ້ມລືມໃໝ່

* ຄົນເຈົ້າຊູ້ ພັດທະນາມາຈາກ ຄົນທີ່ແສນດີ ແຕ່..........ຖືກຢ້ຳຢີຈິດໃຈ

* ຄວາມເຫງົາເກີດຂຶ້ນຈາກຄຳ 2 ຄຳ ຄື : ຄວາມຄິດຮອດ ຫຼື ເຂົາບໍ່ສົນໃຈ

* ບໍ່ຈຳເປັນຕ້ອງຕາມຫາຮັກແທ້ ເພາະຕັ້ງແຕ່ເກີດຈາກທ້ອງແມ່ ກໍ່ໄດ້ຮັບມາລຽບລ້ອຍແລ້ວ

* ຄວາມຮັກ ຄືຄວາມເຂົ້!ໃຈຂອງ 2 ຄົນ ບໍ່ແມ່ນຄວາມອົດທົນ ຂອງຄົນໆດຽວ

* ແຟນເກົ່າກັບມາ ຖາມວ່າ ເປັນແນວໃດ ? ຕອບກັບໄປຢ່າງໝັ້ນໃຈ ກູຍັງບໍ່ຕາຍ ສະບາຍດີ ( ເວົ້າຄຳບໍ່ມ່ວນໜ່ອຍໜຶ່ງເດີ )

* ຄວາມເຫງົາເກີດຂຶ້ນ ເພາະເຮົາໃຫ້ຄວາມສຳຄັນກັນຄົນອຶ່ນຫຼາຍກ່ວາຕົວເອງ

* ກອດຈະ ອົບອຸ່ນ ຫຼື ວ່າ ອຶດອັດ ບໍໄດ້ຂຶ້ນກັບວ່າກອດແນ້ນໄປຫຼືບໍ່ ແຕ່ຂຶ້ນກັບວ່າ ໃຜເປັນຄົນກອດ

* ຮັບຮູ້ທຸກຢ່າງ ແຕ່ ບໍ່ໄດ້ໝາຍຄວາມວ່າ ຮັບໄດ້ທຸກຢ່າງ

* ເຮົາແອບ ຮັກ ແຟນຄົນອຶ່ນ ເອິ່ນເຮົາວ່າ ຊູ້ . ແຕ່ພໍ ຄົນອຶ່ນແອບ ຮັກ ເຮົາ ກັບເອິ່ນ ເຮົາວ່າ ຄວາຍ !!!!!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: Jun. 30, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຄວາມພໍພຽງ

ເສດຖີຜູ້ໜຶ່ງ ພູມໃຈທີ່ລູກຊາຍໄວ5ປີ ກຳລັງຈະໄດ້ເຂົ້າໂຮງຮຽນທີ່ມີຊື່ສຽງແຫ່ງໜຶ່ງ

ໂດຍສ່ວນຕົວຂອງເຂົາກໍ່ຢາກຈະສອນໃຫ້ລູກຊາຍຮູ້ຈັກຊີວິດຈິງ................ຄວບຄູກັນໄປກັບການສອນທິດສະດີໃນໂຮງຮຽນ

ມື້ໜື່ງເຂົາຄິດຮອດຫົວຂໍ້ການສອນ ເລຶ່ອງຄວາມຢາກຈົນ ເພາະເຂົາເຊຶ່ອວ່າລູກຊາຍຂອງເຂົາ ຄືຊິບໍ່ຮູ້ຈັກກັບມັນແນ່ນອນ

ເຂົາຈິ່ງພາລູກຊາຍໄປຢ້ຽມຢາມ ຄອບຄົວຊາວນາ ຄອບຄົວໜຶ່ງ ແລະພັກຢູ່ກັບຊາວນາ ເປັນເວລາ 1 ມື້ 1 ຄຶນ

ພໍກັບຮອດປະສາດຫຼັງໃຫຍ່ຂອງເຂົາໃນມື້ຕໍ່ມາ ...........................

ມະຫາເສດຖີ ຈິ່ງຖາມກັບລູກຊາຍຂອງຕົນເອງວ່າ ໄດ້ແມ່ນຫຍັງແດ່ຈາກການໄປຄ້າງຄຶນກັບຊາວນາຜູ້ຍາກຈົນ

ລູກຊາຍຕອບຄຳຖາມຜູ້ເປັນພໍ່ວ່າ

ຊາວນາມີບ່ອນເຮັດກິນທີ່ກ້ວາງໃຫຍ່ ໃນຄະນະທີ່ພໍ່ມີພຽງຫ້ອງສີ່ຫຼ່ຽມທີ່ວ່າກ້ວາງ .......... ແຕ່ກໍ່ຍັງນ້ອຍກ່ວາ ບ່ອນເຮັດວຽກຂອງຊາວນາ

ອາຫານທີ່ຊາວນາກິນສາມາດຫາໄດ້ຕະຫຼອດເວລາລອບໆບໍລິເວນບ້ານໂດຍບໍ່ຕ້ອງຊື້  ........... ໃນຄະນະທີ່ບ້ານຂອງເຮົາມີພຽງແຕ່ຕູ້ເຢັນເທົ່ານັ້ນທີ່ເປັນບ່ອນໄວ້ອາຫານ............

ເວລາກິນເຂົ້າກໍ່ມີໝູ່ລົມພ້ອມໜ້າ ພໍ່ ແມ່ ລູກ .................. ໃນຄະນະທີ່ຕົນຕ້ອງກິນເຂົ້າກັບໂຕະຂອງກິນທີ່ຍາວເກືອບ10ແມັດ ແຕ່ມີພຽງຕັ່ງທັງ2ເບຶ້ອງ

ລູກຊາວນາ ນັ່ງຊ້ອນລົດຖີບຂອງພໍ່ເຂົາແລ້ວກອດແອວໃຫ້ແນ້ນໆໆເພື່ອບໍ່ໃຫ້ຕົກ ................ ແຕ່ເຂົາເອງຕ້ອງນັ່ງລົດທີ່ໃຫຍ່ໂຕຢູ່ທາງຫຼັງພຽງລຳພັງ ແລະມີຄົນຂັບລົດພາໄປທຸກບ່ອນ

ຊາວນາມີແສງເດືອນເປັນໂຄມໄຟຊ່ອງຕະຫຼອດເວລາໃນເວລາກາງຄືນໂດຍບໍ່ຂາດເຂີນ .................. ແຕ່ເຂົາກໍ່ມີພຽງແສງຈາກໂຄມໄຟທີ່ຕ້ອງຊື້ດ້ວຍເງີນ

ລູກຊາວນາໄດ້ມີໝູ່ຫຼິ້ນເປັນ ງົວ ຄວາຍ ໝາ ໄກ່ ແມງຫິ່ງຫ້ອຍ ............. ແຕ່ເຂົາເອງກັບບໍ່ມີໃຜເລີຍ

ເຂົາຂອບໃຈພໍ່ ທີ່ເຮັດໃຫ້ເຂົາຮູ້ຄຳຕອບວ່າ ທີ່ຈິງແລ້ວເຂົາຍາກຈົນກ່ວາຊາວນາຫຼາຍ

 ” ຄວາມພໍພຽງບໍ່ໄດ້ຍົກລະດັບຖານະ ແຕ່ຍົກລະດັບຈິດໃຈເຮົາ .............. ສິ່ງນັ້ນບໍ່ໄດ້ຊ່ວຍໃຫ້ເຮົາຮັ່ງມີຂຶ້ນ ...... ແຕ່ຢ່າງໃດ ....... ພຽງແຕ່ເຮັດໃຫ້ເຮົາຮູ້ຈັກຄວາມສະບາຍທີ່ແທ້ຈິງ ທີ່ເງິນຫາຊື້ບໍ່ໄດ້ ”


     ********** ” ຂອບໃຈທີ່ເຂົ້າມາອ່ານ ຖ້າວ່າມີຫຍັງເພີ່ມເຕີມກໍ່ບອກແດ່ເດີ  ”*************

 

ຂຽນເມື່ອ ຂຽນເມື່ອ: Jun. 24, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຫາກລົດບາງາງໃຫ້ນ້ອຍລົງ ທ່ານຈະໄດ້ຫຼາຍສິ່ງກັບມາຫຼາຍຂຶ້ນ

* ລົດຄາມໃຈ້ໃຫ້ນ້ລຈະໄດສະຕິກັບມາຫຼາຍຂຶ້ນ

* ລົດຄ່າໃຊ້ຈ່າຍໃຫ້ນ້ອຍລົງ ທ່ານຈະມີເງິນເກັບຫຼາຍຂຶ້ນ

* ລົດການເວົ້າໃຫ້ນ້ອຍລົງ ທ່ານຈະເຮັດຫຼາຍສິ່ງໄດ້ຫຼາຍຂຶ້ນ

* ຄິດຮອດຄົນທີ່ທ່ານຮັກໃຫ້ນ້ອຍລົງ ທ່ານຈະເຂົ້າໃຈຄົນທີ່ຮັກທ່ານໄດ້ຫຼາຍຂຶ້ນ

* ຮັກຕົວທ່ານເອງໃຫ້ນ້ອຍລົງ ຄົນອຶ່ນຈະຮັກທ່ານຫຼາຍຂຶ້ນ

* ເວົ້າຂັວນຄົນອຶ່ນໃຫ້ນ້ອຍລົງ ຈະມີຄົນເວົ້າຮອດທ່ານໃນມຸມດີໆຫຼາຍຂຶ້ນ

* ສະແດງຄວາມສະຫຼາດໃຫ້ນ້ອຍລົງ ທ່ານໄດ້ຄວາມຮູ້ເພີ່ມຫຼາຍຂຶ້ນ

* ອອກນອກບ້ານໃຫ້ນ້ອຍລົງ ທ່ານໄດ້ຄວາມອົບອຸ່ນຈາກຄອບຄົວຫຼາຍຂຶ້ນ

* ນອນເວັນໃຫ້ນ້ອຍລົງທ່ານເຮັດຫຼາຍສິ່ງໄດ້ຫຼາຍຂຶ້ນ

* ຄິດເລຶ່ອງອຸກໃຈໃຫ້ນ້ອຍລົງ ທ່ານຈະຍິ້ມໄດ້ຫຼາຍຂຶ້ນ

* ລົດຄວາມອາຍໃຫ້ນ້ອຍລົງ ທ່ານໄດ້ຄວາມກ້າຫຼາຍຂຶ້ນ ( ກ້າເຮັດໃນທາງທີ່ດີເດີ )

* ເບິ່ງໜັງໃຫ້ນ້ອຍລົງ ທ່ານອ່ານໜັງສືໄດ້ຫຼາຍຂຶ້ນ

* ເຊຶ່ອໃຫ້ນ້ອຍລົງ ທ່ານເບິ່ງເຫັນຫຼາຍສິ່ງໄດ້ຫຼາຍຂຶ້ນ

* ລົດທິດທິໃຫ້ນ້ອຍລົງ ທ່າຍຮູ້ຈັກໃຫ້ອະໄພຫຼາຍຂຶ້ນ

* ກົ້ມໜ້າໃຫ້ນ້ອຍລົງ ທ່ານເບິ່ງເຫັນໄດ້ໄກຂຶ້ນ

* ເຫັນແກ່ຕົວໃຫ້ນ້ອຍລົງ ມີຄົນລອດຊີວິດຫຼາຍຂຶ້ນ

* ຜິດຖຽງກັບຜູ້ໃຫຍ່ໃຫ້ນ້ອຍລົງ ທ່ານໄດ້ຮັບຄວາມຮັກເຫັນໃຈຈາກຜູ້ໃຫຍ່ຫຼາຍຂຶ້ນ

* ທ່ານຄິດຄຳຖາມໃກ້ນ້ອຍລົງ ທ່ານໄດ້ຄຳຕອບທີ່ຫຼາຍຂຶ້ນ

 

ຂຽນເມື່ອ ຂຽນເມື່ອ: Jun. 24, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ບໍ່ມີໃຜເກີດມາບໍ່ມີຄ່າ ແມ້ແຕ່ຄົນໂງ່ທີ່ສຸດຍັງສະຫຼາດໃນບາງເລຶ່ອງ ແລະຄົນສະຫຼາດທີ່ສຸດກໍ່ຍັງໂງ່ໃນຫຼາຍເລຶ່ອງ

ບໍ່ມີຫຍັງເສຍເວລາຫຼາຍໄປກ່ວາ ການຄິດທີ່ຈະຫວນກັບໄປແກ້ໄຂອະດິດ

ບໍ່ມີຫຍັງຊ້າເກີນໄປທີ່ຈະເຮັດ ໃນສິ່ງທີ່ໂຕເອງຝັນໄວ້

ຄົນທີ່ບໍ່ເຄີຍຫິວ ຍ່ອມບໍ່ສາມາດຊາບຊຶ່ງລົດຂອງຄວາມອີ່ມ.... ຄວາມສຳເລັດທີ່ຜ່ານຄວາມລົ້ມເຫຼວ ຍ່ອມຫອມຫວານກ່ວາເກົ່າ

ຄົນເຮົາບໍ່ຕ້ອງເກັ່ງໄປທຸກເລຶ່ອງ ແຕ່ຈົ່ງມ່ວນໄປກັບວຽກທຸກຢ່າງທີ່ໄດ້ເຮັດ .......

 

 

 

ຂຽນເມື່ອ ຂຽນເມື່ອ: Jun. 23, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

1 ຄາດ​ຫວັງ​ໃຫ້​ສູງ​ເຂົ້າ​ໄວ້ ​ແລະ ​ແນ່ນອນ​ວ່າ​ຕ້ອງຕຽມ​ໃຈ​ທີ່​ຈະ​ພົບ​ກັບ​ຄວາມ​ຜິດ​ຫວັງ

2 ຖ້າ​ຢາກ​ຈະ​ປະສົບ​ຄວາມ​ສຳ​ເລັດ​ຕ້ອງ​ກ້າ​ທີ່​ຈະ​ປ່ຽນ​ແປງ​ໂຕ​ເອງ

3 ຖ້າ​ເຊື່ອ​ວ່າ​ບໍ່​ແພ້ ​ເຮົາ​ກໍ່ຈະ​ບໍ່​ແພ້

4 ຄົນ​ເຂັ້ມ​ແຂງ​ເທົ່າ​ນັ້ນທີ່​ຈະ​ຢູ່​ເທິງ​ໂລກ​ນີ້​ໄດ້

5 ອຸປະສັກ​ລ້ວນ​ເປັນ​ຢາ​ຂົມ ບໍ່ມີ​ໃຜ​ຢາກ​ລື້​ມລອງ ​ແຕ່​ຂຶ້ນ​ຊື່ວ່າ​ເປັນ​ຢາ​ຂົມ​ແຕ່​ສ່ວນ​ໃຫຍ່​ມັກ​ເປັນ​ຢາ​ດີ

6 ຂອບ​ໃຈຄວາມ​ທຸກ ທີ່​ເຮັດ​ໃຫ້​ຄວາມສຸກ​ໃນ​ຄັ້ງ​ຕໍ່ມາ ​ເປັນຄວາມ​ສຸກ​ທີ່​ແທ້​ຈິງ

7 ​ເພຶ່ອຫຍັງ​ກັບ​ການ​ຄອຍ​ຖ້າ​ທີ່​ບໍ່ມີ​ຄວາມໝາຍ

8 ຍິ່ງ​ບົດຮຽນຍາກ​ຂຶ້ນ​ເທົ່າ​ໃດ ຖ້າ​ເຮົາ​ຜານ​ມັນ​ໄປ​ໄດ້​ເຮົາ​ກໍ່ຍິ່ງ​ເກັ່ງ​ຂຶ້ນ​ເທົ່າ​ນັ້ນ

9 ກຸຫຼາບທີ່​ບໍ່ມີໜາມມີ​ແຕ່​ມິດຕະພາບ​ເທົ່າ​ນັ້ນ

10 ຢ່າ​ໄປ​ກັງວົນ​ກັບ​ສິ່ງ​ທີ່​ມາບໍ່ຮອດ ​ແຕ່​ໃຫ້​ຄຳນຶງຮອດ​ສິ່ງ​ທີ່​ກຳລັງ​ເຮັດ​ຢູ່

11 ​ແມ້​ແຕ່​ນິ້ວມື​ຄົນ​ເຮົາ​ຍັງ​ບໍ່​ເທົ່າ​ກັນ ນັບ​ພາສາ​ຫຍັງ​ກັບ​ຄວາມ​ຢັ້ງຢຶນຂອງ​ຊີວິດ

12 ​ໂລກ​ໃບ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ມະຫັດສະຈັນ ຖ້າ​ບໍ່ອອກ​​ເດີນທາງ​ກໍ່ບໍ່ມີ​ມື້​ຄົ້ນ​​ເຈີ

13 ບໍ່ມີ​ໃຜ​ທີ່​ສະດຸດ​ພູ​ເຂົາ​ລົ້ມ ມີ​ແຕ່​ສະດຸດ​ກ້ອນ​ຫີນ​ລົ້ມ

14 ບໍ່ມີ​ໃຜ​ເຂັ້ມ​ແຂງ​ຕະຫຼອດ​ໄປ ​ແລະ​ບໍ່ມີ​ອ່ອນ​ແອ​ຕະຫຼອດການ

15 ບາງທີ​ເຮົາ​ກໍ່ຄື​ກັບ​ຄົນ​ຕາບອດ ມີ​ວິທີ​ດຽວທີ່​ຈະ​ພາ​ເຮົາ​ມຸ່ງໜ້າ​ໄປ​ໄດ້ກໍ່ຄືການງົມ​ທາງ​ເດີນໜ້າຕໍ່​ໄປ

16 ຢ່າ​ຊັງ​ນ້ຳຕາ​ເພາະ​ມັນ​ເປັນ​ເພື່ອນ​ແທ້ ຢ່າ​ຊັງ​ຄວາມ​ອ່ອນ​ແອພຽງ​ເພາະມັນ​ບໍ່​ເຂັ້ມ​ແຂງ

17 ມີ​ພຽງ​ຊີວິດ​ທີ່​ເຮັດ​ເພຶ່ອຄົນ​ອຶ່ນ​​ເທົ່າ​ນັ້ນທີ່​ຄວນ​ຄ່າ​ແກ່​ການ​ມີ​ຊີວິດ

18 ທຸກ​ຢ່າງ​ມີຄ່າ​ສະ​ເໝີ ຢ່າງ​ນ້ອຍ​ມັນ​ກໍ່​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ບໍ່ຄວນ​ເຮັດ​ມັນ​ອີກ

19 ຄົນ​ສະຫຼາດຍອມ​ບໍ່ນຳ​ແຕ່​ຕາມຫຼັງ ຍອມ​ບໍ່​ເວົ້າ​ແຕ່​ນັ່ງ​ຟັງ

20 ທຸກ​ຄົນ​ໄດ້​ຍິນ​ໃນ​ສິ່ງ​ທີ່​ທ່ານ​ເວົ້າ ​ແຕ່​ເພື່ອນ​ທີ່​ດີ​ໄດ້​ຍິນ​ໃນ​ສິ່ງ​ທີ່​ທ່ານ​ບໍ່​ໄດ້​ເວົ້າ

21 ອວດ​ໂງ່​ດີ​ກ່ວາ​ອວດສະຫຼາດ

22 ບຸກຄົນ​ທີ່​ວ່າ​ຄົນ​ອຶ່ນ​ໂງ່ ບຸກຄົນ​ນັ້ນ​ໂງ່ຫຼາຍກ່ວາ ບຸກຄົນ​ໃດ​ທີ່​ວ່າ​ຄົນ​ອຶ່ນສະຫຼາດ ບຸກຄົນ​ນັ້ນສະຫຼາດຢ່າງ​ແທ້​ຈິງ

23 ຝັນ​ໄດ້​ແຕ່​ຢ່າ​ຫວັງ

24 ຮຽນຮູ້​ທີ່​ຈະ​ແພ້​ຢ່າງຜູ້​ຊະນະ ​ແລ້ວຈະ​ຮູ້ຈັກ​ກັບ​ຄຳ​ວ່າ​ຜູ້​ຊະນະ​ທີ່​ແທ້​ຈິງ

25 ນັກປາດ​ຄວນ​ຮູ້​ວ່າ​ເມຶ່ອ​ໃດ​ຕ້ອງ​ຢຸດ

26 ຄວາມ​ຍຶດຖື​ຄື​ຄວາມ​​ເຈັບ​ປວດ

27 ພະ​ເຈົ້າບໍ່​ໄດ້​ຮັກ​ເຮົາຫຼາຍກ່ວາ​ຄົນ​ອຶ່ນ ​ແລະ​ກໍ່ບໍ່​ໄດ້​ຮັກ​ຄົນ​ອຶ່ນຫຼາຍກ່ວາ​ເຮົາ

28 ອຸປະສັກ​ຄື​ແບບ​ທົດ​ສອບ​ຂອງ​ຊີວິດ

29 ບໍ່ມີ​ຫຍັງ​ແນ່ນອນ​ໃນ​ຊີວິດ

30 ສິ່ງ​ຮ້າຍໆໆ ຈະ​ມາ​ພ້ອມ​ກັບ​ສິ່ງ​ດີໆໆ ສະ​ເໝີ

31 ​ໂລກ​ໃບ​ນີ້​ຍັງ​ມີ​ມູມດີໆ​ໃຫ້​ເບິ່ງ

32 ຕົວ​ເຮົາ​ຍັງ​ບໍ່​ໄດ້​ດັ່ງ​ໃຈ​ເຮົາ ​ແລ້ວ​ຄົນ​ອຶ່ນຊິ​ມາ​ໄດ້​ດັ່ງ​ໃຈ​ເຮົາ​ຈັ່ງ​ໃດ

33 ຫົນທາງ​ບາງ​ສາຍ​ໄກໜ່ອຍໜຶ່ງ​ແຕ່​ກໍ່ຍັງ​ມີ​ມື້​ໄປ​ຮອດ

34 ​ແຕ່ງໜ້າດ້ວຍ​ເຄື່ອງ​ສຳອາງ ​ແຕ່ງ​ໃຈ​ດ້ວຍ​ຄວາມ​ດີ

35 ຄວາມ​ເຈັບ​ປວດ​ເຮັດ​ໃຫ້​ຫົວ​ໃຈ​ແຂງ​ແກ່ງ

36 ຢ່າງ​ຄົນ​ດຽວອາດ​ບໍ່ຮູ້ສຶກ​ດີ​ປານ​ໃດ ​ແຕ່ຢ່າງ​ນ້ອຍ​ກໍ່ມີ​ບ່ອນ​ໃຫ້​ແກວ່ງ​ແຂນຫຼາຍຂຶ້ນ

37 ​ເຮັດ​ມື້​ນີ້​ໃຫ້​ດີ​ທີ່​ສຸດ ​ແລະ​ເຮັດ​ມື້​ອຶ່ນ​ໃຫ້​ດີ​ກ່ວາ​ເດີມ

38 ຄວາມ​ຜິດພາດ​ເກິ​ດຂຶ້ນ​ໄດ້ ​ເພາະ​ທຸກ​ປັນຫາ​ແກ້​ໄຂ​ໄດ້

39 ຖ້າ​ບໍ່ຍອມ​ຢ່າງ​ແລ້ວ​ຊິ​ຮູ້​ໄດ້​ຈັ່ງ​ໃດ​ວ່າ​ໂຕ​ເອງ​ອລ່ນ​ໄດ້

40 ຕືກສູງ​ລັດ​ຟ້າ​ມາ​ຈາກ​ກ້ອນ​ດິນ

41 ​ໃຊ້​ຊີວິດ​ຢູ່​ກັບ​ຄວາມ​ຈິງ ຍອມຮັບ​ໃນ​ສິ່ງ​ທີ່​ເປັນ ​ເບິ່ງ​ເຫັນ​ຂໍ້​ດີ​ຄົນ​ອຶ່ນ ຢັດ​ຢຶນດ້ວຍ​ຂາ​ຂອງ​ຕົນ​ເອງ

42 ​ເຮົາ​ຈະ​ຮູ້ລົດ​ຊາດ​ຂອງ​ຄວາມສຸກ​ກໍ່ຕໍ່​ເມື່ອ​ເຮົາ​ຜ່ານ​ຄວາມທຸກ​ມາ​ກ່ອນ

43 ປັນຫາ​ມີ​ໄວ້​ແກ້ ​ແລະ​ຕ້ອງ​ແກ້​ດ້ວຍ​ຕົນ​ເອງ ບໍ່ຢືມ​ມື​ຄົນ​ອຶ່ນມາ​ແກ້

44 ຈຸດ​ເລີ້ມ​ຕົນ​ຂອງ​ຄວາມ​ສຳພັນ​ຄື​ຄວາມ​ເຊຶ່ອ​ໃຈ

45 ທຸກ​ຄົນ​ມີ​ຄຸນຄ່າ​ພຽງ​ແຕ່​ໂອກາດ​ສະ​ແດງ​ຄຸນຄ່າ​ບໍ່​ເທົ່າ​ກັນ

46 ບາງ​ທີ່​ການ​ໄດ້​ເຈີ​ປັນຫາ​ມັນ​ກໍ່ດີ​ຄື​ກັນ

47 ສິ່ງ​ທີ່​ຜ່ານ​ມາ​ແລ້ວ​ຈະ​ກັບ​ໄປ​ແກ້​ໄຂ​ແມ່ນ​ຫຍັງ​ໄດ້​ອີກ

48 ບໍ່ວ່າ​ໃຜ​ຈະ​ຕາຍຫຼືຫາຍ​ໄປ​ສຸດ​ທ້າຍ​ໂລກ​ນີ້​ກໍ່ຍັງໝຸນຕໍ່​ໄປ

49 ນ້ຳຕາ​ໃຫ້​ໄດ້​ແຕ່​ຄວາມ​ເຫັນ​ໃຈ

50 ​ໃນ​ການ​ທີ່​ຈະ​ເລີ້ມ​ຕົ້ນ​ເຮັດ​ສິ່ງ​ໃດ​ທຸກ​ເທຶ່ອຕ້ອງ​ຄິດ​ຮອດ​ຈຸດ​ຈົບ​​ໄປພ້ອມ

 

ຂຽນເມື່ອ ຂຽນເມື່ອ: Jun. 17, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

     ຫຼາຍຄົນບອກວ່າ....... ຫາກຢູ່ດ້ວຍຄວາມຮັກ ບໍ່ຈຳເປັນຕ້ອງໃຊ້ຄວາມອົດທົນ ເພາະເມຶ່ອມີຄຳວ່າ ” ທົນ ” ເບິ່ງຄ້າຍກັບວ່າຄວາມຮັກກຳລັງເດີນທາງ ໄປຍັງຈຸດສິ້ນສຸດ

ແລະມັກຈະມີຄຳວ່າ ” ໝົດຄວາມອົດທົນ ” ຕາມມາໃນມື້ໃດມື້ໜຶ່ງ

     ແຕ່ໃນຄວາມເປັນຈິງຂອງຊີວິດຄູ່ ຫຼີກລ່ຽງຄຳວ່າ  ” ອົດທົນ ” ບໍ່ໄດ້ ບໍ່ມີໃຜໃຊ້ຊີວິດຢູ່ກັບໃຜໄດ້ຢ່າງພໍດີ ໂດຍບໍ່ມີການຂັດແຍ້ງ ເຮົາຕ່າງເຂົ້າໄປກ້າວກ່າຍຊີວິດຂອງຄົນອີກຄົນຢ່າງຫຼີດລ່ຽງບໍ່ໄດ້

ການດຳເນີນຊີວິດທີ່ຕ່າງກໍ່ພົກ life style ຂອງໂຕເອງມານຳ ມັນກໍ່ເລີຍຕ້ອງຍອມ ທົນ ຜິດຖຽງ ແລ້ວເມືອຄວາມອົດທົນເດີນທາງມາຮອດປາຍທາງ ສິ້ນສຸດຄຳວ່າຜິດຖຽງ ເລີ້ມຕົ້ນດ້ວຍຄຳວ່າ ” ເລີກ ”

     ຄວາມອົດທົນຂອງຄົນເຮົາມີຂີດຈຳກັດທີ່ແຕກຕ່າງກັນ ຄົນໃຈເຢັນມັກອົດທົນໄດ້ຫຼາຍ ... ຄົນໃຈຮ້ອນມັກຜິດຖຽງກັນຕະຫຼອດ ແຕ່ກໍ່ບອກບໍ່ໄດ້ວ່າຄົນປະເພດໃດເລີກກັນກ່ອນກັນ ເພາະຄົນທີ່ໝົດຄວາມອົດທົນມັກບໍ່ຮູ້ຕົວລ່ວງໜ້າ ມາຮູ້ຕົວອີກທີ່ໜຶ່ງວ່າທົນບໍ່ໄຫວແລ້ວ .... ກໍ່ເມື່ອຮອດມື້ມັນແລ້ວ ... ກ່ອນຈະຮອດມື້ນັ້ນມື້ນີ້ເຮົາຈະເຮັດຈັ່ງໃດ ???

ວິທີ່ແກ້ງ່າຍໆໆ ທີ່ຢາກໃຫ້ລອງເຮັດເບິ່ງ ( ແຕ່ຊິໄດ້ຜົນຫຼືບໍ່ກໍ່ຍັງບໍ່ຮູ້ ເພາະຜູ້ຂຽນກໍ່ບໍ່ເຄີຍໃຊ້)

**** ຫຼັງຄວາມອົດທົນ ເຮົາຄວນມີການໂອ້ລົມ *****

ບອກໃຫ້ອີກຝ່າຍຮູ້ໃນສິ່ງທີ່ເຮົາກຳລັງອົດທົນຢູ່ ຮ່ວມກັນແກ້ໄຂ ທຳຄວາມເຂົ້າໃຈເຊິ່ງກັນແລະກັນ ຄົນໜຶງອາດຕ້ອງປັບຄວາມຄິດ ອີກຄົນໜຶ່ງອາດຕ້ອງປ່ຽນພຶດຕິກຳ ຄວາມຮັກຈະເຮັດໃຫ້ເຮົາໃສ່ໃຈ ດູແລເຊິ່ງກັນແລະກັນ

****ຄອຍສັງເກດເບິ່ງວ່າສິ່ງໃດທີ່ເຮົາເຮັດອີກຝ່າຍບໍ່ມັກ****

ບາງຄົນເກັບຄວາມບໍ່ພໍໃຈໄວ້ບໍ່ຍອມເວົ້າ ພຽງເພາະຢ້ານຄວາມຮັກຈາກໄປ ແຕ່ກັບບໍ່ໃຊ້ວິທີຮັກສາຄວາມຮັກ ເຊິ່ງຄວາມຮັກຕ້ອງເອຶ້ອອາທອນເຊິ່ງກັນແລະກັນ ຄວາມບໍ່ພໍໃຈຂອງຄົນຮັກເບິ່ງໄດ້ດ້ວຍສາຍຕາ ໂອລົມ ແກ້ໄຂ ຢ່າປະໃຫ້ເປັນເຫດການຊ່ຳໆໆໆ

****ທຸກເທຶ່ອທີ່ກຳລັງຕັດສິນໃຈວ່າ ” ທົນ” ຫຼື ” ເລີກ ” ****

ລອງສະງົບສະຕິອາລົມ ແລ້ວນັງຄິດສິ່ງດີໆ ທີ່ເຂົາເຄີຍເຮັດໃຫ້ກັບເຮົາ ພາບຄວາມປະທັບໃຈ ຄວາມສົງຈຳດີໆໆ ທີ່ມີຮ່ວມກັນ ຄວາມລື່ນລົມ ຈະຄ່ອຍໆ ເຂົ້າມາແທນຄວາມສັບສົນ ແລ້ວເຮົາກໍ່ຈະໄດ້ຄຳຕອບ ແຕ່ຖ້າວ່າຄິດເທົ່າໃດກໍ່ຄິດບໍ່ອອກ ມັນຄືຊິດົນຫຼາຍແລ້ວທີ່ເຄີຍຮູ້ສຶກແບບນັ້ນ  ເຮົາຄົງບໍ່ຕ້ອງເບິ່ງຄວາມຮັກອີກຕໍ່ໄປ ເພາະມື້ທີ່ເຮົາຄິດໄປມັນຫາຍໄປໃສກໍ່ບໍ່ຮູ້

     ຢ່າທຸກກັບການຈາກໄປຂອງຄົນຮັກ ຫາກເຮົາເບິ່ງແຍງມັນດີທີ່ສຸດແລ້ວ ໃນຊ່ວງເວລາທີ່ມີຢູ່ ຄວາມຮັກທີ່ດີງາມກໍ່ບໍ່ໄດ້ຫາຍໄປໃສ ຫຼືຫາຍໄປກັບໃຜເລີຍ ມັນຍັງຢູ່ກໍ່ຕົວເຮົາຕະຫຼອດເວລາ ... ແລະພ້ອມຈະແບ່ງປັນໃຫ້ໃຜໄດ້ອີກຫຼາຍຄົນ

( ໃຜມີຄົນຮັກກໍ່ລອງເບິ່ງເດີ ແລ້ວມາບອກແດ່ວ່າໄດ້ຜົນຫຼືບໍ່ )

ຂຽນເມື່ອ ຂຽນເມື່ອ: Jun. 14, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

you can't change the past but you can change the future into the better past !!!!!!!!!!!!!!!!!!

ເຈົ້າບໍ່ສາມາດປ່ຽນແປງອາດິດ ແຕ່ສິ່ງທີ່ເຈົ້າສາມາດປ່ຽນແປງໄດ້ກໍ່ຄືອານາຄົດທີ່ດີກ່ວາໃນອາດິດ

only those who dare to fail greatly  can ever achieve greatly

ຄົນທີ່ກ້າຈະພ່າຍແພ້ເທົ່ານັ້ນທີ່ຈະພົບກັບຄວາມສຳເລັດທີ່ຍິ່ງໃຫຍ່

let no the sun go down upon you wrath

ຢ່າໃຫ້ຕາເວັນຕົກລົງພ້ອມກັນຄວາມຮ້າຍກາດຂອງທ່ານ

remember to always dream . more importantly to make those dreams come true and never give up

ຈົ່ງຝັນຢູ່ສະເໝີ ສິ່ງສຳຄັນຫຼາຍໄປກ່ວານັ້ນແມ່ນ ... ເຮັດຄວາມຝັນນັ້ນໃຫ້ເປັນຄວາມຈິງແລະຢ່າຍອມແພ້

Glory in life is not in never failing . but rising each time we fail

ຄວາມສຳເລັດໃນຊີວິດບໍ່ແມ່ນການບໍ່ເຄີຍແພ້ ຫາກແຕ່ເພິ່ມຂຶ້ນທຸກເທຶ່ອທີ່ລົ້ມລົງ

ຂຽນເມື່ອ ຂຽນເມື່ອ: Jun. 14, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂຶ້ນຊື່ວ່າເປັນ ” ຄົນຮັກ ” ກັນແລ້ວ ມີຫຼາຍສິ່ງຫຼາຍຢ່າງທີ່ທັງສອງຝ່າຍຈະຕ້ອງເຄົາລົບ ແລະຢຶດຖືຕໍ່ກັນແລະກັນ

ມື້ນີ້ຈິ່ງມີຂໍ້ແນະນຳເຄັດລັບດີໆ ທີ່ຈະເຮັດໃຫ້ຄວາມຮັກຂອງທ່ານມີຄວາມສຸກຫຼາຍຍິ່ງຂຶ້ນ ແຕ່ຈະມີເຄັດລັບຫຍັງແດ່ນັ້ນລອງມາອ່ານເບິ່ງ

1 ສະແດງຄວາມຮັກຕໍ່ກັນ

    ຖືເປັນປັດໃຈພຶ້ນຖານຂອງການໃຊ້ຊີວິດຄູ່ ແຮງຫາກໍ່ຄົບຫາເບິ່ງກັນແລ້ວ ແຮງຕ້ອງສະແດງໃຫ້ອີກຝ່າຍຮູ້ວ່າ ເຈົ້າຮັກເຂົາຫຼາຍປານໃດ

    ເພາະສິ່ງນີ້ເປັນສິ່ງຄອຍເຕີມເຕັມໃຫ້ແກ່ກັນ ລວມເຖິງອີກຝ່າຍຈະໄດ້ໝັ້ນໃຈໃນຄວາມຮັກທີ່ມີ

2 ຫາເວລາໄດ້ຢູ່ນຳກັນ

    ການທີ່ໄດ້ຢູ່ນຳການເຮັດກິດຈະກຳຕ່າງໆ ເຊັ່ນ ໄປທ່ຽວ . ຊື້ເຄື່ອງ ອຶ່ນໆໆໆ ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ທ່ານທັງສອງ ໄດ້ອີ່ມເອມກັນຄວາມຮັກທີ່ມີຫຼາຍຂຶ້ນ

    ທີ່ສຳຄັນຍັງເປັນຊ່ວງເວລາທີ່ດີ ໃນການສຶກສາຕົວຕົນຂອງແຕ່ລະຝາຍນຳອີກ

3 ຖ້າມີເລຶ່ອງຜິດຖຽງກັນກໍ່ຫັນໜ໊າເຂົ້າຫາກັນກ່ອນ

    ເປັນແຟນກັນກໍ່ຄືລິ້ນກັນແຂ້ວ ຕ້ອງມີກະທົບກະແທກ ຜິດຖຽງກັນເປັນທຳມະດາ ເພາະຄົນເຮົາບໍ່ມີຄວາມເຫັນທີ່ຄືກັນສະເໝີ  ຕ່າງຝ່າຍຕ່າງກໍ່ມີເຫດຜົນເປັນຂອງຕົນເອງ

    ດັ່ງນັ້ນຫາກເກິດການຜິດຖຽງກັນຂຶ້ນ ຂໍໃຫ້ໃຈເຢັນ ແລ້ວລອງຫັນໜ້າປືກສາຫາທາງອອກຮ່ວມກັນຈະດີກ່ວາ ແນວໃດສອງຫົວກໍ່ດີກວາຫົວດຽວ

4 ປຶກສາຄົນທີ່ມີປະສົບການ

    ບາງປັນຫາທີ່ຜິດຖຽງກັນ ອາດຈະຍັງບໍ່ສາມາດແກ້ໄຂໄດ້ ຢ່າງຖືກວິທີ ດັ່ງນັ້ນຈິ່ງຄວນທີ່ຈະລອງນຳປັນຫາທີ່ເກິດຂຶ້ນນັ້ນ ໄປປຶກສາກັບຄົນທີ່ມີປະສົບການເບິ່ງ

    ອາດຈະເປັນໝູ່ ພີ່ນ້ອງ ຫຼື ພໍ່ແມ່ກໍ່ໄດ້ ເພຶ່ອຈະໄດ້ເຈີທາງແກ້ໄຂປັນຫາຫຼາຍດ້ານ

5 ຢ່າຄິດວ່າບ້ານເປັນເລຶ່ອງບໍ່ສຳຄັນ

    ທ່ານຮູ້ຫຼືບໍ່ວ່າງານບ້ານຕ່າງໆ ທັງກວດ .ຖູບ້ານ .ລ້າງຈ້ານ ......... ເຫຼົ່ານີ້ຖືວ່າເປັນວຽກທີ່ສຳຄັນ ທີ່ຈະເຮັດໃຫ້ທ່ານທັງສອງ ໄດ້ສານສາຍສຳພັນກັນໃຫ້ແນ້ນແຟ້ນ

    ຍິ່ງກ່ວາເກົ່າ ຊ່ວຍກັນເຮັດຄົນລະເຫຼັກຄົນລະນ້ອຍ ຄົນລະໄມ້ຄົນລະມື ນອກຈາກເຮືອນຈະສະອາດແລ້ວ ຍັງເຮັດໃຫ້ມີເວລາຢູ່ນຳກັນດົນອີກ

6 ເວົ້າລົມກັນດ້ວຍເຫດຜົນ

    ໃນຫຼາຍໆເທຶ່ອ ທີ່ມີການຜິດຖຽງກັນ ຫາກຕ່າງຄົນຕ່າງເວົ້າດ້ວຍອາລົມ ຕໍ່ໃຫ້ລົມກັນແບບໃດກໍ່ແກ້ປັນຫາບໍ່ໄດ້ ດ່ັງນັ້ນຈິ່ງຄວນໃຊ້ເຫດຜົນຫຼາຍກ່ວາອາລົມ

     ຮັບຟັງເຫດຜົນຂອງແຕ່ລະຝ່າຍ ຄວບຄຸມສະຕິ ແບບນີ້ກໍ່ຈະເຮັດໃຫ້ແກ້ປັນຫາໄດ້ ດ້ວຍກັນຢ່າງມີປະສິດຕິພາບ

7 ໃຫ້ຂອງຂັວນເຊິ່ງກັນແລະກັນ

    ບໍ່ຈຳເປັນຕ້ອງຖ້າໃຫ້ຮອດມື້ສຳຄັນ ຖ້າເຫັນສິ່ງທີ່ອີກຝ່າຍມັກ ຫຼື ມີສິ່ງທີ່ເຮັດດ້ວຍຕົວເອງ ກໍ່ສາມາດໃຫ້ໄດ້ຢູ່ສະເໝີ ເຊິ່ງສິ່ງຂອງທີ່ໃຫ້ກັນນັ້ນກໍ່ຈະການເປັນຂອງແທນໃຈ ທີ່ແຕ່ລະຝ້າຍມີໃຫ້ຕໍ່ກັນ

8 ເຊຶ່ອໃຈເຊິ່ງກັນແລະກັນ

    ອີກໜຶ່ງປັດໃຈພຶ້ນຖານທີ່ຈະຄົບຫາເບິ່ງໃຈກັນ ຈະຕ້ອງຢຶດຖືປະຕິບັດຕາມໃຫ້ໄດ້ ນັ້ນກໍ່ຄືການເຊຶ່ອໃຈ ແລະ ໄວ້ໃຈເຊິ່ງກັນແລະກັນ

    ຂ່າວລືຕ່າງໆ ຫຼື ເຫດການຕ່າງໆ ທີ່ຊວນໃຫ້ເຂົ້າໃຈຜິດ ກໍ່ຢ່າໄປໃສ່ໃຈ ຈົ່ງເຊຶ່ອໃຈແລະເຊຶ່ອໝັ້ນໃນສິ່ງທີ່ແຕ່ລະຝ່າຍເປັນ ອີກທັງເຊຶ່ອໝັ້ນໃນຄວາມຮັກທີ່ມີຕໍ່ກັນ

    ກໍ່ຈະເຮັດໃຫ້ຄວາມຮັກທີ່ມີໝັ້ນຄົງຍິ່ງຂຶ້ນ

9 ຄອຍເປັນຫ່ວງເປັນໄຍແລະເປັນກຳລັງໃຈໃຫ້ກັນ

    ບໍ່ວ່າຈະເກິດປັນຫາແມ່ນຫຍັງກໍ່ຕາມແຕ່ ຈະນ້ອຍຫຼືໃຫຍ່ຂະໜາດໃດ ສິ່ງສຳຄັນທີ່ຈະເຮັດໃຫ້ຜ່ານຊ່ວງເວລາເຫຼົ່ານັ້ນໄປໄດ້ ກໍ່ຄືກຳລັງໃຈ ການຖາມສາລະທຸກສຸກດິບກັນ

    ການໃຫ້ກຳລັງໃຈ ໃຫ້ຄຳປຶກສາ ເຫຼົ່ານີ້ລ້ວນແຕ່ເປັນຢາໃນຊັ້ນດີ ຮັບຮອງໄດ້ວ່າຈະສາມາດຜ່ານຊ່ວງເວລາອັນຍາກລຳບາກນີ້ໄປໄດ້ ຢ່າງສະບາຍ

 

 

   

ຂຽນເມື່ອ ຂຽນເມື່ອ: Apr. 6, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ເຂົາວ່າກັນວ່າ ...................

1 ເຂົາວ່າກັນວ່າ ... ອ່ານໜັງສືໜຶ່ງຫົວຕ້ອງໃຊ້ວລາ ເຊັ່ນດຽວກັນ ເຮົາຄືຊິບໍ່ຮູ້ໃຜດີໃນຄັ້ງທຳອິດທີ່ເຈີກັນ

2 ເຂົາວ່າກັນວ່າ ... ຢ່າຕັດສິນໜັງສືດີໆ ພຽງແຕ່ໜ້າປົກມັນງາມ ເຊັ່ນດຽວກັນ ຄົນໜ້າຕາດີ ກໍ່ບໍ່ໄດ້ໝາຍຄວາມວ່າເປັນຄົນດີ

3 ເຂົາວ່າກັນວ່າ ... ຄົນທີ່ບໍ່ມັກອ່ານໜັງສືເລີຍ ກໍ່ບໍ່ໄດ້ໝາຍຄວາມວ່າຈະມີໜັງສືເຫຼັ້ມທຳອິດທີ່ບໍ່ມັກ ເຊັ່ນດຽວກັນ ຄົນທີ່ເຮົາບໍ່ຄິດຈະຢາກຮູ້ຈັກ ອາດຈະເປັນຄົນທີ່ດີທີ່ສຸດໃນຊີິວິດເຮົາກໍ່ໄດ້

4 ເຂົາວ່າກັນວ່າ ... ການມັກໜັງສືເຫຼັ້ມໜຶ່ງ ບໍ່ໄດ້ໝາຍຄວາມວ່າໜັງສືເຫຼັ້ມນັ້ນ ເນຶ້ອຫາດີທຸກໜ້າ ເຊັ່ນດຽວກັນ ການຮູ້ສຶກດີກັບໃຜຄົນໜຶ່ງ ບໍ່ຈຳເປັນວ່າເຂົາຈະບໍ່ມີຂໍເສຍຫຍັງເລີຍ

5 ເຂົາວ່າກັນວ່າ ... ຢ່າຮູ້ສຶກເສຍດາຍເວລາ ກັບການອ່ານໜັງສືບາງເຫຼັ້ມຈົນຈົບ ແລ້ວເຫັນວ່າເປັນໜັງສືທີ່ບໍ່ມັກ ເຊັ່ນດຽວກັນ ຈົງຮູ້ສຶກດີກັບກາໃຊ້ເວລາກັບໃຜຄົນໜຶ່ງຢ່າງເຕັມທີ່ ແມ້ວ່າມື້ໜຶ່ງ ເຮົາຈະຮູ້ຄວາມຮູ້ສຶກຕົວເອງວ່າບໍ່ແມ່ນຈັກໜ້ອຍ ເພາະຢ່າງນ້ອຍຕໍ່ຈາກນີ້ໄປ ເຮົາຈະໄດ້ເລືອກທາງທີ່ຖືກ ແລະ ຄົນທີ່ຖືກໃຈສຳລັບເຮົາ

ຂຽນເມື່ອ ຂຽນເມື່ອ: Apr. 5, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

.................... ເຂົາວ່າເລຶ່ອງ ” ຄວາມຮັກ ” ບໍ່ມີຄຳວ່າຖືກຫຼືຜິດ

ເຈົ້າບໍ່ຜິດທີ່ໄປຮັກເຂົາຄົນນັ້ນ ແລະເຂົາເອງກໍ່ຄົງບໍ່ຜິດທີ່ບໍ່ໄດ້ຮັກເຈົ້າ

ໃນທາງກົງຂ້າມກັນ ເຈົ້າບໍ່ຜິດທີ່ບໍ່ໄດ້ຮັກເຂົາຄົນນັ້ນ ແລະເຂົາກໍ່ບໍ່ຜິດທີ່ມາຮັກເຈົ້າເຊັ່ນກັນ

.................... ການຫ້າມໃຈບໍ່ໃຫ້ຮັກນັ້ນມັນຍາກໜັກໜາ ແຕ່ກໍ່ທຽບບໍ່ໄດ້ກັບການຫ້າມໃຈໃຫ້ລືມຮັກ ເພາະມັນຄືຊິຍາກກ່ວາ

ເຈົ້າອາດລືມໄດ້ເມຶ່ອມີໃຜອີກຄົນກ້າວເຂົ້າມາໃນຊີວິດເຈົ້າ ແຕ່ມັນຄືຊິບໍ່ງ່າຍ ຖ້າເຈົ້າຕ້ອງຫັກໃຈເວລາເຈົ້າຢູ່ຄົນດຽວ

................... ເຂົາວ່າການເອົາສະນະໃຈຕົວເອງນັ້ນອາດດີແລະມີຄ່າທີ່ສຸດ

ແຕ່ໃນເລຶ່ອງຄວາມຮັກ ການສະນະໃຈຄົນທີ່ເຮົາຮັກຍ່ອມມີຄ່າກ່ວາ

ແຕ່ມັນອາດມີຄ່າກ່ວານັ້ນ ຖ້າເຮົາສາມາດເອົາສະນະໃຈຕົວເອງທີ່ຈະປະຕິເສດກັບຄວາມຮັກທີ່ຫວນຄືນກັບມາຫາເຮົາ

ແລະມັນອາດມີຄ່າທີ່ສຸດ ຖ້າເຈົ້າຍອມທີ່ຈະ” ແພ້ ” ໃຈຕົວເອງແລ້ວກັບໄປຫາຄວາມຮັກນັ້ນ

................ ຄວາມຮັກເປັນເລຶ່ອງຂອງຄົນສອງຄົນ

ແຕ່ຢ່າລືມວ່າໃນໂລກນີ້ບໍ່ໄດ້ມີແຕ່ເຮົາພຽງຄູ່ດຽວ

ຢ່າຄຽດເຄືອງໃຫ້ເຂົາທີ່ຕ້ອງປະຕິເສດຮັກຈາກເຈົ້າ

ດ້ວຍເຫດຜົນວ່າເຮົາເຂົ້າກັນບໍ່ໄດ້ ,ສັງຄົມເຮົາຕ່າງກັນ, ເຂົາຍັງຮັກເຈົ້າຢູ່ ,ເຂົາຮັກຄົນອຶ່ນທີ່ມີຄ່າພໍກ່ວາເຈົ້າ

.............. ວິທະຍາສາດອາດຕ້ອງການເຫດຜົນ

ແຕ່ຄວາມຮັກບໍ່ຕ້ອງການເຫດຜົນໃດໆໆ

ຄົນດີອາດຮັກກັບຄົນບໍ່ດີ ຈົ່ງຢ່າໄປໂທດເຂົາວ່າເຂົາຮັກຜິດຄົນ ຈົ່ງຢ່າໂທດເຂົາວ່າເຂົາຮັກຄົນທີ່ບໍ່ໄດ້ເລຶ່ອງ ແລະຈົ່ງຢ່າໂທດຕົວເອງວ່າເຮົາຮັກຄົນບໍ່ດີ

ເພາະສິ່ງທີ່ເຈົ້າເຮັດນັ້ນຖືກຕ້ອງແລ້ວ ຈົ່ງເຊຶ່ອໃນສາຍຕາຂອງຕົວເອງ ຈົ່ງເຊຶ່ອໃຈອັນມີຄ່າທີ່ເລືອກຈະເປິດຮັບເຂົາຄົນນັ້ນ

.............. ເຖິງຄົນອຶ່ນຈະເວົ້!ວ່າຄູ່ຂອງເຮົາເປັນຄົນບໍ່ດີ

ແຕ່ໃນແງ່ຂອງຄວາມຮັກ ເຮົາທັງສອງເປັນຄົນດີຂອງກັນແລະກັນ ຢ່າໄປຄຽດໃຫ້ເຂົາທີ່ບາງຄັ່ງຍອມເປັນຄົນຕາບອດ ຫູໜວດ

ເພາະບາງເທຶ່ອການບໍ່ໄດ້ເຫັນແລະບໍ່ໄດ້ຍິນ ເພຶ່ອຮັກສາແລະຖະໜອມຄວາມຮັກເອົາໄວ້ ກໍ່ອາດເປັນສິ່ງທີ່ດີທີ່ສຸດ

............ ນິຍາມຄວາມຮັກຂອງແຕ່ລະຄົນແມ່ນແຕກຕ່າງກັນ

ບໍ່ແປກທີ່ບາງຄູ່ອາດຜິດຖຽງກັນເກືອນໝົດມື້

ບໍ່ແປກທີ່ບາງຄູ່ອາດຫວານໃສ່ກັນເກືອບໝົດມື້

ແລະບໍ່ແປກທີ່ບາງຄຸ່ຕ້ອງເສີຍຊາໃສ່ກັນ ແລະອາດບໍ່ແປກເລີຍທີ່ບາງຄູ່ຕ່າງກັນລາວຟ້າກັບດິນ

ເພາະບາງຄັ້ງຄວາມຮັກຄືການເຕີມເຕັມ

ແຕ່ບາງຄັ້ງຄວາມຮັກອາດຄື ການເສຍສະລະແລະແປ່ງປັນ

ບາງຄົນຄວາມຮັກອາດຄືການເບິ່ງແຍງແລະປົກປ້ອງ

ຢ່າໄປຄິດວ່າເປັນຫຍັງຄູ່ຮົາຈິ່ງບໍ່ຄືຄູ່ຂອງຄົນອຶ່ນ

ຢ່າໄປສົນໃຈວ່າຄູ່ເຮົາຄວນປ່ຽນແປງຫຍັງ

ແຕ່ຖ້າຈະປ່ຽນຂໍໃຫ້ເພຶ່ອຮັກ ບໍ່ແມ່ນເພຶ່ອເລີກກັນ

 

ຂຽນເມື່ອ ຂຽນເມື່ອ: Apr. 1, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ດົນນານມາແລ້ວມີຊາຍໜຸ່ມຄົນໜຶ່ງຊື່ ອາເທີ ຖືກຈັບແລະຈະຖືກປະຫານຊີວິດ

ແຕ່ກະສັດສະເໜີໃຫ້ເຂົາເປັນອິດສະລະ ຖ້າຫາກເຂົາສາມາດຕອບຄຳຖາມທີ່ແສນຍາກໄດ້ ຖືກຕ້ອງ

ອາເທີ ມີເວລາຫາຄຳຕອບ 1 ປີເຕັມ ຖ້າເຂົາຕອບບໍ່ໄດ້ເຂົາກໍ່ຈະຖືກປະຫານ ຄຳຖາມນັ້ນຄື ” ສິ່ງທີ່ຜູ້ຍິງຕ້ອງການແທ້ໆ ຄືຫຍັງ ? ”

ບັນຫາດັ່ງກ່າວ ຍາດເຢັນຈົນແມ້ກະທັງນັກປາດກໍ່ຍັງງູມງົງ ເຂົາກັບໄປຍັງອານາຈັກຂອງເຂົາ ແລ້ວເລີມຫາຄຳຕອບຈາກທຸກໆຄົນ

ແຕ່ບໍ່ມີຜູ້ໃດໃຫ້ຄຳຕອບທີ່ໜ້າພໍໃຈໄດ້ ຄົນສ່ວນຫຼາຍແນະນຳໃຫ້ເຂົາໄປປຶກສາເລຶ່ອງນີ້ກັຍແມ່ມົດເຖົ້າຄົນໜຶ່ງ ເຊິ່ງໜ້າຈະເປັນຄົນເດຽວທີ່ຮູ້ຄຳຕອບ ແຕ່ລາຄາຄ່າປຶກສາຄືຊິແສນແພງ

ແລະແລ້ວມື້ສິ້ນປີກໍ່ມາຮອດ ອາເທີ ບໍ່ມີທາງເລືອກອຶ່ນ ແມ່ມົດຍິນດີທີ່ຈະໃຫ້ຄຳຕອບ ແຕ່ອາເທີຕ້ອງຍອມຮັບກັບເງຶ່ອນໄຂແລກປ່ຽນກ່ອນ ແມ່ມົດເຖົ້າຕ້ອງການແຕ່ງງານກັບ ກາເວນ ອັດສະວິນຜູ້ຊົງກຽດສູງສຸດ ແລະເປັນໝູ່ສະນິດທີ່ສຸດຂອງ ອາເທີ .ອາເທີເຖິງກັບສະຍອງຂັວນ ເພາະແມ່ເຖົ້າ ແກ່ຫຼັງກົ່ງ ມີແຕ່ແຂ້ວເຫຼັ້ມດຽວ ຕົນໂຕກໍ່ເໝັນ ມັກເຮັດສຽງປະຫຼາດ ເປັນຕາໜ້າຊັງ ເຂົາປະຕິເສດທີ່ຈະໃຫ້ໝູ່ສະນິດແຕ່ງງານກັບແມ່ມົດ

ຝ່າຍກາເວນເມຶ່ອໄດ້ຮັບຮູ້ຂໍສະເໜີ ນລາວຍອມແຕ່ງງານ ເພຶ່ອຊີວິດຂອງ ອາເທີ ແລະການດຳລົງຢູ່ຂອງອັດສະວິນທັງຫຼາຍ

ແລະແມ່ມົດກໍ່ໃຫ້ຄຳຕອບຕໍ່ຄຳຖາມຂອງອາເທີ ” ສິ່ງທີ່ຜູ້ຍິງຕ້ອງການແທ້ໆກໍ່ຄືການໄດ້ເປັນຕົວຂອງຕົວເອງ ”

ທຸກຄົນຮູ້ໄດ້ທັນທີ່ວ່າແມ່ມົດ ໄດ້ກ່າວອຳມະຕະ ວາຈາອັນຫຍິ່ງໃຫຍ່ ແລະອາເທີ ກໍ່ລອດຈາການປະຫານແນ່ນອນ ແລະກໍ່ເປັນແບບນັ້ນແທ້

ແຕ່ທະວ່າ ........... ງານແຕ່ງງານຂອງກາເວນແລະນາງແມ່ມົດ ມັນເຫຼືອເກີນຈົນຮັບບໍ່ໄດ້ ກາເວນທັງສະຫງ່າພ່າເຜີຍເຊັ່ນປົກກະຕິກໍ່ສຸພາບອ່ອນນ້ອມ ສ່ວນຝ່າຍນາງແມ່ມົດເຖົ້ານັ້ນແມ່ນອອກລາຍນິໄສຊົ່ວສຸດໆ ທຸກຄົນຮູ້ສຶກອຶດອັດສຸດໆໆໆ ແລະແລ້ວຍາມຄຳຄຶ່ນຂອງການສົ່ງຕົວກໍ່ມາຮອດ

ກາເວນໄດ້ປອບໃຈຕົນເອງພ້ອມກັບຄືນສະຍອງ ເຂົາກ້າວເຂົ້າສູ່ຄືນວິວາ ກຽບບໍ່ເຊຶ່ອສາຍຕາໂຕເອງ !!!!!!!!!!!!!!!!!!!!!!!!

ຍິງສາວທີ່ງາມທີ່ສຸດ ທີ່ເຄີຍເຈີ ມານອນລໍຖ້າຢູ່ທາງໜ້າ ກາເວນ ມືນງົງ ??????????? .ສາວງາມເລີຍສະເຫຼີຍວ່າ

ເພາະກາເວນ ແສນດີກັບລາວ ( ໃນຕນທີ່ລາວເປັນແມ່ມົດ ) ດັ່ງນັ້ນເຄິ່ງໜຶ່ງຂອງມື້ ລາວຈະເປັນຄົນພິກົນພິການ ໜ້າຕາໜ້າລັງກຽດ

ແລະອີກເຄິ່ງໜຶ່ງຂອງມື້ລາວຈະຢູ່ໃນຮ່າງສາວງາມນີ້ .ມື້ເວັນເຂົາຢາກໃຫ້ແມ່ມົດເປັນແບບໃດ ແລ້ວມື້ຄືນຢາກໃຫ້ເປັນແບບໃດ ?

ເປັນຄຳຖາມທີ່ໂຫດຮ້າຍ ກາເວນໄດ້ຄິດໄຕ່ຕອງ ຍິງສາວງາມຕອນກາງເວັນເພຶ່ອອວດຕໍ່ໝູ່ ແຕ່ກາງຄືນ ເມຶ່ອຢູ່ 2ຕໍ່2 ກັບເປັນແມ່ມົດ ?

ຫຼືວ່າເຂົາຄວນເລືອກເຖົ້າແມ່ມົດຕອນເວັນ ແລ້ວໄດ້ສາວງາມເຮິງລະບຳໃນຍາມກາງຄືນ ?

ເປັນເຈົ້າ ເຈົ້າຈະເລືອກຫຍັງ ??????????????????

ເມຶ່ອຕັດສິນໃຈໄດ້ແລ້ວ ກໍ່ມາເບິ່ງຄຳຕອບລຸ່ມນີ້ເບິ່ງ

ເມຶ່ອໄດ້ຄຳຕອນຂອງເຈົ້າເອງແລ້ວ ລອງມາເບິ່ງຄຳຕອບຂອງ ກາເວນລຸ່ມນີ້

ກາເວນ ຕອບວ່າ ” ເຂົາຂໍມອບໃຫ້ລາວເປັນຄົນຕັດສິນໃຈເລືອກເອງ ”

ເມຶ່ອລາວໄດ້ຍິນແບບນັ້ນ ລາວຈິ່ງປະກາດກ້ອງວ່າ ລາວຈະງາມແບບນີ້ຕະຫຼອດໄປ ເພາະເຂົາໃຫ້ຄວາມເຄົາລົບ ແລະໃຫ້ລາວເປັນຕົວຂອງຕົວເອງ

ນິທານເລຶ່ອງນີ້ສອນໃຫ້ຮູ້ວ່າ .....................................................

1 ຜູ້ຍິງບໍ່ວ່າຈະງາມຫຼືໜ້າລັງກຽດ ເລິກໆ ທາງໃນລາວກໍ່ຄືແມ່ມົດ

2 ຜູ້ຍິງຈະກາຍຮ່າງເປັນແມ່ມົດ ຫຼືສາວງາມ ຍາມໃດນັ້ນແມ່ນຂຶ້ນຢູ່ກັບ ຄວາມປະພຶດຂອງຜູ້ຊາຍ

ລອງອ່ານເດີ ມ່ວນຫຼືບໍ່ ກໍ່ຂໍຂອບໃຈໄວ້ກ່ອນທີ່ເຂົ້າມາລອງອ່ານ

 

ຂຽນເມື່ອ ຂຽນເມື່ອ: Mar. 28, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເປັນເລຶ່ອງຈິງທີ່ຕ້ອງອ່ານໄວ້ ເພາະທຸກຄົນມັກເບິ່ງຂ້າມໄປ

ຊາຍຄົນໜຶ່ງມີເມຍຢູ່ນຳກັນ4ຄົນ

ເມຍຄົນທີ່1 ເຂົາຕາມໃຈທີ່ສຸດ ໄປໃສມາໃສນຳກັນ ຢາກໄດ້ຫຍັງເຂົາຈະຫາມາໃຫ້ທຸກຢ່າງ

ເມຍຄົນທີ່2 ເຂົາຮັກຫຼາຍ ເຂົາຈະເຮັດທຸກຢ່າງໃຫ້ພັນລະຍາຄົນນີ້ ແລະຈະໄປຫາເມຍຄົນນີ້ສະເໝີ

ເມຍຄົນທີ່3 ເຂົາຮັກຮອງລົງມາ ເບິ່ງແຍງເອົາໃຈໃສ່ພໍຄວນ ແວະໄປຫາເປັນບາງເທຶ່ອ

ເມຍຄົນທີ່4 ເຂົາບໍ່ເຄີຍສົນໃຈ ບໍ່ເຄີຍເບິ່ງແຍງເອົາໃຈໃສ່ ບໍ່ເຄີຍໄປຫາ ບໍ່ເຄີຍຄິດຮອດເລີຍ

ຕໍ່ມາຊາຍຄົນນີ້ໄປເຮັດສິ່ງຜິດກົດໝາຍທີ່ຮ້າຍແຮງ ຈົນເຖິງຂັ້ນປະຫານຊີວິດ ແຕ່ກ່ອນຈະຖືກປະຫານເຂົາຂໍຮ້ອງວ່າ ເຂົາຂໍກັບບ້ານເພຶ່ອໄປລຳ່ລາເມຍສຸດທິຮັກເປັນຄັ້ງສຸດທ້າຍ ຜູ້ຄຸມເຫັນໃຈຈິ່ງອະນຸຍາດ

ເມຶ່ອກັບມາຮອດບ້ານ ເຂົາຟ້າວໄປຫາເມຍຄົນທີ່1 ເລົ່າເຫດການຕ່າງໆໃຫ້ຟັງ ແລ້ວຖາມເມຍຄົນທີ່1 ວ່າ ” ຖ້າເຂົາຕ້ອງຕາຍ ເມຍຄົນທີ່1 ຈະເຮັດແນວໃດ ?”

ເມຍຄົນທີ່1 ຕອບດ້ວຍນ້ຳສຽງເຢັນຊາວ່າ ” ຖ້າເຈົ້າຕາຍເຮົາກໍ່ຈົບກັນ ”

ຄຳຕອບທີ່ໄດ້ຮັບປຽບດັ່ງຟ້າຜ່າລົງມາກາງອົກ  ເຂົາຮູ້ສຶກເຈັບປວດ ແລະເສຍໃຈເປັນຢ່າງຍິ່ງ ນຶດເສຍດາຍທີ່ເຂົາໄປທຸ້ມເທໃຫ້ເມຍຄົນນີ້ເລຍ

ຈາກນັ້ນເຂົາກໍ່ໄປຫາເມຍຄົນທີ່2

ດ້ວຍອາການເສົ້າໂສກເລົ່າເລຶ່ອງລາວຕ່າງໆໃຫ້ຟັງ ແລະຖາມຄຳຖາມເດີມກັບເມຍຄົນທີ່2 ວ່າ ”ຖ້າເຂົາຕາຍເມຍຄົນທີ່ 2 ຈະເຮັດແນວໃດ ? ”

ເມຍຄົນທີ່ 2 ກໍ່ຕອບຢ່າງໜ້າຕາເສີຍ ” ຖ້າເຈົ້າຕາຍ ຂ້ອຍຈະມີໃໝ່ ”

ຄືກັບວ່າຟ້າຈະຜ່າລົງມາກາງອົກລາວອີກເທຶ່ອໜຶ່ງ ເຂົາຮູ້ສຶກເສຍດາຍຫຼາຍ ແລະ ນຶກເສຍດາຍວ່າທີ່ຜ່ານມາ ເຂົາບໍ່ຄວນທຸ້ມເທໃຫ້ເມຍຄົນນີ້ເຊັ່ນກັນ

ເຂົາຍ່າງຄໍຕົກມາຫາເມຍຄົນທີ່3 ເລົ່າເລຶ່ອງຕ່າງໆໃຫ້ເມຍຄົນທີ່3ຟັງ ແລ້ວຖາມເມຍຄົນທີ່3ວ່າ ”ຖ້າເຂົາຕາຍເມຍຄົນທີ່3ຈະເຮັດແນວໃດ ?​”

ເມຍຄົນທີ່3 ຕອບວ່າ ” ຖ້າເຈົ້າຕາຍ ຂ້ອຍຈະໄປສົ່ງ ” ເຮັດໃຫ້ເຂົາຄາຍຄວາມໂສກເສົ້າຂຶ້ນມາໄດ້ ຢ່າງຫນ້ອຍກໍ່ມີເມຍທີ່ຈິງໃຈກັບເຂົາ

ກ່ອນກັບໄປຮັບໂທດ ເຂົາຄິດຂຶ້ນມາໄດ້ວ່າຍັງມີເມຍອີກຄົນເຊິ່ງບໍ່ເຄີຍໄປຫາເລີຍ.ເຂົາຈິ່ງໄປຫາເມຍຄົນທີ່4 ແລ້ວຖາມເມຍຄົນທີ່4ວ່າ ” ຖ້າເຂົາຕາຍ ເມຍຄົນທີ່4 ຈະເຮັດແນວໃດ ? ”

ເມຍຄົນທີ່ 4 ຕອບວ່າ ” ຖ້າເຈົ້າຕາຍ ຂ້ອຍຈະຕາຍຕາມເຈົ້າໄປ ”

ແທນທີ່ເຂົາຈະດີໃຈ ແຕ່ກັບນຶກເສຍໃຈໜັກຂຶ້ນໄປອີກ ເພາະ..... ວ່າ ໃນຕອນທີ່ຂົາມີຊີວິດ ເຂົາບໍ່ເຄີຍເຫັນຄ່າຂອງເມຍຄົນນີ້ ແຕ່ເມຍຄົນນີ້ບໍ່ເຄີຍຄິດຈະຖິ້ມເຂົາແລະຈະຕິດຕາມໄປຢູ່ນຳ ແລະຊາຍຄົນນີ້ກໍ່ກັບໄປຮັບໂທດປະຫານ ແລະເມຶ່ອເຂົາຕາຍ ເມຍຄົນທີ່ 4 ກໍ່ຕາຍໄປນຳ

ເຮົາທຸກຄົນກໍ່ມີເມຍ 4 ຄົນນີ້ ມີຄຳຖາມວ່າເມຍທັງ 4 ຄົນນີ້ແມ່ນໃຜ ???? ຄິດກັນລອງເບິ່ງເດີ

ນັ້ນເຮົາມາເບິ່ງກັນວ່າ ເມຍທີ່ 1.2.3ແລະ4 ມີໃຜກັນແດ່?

ເມຍຄົນທີ່ 1 ຄືຮ່າງກາຍ ເພາະຕອນມີຊີວິດຢູ່ເຮົາຈະບຳລຸງບຳເລີ ດ້ວຍເຂົ້າຂອງສິ່ງຕ່າງໆ ຢາກໄດ້ຫຍັງຫາໃຫ້ ແຕ່ພໍເຮົາຕາຍ ມັນກັບບໍ່ໄປກັບເຮົາ ເມຶ່ອເຮົາຕາຍຮ່າງກາຍເຮົາກໍ່ມີຄ່າເທົ່າກັບທ່ອນໄມ້

ເມຍຄົນທີ່ 2 ຄື ສັບສົມບັດ ເພາະເວລາທີ່ເຮົາມີຊີວິດຢູ່ເຮົາຈະເຮັດທຸກຢ່າງເພຶ່ອໃຫ້ໄດ້ມັນມາ ແຕ່ພໍເຮົາຕາຍມັນກັບບໍ່ໄປກັບເຮົາ ມັນກັບກາຍໄປເປັນຂອງຄົນອຶ່ນ

ເມຍຄົນທີ່3 ຄື ພໍ່ແມ່ ລູກເມຍ ຍາດພີ່ນ້ອງ ເພາະເຮົາຕາຍພວກເຂົາຈະເປັນຄົນມ້ຽນຄາບອາບຟຸ່ນ ເຮັດບຸນໄປໃຫ້

ເມຍຄົນທີ່ 4 ຄື ບຸນກັບບາບ ເມຶ່ອເຮົາຕາຍໄປແລ້ວເຮົາບໍ່ສາມາດເອົາແມ່ນຫຍັງໄປນຳໄດ້ ມີແຕ່ບຸນກັບບາບເທົ່ານັ້ນທີ່ຈະນຳເຮົາໄປ

ເຫັນບໍ່ວ່າເງິນບໍ່ແມ່ນສິ່ງສຳຄັນທີ່ສຸດໃນຊີວິດ ແຕ່ດຽວກ່ອນຢ່າຟ້າວຄິດວ່າເງິນບໍ່ສຳຄັນ ແຕ່ບໍ່ສຳຄັນທີ່ສຸດເທົ່ານັ້ນເອງ ຢ່າລືມວ່າຍັງມີເລຶ່ອງອຶ່ນທີ່ສຳຄັນກ່ວາເງິນອີກຫຼາຍ

 

 

 

ຂຽນເມື່ອ ຂຽນເມື່ອ: Mar. 26, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ສາວໆໄວເຮັດວຽກ ທີ່ຮູ້ສຶກວ່າໂຕເອງເປັນມະນຸດເງິນເດືອນ ຕ່າງກໍ່ເອົາເວລາໃຫ້ແຕ່ການເຮັດວຽກ ຫຼັງເລີກວຽກກໍ່ມີແຕ່ກັບບ້ານ ແລະເລືອກທີ່ຈະຄວບຄຸມອາຫານການກິນ ເບິ່ງແຍງຜິວພັນແລະນອນລັບພັກຜ່ອນ ເພາະຫຼາຍຄົນຮູ້ສຶກເມື່ອຍເກີນກ່ວາຈະໄປອອກກຳລັງກາຍໄດ້ຢ່າງສະໝ່ຳສະເໝີ

ຫາກບໍ່ຍຶດເສັ້ນຍຶດສາຍ ເຄຶ່ອນໄຫວແຂນຂາ ລະວັງສັດສ່ວນຈະບໍ່ກັສັບດັ່ງໃຈ ແລະອາດຈະຕ້ອງທົນເມື່ອຍລ້າກ້າມເນຶ້ອສ່ວນຕ່າງໆ ເພາະສະນັ້ນລອງມາອອກກຳລັງກາຍໃນທ່າງ່າຍໆທີ່ເຮັດໄດ້ຢູ່ບ້ານ ໃນ 10 ທ່າດ້ວຍກັນ

1.ບໍລິຫານຕົ້ນຂາແລະສະໂພກ ດ້ວຍການນອນສະແຄງຂ້າງ ແລ້ວຍົກຂາຂ້າງໜຶ່ງຂຶ້ນ-ລົງ ແລະສະລັບຂ້າງເຮັດ

2.ບໍລິຫານໜ້າທ້ອງແລະຕົ້ນຂາ ໃຫ້ນອນຫງາຍ ຊັນເຂົາຂຶ້ນ ກ່ອນຍົກຫົວໄປທາງເບຶ້ອງຂວາພ້ອມດ້ວຍຂາຂວາ ຫາກຍົກຫົວໄປທາງເບຶ່ອງຊ້າຍກໍ່ຍົກຂາຊ້າຍ

3.ບໍລິຫານຊ່ວງແອວ ຢຶນກົງແຍກຂາທັງ2ເບຶ້ອງອອກພໍປະມານ ຈາກນັ້ນຍົກແຂນຂຶ້ນໃຫ້ມືທັງ2ຂ້າງປະສານກັນໂດຍຫງາຍຝ່າມືອອກ ແລ້ວງ່ຽງຕົວໄປທາງຂ້າງ ສະລັບກັນໄປມາ

4.ບໍລິຫານແຜ່ນຫຼັງ ນອນຫງາຍ ຍົກແຂນແລະຂາທັງ2ເບຶ້ອງຂຶ້ນ-ລົງພ້ອມໆກັນ

5.ບໍລິຫານຕົ້ນຂາແລະໜ້າທ້ອງ ໃຫ້ນອນຫງາຍ ແຂນທັງ2ເບຶ້ອງແນບຕິດລຳຕົວ ຍົກຂາທັງ2ເບຶ້ອງຂຶ້ນລົງ

6.ບໍລິຫານໜ້າຂາ ນອນຫງາຍກັບພຶ້ນ ແຂນ2ເບຶ້ອງແນບຕິດລຳຕົວ ຍົກຂາເຕະສະລັບ 2 ຈັ່ງຫວະ

7.ບໍລິຫານຕົ້ນຂາ ຢຶນກົງ ແຍກປາຍຕີນຫ່າງພໍປະມານ ມື2ເບຶ້ອງຈັບຊ່ວງແອວ ແລ້ວຫຍໍ້ຕົວຂຶ້ນ-ລົງ

8.ບໍລິຫານຄໍ ຢຶນກົງ ຫັນໜ້າແລະຄິງໄປທາງຊ້າຍສະລັບຂວາ

9.ບໍລິຫານສະໂພກ ໃຫ້ນອນຄ້ອມລົງພຶ້ນ ແລ້ວງໍສອກແລະເຂົ່າ ຍົກຂາຢຽດຊື່ອອກນອກລຳຕົວໄປທາງຫຼັງ ສະລັບຊ້າຍ-ຂວາ

10.ບໍລິຫານຕົ້ນຂາແລະສະໂພກ ດ້ວຍການນອນຫງາຍລົງກັບພຶ້ນ ແຂນ2ເບຶ້ອງແນບຕິດລຳຕົວ ຍົກຂາທັງ2ເບຶ້ອງພ້ອມກັນໃນລັກສະນະງໍເຂົ່າ ພະຍາຍາມໃຫ້ໜ້າຂາມາແປະກັບບໍລິເວັນໜ້າທ້ອງ

ບໍລິຫານຮ່າງກາຍດ້ວຍທ່າເລິ້ມຕົ້ນເປັນປະຈຳ ຈະຊ່ວຍບໍລິຫານກ້າມເນຶ້ອ ແຖມຍັງກະສັບສັດສ່ວນໄດ້ດີ ເໝາະກັບສາວໆທີ່ບໍ່ຄ່ອຍມີເວລາອອກກຳລັງກາຍແບບເອົາຈິງເອົາຈັງ........... ລອງໄປເຮັດເບິ່ງເດີໄດ້ຜົນຈັ່ງໃດແລ້ວມາບອກແດ່


 

ຂຽນເມື່ອ ຂຽນເມື່ອ: Mar. 25, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກ່ອນທີ່ຈະເລີ້ມຕົ້ນມີສາຍສຳພັນຄວາມຮັກກັບໃຜຄົນໜຶ່ງ

ເຮົາອາດຈະຕ້ອງການຄວາມໝັ້ນໃຈໃຫ້ຕົວເອງເລັກນ້ອຍ ວ່າຕົວເຮົາພ້ອມຈະມີຄວາມຮັກກັບຄົນໆນີ້ຫຼືບໍ່

1.ເປັນຝ່າຍເລືອກ ແລະຕ້ອງຮູ້ວ່າໂຕເອງຕ້ອງການຄົບກັບຄົນແບບໃດ

ຖາມຕົວເຮົາເອງວ່າຄົນແບບໃດທີ່ຖືກໃຈ ແລະຈະມາຄົບກັບຕົວເຮົາເອງໄດ້ ເພາະເປັນພຶ້ນຖານທີ່ດີໄວ້ ເມຶ່ອຄົບກັນແລ້ວກໍ່ຈະປະຄັບປະຄອງສາຍສຳພັນທີ່ດີໄດ້ງາຍ

ຄຳຖາມສຳຄັນທີ່ຈະຕ້ອງຖາມຕົວເອງກໍ່ຄື ຄົນຮັກທີ່ຈະມາຄົບກັນຄວນຈະມີນິໄສແນວໃດ ?

2.ເລືອກຢ່າງຕັ້ງໃຈ

ຫາເຫດຜົນທີ່ດີໃຫ້ແກ່ໂຕເອງແນ່ໃຈ ກ່ອນທີ່ຈະເລີ້ມຕົ້ນສາຍສຳພັນ ເພຶ່ອຄວາມໝັ້ນໃຈແລະຄວາມພ້ອມກ່ອນທີ່ຈະອອກເດີນທາງເທິງຫົນທາງແຫ່ງຄວາມຮັກ

ຄຳຖາມທີ່ຕ້ອງຖາມກັບຕົວເອງກໍ່ຄື ສາຍສຳພັນຄວາມຮັກແບບໃດທີ່ໂຕເອງຕ້ອງການ ?. ເປັນຫຍັງຕົວເຮົາຈິ່ງຕ້ອງການສາຍສຳພັນໃນຄັ້ງນີ້ ?

3.ກ່ອນທີ່ຈະພັດທະນາສາຍສຳພັນ

ແນ່ໃຈແລ້ວບໍ່ວ່າ ໂຕເອງແລະຄົນທີ່ກຳລັງຄົບກັນຢູ່ ພ້ອມທີ່ຈະຈິງໃຈແລະຈິງຈັງຕໍ່ກັນ ກ່ອນທີ່ຈະພັດທະນາສາຍສຳພັນຂຶ້ນອີກຂັ້ນໜຶ່ງ

ຄຳຖາມສຳຄັນທີ່ຈະຕ້ອງຖາມຕົວເອງກ່ອນກໍ່ຄື ຕົວເຮົາພ້ອມຈະຜູກພັນມີຄວາມຮັບຜິດຊອບ ກັບຄົນທີ່ຄົບກັນຫຼືຍັງ ? ແລະເຊັ່ນດຽວກັນ ຖາມອີກຝ່າຍໜຶ່ງດ້ວຍຄຳຖາມດຽວກັນນີ້ວ່າ ພ້ອມທີ່ຈະຜູກພັນກັນຫຼືຍັງ ?

4.ຈະເລິ້ມຄົບກັນມີມູມມອງຄວາມຄິດສອດຄ່ອງກັນຫຼືບໍ່ ?

ຖ້າມີບາງເລຶ່ອງທີ່ມີແນວຄວາມຄິດບໍ່ສອດຄ່ອງກັນ ຍອມຮັບກັນໄດ້ຫຼືບໍ່ ?

ເມຶ່ອຄົບກັນຕ່າງ ຝ່າຍຕ່າງ ຮັບຟັງ ແນວຄວາມຄິດ ຄວາມເຊຶ່ອທີ່ແຕກຕ່າງກັນໄດ້ບໍ່ ?

5.ຖມຄວາມຮູ້ສຶກຕົວເອງໃຫ້ແນ່ໃຈ

ຮູ້ຕົວເອງແລະຮູ້ຄວາມຮູ້ສຶກທີ່ມີຕໍ່ຄົນທີ່ເຈົ້າຈະຄົບນຳ

ຄຳຖາມທີ່ຕ້ອງຖາມຕົວເອງຄື ໂຕເຮົາຮູ້ສຶກດີ ແລະປອດໄພກັບຄົນທີ່ຈະຄົບກັນນີ້ຫຼືບໍ່ ?

ແລະຖາມອີກຝ່າຍວ່າຮູ້ສຶກດີທີ່ຈະຄົບກັນຫຼືບໍ່ ?

ນອກຈາກຄຳຖາມ 5 ຂໍ້ນີ້ແລ້ວ ສິ່ງໜຶ່ງທີ່ຄວນຕຽມພ້ອມກ່ອນຈະມີຄວາມຮັກກໍ່ຄື ຮູ້ຈັກຮັກໂຕເອງກ່ອນແລ້ວຈະຮັກຄົນອຶ່ນເປັນ


ຂຽນເມື່ອ ຂຽນເມື່ອ: Mar. 24, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຖິງແມ້ວ່າສາວໆ ຈະເຄັ່ງຄັດໃນການກິນອາຫານແລະຄອບຄຸມນ້ຳໜັກ ແຕ່ແນ່ນອນວ່າຕ້ອງມີຊ່ວງເວລາທີ່ເຜີຕາມໃຈປາກ

ແຕ່ກໍ່ບໍ່ຕ້ອງເປັນກັງວົນໄປ ເພາະເຮົາມີເຄັດລັບດີໆ ທີ່ຊ່ວຍຈັດການໃນເລຶ່ອງນີ້ໃຫ້ກາຍເປັນເລັກນ້ອຍ ໄປເລີຍມາແນະນຳ

      ນ້ຳສົ້ມສົດ ຈະຊ່ວຍໄດ້ ເພາະວິຕາມິນ ໃນສົ້ມຈະຊ່ວຍດູດຊືມສານອາຫານທີ່ສຳຄັນ ແລະຖ້າກິນເປັນໜ່ວຍເລີຍກໍ່ຈະຊ່ວຍຄວບຄຸມນ້ຳໜັກໄດ້ອີກທາງໜຶ່ງ ເພາະໃນສົ້ມມີເສັ້ນໃຍທຳມະຊາດທີ່ຊ່ວຍໃຫ້ເຮົາອີ່ມທ້ອງດົນຂຶ້ນ

      ອາຫານຈຳພວກທັນຍາພຶດ ເນື່ອງຈາກອຸດົມດ້ວຍ ໄຟເບີ ວິຕາມິນ ແລະສານຕ້ານອະນຸມູນອິດສະລະຫຼາຍຕ່າງໆ ຈຳນວນຫຼາຍ ເຊິ່ງຈະຊ່ວຍໃຫ້ລະບົບຍ່ອຍອາຫານ ທຳການຍ່ອຍຊ້າໆ ເຂົ້າສູ່ຮ່າງກາຍເຮັດໃຫ້ເຮົາອີ່ມທ້ອງດົນຂຶ້ນ

       ຍ້ຳໃຫ້ຊ້າໆລົງ ການກິນໄວ ເຮັດໃຫ້ການກິນອາຫານໄດ້ຫຼາຍກ່ວາປົກກະຕິໂດຍບໍ່ຮູ້ຕົວ ແລະທາງທີ່ດີຫຼັງກິນເຂົ້າແລງບໍ່ຄວນກິນຫຍັງອີກ

        ເລືອກກິນຜັກແລະໝາກໄມ້ເປັນປະຈຳ ມີສານອາຫານທີ່ຮ່າງກາຍຕ້ອງການຢູ່ຫຼາຍ ຈິ່ງຈຳເປັນທີ່ຮ່າງການເຮົາຕ້ອງໄດ້ຮັບທຸກມື້ ເຊິ່ງໝາກໄມ້ຄວນເລືອກທີ່ໃຫ້ພະລັງງານຕຳ່ ເຊັ່ນ : ໝາກມ່ວງ ໝາກສີດາ ໝາກຈຽງ ໝາກໂມ ເປັນຕົ້ນ

        ເຄື່ອນໄຫວຮ່າງກາຍ ຫາເວລາຫວ້າງເຄື່ອນໄຫວຮ່າງກາຍໃຫ້ເຫຶ່ອອອກ ຫຼືມີເວລາກໍ່ໄປອອກກຳລັງກາຍດີກ່ວາ ໂດຍເລີ້ມຕົ້ນຈາກ 30 ນາທີ ແລ້ວເມຶ່ອຮ່າງກາຍປັບເຂົ້າທີ່ກໍ່ເພີ່ມເປັນ 1ຊົ່ວໂມງ  ຈະຊ່ວຍເຜົາຜານໄຂມັນໄດ້ເປັນຢາ່ງດີ

           ຮູ້ແລ້ວກໍ່ຫີບເຮັດຈະໄດ້ກຳຈັດສ່ວນເກີນອອກໄປໃຫ້ໄວ ແລະກັບມາຫຸ່ນງາມຄືເກົ່າ

 

ຂຽນເມື່ອ ຂຽນເມື່ອ: Mar. 23, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ສາວໆຄົນໃດທີ່ມີບັນຫາກ່ຽວກັບລິ້ວລອຍແຕກລາຍ ເຮັດໃຫ້ເກິດຄວາມບໍ່ໝັ້ນໃຈໃນຕົວເອງ  ເຮົາມີວິທີມາແນະນຳໃຫ້ສາວໆລອງໄປໃຊ້ເບິ່ງ ແຕ່ຕ້ອງໄດ້ໃຊ້ເວລາໜ່ອຍໜຶ່ງ

ລິ້ວລອຍ ອາດເກິດຈາກການອອກລູກ ຫຼືການລົດນ້ຳໜັກແບບໄວວາ ໂດຍສະເພາະສາວໆທີ່ອາຍຸນ້ອຍ ແລ້ວເກິດປັນຫາ ໜ້າທ້ອງ ບີນ້ອງ ກົກຂາ ລາຍ

ວິທີເຮັດງ່າຍໆ ໃຫ້ໃຊ້ງຸ້ນສີຂາວຈາກຈາກຫວ້ານຫ້າງແຂ້ ທີ່ລ້າງຍາງອອກແລ້ວມາທາບໍລິເວັນທີ່ແຕກລາຍ ເປັນປະຈຳທຸກເຊົ້າແລງ ຮອຍແຕກລາຍກໍ່ຈະຄ່ອຍໆຈາງລົງໄປ ເພີ່ມຄວາມໝັ້ນໃຈໃຫ້ສາວໆໄດ້ອວດຜິວງາມໄດ້ຢ່າງໝັ້ນໃຈ

ແຕ່ຖ້າຫາກບໍ່ມີຫວ້ານຫ້າງແຂ້ ກໍ່ໃຫ້ໃຊ້ໃບຜັກໜອກແທນກໍ່ໄດ້ ໂດຍການນຳເອົາມາຕຳແລ້ວຄັ້ນເອົາແຕ່ນ້ຳ ມາທາບໍລິເວັນທີ່ແຕກລາຍ ທຸກເຊົ້າແລງເປັນປະຈຳ ຜິວທີ່ແຕກລາຍກໍ່ຈະຄ່ອຍໆຈາງລົງໄດ້ເຊັ່ນກັນ

ໃຜທີ່ມີປັນຫາແບບນີ້ກໍ່ລອງເອົາໄປໃຊ້ເບິ່ງເດີ ແຕ່ຕ້ອງຄ່ອຍເປັນຄ່ອຍໄປ ໃຈເຢັນໆຈິ່ງໄດ້ຜົນ

ຂຽນເມື່ອ ຂຽນເມື່ອ: Mar. 19, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບອກໄດ້ເລີຍວ່າ ” ຜູ້ຊາຍຕົກຫຼຸມຮັກດ້ວຍ 2 ຕາ ທະວ່າ ຜູ້ຍິງຕົກຫຼຸມຮັກດ້ວຍ 2 ຫູ” ເຊິ່ງມັນຄ້າຍກັບວ່າຈະເປັນຄວາມຈິງ ເພາະສິ່ງທຳອິດທີ່ຜູ້ຊາຍເກິດອາການປິ້ງຜູ້ຍິງຄືພາບລັກເຊັ່ນ ຄວາມໜ້າຮັກ.ຄວາມງາມ.ສົດໃສ ແລະແລດບິ່ງມີສະເໜ.ໃນຂະນະທີ່ຜູ້ຍິ່ງສ່ວນໃຫຍ່ມັກປະທັບໃຈໜຸ່ມໆດ້ວຄຳຫວານທີ່ພວກເຂົາມັກເວົ້າຫຼອກຫູໃຫ້ຟັງສະເໝີ

ແຕ່ກໍ່ມີຜູ້ຊາຍຈຳນວນຫຼາຍຍອມຮັບວ່າ ຜູ້ຍິງໜ້າເບຶ່ອແລະກໍ່ບໍ່ມີເຫດຜົນ ໃນຂະນະທີ່ຜູ້ຍິງກໍ່ວ່າຜູ້ຊາຍ ໂງຈ້າ ເຊິ່ງທີ່ຈິ່ງແລ້ວບັນຫາບໍ່ໄດ້ຢູ່ບ່ອນວ່າໃຜດີທີ່ສຸດ ແຕ່ຢູ່ທີ່ຄວາມແຕກຕ່າງຂອງຜູ້ຊຍແລະຜູ້ຍິງເຊັ່ນ:

* ຜູ້ຍິງມັນປ່ຽນແປງຜູ້ຊາຍ ໃນຂະນະທີ່ຜູ້ຊາຍບໍ່ເຄີຍຄິດທີ່ຈະປ່ຽນແປງໂຕເອງ

* ຜູ້ຍິງມັກຫຶງຫວງໃນເລຶ່ອງບໍ່ເປັນເລຶ່ອງ ໃນຂະນະທີ່ຜູ້ຊາຍຫວງຕາມສະຖານະການ

* ຜູ້ຍິງມັກເຮັດໂຕເອງໃຫ້ຢູ່ຕິດກັບແຟນຕະຫຼອດເວລາ ຂະນະທີ່ຜູ້ຊາຍມັກອອກໄປລັ້ນລາກັບໝູ່ເພຶ່ອ

* ຜູ້ຍິງມັກເອົາໃຈໃສ່ໃນທຸກໆເລຶ່ອງ ໃນຂະນະທີ່ຜູ້ຊາຍມັກຫວງແຫນໃນຄວາມເປັນສ່ວນຕົວ

* ຜູ້ຍິງມັກໃຫ້ຜູ້ຊາຍເວົ້າຄຳຫວານ ໃນຂະນະທີ່ຜູ້ຊາຍເປັນພວກປາກແຂງ ໂລເແມນຕິກບໍ່ເປັນ

* ຜູ້ຍິງມັກງອນແບບບໍ່ມີເຫດຜົນ ໃນຂະນະທີ່ຜູ້ຊາຍມີເຫດຜົນມາຮອງຮັບໃນການກະທຳ

* ຜູ້ຍິງມັກຈູ້ຈີ້ຂີ້ບົນ ແລະສາມາດເວົ້າໄດ້ຕະຫຼອດເວລາ ໃນຂະນະທີ່ຜູ້ຊາຍບໍ່ຄ່ອຍເວົ້າແລະກໍຂີ້ລຳຄານທີ່ສຸດ

* ຜູ້ຍິງມັກຄາດຫວັງວ່າຮັກຈະຈົບລົງທີ່ການແຕ່ງງານ ໃນຂະນະທີ່ຜູ້ຊາຍ ຕ້ອງເຮັດໃຫ້ຄວາມຮັກໃນຄັ້ງນີ້ດີທີ່ສຸດ

ນີ້ເປັນເລຶ່ອງປຽບທຽບເລັກນ້ອຍ ທີ່ສາມາດເບິ່ງເຫັນພາບຄວາມແຕກຕ່າງລະຫວ່າງຍິງແລະຊາຍໄດ້ຢ່າງຊັດເຈັນ ສະນັ້ນຈິ່ງບໍ່ແປກຫາກຜູ້ຍິງແລະຜູ້ຊາຍຈະເບິ່ງ ”ຄວາມຮັກ” ໃນມູມມອງທີ່ແຕກຕ່າງກັນ

ອອກໄປ.ຈົນບາງເທຶ່ອອາດເກິດການຜິດຖຽງກັນ ບໍ່ເຂົ້າໃຈເຊິ່ງກັນແລະກັນ ດັ່ງນັ້ນທາງອອກທີ່ດີທີ່ສຸດໃນການຢູ່ຮ່ວມກັນຢ່າງມີຄວາມສຸກຄື ”ການທຳຄວາມເຂົ້າໃຈ”.......”ຍອມຮັບໃນກັນສະເໝີ ”

ຫົນທາງແຫ່ງ ຄວາມຮັກຄວາມຮັກ ະໂຮຍດ້ວຍກີບດອກກູຫຼາບ ຫາກທັງຄູ່ເວັ້ນຊ່ອງຫ່ວາງລະຫວ່າງກັນ ປະມານວ່າບໍ່ຫຼາຍບໍ່ໜ້ອຍແຕ່ກໍ່ບໍ່ຫາຍໄປ ເລືອກຢູ່ໃນຕຳແໜ່ງທີ່ເຮົາແລະເຂົາຈະມີຄວາມສຸກ

ເພາະວ່າ ຊີວິດຄວາມຮັກ ຖ້າມີ ” ຄວາມເປັນກາງ ” ແລະ”ຄວາມເຂົ້າໃຈ”ບໍ່ວ່າຈະຄິດຕ່າງຫຼືມູມມອງໃດໆກໍ່ສວຍງາມສະເໝີ

ເອົາມາຝາກໃຫ້ອ່ານຫຼິ້ນໆເດີ ຖ້າບໍ່ມັກຈັ່ງໃດກໍ່ຂໍໂທດລ່ວງໜ້າ

 

ຂຽນເມື່ອ ຂຽນເມື່ອ: Mar. 19, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສາວນ້ອຍຄົນໜຶ່ງນັ່ງລໍຖ້າເວລາອອກຂອງຍົນ ໃນຫ້ອງ Boarding Room ໃນສະໜາມບິນແຫ່ງໜຶ່ງ

ຂະນະທີ່ຕ້ອງນັ່ງລໍຖ້າຫຼາຍຊົ່ງໂມງ ລາວກໍ່ຕັດສິນໃຈໄປຊື້ ໜັງສືແລະກໍ່ເຂົ້າໜົມສຳລັບກິນຫຼິ້ນຖົງໜຶ່ງ

ລາວນັ່ງຖ້າຢ່າງສະບາຍໃນຕ່ັງນັ່ງແບບ Armchair ໃນຫ້ອງ VIP ຂອງສະໜາມບິນ ພ້ອມທັງອ່ານໜັງສືແລະກໍ່ກິນເຂົ້າໜົມໄປພ້ອມຢ່າງມີຄວາມສຸກ.ຂ້າງຖົງເຂົ້າໜົມມີຊາຍຄົນໜຶ່ງກຳລັງອ່ານແມກກະຊິນ

ເມຶ່ອລາວຍິບເຂົ້າໜົມຂຶ້ນມາກິນ1ອັນ ຊາຍຄົນນັ້ນກໍ່ຍິບເຂົ້າໜົມຂຶ້ນມາກິນໜຶ່ງອັນຄືກັນ.ລາວຮູ້ສຶກອຶດອັດບໍ່ພໍໃຈຫຼາຍ ແຕ່ກໍ່ບໍ່ໄດ້ເວົາຫຍັງອອກມາ ລາວໄດ້ແຕ່ຄິດໃນໃຈວ່າ ຜູ້ຊາຍຄົນນີ້ຄືຊິປະສາດບໍ່ດີ

ຖ້າອາລົມບໍ່ດີ ຄືຊິໄດ້ຜິດກັບຜູ້ຊາຍຄົນນີ້ໄປແລ້ວ ກ້າດີມາຍິບເຂົ້າໜົມເຮົາໄປກິນ.ໃນທຸກຄັ້ງທີ່ລາວຍິບເຂົ້າໜົມຂຶ້ນມາກິນ ຜູ້ຊາຍຄົນນັ້ນກໍ່ຍິນຂຶ້ນມາກິນເຊັ່ນກັນ

ນີ້ມັນກວນໃຈເຮົາ ແຕ່ລາວກໍ່ໄດ້ແຕ່ຄິດ ເພາະບໍ່ຢາກໂວຍວາຍໃຫ້ເກິດບັນຫາພຽງແຕ່ເຂົາໜົມຖົງດຽວ.ໃນທີ່ສຸດເຂົ້າໜົມກໍ່ເຫຼຶອພຽງແຕ່ອັນດຽວ ລາວຄິດວ່າ ” ດີແລ້ວ ຊິເບິ່ງດຸວ່າຜູ້ຊາຍຄົນນີ້ຊິເຮັດແນວໃດຕໍ່ໄປ ” ແລະແລ້ວຜູ້ຊາຍຄົນນັ້ນກໍ່ຍິບເຂົ້າໜົມຂຶ້ນມາແລ້ວແບ່ງເປັນ2ສ່ວນ ແລ້ວຍຶ່ນເຄິ່ງໜຶ່ງໃຫ້ກັບລາວ

ໂອ້ຍ ...... ນີ້ມັນເກິນໄປແລ້ວໄດ້ ຂ້ອຍຮ້າຍແລ້ວໄດ້ນີ້.ແລ້ວລາວກໍ່ລຸກຂຶ້ນຍິບໜັງສືແລ້ວກໍ່ເຄຶ່ອງໃຊ້ສ່ວນຕົວແລ້ວຍ່າງອອກຈາກຫ້ອງ Boarding place ແຫ່ງນັ້ນທັນທີ

ເມຶ່ອລາວໄດ້ບ່ອນນັ່ງໃນຍົນແລ້ວ ລາວກໍ່ຍິບເອົາກະເປົາຫິ້ວມາເປິດເອົາແວ່ນກັນແດດອອກມາໃສ່ ທັນໃດນັ້ນກໍ່ຮູ້ສຶກປະຫຼາດໃຈ ທີ່ລາວເຫັນຖົງເຂົ້າໜົມທີ່ຍັງບໍ່ທັນໄດ້ໄຂຢູ່ໃນກະເປົາຂອງລາວເອງ

ລາວຮູ້ສຶກອັບອາຍຫຼາຍ ລາວຫາກໍ່ຮູ້ວ່າ ລາວເຮັດຜິດຢ່າງມະຫັນ ລາວລືມໄປວ່າເຂົ້າໜົມທີ່ລາວຊື້ມານັ້ນລາວໄປໃສ່ໄວ້ໃນກະເປົາຖື

ຊາຍຄົນນັ້ນມີນ້ຳໃຈເອຶ້ອເຟຶ້ອ ໄດ້ແບ່ງເຂົ້າໜົມເຄິ່ງໜຶ່ງໃຫ້ລາວໂດຍບໍ່ໄດ້ຄິດຍຸ້ງຍາກໃຈຫຍັງເລີຍ

ແຕ່ໃນຂະນະດຽວກັນ ລາວກັບຮ້າຍ ໂມໂຫ ຫົວຟັດຫົວຫວ່ຽງ ເມຶ່ອຈະຕ້ອງແບ່ງເຂົ້າໜົມເຄິ່ງໜຶ່ງໃຫ້ກັບຊາຍຄົນນັ້ນ

ຂະນະທີ່ລາວບໍ່ສາມາດທີ່ແມ້ແຕ່ຈະອະທິບາຍຫຼືກ່າວຄຳວ່າຂໍໂທດ

 

 

ຂຽນເມື່ອ ຂຽນເມື່ອ: Mar. 15, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຄຳວ່າ "ຮັກໂຕເອງ"ກັບ"ຫຼົງໂຕເອງ"ແຕກຕ່າງກັນໂດຍສິ້ນເຊິງ

1 ຄົນຮັກໂຕເອງ ຮູ້ຫຼາຍ ແຕ່ເວົ້າໜ້ອຍເທົ່າທີ່ຈຳເປັນ

   ຄົນຫຼົງໂຕເອງ ຮູ້ໜ້ອຍແຕ່ມັກເວົ້າໃຫຍ່ໂຕໂອ້ອວດ ເພຶ່ອກົບເກື່ອນຄວາມລ້ສາມາດໃນເລຶ່ອງອຶ່ນໆ

2 ຄົນຮັກໂຕເອງ ເຫັນຄວາມດີແລະຄວາມສາມາດຂອງຕົນແລະຄົນອຶ່ນ ເວົ້າຊຶ່ນຊົມຄົນອຶ່ນທັງຕໍ່ໜ້າແລະລັບຫຼັງ

   ຄົນຫຼົງຕົວເອງ ມັກນິນທາວ່າຮ້າຍຄົນອຶ່ນ ຍິບຍົກຄວາມຜິດຂອງຄົນອຶ່ນມາບົດບັງຄວາມຊົ່ວຮ້າຍຂອງຕົນເອງ

3 ຄົນຮັກໂຕເອງ ເຫັນຄວາມບົກພ່ອງຂອງຕົນເອງແລະພ້ອມທີ່ຈະປັບປຸງແກ້ໄຂ

   ຄົນຫຼົງໂຕເອງ ມອງຂ້າມຄວາມບົກພ່ອງຂອງຕົວເອງແຕ່ຊ່ຽວຊານໃນການຈັບຜິດເລຶ່ອງຂອງຄົນອຶ່ນ

4 ຄົນຮັກໂຕເອງ ມີຄວາມເຫັນອົກເຫັນໃຈຜູ້ທີ່ດ້ອຍກ່ວາ ຢາກຊ່ວຍເຫຼືອ

   ຄົນຫຼົງໂຕເອງ ຊຳນານໃນການຊ້ຳເຕີມຄວາມຜິດຂອງຄົນອຶ່ນ ມັກເອົາປົມດ້ອຍຄົນອນມາເວົ້າ

5 ຄົນຮັກໂຕເອງ ມີມຸທິຕາຈິດ ເຫັນຄົອຶ່ນປະສົບຜົນສຳເລັດກໍ່ຊຶ່ນຊົມຍິນດີ

   ຄົນຫຼົງໂຕເອງ ມັກອິດສາ ເຫັນຄົນອຶ່ນໄດ້ດີແລ້ວຕົນເອງເຈັບປວດ

6 ຄົນຮັກໂຕເອງ ອ່ອນນ້ອມທ່ອມຕົນ ສຸພາບ ໃຫ້ກຽດຄົນອຶ່ນ

   ຄົນຫຼົງໂຕເອງ ມັກເຍີຍິ່ງ ຍະໂສໂອຫັງ ເວົ້າຈາບໍ່ສຸພາບ ບໍ່ຮັກສານ້ຳໃຈຜູ້ອຶ່ນ

7 ຄົນຮັກໂຕເອງ ຢາກຮຽນຮູ້ຈາກຄົນອຶ່ນໃນເລຶ່ອງທີ່ຕົນບໍ່ຮູ້ ເປິດໃຈຮັບຟັງ

   ຄົນຫຼົງໂຕເອງ ມັກເຮັດຕົວເອງເໜຶອກ່ວາຄົນອຶ່ນ ຮັບບໍ່ໄດ້ທີ່ຄົນອຶ່ນເກ່ງກ່ວາ

8 ຄົນຮັກໂຕເອງ ແກ້ໄຂບັນຫາດ້ວຍຄວາມສັນຕິເປັນມິດແລະສ້າງສັນ

   ຄົນຫຼົງໂຕເອງ ມັກໃຊ້ຄວາມຮຸນແຮງເພຶ່ອແກ້ໄຂບັນຫາ

9 ຄົນຮັກໂຕເອງ ມັກເສຍສະລະ ຄິດຮອດປະໂຫຍດສ່ວນລວມເປັນຫຼັກ

   ຄົນຫຼົງໂຕເອງ ເຫັນແກ່ໂຕເອງ ມັກເອົາປຽບຄົນອຶ່ນເມຶ່ອມີໂອກາດ

10 ຄົນຮັກໂຕເອງ ເປັນແຫ່ງກຳເນິດຄວາມສຸກໃຫ້ແກ່ຜູ້ໃກ້ຊິດ

      ຄົນຫຼົງຕົວເອງ ເປັນມົນລະພິດຕໍ່ຄົນຮອບຂ້າງ ໃຜຢູ່ມໍ່ມັກອຶດອັດລຳຄານ

ເອົາມາຈາກເນັດ ຂອບໃຈທຸກຄົນທີ່ເຂົ້າມາອ່ານໃນໄດອາລີເລຶ່ອງນີ້

ຂຽນເມື່ອ ຂຽນເມື່ອ: Mar. 9, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

  ພໍໃຈສິ່ງທີ່ມີ ຍິນດີເທົ່າທີ່ໄດ້

  ບາງຢ່າງເຮົາບໍ່ຄວາມຈຳ ຖ້າມັນເຮັດໃຫ້ເຮົາເຈັບ ແຕ່ບາງຢ່າງກໍ່ຄວນເກັບ ຖ້າມັນເປັນຄວາມເຈັບທີ່ໜ້າຈຳ

  ຈົງຊື່ສັດກັບແຟນຕົນເອງ ແລ້ວຈົ່ງຄື້ນເຄັງກັບແຟນຄົນອຶ່ນ

  ຄົບຄົນພານ ຖ້າຈິງໃຈກໍ່ບໍ່ຜິດ ຄົບບັນດິດ ບໍ່ຈິງໃຈກໍ່ໄລ້ຜົນ

  ເຈັບແລ້ວຈຳຄືຄົນ ເຈັບແລ້ວທົນຄືຄວາຍ

 

ຂຽນເມື່ອ ຂຽນເມື່ອ: Mar. 7, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫຼາຍຄົນອາດສົງໄສວ່າ..... ເປັນຫຍັງຈິ່ງບໍ່ມີແຟນກັບເຂົາຈັກເທຶ່ອ ຫຼືທີ່ມີຢູ່ກໍ່ກັບມາເລິກລາກັນໄປ ມື້ນີ້ຂໍມານຳສະເໜີບັນຫາຫົວໃຈ ວ່າພຶດຕິກຳແບບໃດທີ່ອາດເກັບທ່ານເປັນໂສດຕະຫຼອດການ

 *ບໍ່ມີຄວາມຮັບຜິດຊອບ : ຖ້າທ່ານບໍ່ມີຄວາມຮັບຜິດຊອບ ມັນຈະເປັນຫຼຸມພາງຊັ້ນດີໃຫ້ທ່ານກ້າວຕົກໄປຢູ່ໃນຫ່ວງຂອງຄົນໂສດ.ຄູ່ຮັກຫຼາຍຄູ່ເລີກລາກັນໄປ ເພາະການບໍ່ຮັບຜິດຊອບຕໍ່ຄຳເວົ້າຂອງຕົນເອງ

* ຂ້ອຍຄືຊ້າງຕີນໜ້າ : ມັນກໍ່ເປັນການດີທີ່ເຮົາຮູ້ຈັກເປັນຜູ້ນຳ ແຕ່ໃນຊີວິດຮັກ ບາງເທຶ່ອຄຳວ່າ " ນຳໜ້າ"ກໍ່ອາດແປປ່ຽນເປັນຄຳວ່າ "ເອົາແຕ່ໃຈ " ຕໍ່ອີກຝ່າຍໄດ້ ເຂົ້າໃຈວ່າ ກ່ອນຈະຮັກໃຜໄດ້ຕ້ອງຮູ້້ຈັກຮັກໂຕເອງໃຫ້ເປັນກ່ອນ ແຕ່ຖ້າຮັກໂຕເອງຈົນເກິນໄປມັນກໍ່ເຮັດໃຫ້ເຮົາກາຍເປັນຄົນເຫັນແກ່ໂຕໄດ້ ແລະຍາທີ່ຈະໃຊ້ຊີວິດຮ່ວມກັບຄົນອຶ່ນໃນທີ່ສຸດ

*ພະຍາຍາມລົງຈາກຄານ : ເຄີຍໄດ້ຍິນບໍ່ວ່າ ຄວາມຮັກຖ້າເຮົາແຮງແລ່ນຫາມັນ ມັນແຮງແລ່ນໜີເຮົາ.ຢູ່່ເສີຍໆບາງທີຄວາມຮັກກໍ່ເຂົ້າມາຫາເຮົາເອງ ເພາະສະນັ້ນ ຄວນເຮັດຫຍັງໃຫ້ພໍດີ ເຂົ້າໃຈວ່າເຫງົາ ອາລົມແບບຄົນມີຄູ່ບໍ່ຮູ້ເດາະ ວ່າທ່ານຢາກສະລັດມັນອອກໄປໃຫ້ໄກ ແຕ່ມັນກໍ່ຕ້ອງຄ່ອຍເປັນຄ່ອຍໄປ ບໍ່ຕ້ອງຟ້າວ ຟ້າວໄປດຽວເສຍເລຶ່ອງ

*ບໍ່ມີຄວາມໝັ້ນໃຈໃນຕົວເອງ : ຖ້າທ່ານບໍ່ໝັ້ນໃຈໃນຕົວເອງແລ້ວໃຜຊິມາໝັ້ນໃຈໃນຕົວທ່ານແມ່ນບໍ່,ຄົນທີ່ບໍ່ມີຄວາມໝັ້ນໃຈໃນຕົນເອງ ມັກຈະມີພຶດຕິກຳດ້ອຍສະເໝີ ເຮັດໃຫ້ຄົນອ້ອມຂ້າງບໍ່ຍາກເຂົ້າໃກ້.ທ່ານຕ້ອງໝັ້ນໃຈໃນຕົວເອງ ໃຊ້ຊີວິດໃຫ້ມີຄວາມສຸກ ເທົ່ານີ້ກໍ່ດີແລ້ວ

*ບໍ່ສາມາດລືມແຟນເກົ່າ : ຫາກທ່ານຍັງເອົາແຟນເກົ່າຂອງທ່ານມາວົນວຽນໃນຊີວິດຮັກຄັ້ງໃໝ່ຂອງທ່ານ ທ່ານກໍ່ຕຽມນັບຖອຍຫຼັງສູ່ຊີວິດໂສດ.ຫາກທ່ານຍັງບໍ່ລືມຄົນຮັກເກົ່າໄປຈາກຫົວໃຈ ຊີວິດຕ້ອງຢ່າງໄປທາງໜ້າ ອັນໃດທີ່ເປັນເລຶ່ອງເສຍໃຈໃນອາດີດເກັບເອົາມາເປັນບົດຮຽນໄດ້ ແຕ່ຫ້າມເອົາມາພົວພັນໃນຊີວິດຮັກຄັ້ງໃໝ່

*ການເອົາປຽບເຊິ່ງກັນແລະກັນ : ທີ່ແນ່ນອນເປັນໃຜ ໃຜກໍ່ບໍ່ມັກໃຫ້ຄົນອຶ່ນມາເອົາປຽບ.ທຳອິດກໍ່ທົນໄດ້ແຕ່ຫຼາຍຄັ້ງຕໍ່ຫຼາຍຄັ້ງ ຍັງບໍ່ປ່ຽນນິໄສ ກໍ່ກຽມຕົວເປັນໂສດໄດ້ເລີຍ

*ຂີ້ຕົວະ : ໃຜກໍ່ບໍ່ມັກໃຫ້ຄົນຮັກມາຕົວະເຮົາ ເຖິງຈະອ້າງວ່າຕົວະເພຶ່ອຄວາມສະບາຍໃຈກໍ່ຕາມ.ແຕ່ຖ້າມື້ໜຶ່ງເຂົາຄົນນັ້ນຮຼ້ເລຶ່ອງຂຶ້ນມາມັນແຮງຊິບໍ່ວຸ້ນວາຍບໍ່???

*ຄວາມຂີ້ອາຍ : ຄວາມຂີ້ອາຍອາດເຮັດໃຫ້ເລີ້ມຄວາມສຳພັນໄລຍະຍາວຍາກ ເພາະອີກຝ່າຍໜຶ່ງກໍ່ບໍ່ກ້າທີ່ຈະເຮັດຫຍັງ  ເພາະຍ້ານທ່ານຈະເຂີນອາຍ.ຈະເຂົ້າໃກ້ແຕ່ລະເທຶ່ອກໍ່ເຂີນແລ້ວເຂີນອີກ

ຈົນເຮັດໃຫ້ເຂົາອຶດອັດ ຈົນຕ້ອງຍອມເປັນຝ່າຍຍ່າງໜີທ່ານໄປ ແມ້ຈະຮັກຫຼາຍປານໃດກໍ່ຕາມ

" ອ່ານຈາກເນັດ,ມີຫຍັງເພິ່ມເຕີມກໍ່ບອກແດ່ເດີ "

ຂຽນເມື່ອ ຂຽນເມື່ອ: Mar. 5, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ມີເລຶ່ອງເລົ່າ ວ່າ .......

ມີຄົນ2ຄົນເປັນເພຶ່ອນສະນິດກັນ ຕ່າງຮ່ວມເດິນທາງໄປທະເລຊາຍນຳກັນ,ລະຫວ່າງທາງເກິດການໂຕ້ຖຽງຂັດແຍ້ງບໍ່ເຂົ້າໃຈກັນ

ໝູ່ອິກຄົນໜຶ່ງຫຼົງຕົບໜ້າໝູ່ອິກຄົນ,ຄົນທີ່ຖືກຕົບໜ້າເຈັບ ແຕ່ລາວບໍ່ເວົ້າຫຍັງອອກມາ ກັບຂຽນລົງພຶ້ນຊາຍວ່າ " ມື້ນີ້......ຂ້ອຍຖືກໝູ່ຮັກຕົບໜ້າ "

ແລ້ວທັງ 2 ກໍ່ເດິນທາງຕໍ່ໄປ ຈົນຮອດແມ່ນ້ຳແຫ່ງໜຶ່ງ ທັງ2ຄົນກໍ່ຕັດສິນໃຈພາກັນລົງອາບນ້ຳ ທັນໄດ້ນັ້ນຄົນທີ່ຖືກຕົບໜ້າກໍ່ຈົມນ້ຳ ໝູ່ອີກຄົນບໍ່ລັງເລໃຈທີ່ຈະເຂົ້າໄປຊ່ວຍ

ທັງ2ຮອດຕາຍ ແຕ່ພວກເຂົ້າບໍ່ໄດ້ເວົ້າຫຍັງອອກມາ ແຕ່ກັບສະລັກລົງໄປເທິງກ້ອນຫີນວ່າ "  ມື້ນີ້ ... ໝູ່ຮັກຊ່ວຍຊີວິດຂ້ອຍໄວ້ "

ອີກຄົນບໍ່ເຂົ້າໃຈເລີຍຖາມ " ຕອນຖືກຕົບໜ້າຄືຂຽນໃສ່ຊາຍ ແລ້ວເຫດການມື້ກີ້ຄືສະລັກໃສ່ຫີນ"

ອີກຄົນຍິ້ມແລ້ວຕອບກັບ " ເມຶ່ອຖືກຄົນທີ່ຮັກທຳຮ້າຍ ເຮົາຄວນຂຽນລົງໃສ່ພຶ້ນຊາຍ ເຊິ່ງສາຍລົມແຫ່ງການໃຫ້ອະໄພ ຈະພັດຜ່ານລົບລ້າງບໍ່ໃຫ້ເຫຼືອ ແຕ່ເມຶ່ອມີສິ່ງດີໆເກິດຂຶ້ນ ເຮົາຄວນສະລັກໄດ້ເທິງກ້ອນຫີນແຫ່ງຄວາມຊົງຈຳໃນຫົວໃຈ  ເຊິ່ງຕໍ່ໄປມີສາຍລົມແຮງປານໃດ ກໍ່ບໍ່ສາມາດລົບລ້າງ ຄວາມຊົງຈຳດີໆ ໄປໄດ້ "

ເອົາມາຈາກເວັບເດີ

 

 

 

 

 

ຂຽນເມື່ອ ຂຽນເມື່ອ: Feb. 28, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

* ເຮົາສາມາດມີຄວາມສຸກເທົ່າໆກັບຄົບອຶ່ນໆ ການທີ່ເຮົາເບິ່ງຄົນອຶ່ນມີຄວາມສຸກຫຼາຍກ່ວາ ນັ້ນອາດເປັນເພາະວ່າ .... ເຮົາຍັງບໍ່ເຄີຍເຫັນ .... ຕອນເປັນທຸກຂອງພວກເຂົາ .

* ຢ່າມົວແຕ່ຄິດວ່າ...ໂຕເອງໂຊກຮ້າຍ. ເພາະ "ເວລາ " ຂອງເຮົາ "ມີຄ່າ " ຫຼາຍກ່ວາຈະມານັ່ງສົງສານໂຕເອງ

* " ການໃຫ້ອະໄພ " ເປັນເຮຶ່ອງດີທີ່ເຮັດໄດ້ຍາກ . . . . ຖ້າໃຫ້ອະໄພໃຜຍັງບໍ່ເປັນ . . . . ຢ່າງນ້ອຍກໍ່ໜ້າຈະຮູ້ສຶກຍິນດີ ທີ່ຈະໃຫ້ອະໄພເປັນ,ເພາະຫົວໃຈເຮົາຈະໄດ້ເປິດກ້ວາງ

* ຢ່າປ່ອຍໃຫ້ໂຕເອງເກິດຄວາມເບຶ່ອໜ່າຍ ເພາະຫຼາຍໆເຂົ້າຈະກາຍເປັນຄົນໜ້າເບຶ່ອ ການເປັນຄົນໜ້າເບຶ່ອມັນບໍ່ໜ້າຄົບ ຢາກເປັນຄົນໜ້າຄົບຕ້ອງບໍ່ໜ້າເບຶ່ອ

* ຄວນຄົບຫາກັບຄົນທີ່ກະຕືລືລົ້ນ ມີຊີວິດຊີວາ ຈະໄດ້ສຳພັດກັບພະລັງ ທີ່ຢູ່ອ້ອມຂ້າງຈາກຄົນໆນັ້ນ  ພະລັງຈາກພວກເຂົາຈະສົ່ງຄວາມສຸກມາຮອດເຮົາ

ຈາກ ໜັງສືໜ້າອ່ານໃນຫ້ອງສະມຸດ

 

ຂຽນເມື່ອ ຂຽນເມື່ອ: Feb. 26, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

1 . ນຳ້ໝາກໄມ້ : ອາການອ່ອນເພຍ

ເມຶ່ອຮູ້ສຶກເມື່ອຍລ້າ ອ່ອນເພຍ ໃຫ້ດຶ່ມນ້ຳໝາກໄມ້ຄັ້ນສົດ

ເພາະໃນນ້ຳໝາກໄມ້ຄັ້ນສົດຈະມີວິຕາມິນຊີສູງ ເຊິ່ງວິຕາມິນຊີ ຈະຊ່ວຍໃຫ້ຮ່າງກາຍດູດຊືມທາດເຫຼັກ ສົ່ງຜົນໃຫ້ຮ່າງກາຍນຳອອກຊີເຈນໄປສູ່ເສັ້ນເລືອດ

ຊ່ວຍຟຶ້ນຟູເຊວໃນຮ່າງກາຍໃຫ້ກັບມາມີກຳລັງວັງຊາ

2 . ໂຢເກິດ : ອາຫານບໍ່ຍ່ອຍ

ການທີ່ອາຫານບໍ່ຍ່ອຍ ໂດຍສະເພາະ ອາຫານປະເພດຖົ່ວ ແລະ ຜະລິດຕະພັນຈາກນົມ.ເພາະມັນຈະເຮັດໃຫ້ເກິດແກ໊ສໃນກະເພາະອາຫານເຮັດໃຫ້ຮູ້ສຶກອຶດອັດ ແນ້ນທ້ອງ

ການກິນໂຢເກິດຈະຊ່ວຍໃຫ້ອາການດີຂຶ້ນ ເພາະໃນໂຢເກິດມີເຊຶ່ຍຈຸລິນຊີບາງໂຕທີ່ຊ່ວຍໃນການຍ່ອຍໂປຕິນໃນອາຫານໄດ້ດຢ່າງມີປະສິດທິພາບ

3 . ກະລຳປີ : ໂລກກະເພາະ

ຈາກຜົນການວິໄຈຫຼາຍດ້ານ ພົບວ່າ ສານເອເມທິນເມໂທໂອນິນຊ່ວຍຮັກສາໂລກແຜໃນກະເພາະອາການ ນອກຈາກນັ້ນຍັງຊ່ວຍຢັບຢັ້ງບໍ່ໃຫ້ເກິດເນຶ່ອງອກໃນກະເພາະອາຫານອີກດ້ວຍ

( ເນຶ່ອຫາພວີ້ນຳມາຈາກ ເວບໄຊສຂອງ teenee.com ຫາກໝູ່ເພຶ່ອສົນໃຈກໍ່ຄິກເຂົ້າໄປອ່ານໄດ້ ຍັງມີຫຼາຍຂໍ້ມູນທີ່ໜ້າສົນໃຈ )

 

ຂຽນເມື່ອ ຂຽນເມື່ອ: Feb. 23, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

1 ຜັກດອກຂຽວ ເປັນຜັກໃນຕະກູນ ກະລຳ ທີ່ເປັນທີ່ນິຍົມຂອງຄົນທັງໂລກ ເຊິ່ງມີຄຸນປະໂຫຍດດັ່ງນີ້ :

* ຊ່ວຍປ້ອງກັນມະເລັງ

* ອຸດົມດ້ວຍວິຕາມິນ ຊີ ແລະສານ ແອນຕີອອກຊີແດນ ທີ່ຊ່ວຍກຳຈັດ ອະນິມູນອິດສະລະໃນຮ່າງກ່າຍ ແລະຍັງຊ່ວຍໃຫ້ພະໜັງເສັ້ນເລືອດແຂງແຮງ

* ປະກອບດ້ວຍສານ  glutathione ເຊິ່ງຊ່ວຍລົດໂອກາດເກິດ ໄຂຂໍ້ອັກເສບ ເບົາຫວານແລະໂລກຫົວໃຈ ແລະນອກຈາກນີ້ຍັງຊ່ວຍເພີ່ມພູມຄຸ້ມກັນ ຂອງຮ່າງກາຍ ລົດລະດັບ ຄໍເລສເຕີລໍ ແລະຊ່ວຍລົດຄວາມດັນໂລຫິດສູງ

* ປ້ອງກັນການເກິດຕາເປັນຕໍ້ ເພາະຜັກດອກຂຽວ ມີສານເບຕ້າແຄໂລທີນສູງ ໂດຍສະເພາະສານ lutien

- ປະລິມານການກິນ : ຜັກດອກຂຽວ 1/2 ຖ້ວຍ ຕໍ່ອາທິດ ກໍ່ຈະດີຕໍ່ສຸຂະພາບຂອງທ່ານແລ້ວ

2 ຜັກທຽມ

ຊ່ວຍລົດຄໍເລສເຕີລໍ ມີປະສິດທິພາບຄ້າຍຢາແອສໄພລິນ ໃນການຊ່ວຍປ້ອງກັນການແຂງຕົວແລະການອຸດຕັນຂອງເສັ້ນເລືອດ.ມີປະສິດຕິພາບໃນການຂ້າເຊຶ່ອໂລກໄດ້ຄືກັບ ຢາເພັນນີຊີລິນ ໂດຍສະເພາະເວລາເຈັບຄໍສາມາດໃຊ້ຜັກທຽມຮັກສາໄດ້ ແລະຍັງມີປະສິດຕິພາບໃນການຕ້ານອານຸມູນອິດສະລະ .ຊ່ວຍປ້ອງກັນມະເລັງລຳໄສ້ໃຫຍ່ ແລະມະເລັງເຕົ້ານົມນຳອີກ

- ປະລິມານການກິນ : ການປ້ອງກິນໂລກຫົວໃຈໃຫ້ກິນ ມື້ລະ 1ກີບ.ແລະໂດຍທົ່ວໄປແນະນຳໃຫ້ກິນທຸກມື້

3 ຖົ່ວແດງ

ເປັນອາຫານທີ່ມີສ່ວບປະກອບຂອງເສັ້ນໃຍອາຫານສູງ ດັ່ງນັ້ນຈິ່ງຊ່ວຍລົດລະດັບ ຄໍເລສເຕີລໍ ປ້ອງກັນການເກິດພາວະ ເສັ້ນເລືອດໃນສະໝອງແຕກ ແລະມະເລັງລຳໄສ້ໃຫຍ່ .ອຸດົມດ້ວຍກົດໂປລິດ ທີ່ຊ່ວຍບຳລຸງໂລຫິດ ປ້ອງກັນການຜິດປົກກະຕິຂອງເດັກນ້ອຍໃນການຖືພາ ນອກນັ້ນຍັງປະກອບດ້ວຍສານ ແອນຕີອອກຊີແດນ polyphenoics ທີ່ຊ່ວຍປ້ອງກັນການເກິດໂລກຫົວໃຈໄດ້ດີ

- ປະລິມານການກິນ :  ຄວນກິນ 1ຖ້ວຍ ຕໍ່ມື້

4 ນົມສົດຂາດມັນເນີຍ

ເປັນແຫຼ່ງຂອງແຄວສ້ຽມສູງ ທີ່ປອດໄຂມັນ ຊິ່ງປ້ປງກັນພາວະກະດູກພ່ອຍ ແລະຍັງປະກອບດ້ວຍສານໂປຕັສສ້ຽມ ທີ່ອອກລິດຊ່ວຍລົດຄວາມດັນສູງ

- ປະລິມານການດຶ່ມ : ໄວຫຼຸ້ນໜຸ່ມສາວ ຕ້ອງການແຄວສ້ຽມ 1000 mg / ມື້.ສ່ວນຜູ້ສູງອາຍຸ ຕ້ອງການແຄລສ້ຽມ 1500 mg / ມື້

5 ໝາກກ້ຽງ

ເປັນສຸດຍອດໝາກໄມ້ທີ່ມີ ວິຕາມິນສູງທີ່ສຸດລວມທັງສານອາຫານ ອຶ່ນໆໆ ຊຶ່ງຊ່ວຍປ້ອງກັນການເປັນຫວັດ ລົດລະດັບຄໍແລສເຕີລໍ ຊ່ວຍໃນການສ້າງກະດູກ ປ້ອງກັນການເກິດນິ້ວໝາກໄຂ່ຫຼັງ

ປ້ອງກັນການເກິດມະເລັງລຳໄສ້ໃຫຍ່ ຕະລອດຈົນການຟື້ນຟູອາການເຈັບໜ້າເອິກຈາກໂລກຫົວໃຈ.ນອກນີ້ສານ phytochemicals ໃນໝາກກ້ຽງຍັງຊ່ວຍຕໍ່ຕ້ານມະເລັງເຕົ້ານົມ

 - ປະລິມານການກິນ :  ຄວນກິນ 1-2 ໝາກຕໍ່ມື້

6 ປາແຊລມອນ

ປະລິມານນ້ຳມັນປາທີເອິ້ນວ່າ omega-3 ຂ້ອນຂ້າງສູງ ເຊິ່ງຊ່ວຍປ້ອງກັນໂລກຫົວໃຈ ແລະຊ່ວຍຄວບຄຸມອາກາດໄຂຂໍ້ອັກເສບ  ນອກຈາກນີ້ນ້ຳມັນປາຍັງຊ່ວຍອາກາດປວດປະຈຳເດືອນ ກຸ່ມອາການກ່ອນມີປະຈຳເດືອນ ແລະຍັງຊ່ວຍອາກາດຊືມເສົ້າ

- ປະລິມານການກິນ : ກິນອາທິດລະ 3 ອອນ

7 ເຕົາຫູ່

ຊ່ວຍລົດລະດັບໄຂມັນ ຄໍແລສເຕີລໍ ອຸດົມດ້ວຍສານ Isoflavone ສານເອັສໂຕເຈັນທຳມະຊາດຈາກທຳມະຊາດ ປ້ອງກັນກະດູກພ່ອຍ ແລະຊ່ວຍໃຫ້ໝາກໄຂ່ຫຼັງເຮັດວຽກໄດ້ດີ

- ປະລິມານການກິນ : 1-2 ຖ້ວຍ/ ມື້

8 ສອດໝາດເລັ່ນ

ຊ່ວຍປ້ອງກັນມະເລັງລຳໄສ້ໃຫຍ່ ມະເລັງຫຼອດອາຫານ ແລະມະເລັງ ກະເພາະອາຫານ ສານ lycopene ແລະ ສານແອນຕີອອກຊີແດສ ພົບຫລາຍໃນໝາກເຂືອເລັ່ນເທົ່ານັ້ນ

ມີຄຸນສົມບັດກຳຈັດສານອານຸມູນອິດສະລະ ຕົວອັນຕະລາຍອອກໄປຈາກຮ່າງກາຍ

- ປະລິມາການກິນ : ກິນໄດ້ຕາມໃຈຂອງທ່ານມັກ

9 ນ້ຳ

ຮ່າງກ່າຍຂ້ອງຄົນເຮົາ ປະກອບດ້ວຍນ້ຳເປັນສ່ວນໃຫຍ່ ຈິ່ງຈຳເປັນທີ່ຄົນເຮົາຕ້ອງດຶ່ມນ້ຳໃຫ້ພຽງພໍ ເພາະນ້ຳເປັນຢາທີ່ວິເສດ

ຫາກດຶ່ມນ້ຳໄດ້ພຽງພໍຈະປ້ອງກັນອາການອ່ອນເພຍ .ຮັກສາອຸນຫະພູມຮ່າງກາຍ.ປ້ອງກັນການເກິດນິ້ວ ແລະຍັງຊ່ວຍໃຫ້ຜິວພັນເປັ່ງປັ່ງ

ດັ່ງນັ້ນ ຄວນດຶ່ມນ້ຳມື້ລະ 8ແກ້ວ ຫຼືຫຼາຍກ່ວານັ້ນກໍ່ຍິ່ງດີຕໍ່ທ່ານເອງ

 

ຂຽນເມື່ອ ຂຽນເມື່ອ: Feb. 23, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ຮ່າງກາຍຂອງຄົນເຮົາແມ່ນຕ້ອງການປະລິມານນ້ຳເຂົ້າສູ່ຫ່າງກາຍບໍ່ເທົ່າກັນ

ສະນັ້ນເຮົາຈະມາບອກເຄັດລັບໃນການດຶ່ມນ້ຳໃຫ້ສົມດຸນກັບຮ່າງການເຮົາ

ໂດຍການ ນຳເອົາ ນ້ຳໜັກຂອງຕົນເອງມາ ຄູນໃຫ້ 2.2 ເອົາຜົນທີ່ອອກມາຫານດ້ວ 2 ແລ້ວຄູນໃຫ້ 30 ເຮົາຈະໄດ້ປະລິມານນ້ຳທີ່ຄວນດຶ່ມ ອອກມາເປັນ ມິນລີລິດ ( 1ລິດ = 1000 ມິນລີລິດ )

ຕົວຢ່າງ ຖ້ານ້ຳໜັກ 55 ກິໂລ ເອົາ 55 ຄູນໃຫ້ 2.2 ໄດ້ 121 ແລ້ວຫານໃຫ້ 2 ຈະໄດ້ 60.50 ແລ້ວກໍ່ຄູນດ້ວຍ 30 ຜົນອອກມາຄື 1815 ເທົ່າກັບເຮົາຕ້ອງດຶ່ມນ້ຳປະມານກຽບ 2 ລິດຕໍ່ມື້