ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 ການເບີ່ງໝໍດູ ນັບວ່າເປັນຂອງຄູ່ກັນກັບສັງຄົມລາວມາດົນນານ ແລ້ວຖ້າມີຈຸດປະສົງອັນໃດກໍ່ໃຫ້ໄປບະເອົາໄວ້ແລ້ວຈະໄດ້ຕາມຈຸດປະສົງ.

ມັນຈະບໍ່ງ່າຍໂພດບໍ? ມີໝູ່ໆບາງຄົນໄດ້ບະໄວ້ຫຼາຍບ່ອນ ພໍເສັງໄດ້ກໍ່ໃຊ້ເວລາດົນໃນການເລາະແກ້ບະ,ບາງຄົນກໍ່ແຖຫົວມາຣຽນ ເມື່ອຖາມ

ຜູ້ກ່ຽວບອກວ່າແກ້ບະ. ເລື່ອງຄວາມເຊື່ອນັ້ນແກ້ໄຂຍາກ.

 ແຕ່ເຖີງແນວໃດກໍ່ຕາມ ເລື້ອງຄວາມເຊື່ອຖືຫ້າມກັນບໍ່ໄດ້ແລະຈະບອກເຂົາເຊົາເຊື່ອຖືແບບນີ້ກໍ່ບໍ່ໄດ້, ຂໍແນະນຳວ່າ ຢ່າໄປບະເດັດຂາດຫາກຢາກຮຽນເກັ່ງ

ຫຼືເສັງຜ່ານ ເພາະວ່າຫາກໄປບະເຮັດໃຫ້ເຮົາບໍດຸໝັ່ນໃນການຮຽນ, ການອ່ານແຕ່ຖ້າບໍ່ໄດ້ບະເຮົາຕ້ອງເພີ່ງຕົນເອງ100% ເມື່ອເຮົາຕ້ອງເພີ່ງຕົນເອງ,ຕ້ອງບັງຄັບ

ຕົວເຮົາເອງໃຫ້ດຸໝັ່ນ ແລ້ວຄວາມສຳເລັດກໍ່ຈະຕາມມາ ”ຕົນເປັນທີ່ເພີ່ງຂອງຕົນນັ້ນແ ລ”ເຖີງຈະບະຜີກໍ່ຕ້ອງຕັ້ງໃຈຮຽນແຮງດີ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ວັນຄູທີ7ຕຸລາກໍ່ກາຍມາຫຼາຍມື້ແລ້ວເນາະ ແຕ່ນີ້ເປັນບົດສູດສາລະພັນອວຍພອນຄູທີ່ ຂພຈ ໄດ້ໄປສູດມື້ວັນທີ7ຕຸລານີ້ເອງ

 

   * ວັນທີເຈັດຕຸລາ                    ວັນປະກາດກຽດຕິສັກ

 ຄູລາວທົ່ວປັດຕະພີ                  ກຽດຕິຄຸດັງກ້ອງໄກ

 ເໝືອນດັງມາລາໄມ້                 ຈັນຫອມເທົ່າທົ່ວໂລກາ

 ກິ່ນຫອມທົ່ວທາຣາ                  ຊາວປະຊາລາວທຸກເຜົ່າ

   * ສີບນີ້ວຍົກໃສເກົ້າ               ທັງດອກໄມ້ທູບທຽນທອງ

 ອະພິວັນແທນເງີນທອງ           ນົບນ້ອມຄຸນຄູອາຈານ

 ເປັນດັ່ງມະນີແກ້ວ                   ພິລາງາມອັນລ້ຳຄ່າ

 ບໍ່ມີວັນໂສກາ                          ງາມໂສພາຮຸ່ງເຮືອງໃສ

   * ສິດຂໍນົບນ້ອມໄຫວ            ຄູອາຈານທ່ານທັງຫຼາຍ

 ອອກມາຈາກດວງໃຈ              ຜູ້ເກີດມາໃນພາຍຊ້ອຍ

 ນ້ອມນືກວັນພາໄຫວ               ກະຕັນຍູຄູຍອດຍີ່ງ

 ຄູລາວທັງຊາຍ-ຍິງ                  ໃຫ້ຢືນຍີ່ງຊົ່ວນິລັນ  (ຊ້ຳ)

   * ອັນວ່າຄຸນທ່ານນັ້ນ             ຫາຫຍັງເທົ່າບໍ່ປຽບປານ

 ຜື່ນຜນໃຕ້ບາດານ                  ບໍ່ເລີກປານຄຸນອາຈານ

 ສົມບັດທ່ານມອບໃຫ້             ລ້ຳເລີດຄ່າມະຫາສານ

 ນັ້ນຄືພູມປັນຍາ                     ອັນມີຄ່າ ຄູໃຫ້ຮຽນ

   * ໃຊ້ເທົ່າໃດ ຍີ່ງໃສເຫຼື້ອມ     ທະວີຄຸນຍີ່ງຢືນນານ

 ບໍ່ຄືເງີນກອງລ້ານ                  ຍັງມີມື້ໝົດເປົາແປນ  (ຊ້ຳ)

 ບາດນີ້ຂໍກາບກົ້ມ                  ນ້ອມນືກຄຸນຄູອາຈານ

 ອຸທິດດວງວີນຍານ               ທ່ານຜູ້ມໍລະນັ່ງແລ້ວ

   * ຂໍໃຫ້ວີນຍານແກ້ວ           ສຸຂະຕິເປັນທີ່ຢູ່

 ດ້ວຍຜົນບຸນທ່ານຄູ              ໃຫ້ຄວາມຮູ້ວິຊາການ

 ຄວາມທຸກຢ່າມາພານ          ດວງວີນຍານຂອງທ່ານຄູ

 ພວກເຮົາກະຕັນຍູ                ຫາຄວາມຮູ້ບູຊາຄຸນ  (ຊ້ຳ)

   * ທຳຕົນເປັນຄົນດີ              ຕາມທີ່ຄູສັ່ງສອນມາ

 ຕໍ່ໄປພາຍພາກໜ້າ               ພັດທະນາລາວກ້າວໄປ

 ຍ້ອນໄດ້ປັນຍາໄສ               ແມ່ພີມໄດ້ມອບໄວ້ໃຫ້

 ວັນນີ້ຂໍລາໄປ                      ໃຫ້ມີໄຊທຸກທ່ານເທີນ  (ຊ້ຳ)

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 9, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

    ຕາມທຳມະຊາດແລ້ວ ເວລາກາງຄືນກໍ່ຄືເວລາສັດໂລກທັງຫຼາຍລວມທັງມະນຸດນຳໃຊ້ເປັນເວລາຜັກຜ່ອນ ເພື່ອຈະມີພະລັງໃນການທຳມາຫາກີນໃນຕອນກາງເວັນ

ແຕ່ຫຼັງຈາກມະນຸດເອົາຊະນະທຳມະຊາດ ດ້ວຍການສ້າງກາງຄືນ ໃຫ້ມີແສງສະຫວ່າງຄືກັບຕອນກາງເວັນແລະມີຍານພາຫະນະທີຈະເດີນທາງໄປໃສມາໃສ

    ໄດ້ຢ່າງສະດວກແລ້ວ ກໍ່ມີການເຮັດວຽກກາງຄືນ ແລະຫຼາຍຄົນທ່ຽວຫຼີ້ນເຮຮາໃນຕອນກາງຄືນເປັນປະຈຳ.

ການທ່ຽວຫຼີ້ນກາງຄືນນັ້ນນັບວ່າເປັນອະບາຍຍະມຸກ ຢ່າງໜື່ງທີຈະເຮັດໃຫ້ຊີວິດຂອງຜູ້ກ່ຽວຂ້ອງຕ້ອງພົບກັບຄວາມເຊື່ອມເສຍຂອງຊີວິດ ຕາມສະຖານທີ່

ທ່ຽວກາງຄືນນັ້ນເປັນບ່ອນທີບໍ່ສາມາດແຍກຄົນດີອອກຈາກຄົນຊົ່ວໄດ້,ໃນເວລາກາງຄືນນັ້ນເປັນຊ່ວງເວລາທີ່ເໝາະແກ່ການກໍ່ອາດຊະຍາກຳຕ່າງໆ.ເພາະສະນັ້ນ

ຖ້າຄົນເຮົາເປັນຄົນທີ່ທ່ຽວຫຼີ້ນກາງຄືນຍັງອາດສ່ຽງຕໍການຖືກທຳຮ້າຍຮ່າງກາຍຫຼືຖືກມອມເມົາດ້ວຍເຫຼົ້າ, ເບຍ, ຢາເສບຕິດ, ຖ້າເປັນແມ່ຍີງກໍ່ສ່ຽງຕໍ່ການເສຍໂຕ

  ການທ່ຽວຫຼີ້ນກາງຄືນນັ້ນມີຫຼາຍຄົນຄິດວ່າມັນມ່ວນດີ,ແຕ່ສີ່ງທີເຮົາໄດ້ມາກັບສີ່ງທີເຮົາຕ້ອງເສຍໄປນັ້ນ ມັນປຽບທຽບກັນບໍ່ໄດ້ເລີຍດ ເພາະວ່າຈະເສຍຫຼາຍກວ່າແນ່ນອນ

ແລະຖ້າມີຈຸດປະສົງທີ່ຈະຮຽນເກັ່ງສີ່ງທີ່ເຮັດໃຫ້ງ່າຍແລະເຫັນຜົນຢ່າງຊັດເຈນທີ່ສຸດຄື ການທີ່ເຮົາບໍ່ທ່ຽວຫຼີ້ນກາງຄືນນີ້ເອງ

 ຢ່າເສຍເວລາໄປພິສູດດອກຄົນເຮົາຮູ້ຕັ້ງແຕ່ສະໄໝດຶກດຳບັນແລ້ວການໄປຫຼີ້ນກາງຄືນນັ້ນເປັນສີ່ງທີ່ບໍ່ດີແທ້ເດີ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຄົນເຮົາເກີດມາແລ້ວໜ້າທີສຳຄັນແມ່ນຮຽນໜັງສື ສ່ວນໜ້າທີ່ອັນອື່ນນັ້ນສຳຄັນເປັນອັນດັບສອງຮອງລົງມາ.

ຫຼາຍຄົນອາດມີຄວາມຈຳເປັນຕ້ອງຊ່ວຍວຽກຄອບຄົວ.ຫຼາຍຄົນອາດມີຄວາມຈຳເປັນຕ້ອງເຮັດວຽກ

ເພື່ອຫາເງີນມາໃຊ້ຈ່າຍໃນການຮ່ຳຮຽນ.ແຕ່ຫຼາຍຄົນອາດໂຊກດີທີບໍ່ຕ້ອງເຮັດວຽກຫຍັງ ມີໜ້າທີຮຽນຢ່າງດຽວ

ເພາະສະນັ້ນຖ້າເຮົາຮູ້ໜ້າທີ່ຂອງຕົນເອງວ່າເຮົາຈະຕ້ອງໃຫ້ເວລາກັບການຮຽນໃຫ້ຫຼາຍທີ່ສຸດ ກໍ່ຈະປະສົບຜົນສຳເລັດໃນຊີວິດ

ໃນທີ່ສຸດ.

ຫາກເຮົາມີການງານຫຼືພາລະກິດຢ່າງອື່ນທີ່ນອກເໜືອຈາກການຮຽນ.ບໍ່ຕ້ອງໃຫ້ຄວາມສຳຄັນຫຼາຍກວ່າການຮຽນ

ມີວິຊາເໝືອນມີສົມບັດ ຈະໄປຢູ່ໃສກໍ່ສາມາດເອົາໂຕລອດໄດ້