ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 ຈາກຂ່າວລືມື້ວານມື້ກ່ອນວ່າ ກູເກິລຈະເລີກໃຊ້ແບຣນ Blogger ແລະ Picasa ມື້ນີ້ມີຂ່າວລືອີກສາຍມາຍາດຂ່າວລື ກ່ອນໜ້ານີ້ ໂດຍເວັບໄຊ GigaOm ອ້າງແຫລ່ງຂ່າວທີ່ສະນິດສະໜົມກັບຝ່າຍ Blogger ຂອງກູເກິລ ລະບຸວ່າ ບໍ່ມີແຜນທີ່ຈະຖິ້ມແບຣນ Blogger ແຕ່ຢ່າງໃດ

ສ່ວນຕົວແທນຂອງກູເກິລປະຕິເສດທີ່ຈະໃຫ້ຄວາມເຫັນໃນເລື່ອງນີ້ 

Evan Williams ຜູ້ສ້າງ Blogger (ຊຶ່ງພາຍຫຼັງກໍ່ໄປສ້າງ Twitter ຕໍ່) ໃຫ້ຄວາມເຫັນວ່າຖ້າກູເກິລຖິ້ມແບີຣນ Blogger ແທ້ ລາວກໍ່ຄົງຈະຮູ້ສຶກເສົ້າ ແຕ່ເຫດຜົນວ່າ Google Blogs ກໍ່ສົມເຫດສົມຜົນເຊັ່ນກັນ ຈຸດທີ່ໜ້າເສົ້າທີ່ສຸດຄືໂລໂກ້ ຂອງ Blogger ເປັນໜຶ່ງໃນໂລໂກ້ທີ່ດີທີ່ສຸດຢູ່ໃນເວັບ ແລະ ໜ້າເສຍດາຍຖ້າຫາກຈະຖືີ້ມມັນໄປ

 ທີ່ມາ - GigaOm

Delicious Digg Fark Twitter