
ຂຽນເມື່ອ: ກ.ພ.. 23, 2010
| ມີ
11 ຄຳເຫັນ
ແລະ
0 trackback(s)
ຄວາມຮັກນັ້ນມີຫລາຍແບບຖ້າຮັກໃນທາງທີ່ຜິດກໍ່ອາດສົ່ງຜົນ
ຕໍ່ຄົນທີ່ເຈົ້າຮັກໄດ້ ມື້ນີ້ມີຮູບແບບຂອງຄວາມທີ່ບໍ່ຄວນ
ເອົາເປັນແບບຢ່າງມາບອກກັນ...

-ຮັກບໍ່ລືມຫູລືມຕາ
ຮັກແບບຫລັບຫູຫລັບຕາ ຫລື ຮັກແບບເອົາຫູໄປນາເອົາຕາໄປໄຮ
ຄວາມຮັກປະເພດແບບນີ້ເປັນການຮັກຫລາຍຈົນເກີນພໍດີ ຈົນຕ້ອງປອບໃຈຕົວເອງວ່າເຂົາຮັກເຈົ້າ ແຕ່ທີ່ພວກເຂົາໄປກຸ໊ກະກິ໊ກກັບຄົນອື່ນ ກໍເພາະພວກເຂົາຢາກຫາສິ່ງແປກໃໝ່ເຂົ້າມາໃນຊີວິດ!
- ຮັກເອົາແຕ່ໃຈ
ຮັກປະເພດນີ້ເປັນຮັກທີ່ໜ້າລຳຄານເປັນທີ່ສຸດ
ເຈົ້າອາດເປັນຕົວໜ້າລຳຄານຫລືບໍ່ກໍເຂົາ ແຕ່ສ່ວນໃຫຍ່ເຊື່ອວ່າເປັນຜູ້ຍິງ ບໍ່ວ່າຈະໄປໃສມາໃສເຈົ້າຕ້ອງໃຫ້ພວກ
ເຂົາໂທລາຍງານຕະຫລອດຖ້າພວກເຂົາບໍ່ໂທມາກໍເຮັດໜ້າບຶ້ງໃສ່ພວກເຂົາແລະຈົບລົງດ້ວຍການງອນ
- ດ໋ຽວຮັກດ໋ຽວເລີກ
ຮັກປະເພດນີ້ ອາດຈະເຮັດໃຫ້ຄູ່ຮັກເລີ່ມເບື່ອ ໆ ກັນໄດ້ ເພາະບໍ່ຮູ້ວ່າຈະເອົາຈັງໄດກັນແທ້ ວ່າດ໋ຽວຈະຮັກ ດ໋ຽວຈະເລີກ ເທື່ອທຳອິດ ອາດຈະຍອມກັນ ແຕ່ຖ້າຕະຫລອດ ກໍລະວັງເຂົາຈະລຳຄານໄດ້ຈົນເຮັດໃຫ້ຕ້ອງເລີກຮັກກັນແທ້ໆ
- ຮັກຕົວເອງບໍ່ເປັນ
ຄົນທີ່ບໍ່ຮັກຕົວເອງມີຫລວງຫລາຍຈົນນັບບໍ່ຖ້ວນ ຊຶ່ງສາເຫດ ກໍມາຈາກການຮັກຄົນອື່ນເສຍຈົນລືມສ່ອງກະຈົກເບິ່ງຕົວເອງ ລືມຖາມຄວາມຕ້ອງການທີ່ແທ້ຈິງຂອງຕົວເອງ ແລະເຜີໆ ກໍອາດສູນເສຍຄວາມເປັນຕົວເອງ ເພາະປ່ອຍໃຫ້ຄິດ ວິທີແບບຜິດໆ
ອ່ານແລ້ວ ຄູ່ຮັກກໍ່ຢ່າລືມຮັກກັນໃຫ້ຖືກແບບ ຈະໄດ້ຮັກກັນໄປດົນໆ.